ບັນດາຂົວທັນສະໄຫມຢູ່ຮ່າໂນ້ຍ


(vovworld)-ໃນ​ຊ​ຸມ​ປີມໍ່ໆ​ມານີ້, ນະ​ຄອນ​ຫລວງ ຮ່າ​ໂນ້ຍ ມີ​ການ​ປ່ຽນ​ແປງ​ຢ່າງ​ແຮງ ກາຍ​ເປັນ​ຕົວ​ເມືອງ​ໃຈ​ກາງ​ຂອງ​ທົ່ວ​ປະ​ເທດ. ສິ່ງ​ທີ່​ພົ້ນ​ເດັ່ນ​ນັ້ນແມ່ນມີ​ຂົວ​ທັນ​ສະ​ໄຫ​ມ​ ຂ້າມ​ແມ່​ນ້ຳ​ແດງຫລາຍ​ແຫ່ງ​ ຄື ຂົວ​ລອງ​ບຽນ, ຂົວ​ທັງ​ລອງ, ຂົວ​ເຈືອງ​ເຢືອງ, ຂົວ​ແທງ​ຈີ, ຂົວ​ຫວີງ​ຕູຍ, ຂົວ​ຫວີງ​ທີ້ງ ແລະ ຂົວ​ເຍີດ​ເຕີນ. ແລະ ຫວ່າງ​ແລ້ວນີ້ ຂົວ ດົງ​ຈູ ຂ້າມ​ແມ່​ນ້ຳ​ດວງ ກໍ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ກົງ​ກັບ​ໂອ​ກາດ ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ ນະ​ຄອນ​ຫລວງ ຮ່າ​ໂນ້ຍ (10/10/1954-10/10/2014). ຂົວ​ທັນ​ສະ​ໄຫມ​ດັ່ງ​ກ່າວ​, ສະ​ແດງ​ໃຫ້​ເຫັນ​ພູມ​ປັນ​ຍາ, ຫົວ​ຄິດ​ປະ​ດິດ​ສ້າງ ແລະ ກຳ​ລັງ​ແຮງ​ພາຍ​ໃນ​ຂອງ​ຮ່າ​ໂນ້ຍ ບົນເສັ້ນ​ທາງ​ປ່ຽນ​ແປງ​ໃຫມ່.
ບັນດາຂົວທັນສະໄຫມຢູ່ຮ່າໂນ້ຍ - ảnh 1
ຂົວ​ທັງ​ລອງ
ພາບ:internet

