ບັນດາເສົາຫຼັກໝາຍຢັ້ງຢືນອະທິປະໄຕ ແລະ ນ້ຳໃຈຂອງປະຊາຊົນທີ່ມີຕໍ່ເກາະເຈື່ອງຊາ

(vovworld) - ໜຶ່ງ​ໃນ​ບັນ​ດາ​ສັນ​ຍາ​ລັກ​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ ແມ່ນ​ບັນ​ດາເສົາຫຼັກ​ໝາຍ​ອະ​ທິ​ປະ​ໄຕ. ແຕ່​ລະ​ເທື່ອ​ເມື່ອ​ໄປ​ຍັງ​ເກາະ​ຕ່າງໆ​ໃນ​ໝູ່​ເກາະ​ເຈື່ອງ​ຊາ, ບ່ອນ​​ທຳ​ອິດທີ່​ຫຼາຍ​ຄົນ​ມັກມາຢາມ​ນັ້ນ​ແມ່ນເສົາຫຼັກ​ໝາຍ​​ຢັ້ງ​ຢືນອະ​ທິ​ປະ​ໄຕ. ສຳ​ລັບ​ຊາວ​ຫວຽດ​ນາມແລ້ວ, ​ເສົາຫຼັກ​ໝາຍ​ບໍ່​ພຽງ​ແຕ່​ແມ່ນ​ກິດ​ຈະ​ກຳ​​ເພື່ອ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ອະ​ນຸ​ສາ​ວະ​ລີ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບ, ຄວາມ​ຮູ້​ບຸນ​ຄຸນ​​ຕໍ່​ຜູ້​ທີ່​ໄດ້​ເສັຍ​ສະຫຼະ​ຊີ​ວິດ​ເພື່ອ​​ປົກ​ປັກ​ຮັກ​ສາອະ​ທິ​ປະ​ໄຕ​ທະ​ເລ​ເກາະ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ.


ບັນດາເສົາຫຼັກໝາຍຢັ້ງຢືນອະທິປະໄຕ ແລະ ນ້ຳໃຈຂອງປະຊາຊົນທີ່ມີຕໍ່ເກາະເຈື່ອງຊາ - ảnh 1

​ເກາະ​ເຈື່ອງ​ຊາໃຫ​ຍ່ (ແຂວງ​ແຄ໋ງ​ຮ່​ວາ)
(ພາບ​ອິນ​ເຕີ​ແນດ)

ຂ້າມ​ໄລ​ຍະ​ທາງ​ຍາວນັບ​ຮ້ອຍ​ໄມ​ທະ​ເລ, ​ທ່ານ​ຈະ​ໄປ​ຮອດ​ເກາະ​ເຈື່ອງ​ຊາໃຫ​ຍ່ (ແຂວງ​ແຄ໋ງ​ຮ່​ວາ), ຈາກ​ທະ​ເລ​ທີ່​ຫ່າງ​ໄກ​ຜູ້​ຄົນ​ທັງຫຼາຍສາ​ມາດ​ໄດ້​ເຫັນ​ທຸງ​ຊາດ​ສີ​ແດງ​ຢູ່​ຂ້າງ​ເສົາຫຼັກ​ໝາຍຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ທີ່​ພົ້ນ​ເດັ່ນ​ຂຶ້ນ​ທ່າມ​ກາງ​ທ້ອງ​ຟ້າສີ​ຄາມ. ຈາກ​ຂົວ​ທ່າ​ກ່ຳ​ປັ່ນ​, ໄປ​​ຜ່ານ​ປະ​ຕູ​ໂຂງ​ທີ່​ມີ​ແຖວ​ໜັງ​ສື: “ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ - ເກາະ​ເຈື່ອງ​ຊາ” ແມ່ນ​ເດີນກວ້າງ​ຄື​ສະ​ໜາມຫຼ​ວງ, ໃນນັ້ນ​ມີ​ເສົາຫຼັກ​ໝາຍຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ທີ່ຖືກ​ກໍ່​ສ້າງ​​ບົນ​ພື້ນ​ຫີນຢ່າງ​ສະ​ຫງ່າ​ຜ່າ​ເຜີຍ ແລະ ໝັ້ນ​ຄົງ. ເສົາຫຼັກ​ໝາຍ​​ຢັ້ງ​ຢືນອະ​ທິ​ປະ​ໄຕ​​​ເປັນຮູບ​ທາດມີ 4 ໜ້າ​ຄື​ດັ່ງ​ພວມບືນ​ຕົວຂື້ນ​ທ້ອງ​ຟ້າ. ເທິງ​ຍອດເສົາ​ມີ​ເຄື່ອງ​ໝາຍ​ແຫ່ງ​ຊາດ ແລະ ຊື່​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ຢູ່​ໃຕ້​​ເສົາ​ມີ​ຮູບ​ຄັນ​ທູງ​ສີ​ແດງ​ດາວ​ເຫຼືອງ ດ້ວຍ​ແຖວ​ໜັງ​ສື: ເກາະ​ເຈື່ອງ​ຊາ ໃນເສັ້ນ​ຂະ​ໜານ: 08-38'-30", ເສັ້ນ​ແວງ: 111-55'-55”. ທັງ 4 ໜ້າ​ຂອງ​ພື້ນ​ເສົາ  ​ແມ່ນ​ຮູບ​ພາບກອງ​ທອງ, ເຊິ່ງ​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ສາ​ມັກ​ຄີ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ພັນ​ໂທ ດິງວັນ​ຫາຍ, ຢູ່​ເກາະ​ເຈື່ອງ​ຊາ​ໃຫ​ຍ່, ໃຫ້​ຮູ້​ວ່າ:

ເກາະ​ເຈື່ອງ​ຊາ​ໃຫ​ຍ່ ແມ່ນ​ເທດ​ສະ​ບານ​ໃນ​ທະ​ເລ​ຂອງ​​ຕາ​ແສງ​ຕ່າງໆໃນ​ເກາະ​ເຈື່ອງ​ຊາ​. ເສົາຫຼັກ​ໝາຍ​ຢັ້ງ​ຢືນອະ​ທິ​ປະ​ໄຕ​ຢູ່​ທີ່ນີ້​ ຖືກ​ກໍ່​ສ້າງ​ດ້ວຍ​ວັດ​ຖຸ​ທີ່​ບໍ່​ສາ​ມາດ​ຈືດ​ຈາງ​ຕາ​ມ​ການ​ເວ​ລາໄດ້. ເທິງ​ເກາະ​ຍັງ​ມີ​ກິດ​ຈະ​ກຳ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ໜຶ່ງ​ອີກ​​ນັ້ນ​ແມ່ນທຸງຊາດ ​ຖືກຕິດດ້ວຍ​ດິນເຜົາ​ເຄືອບ ສາ​ມາດຍືນ​ຍົງ​ຕະຫຼອດ​ໄປໄດ້”.

ບັນດາເສົາຫຼັກໝາຍຢັ້ງຢືນອະທິປະໄຕ ແລະ ນ້ຳໃຈຂອງປະຊາຊົນທີ່ມີຕໍ່ເກາະເຈື່ອງຊາ - ảnh 2

​ເກາະ​ເຈື່ອງ​ຊາດົງ (ຕາ​ເວັນ​ອອກ)
(ພາບ​ອິນ​ເຕີ​ແນດ)

ສຳ​ລັບ​ທະ​ຫານ​ເຈື່ອງ​ຊາ, ທຸງ​ຊາດ ແລະ ເສົາຫຼັກ​ໝາຍ​ຢັ້ງ​ຢືນອະ​ທິ​ປະ​ໄຕ​ໃນ​ເກາະ​ຕ່າງໆ​ມີ​ຄວາມ​ໝາຍ​ເຄັ່ງ​ຂຶມ. ກ່ອນ​ອື່ນ​ໝົດ, ນີ້​ແມ່ນ​ສັນ​ຍາ​ລັກ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ; ທີ​ສອງ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ແຮງ, ທີ່​ຕັ້ງ​ຂອງ​ຫວຽດ​ນາມ; ​ທັງ​ສະ​ແດງ​ເຈດ​ຈຳ​ນົງ, ຄວາມ​ຈົ່ງ​ຮັກ​ພັກ​ດີ, ການ​ເສັຍ​ສະຫຼະ​ຂອງ​ບັນ​ດາ​ນັກ​ຮົບ; ທີ​ສາມ, ທຸງ​ຊາດ ແລະ ເສົາຫຼັກ​ຢັ້ງ​ຢືນອະ​ທິ​ປະ​ໄຕ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຮັກ​ແພງ​ອູ້ມ​ຊູ​ຊ່ວຍ​ເຫຼືອ​​ເຊິ່ງ​ກັນ ​ແລະ ກັນຂອງ​ທັງ​ປະ​ເທດ​ທີ່​ມີ​ຕໍ່​ເຈື່ອງ​ຊາ. ໃນ​ເກາະ​ແຕ່​ລະ​ແຫ່ງ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ​ຄື: ເຈື່ອງ​ຊາດົງ (ຕາ​ເວັນ​ອອກ), ຊອງ​ຕື​ດົງ (ຕາ​ເວັນ​ອອກ), ຊອງ​ຕືໄຕ (​ຕາ​ເວັນ​ຕົກ), ເກາະ​ທ່​ວຽນ (ເຮືອ), ເກາະ​ຕົກ​ຕານ, ຫຼື​ເກາະ​ຕຽນ​ໜື້ (​ເທ​ວະ​ດາ)… ເຖິງວ່າ​ຈະ​ແມ່ນ​ເກາະຟູ ຫຼື​ເກາະບໍ່​ຟູ, ລ້ວນ​ແຕ່​ມີ​ທຸງ​ຊາດ ແລະ ເສົາ​ຫຼັກ​ໝາຍຢັ້ງ​ຢືນ​ອະ​ທິ​ປະ​ໄຕ.

ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ຍັງ​ມີ​ສະ​ຖາ​ນີໂຄມ​ໄຟ​​ທະ​ເລຢູ່​ເກາະ 8 ແຫ່ງ ​ບໍ່​ພຽງ​ແຕ່​ເປັນ​ສັນ​ຍານ​ໃຫ້​ກ່ຳ​ປັ່ນ, ເຮືອ​ແພ​ໄປ​ມາບົນ​ທະ​ເລ​ໃນ​ຍາມ​ກາງ​ຄືນ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນຫຼັກ​ໝາຍ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ເກາະ​ທະ​ເລ​ຂອງ​ຫວຽດ​ນາມ ​ອີກ​ດ້ວຍ.

ດ້ວຍ​ທີ່​ຕັ້ງເປັນດ່ານ​ໜ້າ​ປົກ​ປັກ​ຮັກ​ສາ​ເຂດນ່ານ​ທະ​ເລ, ນ່ານ​ຟ້າ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ເກາະ​ນັ້ນ, ນັບ​ແຕ່ຫຼາຍ​ປີ​ມານີ້, ຍາມ​ໃດ​ເຈື່ອງ​ຊາ​ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງຫຼວງຫຼາຍ​ຈາກ​ລັດ, ການ​ຊ່ວຍ​ເຫຼືອ, ແບ່ງ​ປັນ​ທັງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃນທົ່ວ​ປະ​ເທດ. ມີຫຼາຍ​ຂະ​ບວນ​ການ​ມຸ່ງ​ໄປ​ສູ່​ເຈື່ອງ​ຊາ ໄດ້​ຮັບ​ການ​ປຸກ​ລະ​ດົມ, ປະ​ກອບ​ສ່ວນ​ລະ​ດົມ​ກຳ​ລັງ​ໃຈ, ເພີ່ມ​ກຳ​ລັງ​ແຮງ​ຕື່ມ​ອີກ​ໃຫ້​ແກ່​ທະ​ຫານ ແລະ ປະ​ຊາ​ຊົນ​ເຈື່ອງ​ຊາ. ​ຫວ່າງ​ແລ້ວນີ້, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ ໂຮ່​ຈີ​ມິນ ໄດ້​ມີ​ຂໍ້​ລິ​ເລີ່ມ​ກໍ່​ສ້າງ “ເສົາຫຼັກ​ໝາຍ​ເຈື່ອງ​ຊາ” ຢູ່​ໂຮງ​ຮຽນ ແລະ ທ້ອງ​ຖີ່ນ​ຕ່າງໆ ເພື່ອ​ແນ​ໃສ່​ໂຄ​ສະ​ນາ ແລະ ສຶກ​ສາ​ໃຫ້​ລຸ້ນ​ໜຸ່ມ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ເກາະ​ທະ​ເລ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ. ບໍ່​ມີ​ເວ​ລາ​ໃດ​ທີ່​ເສົາຫຼັກ​ໝາຍ​ພັດ​ມີ​ຄວາມ​ໃກ້​ຊິດ​ກັບ​ພວກ​ນ້ອງ​ນັກ​ຮຽນ​ຄື​ໃນ​ປະ​ຈຸ​ບັນ. ອ້າຍ​ຄູ ຟານ​ຮ່​ວາງ​ຫາຍ, ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ໂທດ​ນົດ 2, ໃຫ້​ຮູ້​ວ່າ:

ນັບ​ແຕ່​ມີ​ເສົາຫຼັກ​ໝາຍນີ້, ​ຄວາມ​ຮັບ​ຮູ້​ຂອງພວກ​ນ້ອງໃນ​ການ​ຮຽນ​ວິ​ຊາປະ​ຫວັດ​ສາດໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ ເມື່ອ​ທຽບ​ໃສ່​ວິ​ທີ​ໂຄ​ສະ​ນາ​ດ້ວຍ​ຮູບ​ເງົາ ຫຼື​ພາ​ຫະ​ນະຊົມ​ເບິ່ງ. ພວກ​ນ້ອງ​ກໍ່​ນິ​ຍົມ​ວິ​ຊານີ້ກວ່າ”.


