ບັນດາຈຸດທີ່ພົ້ນເດັ່ນກ່ຽວກັບວັດທະນະທຳເຂດໝູ່ເກາະທະເລໃນແຂວງກວາງນາມ

(VOVWORLD) -    ກວາງນາມ ຊຶ່ງແມ່ນແຂວງແຄມທະເລທີ່ຂຶ້ນກັບເຂດຕອນໃຕ້ພາກກາງຫວຽດນາມ, ມີຝັ່ງທະເລຍາວເຖິງ 125 ກມ ດ້ວຍບັນດາຫາດຊາຍທະເລ ແລະ ເກາະດອນແຄມຝັ່ງຫຼາຍແຫ່ງ, ໃນນັ້ນ ມີເກາະ ກູລາວຈາມ ດ້ວຍລະບົບຊີວະພາບທີ່ອຸດົມສົມບູນໄດ້ຮັບການຢັ້ງຢືນແມ່ນເຂດນິເວດທຳມະຊາດຂອງໂລກ. ເງື່ອນໄຂທຳມະຊາດນີ້ໄດ້ເຮັດໃຫ້ປັດໄຈວັດທະນະທຳໝູ່ເກາະທະເລໃນແຂວງກວາງນາມມີຄວາມອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີທີ່ສຸດ
ບັນດາຈຸດທີ່ພົ້ນເດັ່ນກ່ຽວກັບວັດທະນະທຳເຂດໝູ່ເກາະທະເລໃນແຂວງກວາງນາມ - ảnh 1ເກາະ ກູລາວຈາມ ດ້ວຍລະບົບຊີວະພາບທີ່ອຸດົມສົມບູນ 

ປັດໄຈໝູ່ເກາະທະເລໄດ້ຊຶມເລິກໃນບັນດາຄຸນຄ່າວັດທະນະທຳມີຮູບຮ່າງ ແລະ ບໍ່ມີຮູບຮ່າງຢູ່ແຂວງກວາງນາມ. ນັ້ນແມ່ນຍ້ອນບັນດາຮ່ອງຮອຍສະຖານບູຮານຄະດີ, ພູມປັນຍາ, ບົດຮຽນໃນການຈັບຫາສິນໃນນ້ຳ, ອາຊີບຫັດຖະກຳ, ການປຸງແຕ່ງ, ຄ້າຂາຍ, ການບໍລິການ. ພິເສດທາງດ້ານພູມປັນຍາບັນດາເສັ້ນທາງທະເລ, ເຂດຂຸດຄົ້ນສິນໃນນ້ຳໄດ້ສະແດງໃຫ້ເຫັນວ່າ ປູ່ຍ່າຕາຍາຍ ບັນພະບຸລຸດຂອງຊາວຫວຽດນາມຢູ່ເຂດແຄມທະເລພາກກາງໄດ້ເຈົ້າຂອງທະເລມາແຕ່ດົນນານແລ້ວ, ສະສົມບົດຮຽນເພື່ອຍົກສູງມູນເຊື້ອເປັນເຈົ້າຂອງທະເລ, ພ້ອມທັງເດີນເຮືອຜ່ານສິງກະໂປ, ມາລາກກາ, ຈີນເພື່ອແລກປ່ຽນຄ້າຂາຍ. ທ່ານ ເຈີນດຶກ ຫົວໜ້າພະແນກວາງສະແດງ ແລະ ເກັບຮັກສາວັດຖຸພັນ, ຫໍພິພິທະພັນ ກວາງນາມໃຫ້ຮູ້ວ່າ : 

   “ ຂໍ້ສັງເກດຂອງນັກຮຽນຮູ້ຊາວອັງກິດໃນບົດຂຽນ : ການເດີນທາງໄປເຂດນາມຮ່າ ໄດ້ສະແດງໃຫ້ເຫັນວ່າ ປາກທະເລ ດ້າຍຈຽມ ມີບົດບາດສຳຄັນເພື່ອແລກປ່ຽນຄ້າຂາຍກັບບັນດາປະເທດໃນໂລກ. ເຮືອທີ່ໂຈມໃຕ້ນ້ຳທະເລໃນບໍລິເວນ ເກາະ ກູລາວຈາມ ໄດ້ເປັນການຢັ້ງຢືນວ່າ  ເກາະ ກູລາວຈາມມີບົດບາດເປັນສະຖານທີ່ລຸລວງໃນເສັ້ນທາງທະເລທີ່ມີການຄ້າຂາຍເຄື່ອງປັ້ນດິນເຜົາຢ່າງຟົດຟື້ນ. ອັນທີ 2 ນັ້ນແມ່ນມໍລະດົກວັດທະນະທຳເຂດໝູ່ເກາະທະເລກວາງນາມ ໄດ້ຖືກສະແດງອອກຜ່ານບັນດາຮ່ອງຮອຍສະຖານບູຮານຄະດີຢູ່ຫາດຊາຍ ອອງ, ຫາດຊາຍລ່າງ.”

    ຢູ່ຫໍພິພິທະພັນ ກວາງນາມ ແລະ ສູນຄຸ້ມຄອງອະນຸລັກມໍລະດົກວັດທະນະທຳໂຫ້ຍອານ ໃນປະຈຸບັນພວມເກັບຮັກສາວັດຖຸເອກະສານນັບພັນຢ່າງທີ່ກ່ຽວຂ້ອງເຖິງວັດທະນະທຳເຂດໝູ່ເກາະທະເລກວາງນາມຄື ບັນດາເອກະສານ, ແຜນທີ່, ອຸປະກອນຫາປາ, ວັດຖຸບູຮານໃນເກາະ ແລະ ໃຕ້ພື້ນທະເລ…ໃນຈຳນວນນັ້ນ, ມີພັນຖຸພັນຫຼາຍຢ່າງທີ່ກ່ຽວຂ້ອງເຖິງການເດີນເຮືອບົນ “ ທາງທະເລເສັ້ນໄໝ” ກ່ອນນີ້ຫຼາຍສະຕະວັດ ໄດ້ຖືກນຳມາວາງສະແດງຢູ່ອາເມລິກາ, ຍີປຸ່ນ.