        ເຖິງວ່າ ຊີ​ວິດ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ແຕ່​ສຳ​ລັບ​ຊາວ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຂົວ​ລອງ​ບຽນ ບໍ່​ພຽງ​ແຕ່​ແມ່ນ​ສັນ​ຍາ​ລັກ​ຂອງ​ຮ່າ​ໂນ້ຍ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ກາງ​ແຈ້ງ ແມ່ນ​ຮ່ອງ​ຮອຍ​ປະ​ຫວັດ​ສາດ​ຂອງ​ຮ່າ​ໂນ້ຍ. ແຕ່​ເພື່ອ​ໃຫ້​ສົມ​ກັບ​ນະ​ຄອນ​ຫລວງ​ຂອງ​ປະ​ເທດ​ຊາດ, ຮ່າ​ໂນ້ຍ ບໍ່​ສາ​ມາດ​ມີ​ພຽງ​ຂົວ​ລອງ​ບຽນ​ເທົ່າ​ນັ້ນ ຕ້ອງ​ມີ​ຂົວ​ຫລາຍ​ແຫ່ງ​ອີກ. ສະ​ນັ້ນ ປີ 1985 ພາຍ​ຫລັງ​ກໍ່​ສ້າງ​ມາ​ເປັນ​ເວ​ລາ 10 ປີ, ຂົວ​ທອງ​ລອງ ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ. ຂົວ​ແຫ່ງນີ້​ແມ່ນ​ສັນ​ຍາ​ລັກ​​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ - ໂຊ​ຫວຽດ. ສ່ວນ​ຂົວ​ເຈືອງ​ເຢືອງ ກ​ໍ່​ໄດ້​ຮັບ​ການກໍ່​ສ້າງ​ຫ່າງ​ຈາກ​ຂົວ​ທັງ​ລອງ ປະ​ມານ 2 ກິ​ໂລ​ແມັດ ໂດຍ​ຫວຽດ​ນາມ ອອກ​ແບບ ແລະ ກໍ່​ສ້າ​ງ​ເອງ. ຂົວ​ແຫ່ງນີ້ ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​​ແຫ່ງພູມ​ປັນ​ຍາ​ຫວຽດ​ນາມ. ທ່ານ ຮ່າ​ດີງ​ເກີ໋ນ, ອະ​ດີດ​ຜູ້​ອຳ​ນວ​ຍ​ການ​ບໍ​ລິ​ສັດ​ຂົວ 12 ຊື່ງ​ແມ່ນ​ຫົວ​ຫ​ນ່ວຍ​ປະ​ຕິ​ບັດການ​ກໍ່​ສ້າງ​ຂົວ​ເຈືອງ​ເຢືອງ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ພຽງ​ແຕ່​ມີ​ຄວາມ​ຕັດ​ສິນ​ໃຈ ແລະ ມີຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ເທດ​ຊາດ​ເທົ່າ​ນັ້ນ. ກຳ​ລັງ​ຍອດ​ຢ້ຽມ​ທັງ​ໝົດ​ລ້ວນ​ແຕ່​ຖືກ​ນຳ​ໃຊ້​ໃນ​ການກໍ່​ສ້າງ​ຂົວ​ເຈືອງ​ເຢືອງ. ພວກ​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ຕະ​ຫລອດ​ວັນ ແລະ ຄືນ ບໍ່​ຫວາດ​ຫວັ່ນ​ຕໍ່ຄວາມ​ຫ​ຍຸ້ງ​ຍາກ​ລຳ​ບາກ​ ແລະ ສິ່ງ​ທະ​ທາຍຫຼາຍ​ຢ່າງເຮັດ​ແນວ​ໃດ​​ເພື່ອນຳ​ຂົວ​ແຫ່ງນີ້​ເຂົ້າ​ເຄື່ອນ​ໄຫວ​ໂດຍ​ໄວ. ພ້ອມ​ກັບ​ຂົວ​ທັງ​ລອງ, ຂົວ​ເຈືອງ​ເຢືອງ ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່ການ​ຈໍ​ລະ​ຈ​ອນ​ໄປ​ມາ​ຂອງ​ປະ​ຊາ​ຊົນ​ລະ​ຫວ່າງ​ຮ່າ​ໂນ້ຍ ແລະ ບັນ​ດາ​ແຂວງ ພາກ​ເຫ​ນືອ, ພາກ​ໃຕ້.”

