ບັນດານ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານຢູ່ແຂວງເລີມດົງ

ເລີມ​ດົງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່ໃນ​ເຂດ​ໄຕ​ງວຽນ ຊຶ່ງ​ແມ່ນ​ແຫ່ງ​ທີ່​ມີ​ອາ​ກາດ​ປອດ​ໂປ່ງ, ມີ​ບັນ​ດາເຂດ​ປ່າແປກ​ຂຽວ​ອຸ່ມ​ທຸ່ມ, ມີ​ໝາກ​ໄມ້, ດອກ​ໄມ້​ຄົບ​ທຸກ​ຊະ​ນິດ​ຕະຫຼອດ 4 ລະ​ດູ​ການ, ພິ​ເສດ​ແມ່ນ​ບັນ​ດາ​ນ້ຳ​ຕົກ​ຕາດ ຊຶ່ງ​ມີ​ຄວາມ​ງາມ​ພິ​ເສດ​ສະ​ເພາະ​ຂອງ​ດິນ​ແດງ​ແຫ່ງນີ້. ທົ່ວ​ບໍ​ລິ​ເວນ​ແຂວງ​ເລີມ​ດົງ ມີນ້ຳ​ຕົກ​ຕາດຫຼາຍ​ແຫ່ງ​ເຊັ່ນ: ກາມ​ລີ, ປ​ແຣນ, ວອຍ, ປົງ​ກູ, ດາ​ຕານ​ລາ….

                             

             

ບັນດານ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານຢູ່ແຂວງເລີມດົງ - ảnh 1
ນ້ຳ​ຕົກ​ຕາດປົງ​ກູ ອາດ​ຈະ​ໄດ້​ຮັບຖື​ວ່າແມ່ນ ນ້ຳ​ຕົກ​ຕາດສວຍ​ງາມ​ກ່​ວາ​ໝູ່​ຢູ່​ດາຫຼາດ

         ຖ້າ​ຫາກ​ຜູ້​ໃດ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ ດາຫຼາດ ເມືອງ​ເອກ​ຂອງ​ຂອງ​ແຂວງ​ເລີມ​ດົງ ແຂກ​ທ່ອງ​ທ່ຽວ​ທັງຫຼາຍຈະ​ໄດ້​ຮັບ​ຊົມ​ບັນ​ດາ​ນ້ຳ​ຕົກ​ຕາດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ຢູ່ນະ​ຄອນ​ດາ​ຫຼາດ​ແຫ່ງມວນ​ມາ​ລາ​ທີ່​ສວຍ​ສົດ​ງົດ​ງາມນີ້. ນາງ ລິງ​ດານ ແຂກ​ທ່ອງ​ທ່ຽວ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແບ່ງ​ປັນ​ວ່າ :

    “ ບັນ​ດາ​ຜູ້​ຄົນ​ທີ່​ມາ​ຢ້ຽມ​ຢາມ​ນະ​ຄອນ​ດາຫຼາດ​ເປັນ​ຄັ້ງ​ທຳ​ອິດ, ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ, ທັດ​ສະ​ນະ​ສຶກ​ສານັ້ນ, ແນ່ນອນ​ວ່າ ນ້ຳ​ຕົກ​ຕາດ​ແມ່ນ​ສະ​ຖານ​ທີ່​ທີ່​ຂາດບໍ່​ໄດ້. ເມື່ອ​ເຫັນ​ສາຍ​ນ້ຳ​ໃຫຍ່​ຕົກ​ຈາກ​ເທິ່ງລົງມາ, ກໍ່​​ໃຫ້​ເກີດສຽງ​ດັ່ງ​ສະ​ໜັ່ນພ້ອມ​ກັບ​ຟອງ​ສີ​ຂາວ​ເປັນ​ໜ້າ​ປະ​ທັບ​ໃຈ ”

