ບັນດາມໍລະດົກວັດທະນະທຳໃນແຂວງ ນິງບິ່ງ ຕ້ອນຮັບປີທ່ອງທ່ຽວແຫ່ງຊາດ 2020

(VOVWORLD) -ແຂວງ ນິງບິ່ງ ແມ່ນດິນແດນທີ່ສັກສິດ ໃຫ້ກຳເນີດບັນດາບຸກຄົນທີ່ມີຊື່ສຽງ, ຢູ່ແຫ່ງນີ້ມີປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງ ແລະ ທິວທັດທຳມະຊາດລືຊື່. ນິງບິ່ງ ແມ່ນທ້ອງຖິ່ນໄດ້ຮບການເລືອກເຟັ້ນເປັນສະຖານທີ່ຈັດຕັ້ງປີທ່ອງທ່ຽວແຫ່ງຊາດປີ 2020 ດ້ວຍຫົວຂໍ້:  “ຮວາລື - ກຸງເກົ່ານັບພັນປີ”.
ບັນດາມໍລະດົກວັດທະນະທຳໃນແຂວງ ນິງບິ່ງ ຕ້ອນຮັບປີທ່ອງທ່ຽວແຫ່ງຊາດ 2020 - ảnh 1 ແຂວງນິງບີງໄດ້ຮັບເລືອກແມ່ນສະຖານທີ່ຈັດຕັ້ງເຫດການປີທ່ອງທ່ຽວແຫ່ງຊາດ 2020

       ດິນແດນ ນິງບິ່ງ ຍັງມີຮ່ອງຮອຍສະຖານຫຼາຍແຫ່ງທີ່ກ່ຽວຂ້ອງເຖິງພື້ນຖານວັດທະນະທຳບູຮານຢູ່ ຫວຽດນາມ ຄື ວັດທະນະທຳ ຈ່າງອານ, ວັດທະນະທຳ ຮວ່າບິ່ງ, ວັດທະນະທຳ ດ່າບຸດ. ມໍລະດົກວັດທະນະທຳເປັນວັດຖຸຢູ່ ນິງບິ່ງ ມີຄວາມອຸດົມສົມບູນ ລວມມີບັນດາສະຖານທີ່ປະຫວັດສາດວັດທະນະທຳ, ທິວທັດທຳມະຊາດ, ຂອງປະເສີດແຫ່ງຊາດ. ປູຊະນີຍະສະຖານປະຫວັດສາດ ແລະ ສະຖາປັດຕະຍາກຳສີລະປະຂອງ ນິງບິ່ງ ມີຫຼາຍຮູບຫຼາຍສີຄື ວັດວາອາຮານ ຫໍໂຮງບູຊາ ໂບດ… ກຸງເກົ່າ ຮວາລື ເຄີຍແມ່ນເມືອງຫຼວງຂອງສາມລາດຊະວົງຄື  ລາດຊະວົງດິງ, ລາດຊະວົງເລ ແລະ ລາດຊະວົງຫຼີ. ເຂດປູຊະນີຍະສະຖານປະຫວັດສາດ ກຸງເກົ່າ ຮວາລື ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບຊາດພິເສດດ້ວຍ 47 ສະຖານທີ່ ໃນນັ້ນພົ້ນເດັ່ນຂຶ້ນແມ່ນວິຫານບູຊາເຈົ້າຊີວິດ ດິງຕຽນຮວ່າງ, ສຸສານເຈົ້າຊີວິດ ດິງ, ວິຫານບູຊາ ແລະ ສຸສານເຈົ້າຊີວິດ ເລດ້າຍແຮັ່ງ, ຫໍແຜ່ນສີລາອາໄລຫາເຈົ້າຊີວິດ ຫຼີຖາຍໂຕ໋, ຖ້ຳຮວາລື, ພູໝ໊າອຽນ… ປູຊະນີຍະສະຖານລະດັບຊາດພິເສດ ໜຸຍນອນເນືອກ ແມ່ນກຸ່ມປູຊະນີຍະສະຖານປະຫວັດສາດ ແລະ ທິວທັດທຳມະຊາດທີ່ງົດງາມຂອງນະຄອນ ນິງບິ່ງ. ທ່ານ ບຸ່ຍວັນແມັ້ງ ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ນິງບິ່ງ ໃຫ້ຮູ້ວ່າ:

“ປັດຈຸບັນ ນິງບິ່ງ ມີສະຖານທີ່ປະຫວັດສາດວັດທະນະທຳ 1.499 ແຫ່ງ, 260 ງານບຸນ. ນີ້ແມ່ນແຫຼ່ງກຳລັງທາງດ້ານວັດທະນະທຳທີ່ສຳຄັນ ແລະ ມີຄວາມໝາຍສຳລັບຂະແໜງທ່ອງທ່ຽວ. ບັນດາຄຸນຄ່າວັດທະນະທຳປະຫວັດສາດ ຂອງດິນແດນກຸງເກົ່າ ຮວາລື ແລະ ມໍລະດົກວັດທະນະທຳທຳມະຊາດໂລກ ຈ່າງອານ ກໍ່ແມ່ນບັນດາສະຖານທີ່ທີ່ພົ້ນເດັ່ນ. ພວກຂ້າພະເຈົ້າຫວັງຢາກໂຄສະນາແນະນຳ ໃຫ້ແກ່ແຂກທ່ອງທ່ຽວ ໃນປີທ່ອງທ່ຽວແຫ່ງຊາດ 2020 ໂດຍຜ່ານບັນດາການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດຳເນີນໃນຕະຫຼອດປີ 2020, ພິເສດແມ່ນງານບຸນ ກຸງເກົ່າ ຮວາລື, ງານວັດ ບ໊າຍດິ໊ງ, ງານບຸນ ຈ່າງອານ, ງານບຸນວິຫານ ຖາຍວີ ແລະ ອື່ນໆ. ນີ້ແມ່ນບັນດາຄຸນຄ່າທີ່ເປັນແກ່ນສານທີ່ພວກຂ້າພະເຈົ້າຈະນຳໃຊ້ເປັນບັນດາຜະລິດຕະພັນທ່ອງທ່ຽວຂອງນິງບິ່ງ”.

ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຢູ່ແຂວງ ນິງບິ່ງ ແມ່ນອຸດົມສົມບູນດ້ວຍຈຳນວນກວ່າ 300 ມໍລະດົກ ເຊິ່ງມີຄົບທຸກຮູບການມໍລະດົກວັດທະນະທຳບໍ່ເປັນວັດຖຸ. ພິເສດງານບຸນ ຮວາລື  ໄດ້ຮັບການຮັບຮອງແມ່ນມໍລະດົກບໍ່ເປັນວັດຖຸລະດັບຊາດ ຖືກຈັດຂຶ້ນໃນແຕ່ລະປີ ອັນໄດ້ດຶງດູດຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວນັບລ້ານເທື່ອຄົນມາເຂົ້າຮ່ວມ. ສ່ວນງານອື່ນໆ ກໍ່ມີກຳລັງແຮງແຜ່ຂະຫຍາຍຢ່າງກວ້າງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ. ນາງ ຫງວຽນທິຮົ່ງແຮັ້ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:

“ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດແມ່ນເຂດທ່ອງທ່ຽວ ຈ່າງອານ, ຢູ່ແຫ່ງນີ້ມີພູຜາປ່າໄມ້ ແມ່ນ້ຳລຳເຊທີ່ຈັບໃຈ, ມີລະບົບສັດ ພຶກສາຊາດທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ. ອີກອັນໜຶ່ງເມື່ອມາຮອດ ນິງບິ່ງ ແມ່ນບໍ່ພາດໂອກາດແວ່ຢ້ຽມຢາມກຸງເກົ່າ ຮວາລື.  ວັດ ບ໊າຍດິ໊ງ ກໍ່ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ. ນອກຈາກນັ້ນກໍ່ຍັງມີທິວທັດທຳມະຊາດທີ່ງົດງາມອື່ນໆເຊັ່ນ ໂບດຫີນຟາດຢ້ຽມ, ປ່າສະຫງວນແຫ່ງຊາດ ກຸກເຟືອງ, ເຂດອະນຸລັກທຳມະຊາດ ດິນນ້ຳຖ້ວມ ລອງເວິນ…”.