        ຂົວ 3 ແຫ່ງ​ດັ່ງ​ກ່າວ ບໍ່​ທັນ​ພຽງ​ພໍ​ສຳ​ລັບ​ນະ​ຄອນ​ພວມໃນ​ທ່າ​ພັດ​ທະ​ນາ​ເທື່ອ. ​ໃນ​ຂະນະ​ທີ່ເຂດ​ເສດ​ຖະ​ກິດ​ຈຸດ​ສ​ຸມ​ທາງ​ພາກ​ເຫ​ນືອ​ໄດ້​ຮັບ​ການກໍ່​ສ້າງ, ດ້ວຍການພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຢ່າງ​ແຮງຂອງນະ​ຄອນ ຫາຍ​ຟ່ອງ, ກວ໋າງ​ນີງ, ຫວີງ​ຟຸກ, ສິນ​ຄ້າ​ສົ່ງ​ອອກ​ນຳ​ເຂົ້າສ່ວນ​ຫຼາຍ​ແມ່ນ​ຜ່ານທາງ​ຫລວງ​ເລກ 5 ແລະ ນະ​ຄອນ ຮ່າ​ໂນ້ຍ. ສະ​ນັ້ນຈຶ່ງ​ປະກົດ​ມີແນວ​ຄວາມ​ຄິດກໍ່​ສ້າງ​ບັນ​ດາ​ຂົວ​ຂ້າມ​ແມ່​ນ້ຳ​ແດງ​​ແຫ່ງ​ໃໝ່. ​ແລະ ຕົ້ນ​ປີ 2007, ຂົວ​ແທງ​ຈີ ດ້ວຍ ທາງ​ລົດ 6 ລານ, ລາຍ​ຈ່າຍກໍ່​ສ້າງປະ​ມານ 5.700 ຕື້​ດົງ​ ໄດ້​ນຳ​ເຂົ້າ​​ໃຊ້​ການ, ກາຍ​ເປັນ​ຂົວຂ້າມ​ແມ່​ນ້ຳ​ແດງ​ຕົ້ນ​ຕໍ​ ທີ່ເຊື່ອມ​ຕໍ່​ປະ​ຕູ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ຮ່າ​ໂນ້ຍ​ ກັບ​ທາງ​ຫລວງ 1 A. ປີ 2010 ຂົວ​ຫວີງ​ຕູຍ ກໍ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ, ຂົວ​ແຫ່ງ​ນີ້​ໄດ້ເຊື່ອມ​ຕໍ່​ໃຈ​ກາງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ກັບ​ທາງ​ຫລວງ​ເລກ 5. ສາຍໄປຍັງ​ຫາຍ​ຟ່ອງ, ກວ໋າງ​ນີງ ອອກ​ສູ່​ທະ​ເລ​ໃຫ​ຍ່. ທ່ານ ເລ​ຊວນ​ທາວ, ຢູ່​ເມືອງ ລອງ​ບຽນ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

ບັນດາຂົວທັນສະໄຫມຢູ່ຮ່າໂນ້ຍ - ảnh 2
ຂົວ​ແທງ​ຈີ

        “ສອງ​ສາມ​ປີ​ມານີ້ ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ຮ່າ​ໂນ້ຍ ​ໄດ້ພັດ​ທະ​ນາ​ຢ່າງວ່ອງ​ໄວ. ເສັ້​ນ​ທາງ​ດ່ວນ, ເສັ້ນ​ທາ​ງ​ອ້ອມ​ຮອບ ເລກ 1, ເລກ 2, ເລກ 3 ຕໍ່​ມາ​ແມ່ນ​ ຂົວ​ເຍີດ​ເຕີນ ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ກິດ​ຈະ​ກຳ​ທັນ​ສະ​ໄຫມ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຄວາມ​ງາມ​​ໃຫ້​ແກ່​ນະຄອນອີກ​ດ້ວຍ. ປະ​ຊາ​ຊົນ​ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ເຊື່ອ​ໝັ້ນ​ວ່າ ພາຍ​ຫລັງ​ມີ​ຂົວ​​ທີ່​ທັນ​ສະ​ໄຫມ ຫລາຍ​ແຫ່ງນັ້ນ, ພາບ​ພົດ​ຂອງ​ນະ​ຄອນ​ຫລວງ​ຈະ​ມີ​ການ​ປ່ຽ​ນ​ແປງ​ຫລາຍ​ຢ່າງ.”