        ນ້ຳ​ຕົກ​ຕາດແຕ່​ລະ​ແຫ່ງ​ຢູ່​ແຂວງ​ເລີມ​ດົງ ລ້ວນ​ແຕ່​ມີ​ຄວາມ​ງາມ​ພິ​ເສດ​ສະ​ເພາະ​ຂອງ​ໃຜ​ຂອງ​ມັນ. ນ້ຳ​ຕົກ​ຕາດກາມ​ລີ ຕັ້ງ​ຢູ່​ໃຈ​ກາງນະ​ຄອນ​ດາ​ຫຼາດ ດ້ວຍ​ຄວາມ​ສູງ​ປະ​ມານ 10 ແມັດ. ນ້ຳ​ຕົກ​ຕາດກາມ​ລີ ເປັນ​ໜຶ່ງໃນ​ບັນ​ດາ​ສັນ​ຍາ​ລັກ​ທີ່​ຂາດບໍ່​ໄດ້​ຢູ່​ນະ​ຄອນ. ນີ້​ແມ່ນນ້ຳ​ຕົກ​ຕາດທີ່​ນຳ​ມາ​ເຊິ່ງ​ແຫຼ່ງ​ອາ​ລົມ​ຢ່າງ​ມະ​ຫາ​ສານ​ເພື່ອ​ແກ່​ບັນ​ດາ​ນັກ​ປະ​ພັນວັນ​ນະ​ຄະ​ດີ, ນັກ​ກະ​ວີ, ນັກ​ດົນ​ຕີປະ​ພັນ​ໄດ້​ບັນ​ດາ​ບົດ​ກາບກອນ, ບົດ​ດົນ​ຕີ​ອະ​ມະ​ຕະ. ສ່ວນນ້ຳ​ຕົກ​ຕາດປ​ແຣນ ຖືກ​ຕັ້ງ​ຢູ່​ຫົວ​ກິວ    ​ປ​ແຣນ, ເບິ່ງ​ຈາກ​ໄກ ກໍ​ເຫັນ​ວ່າ​ມັນ​ປຽບ​ເໝືອນ​ປະ​ຕູ​ໂຂງ​ໃຫຍ່​ໂດຍ​ທຳ​ມະ​ຍາດ​ດົນ​ບັນ​ດານ​ໃຫ້​ນະ​ຄອນ. ດ້ວຍ​ຄວາມ​ສູງ​ປະ​ມານ 9 ແມັດ ແລະ ກ້​ວາງ​ປະ​ມານ 20 ແມັດ, ນ້ຳ​ຕົກ​ຕາດປ​ແຣນ ບໍ່​ຕົກ​ແຮງ ຫາກຄ່ອຍໆ​ໄຫຼ​ລົງ​ມາ, ຖ້າ​ຫາກ​ເບິ່ງ​ຈາກ​ໄກ ກໍ​ປຽບ​ເໝືອ​ຜ້າ​ໄໝ​ຜືນ​ໜຶ່ງ​ທີ່​ພວມ​ເລື່ອນ​ລອຍກາງ​ເວ​ຫາ. ສວ່ນນ້ຳ​ຕົກ​ຕາດວອຍ ຖືກ​ຕັ້ງ​ຢູ່​ເມືອງ​ເລີມ​ຮ່າ ຫ່າງ​ຈາກ​ນະ​ຄອນ​ດາຫຼາດ​ປະ​ມານ 20 ກິ​ໂລ​ແມັດ, ແມ່ນນ້ຳ​ຕົກ​ຕາດທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ. ເມື່ອ​ໄປ​ເລິກ​ເຂົ້າ​ບໍ​ລິ​ເວນນ້ຳ​ຕົກ​ຕາດວອຍ, ແຂກ​ທ່ອງ​ທ່ຽວ​ຈະ​ພົບ​ເຫັນ​ຖ້ຳຫຼາຍ​ແຫ່ງ, ເມື່ອເຂົ້າໄປ​ຖ້ຳ ກໍ​ຮູ້​ສຶກ​ເຢັນ​ສະ​ບາຍ, ມີ​ແສງ​ແດດ​ສາດ​ສ່ອງລົງມາ​ສວຍ​ງາມ​ທີ່​ສຸດ. ທ້າວ​ຫງວຽນ​ກ໋ວກກວນ ຢູ່​ດາຫຼາດ​ໃຫ້​ຮູ້​ວ່າ :