 ປີທ່ອງທ່ຽວແຫ່ງຊາດ 2020 ມີການເຄື່ອນໄຫວ 38 ຢ່າງໂດຍແຂວງ ນິງບິ່ງ ແລະ ບັນດາອົງການສຳນັກງານຂອງກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຕັ້ງຂຶ້ນ. ໃນນັ້ນແຂວງ ນິງບິ່ງ ກໍ່ເປັນເຈົ້າພາບຈັດການເຄື່ອນໄຫວຫຼັກ 27 ຢ່າງລວມມີ ພິທີໄຂປີທ່ອງທ່ຽວແຫ່ງຊາດ 2020; ງານບຸນວັດ ບ໊າຍດິ໊ງ; ງານບຸນ ຮວາລື, ງານບຸນ ຈ່າງອານ, ການພົບປະແລກປ່ຽນສະແດງສີລະປະ ລະຫວ່າງບັນດາແຂວງທີ່ມີມໍລະດົກໂລກ; ງານປະກວດນາງງາມຮອບຊີງຊະນະເລີດ ກິງໂດອາຊຽນ 2020… ນອກຈາກນັ້ນກໍ່ຍັງມີ 79 ເຫດການອື່ນໂດຍ 27 ແຂວງ ນະຄອນໃນທົ່ວປະເທດຈັດຕັ້ງຂຶ້ນ ເພື່ອຕອບສະໜອງ. ທ່ານ ຮວ່າງບິ່ງມິງ ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ແລະ ບໍລິການທ່ອງທ່ຽວ ນິງບິ່ງ ໃຫ້ຮູ້ວ່າ:

 “ ດິນແດນ ນິງບິ່ງ ມີທິວທັດທຳມະຊາດທີ່ງົດງາມຫຼາຍແຫ່ງ, ເຕົ້າໂຮມຫຼາຍປັດໄຈວັດທະນະທຳ, ທິວທັດທຳມະຊາດ. ດ້ວຍທ່າແຮງບົ່ມຊ້ອນ ແລະ ທ່າໄດ້ປຽບຂອງແຂວງ ນິງບິ່ງ, ພວກເຮົາເຊື່ອໝັ້ນວ່າປີທ່ອງທ່ຽວແຫ່ງຊາດ 2020 ຈະຖືກຈັດຕັ້ງຢ່າງປະສົບຜົນສຳເລັດ”.

ປີທ່ອງທ່ຽວແຫ່ງຊາດ 2020 ແມ່ນໂອກາດ ເພື່ອແນະນຳໂຄສະນາບັນດາຄຸນຄ່າມໍລະດົກວັດທະນະທຳ ເປັນວັດຖຸ ແລະ ບໍ່ໍເປັນວັດຖຸ, ຊັບພະຍາກອນທຳມະຊາດ ແລະ ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກຂອງ ນິງບິ່ງ ອັນໄດ້ສ້າງບາດກ້າວບຸກທະລຸທາງດ້ານການທ່ອງທ່ຽວ, ຊຸກຍູ້ການພັດທະນະເສດຖະກິດ ສັງຄົມຂອງແຂວງໃນຊຸມປີຕໍ່ໆໄປ. ປີ 2019, ແຂວງ ນິງບິ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວ ມາຢ້ຽມຊົມທັດສະນະສຶກສາ 7,6 ລ້ານເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວບັນລຸ 970.000 ເທື່ອຄົນ. ປີ 2020 ແຂວງ ນິງບິ່ງ ໄດ້ວາງຄາດໝາຍດຶງດູດແຂກທ່ອງທ່ຽວ 7,78 ລ້ານເທື່ອຄົນ ໃນນັ້ນແຂກທ່ອງທ່ຽວຕ່າງປະເທດບັນລຸເກືອບ 1.000.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