ບັນດາຂົວທັນສະໄຫມຢູ່ຮ່າໂນ້ຍ - ảnh 3
ຂົວ​ຫວິງ​ຕູຍ
ພາບ:TTXVN

        ນອກ​ຈາກ​ບັນ​ດາ​ຂົວ​ທັນ​ສະ​ໄຫມ​ດັ່ງ​ກ່າວ, ຍັງ​ມີ​ຂົວ​ແຫ່ງ​ຫ​ນຶ່ງ​ອີກ ມີ​ຄວາມ​ຍາວ​ເກືອບ 9 ກິ​ໂລ​ແມັດ ດ້ວຍ​ເງິນ​ລົງ​ທຶນ 13.600 ຕື້​ດົ່ງ ທີ່ເຊື່ອມ​ຕໍ່​ໃຈ​ກາງ​ນະ​ຄອນ​ຫລວງ ກັບ​ສະ​ຫ​ນາມ​ບິນ​ສາ​ກົນ ໄດ້​​ກໍ່​ສ້າງ​​ສຳ​ເລັດ​ໂດຍພື້ນ​ຖານ ແລະ ໃກ້​ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ.  ຫວ່າງ​ແລ້ວນີ້ ຂົວ ດົງ​ຈູ ຊື່ງ​ແມ່ນ​ຂົວ​ແຫ່ງ​ທີ 7 ຢູ່ ຮ່າ​ໂນ້ຍ ກໍ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ​ຖືກຕາມ​ກຳ​ນົດ​ເວ​ລາ ແລະ ຖືກ​ນຳ​ເຂົ້າ​ເຄື່ອ​ນ​ໄຫວ​ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ພ້ອມ​ກັບ​ຂົວ​ເຍີດ​ເຕີນ, ຂົວ ດົງ​ຈູ ຈະ​ຊ່ວຍ​ພັດ​ທະ​ນາ​ເຂດ​ຕົວ​ເມືອງ, ເຂດ​ອຸດ​ສາ​ຫະ​ກຳ ຂ້າມ​ແມ່​ນ້ຳ​ແດງ, ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ສະ​ພາບ​ລົດ​ຕິດ​ໃຫ້​ແກ່​ທາງ​ທິດ​ເຫ​ນືອ​ຂອງ​ນະ​ຄອນ. ທ່ານ ຫວູ​ວັນ​ວ້ຽນ, ຫົວ​ຫ​ນ້າ​ພະ​ແນກ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ບັນ​ດາ​ກິດ​ຈະ​ກຳ​ຄົມ​ມະ​ນາ​ຄົມ ໄດ້​ປະ​ກອບ​ສ່ວນ​ສ້າງ​​ຜົນ​ງານ​ດ້ານເສດ​ຖະ​ກິດ​ສັງ​ຄົມ​​ໃຫ້​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ຂົວ​ທັນ​ສະ​ໄຫມ​ຫລາຍ​ແຫ່ງ​ໄດ້​​ເຊື່ອມ​ຕໍ່​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ ລະ​ຫວ່າງ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ກັບ​ບັນ​ດາ​ແຂວງພາກ​ເໜືອ. ສິ່ງ​ດັ່ງ​ກ່າວ​ໄດ້​ຊ່ວຍໃຫ້​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ​ແລະ ບັນ​ດາ​ແຂວງ​ພາກ​ເຫ​ນືອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​.”

        ​ພາຍ​ຫລັງ​ນະ​ຄອນ​ຫລວງໄດ້​ຮັບ​ການ​ປົດ​ປ່ອຍ​ເປັນ​ເວລາ ​60 ປີ, ຮ່າ​ໂນ້ຍ ໄດ້​ກາຍ​ເປັນ​ນະ​ຄອນ​ທັນ​ສະ​ໄຫມ, ສົມ​ກັບ​ສູນ​ເສດ​ຖະ​ກິດ ການ​ເມືອງ, ວັດ​ທະ​ນະ​ທຳ​ຂອງ​ທົ່ວ​ປະ​ເທດ. ແລະ ບັນ​ດາຂົວດັ່ງ​ກ່າວ ໄດ້ ແລະ ພວມ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ພາບ​ພົດ​ຂອງ​ນະ​ຄອນ​ຫລວງ​ຍິ່ງ​ສວຍ​ງາມກວ່າ, ໝັ້ນ​ຄົງ​ເຂັ້ມ​ແຂງ​ບົນເສັ້ນ​ທາງ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