ບັນດາເສົາຫຼັກໝາຍຢັ້ງຢືນອະທິປະໄຕ ແລະ ນ້ຳໃຈຂອງປະຊາຊົນທີ່ມີຕໍ່ເກາະເຈື່ອງຊາ - ảnh 3

​ເກາະ​ຊອງ​ຕື​ໄຕ (​ຕາ​ເວັນ​ຕົກ)
(ພາບ​ອິນ​ເຕີ​ແນດ)

ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ, ຍາມ​ໃດ​ທະ​ເລ​ເກາະ​ກໍ່​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຜືນ​ແຜ່ນ​ດິນ​ຂອງ​ຫວຽດ​ນາມ ໄດ້. ໃນ​ການ​ໂອ້​ລົມ​ກັບ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ອະ​ດີດ​ນັກ​ຮົບ ເຈິ່ນ​ວັນ​ຊວາດ (Tran Van Xuat) ຢູ່​ຕາ​ແສງ​ຮ່​ວາ​ຫາຍ, ເມືອງ​ງູ​ແຮ່ງ​ເຊີນ (Ngu Hanh Son), ນະ​ຄອນ​ດ່າ​ນັ້ງ, ຜູ້​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ປົກ​ປັກຮັກ​ສາເກາະເຈື່ອງ​ຊາດົງ​ ມາ​ເປັນ​ເວ​ລາ 3 ປີ, ແບ່ງ​ປັນ​ວ່າ: 

ຂ້າ​ພະ​ເຈົ້າ​ຢູ່​ເກາະ​ເຈື່ອງ​ຊາ​ດົງ​ ແຕ່​ປີ 1984 – 1987, ນັ້ນ​ແມ່ນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ທີ່​ສຸດ. ເມື່ອ​ກັບ​ເມືອ​ບ້ານ​ເຫັນ​ວ່າ​ຊີ​ວິດ​ຢູ່​ເຂດ​ດິນ​ຕໍ່​ແຜ່ນນັບ​ມື້​ນັບ​ດີ​ຂຶ້ນ, ຂ້າ​ພະ​ເຈົ້າ​ຍິ່ງ​ຄິດ​ຮອດ​ຄິດ​ເຖິງ​ເພື່ອນ​ຮ່ວມ​ກົມ​ກອງ. ຂ້າ​ພະ​ເຈົ້າ​ກໍ່​ສ້າງ​ເສົາຫຼັກ​ໝາຍນີ້​ເພື່ອ​ຊອກ​ຫາ​ເພື່ອນ​ຮ່ວມ​ກົມ​ກອງ ແລະ ຢາກ​ໃຫ້​ຜູ້​ຄົນ​ທັງຫຼາຍ​ເຂົ້າ​ໃຈ​ແຈ້ງໄດ້ວ່າ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ​ແມ່ນ​ຂອງ​ຫວຽດ​ນາມ”.

ເຈື່ອງ​ຊາ ດ້ວຍ​ບັນ​ດາ​ເກາະ​ເປັນ​ດ່ານ​ໜ້າປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ໃນ​ນັ້ນ​ກິດ​ຈະ​ກຳ​ແຕ່​ລະ​ແຫ່ງ ແລະ ທະ​ຫານ​ແຕ່​ລະ​ຄົນ​ລ້ວນ​ແຕ່​ແມ່ນ​ເສົາຫຼັກ​ໝາຍ​ທີ​ມີ​ພະ​ລັງ​ຊີ​ວິດ​ຢ່າງ​ແຮງ​ກ້າ. ເຂົາ​ເຈົ້າ​ພວມ​​ດັດ​ສິນ​ໃຈ​ປົກ​ປັກ​ນັກ​ສາ​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ຊາດ. ບັນ​ດາ​ເສົາຫຼັກ​ໝາຍ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ ກໍ່​​ຝັງ​ເລິກໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ ແຕ່​ລະ​ຄົນ, ເມື່ອ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ພວມ​ມຸ່ງ​ໄປ​ສູ່​ເຈື່ອງ​ຊາ ດ້ວຍ​ຈິດ​ໃຈ ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ເກາະ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