     “ນ້ຳ​ຕົກ​ຕາດປົງ​ກູ ອາດ​ຈະ​ໄດ້​ຮັບຖື​ວ່າແມ່ນ ນ້ຳ​ຕົກ​ຕາດສວຍ​ງາມ​ກ່​ວາ​ໝູ່​ຢູ່​ດາຫຼາດ. ນ້ຳ​ຕົກ​ຕາດແຫ່ງນີ້ ຕັ້ງ​ຢູ່​ໄກ​ຈາກ​ຕົວ​ເມືອງ, ຢູ່​ເລິກ​ໃນ​ປ່າ ດັ່ງ​ນັ້ນ​ຍັງ​​ມີ​ລົກ​ສະ​ນະ​ຮົກ​ເຮື້ອ. ນີ້​ແມ່ນ ນ້ຳ​ຕົກ​ຕາດ​ມີ​ຄວາມສູງ ແລະ ກ້​ວາງ​ທີ່​ສຸດ. ນ້ຳ​ຕົກ​ຕາດປົງ​ກູ​ ທັງ​ໃຫຍ່​ໂຕ​ມະ​ໂຫ​ຖານ ທັງ​ສະ​ຫງົບ​ງຽບ, ເປັນ​ແຫ່ງ​ທີ່​ມີ​ຄົບ​ທຸກ​ສິ່ງ​ທຸກ​ຢ່າງ. ແຂກ​ທ່ອງ​ທ່ຽວ​ສາ​ມາດ​ມາ​ທັດ​ສະ​ນະ​ສຶກ​ສາ, ຕັ້ງ​ຄ້າຍ​ພັກ​ແລ້ງ, ມາ​ທ່ຽວຫຼິ້ນ ຢ່ອນ​ອາ​ລົມ ”

    ພ້ອມ​ກັບ​ຄວາມ​ງາມ​ແບບ​ຮົກ​ເຮື້ອ ແລະ ໃຫຍ່​ໂຕ​ມະ​ໂຫ​ຖານ​ທີ່ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ, ນ້ຳ​ຕົກ​ຕາດຫຼາຍ​ແຫ່ງ​ຢູ່​ແຂວງ​ເລີມ​ດົງ ຍັງ​ຕິດ​ພັນ​ກັບ​ເລື່ອງ​ລາວ​ປາກ​ຕໍ່​ປາກ​ເລົ່າ​ຂານ​ສືບກັນ​ມາ​ທີ່​ຈັບ​ໃຈ. ທ້າວ​ຫງວຽນ​ກ໋ວກກວນຢູ່​ດາຫຼາດ​ເວົ້າ​ວ່າ :

   “ນ້ຳ​ຕົກ​ຕາດແຕ່​ລະ​ແຫ່ງ​ກໍ​ລ້ວນ​ແຕ່​ຕິດ​ພັນ​ກັບ​ເລື​່ອງ​ນິ​ທານ​ໃດ​ໜຶ່ງ. ນ້ຳ​ຕົກ​ຕາດປົງ​ກູ ໃນ​ໂອ​ກາດ​ວັນ​ເພັງເດືອນ​ຈຽງ, ແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊົມຫຼາຍ​ທີ່​ສຸດ​ເພາະ​ເຂົາ​ເຈົ້າ​ເວົ້າ​ສູ່​ກັນ​ວ່າ ນ້ຳ​ຕົກ​ຕາດແຫ່ງນີ້​ມີ​ຄວາມ​ສັກ​ສິດ​ທີ່​ສຸດ. ມາ​ອາບ​ນ້ຳ​ຢູ່ນ້ຳ​ຕົກ​​ຕາດ​ແຫ່ງນີ້​ໃນໂອ​ກາດ​ວັນ​ເພັງເດືອນ​ຈຽງແມ່ນ​ເພື່ອ​ລ້າງ​ຊວຍຫຼື​ພາ​ວະ​ນາ​ໄດ້​ສົມ​ລົດ. ສ່ວນນ້ຳ​ຕົກ​ຕາດ​ຖ້ຳ​ເສືອນັ້ນ ບໍ່​ແມ່ນນ້ຳ​ຕົກ​ຕາດ​ທີ່​ສວຍ​ງາມ​ກ່​ວາ​ໝູ່, ແຕ່​ມັນຕິດ​ພັນ​ກັບ​ເລື່ອງ​ລາວ​ປາກ​ຕໍ່​ປາກ​ເລົ່າ​ຂານສືບກັນ​ມາ​ ”                                    