    ຮູບພາບກ່ຽວກັບໝູ່ເກາະທະເລໃນສາຍພົວພັນກັບວົງຄະນະຍາດຊຸມຊົນກວາງນາມໃນປະຫວັດສາດ ແລະ ປະຈຸບັນລ້ວນແຕ່ມີຊີວິດຊີວາ. ບັນດາປະເພດສິນລະປະວັນນະຄະດີພື້ນເມືອງທີ່ອຸດົມສົມບູນຢູ່ແຂວງກວາງນາມໄດ້ສະແດງໃຫ້ເຫັນປັດໄຈໝູ່ເກາະທະເລໄດ້ຊຶມເລິກເຂົ້າໃນຊີວິດປະຈຳວັນຂອງປະຊາຊົນ. ທະເລໄດ້ກະທົບຢ່າງແຂງແຮງເຖິງຊີວິດວັດທະນະທຳຈິດໃຈຂອງປະຊາຊົນ, ສ້າງຂີດໝາຍເລິກເຊິ່ງໃນຄຳກອນ, ຄຳຜະຫຍາ ແລະ ເລື່ອງລາວຕ່າງໆ. ລະອຽດ ແລະ ຈະແຈ້ງກວ່າ ແມ່ນໃນສາງພູມປັນຍາພື້ນເມືອງກ່ຽວກັບດິນຟ້າອາກາດ, ກ່ຽວກັບການແພດ ການຢາ, ອາຫານການກິນ, ທັກສະໃນການເດີນເຮືອຫຼືເຕັກນິກການຕໍ່ເຮືອ ແລະ ບຳລຸງຮັກສາເຮືອ, ພິເສດແມ່ນການປະພຶດ, ປະເພນີ, ການເຫຼື້ອມໃສພ້ອມກັບບັນດາຮູບແບບວັດທະນະທຳທີ່ບໍ່ມີຮູບຮ່າງອື່ນໆ.  ທ່ານ ເຈີນດຶກ ຫົວໜ້າພະແນກວາງສະແດງ ແລະ ເກັບຮັກສາວັດຖຸພັນ, ຫໍພິພິທະພັນ ກວາງນາມໃຫ້ຮູ້ຕື່ມວ່າ : 

    “ ພູມປັນຍາພື້ນເມືອງກ່ຽວກັບທະເລແມ່ນການຮັບຮູ້ກ່ຽວກັບທະເລ ໂດຍຜ່ານການຮັບຮູ້ໄດ້ເຖິງກະແສນ້ຳ, ລຳເຊ, ຝົນ, ລົມພາຍຸ ຊຶ່ງໄດ້ສະແດງໃຫ້ເຫັນແຈ້ງຜ່ານການຂັບລຳທຳເພງພື້ນເມືອງ. ພູມປັນຍາພື້ນເມືອງ ໄດ້ຊ່ວຍໃຫ້ຄົນເຮົາໄດ້ຜ່ານຕົວຈິງ ແລະ ມີການປະພຶດທີ່ແທດເໝາະໃນຂະບວນວິວັດເດີນທະເລ. ສຳລັບດິນຟ້າອາກາດຄືແນວໃດ, ເຂົາເຈົ້າຈຶ່ງເດີນທະເລ ແລະ ດິນຟ້າອາກາດຄືແນວໃດ, ເຂົາເຈົ້າຈຶ່ງຢູ່ເຮືອນ. ນັ້ນແມ່ນພູມປັນຍາພື້ນເມືອງທີ່ໃກ້ຊິດຕິດແທດກັບປະຊາຊົນ ”

     ປັດໄຈທະເລກໍເຕັມໄປດ້ວຍໃນບັນດາງານບຸນກະສີກຳ, ງານບຸນສາສະໜາ, ການເຫຼື້ອມໃສ, ຈິດວິນຍານໃນແຂວງກວາງນາມ. ໃນຈຳນວນງານບຸນເຫຼົ່ານັ້ນ, ມີງານບຸນໄຫວ້ບູຊາປາວານ ແມ່ນງານບຸນທີ່ເປັນຕົວແບບຂອງຊາວປະມົງ. ດ້ວຍບັນດາຄຸນຄ່າວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງອັນລ້ຳຄ່າ ທີ່ມີຫຼາຍປັດໄຈທະເລ ທີ່ຍັງໄດ້ຮັບການເກັບຮັກສານັ້ນ, ກວາງນາມໃນປະຈຸບັນ ໄດ້ກາຍເປັນເຂດວັດທະນະທຳທີ່ຫຼາກຫຼາຍສີສັນໃນບັນດາເຂດວັດທະນະທຳຂອງຫວຽດນາມ. ຍ້ອນເຫດນີ້ເອງ, ກວາງນາມຍາມໃດກໍແມ່ນສະຖານທີ່ດູດດື່ມເພື່ອຄົ້ນຫາຢ່າງບໍ່ຢຸດຢັ້ງ. 

ຕອບກັບ

ຂ່າວ/ບົດ​ອື່ນ