   ນ້ຳ​ຕົກ​ຕາດ​ຖ້ຳ​ເສືອ ຖືກ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ​ຄອນ​ດາຫຼາດ​ປະ​ມານ 15 ກິ​ໂລ​ແມັດ​ໄປ​ທາງ​ທິດ​ຕາ​ເວັນ​ອອກ. ນ້ຳ​ຕົກ​ຕາດ​ແຫ່ງນີ້​ຖືກ​ຕັ້ງ​ຢູ່​ກາງ​ປ່າ​ແປກ​ດ້ວຍ​ເນື້ອ​ທີ່ 308 ແຮັກ​ຕາ, ມີ​ຄວາມ​ສູງ​ປະ​ມານ 50 ແມັດ, ຍາວ​ກ່​ວາ 500 ແມັດ. ນອກ​ຈາກ​ຄວາມ​ງາມ​ຂອງນ້ຳ​ຕົກ​ຕາດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ,  ຢູ່​ແຫ່ງນີ້​ຍັງ​ມີ​ບັນ​ດາ​ສວນ ດອ​ກໄມ້ທີ່​ສວຍ​ສົດ​ງົດ​ງາມ​ແບບ​ຮົກ​ເຮືື້ອ ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ. ສ່ວນນ້ຳ​ຕົກ​ຕາດ​ ດາມບ​ຣີ, ຕ​າມພາ​ສາ​ຊົນ​ເຜົ່າ ກ​ຮໍ ໝາຍ​ວ່າ “ລໍ​ຖ້າ”. ນ້ຳ​ຕົກ​ຕາດ​ຖ້ຳ​ແຫ່ງນີ້​ຕິດ​ພັນ​ກັບ​ເລື່ອງ​ລາວ​ເລົ່າ​ຂານ​ສືບ​ກັນ​ມາ​ກ່ຽວ​ກັບ​ຈິດ​ໃຈ​ສັດ​ຊື່​ບໍ​ລິ​ສຸດ​ນາງ​ສາວ​ຄົນ​ໜຶ່ງ​ທີ່​ສະ​ຫງວ​ນ​ໃຫ້​ອ້າຍ​ບາວ​ຄົນ​ໜຶ່ງ​ທີ່​ຕົນ​ຮັກ. ນີ້​ແມ່ນນ້ຳ​ຕົກ​ຕາດ​ມີ​ຄວາມສູງກວ່າ​ໝູ່​ໃນ​ແຂວງ​ເລີມ​ດົງ​ດ້ວຍ​ຄວາມ​ສູງກວ່າ 40 ແມັດ, ​ສ້າງ​ເປັນ 2 ສາຍ​ນ້ຳ​ສູງ ແລະ ຕ່ຳ​ທີ່ໃຫຍ່​ໂຕ​ມະ​ໂຫ​ຖານ. ໃນ​ມື້​ທີ່​ມີ​ແສງ​ແດດ​ສາດ​ສ່ອງ​ລົງ​ມາ, ແຂກ​ທ່ອງ​ທ່ຽງ​ສາ​ມາດ​ໄປ​ຄົ້ນ​ຫາ​ຄວາມ​ງາມ​ຢູ່​ຕາມ​ເຂດ​ປ່າ​ດົງ​ດິບ, ເຂົ້າ​ຮ່ວມ​ງາ​ນ​ຕັ້ງ​ຄ້າຍ, ການລະຫຼິ້ນຕ່າງໆ. ຍ້ອນ​ຄວາມ​ງາມ​ຂອງ​ທຳ​ມະ​ຊາ​ດ​ຢູ່​ແຫ່ງນີ້​ເອງ, ໄດ້​ເຮັດໃຫ້​ແຂກທ່ອງ​ທ່ຽວ​ເມື່ອ​ມາ​ແຫ່ງນີ້​ມີ​ຄວາມຫຼົງ​ໄຫຼ ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ເຂດ​ພູ​ຜາ​ປ່າໄມ້ໄຕ​ງວ​ຽນ.

ຕອບກັບ

ຂ່າວ/ບົດ​ອື່ນ