ບັນດາເຮືອນນ້ອຍຢູ່ກາງທະເລ

(vovworld) – ໂດຍ​ຫ່າງ​ຈາກ​​ເຂດ​ດິນ​ຕໍ່​ແຜ່ນ 250-350 ​​ໄມ​ທະ​ເລ, ​ເຮືອນຮ້ານ DK1 ຫຼື​ເອີ້ນ​ວ່າ​ກຸ່ມ​ເສດຖະກິດ, ວິທະຍາສາດ, ການ​ບໍລິການຢູ່​ກາງ​ທະ​ເລທີ່​ຂຶ້ນ​ກັບ​ແຂວງ​ບ່າ​ເຮ້ຍ​ວຸງ​ເຕົ່າ ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ນັບ​ແຕ່​ປີ 1989. ​ເຮືອນຮ້ານ​ແມ່ນ​​ແຫ່ງ​ເພື່ອ​ໃຫ້​ບັນດາ​ພະນັກງານ, ນັກຮົບ​ເວນຍາມປົກ​ປັກ​ຮັກສາ​ທະ​ເລ​ທ້ອງຟ້າ​ຂອງ​ປະ​ເທດ ​ແລະ ຮັບ​ໃຊ້​ຂະ​ແໜງ​ເສດຖະກິດ​ນຳ້ມັນ​ອາຍ​ແກ​ດ…​ເຮືອນຮ້ານ 18 ຫຼັງ​ຖືກ​ຂີດ​ໝາຍ​ແຕ່ DK1-2 ​ເຖິງ DK1-19. ​ເຮືອນຮ້ານ​ແຕ່​ລະ​ຫຼັງ​ມີ​ຊື່​ເອີ້ນ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ຟຸກ​ເຕີ່ນ, ຮ່ວຽນ​ເຈິ​ນ, ​ເກ​ວ໋​ເດື່ອ​ງ, ບາ​ແກ່, ​ຕືຈິ໋ງ, ຟຸກງວຽນ ​ແລະ ບ້າຍກ້ານ - ກ່າ​ເມົາ. ​

ບັນດາເຮືອນນ້ອຍຢູ່ກາງທະເລ - ảnh 1

ເຮືອນຮ້ານ DK1 ຢູ່​ກາງ​ທະ​ເລທີ່​ຂຶ້ນ​ກັບ​ແຂວງ​ບ່າ​ເຮ້ຍ​ວຸງ​ເຕົ່າ
(ພາບ: ອິນເຕີແນດ)

ມັນ​ເປັນສິ່ງທີ່​ແປກ​ປະຫຼາດ​ແທ້ໆ, ​ເພາະວ່າ​ຢູ່​ກາງ​ທະ​ເລ, ​ແຕ່​ເຂົາ​ເຈົ້າ​ພັດ​ກໍ່ສ້າງ​ບັນດາ​ເຮືອນ​ໄດ້​ຄື​ດັ່ງກ່າວ. ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ທຳ​ອິດ​ຂອງ​ພວກ​ຂ້າພະ​ເຈົ້າ​ເມື່ອ​ໄດ້​ພົບ​ເຫັນ​ເຮືອນຮ້ານ DK1. ​ເຮືອນຮ້ານ​ລວມມີ 3 ຊັ້ນ, ​ແຕ່​ລະ​ຊັ້ນ​ມີ​ເນື້ອ​ທີ່​ປະມານ 100-240 ຕາລາງ​ແມັດ, ​ເຊິ່ງຕັ້ງ​ເທິງ​ເສົາ​ຄຳ້ 4 ຫຼັກ​ທີ່​ປັກ​ລົງ​ພື້ນ​ທະ​ເລຢ່າງ​ໝັ້ນຄົງ​. ຊັ້ນ​ທີ 1 ​ແມ່ນ​ສູງ​ກວ່າ​ໜ້າ​ນຳ້​ທະ​ເລ 20 ​ແມັດ, ​​​ເປັນ​ບ່ອນ​ອາບ​ນຳ້, ຫ້ອງ​ນຳ້ ​ແລະ ວາງ​ຖັງບັນ​ຈຸ​ເຊື້ອ​ເພິ​ງ, ນຳ້​ຈືດ. ຊັ້ນ 2 ​​ເປັນ​ບ່ອນ​ເຮັດ​ວຽກ, ບ່ອນຢູ່ ​ແລະ ຊັ້ນ 3 ລວມບັນດາກິດຈະກຳ​ສຳຮອງ, ສາມາດ​ຮັບ​ເອົາ​ນຳ້​ຝົນ​​. ຍ້ອນ​ເຫດ​ນັ້ນ, ​ເຮືອນຮ້ານ​ຈຶ່ງ​ຖືກ​ກໍ່ສ້າງ​ຢູ່​ເຂດ​ທີ່​ຫຍຸ້ງຍາກ, ອັນຕະລາຍ​ກວ່າ​ໝູ່​ໃນ​​​ເຂດທະ​ເລ​ທີ່​ຂຶ້ນ​ກັບໝູ່​ເກາະ​ເຈື່ອງ​ຊາ.

ສິ່ງ​ທີ່​ສ້າງຄວາມ​ປະ​ທັບ​ໃຈ​ທຳ​ອິດ​ເມື່ອ​ມາ​ຢາມ​ເຮືອນຮ້ານ​ນັ້ນ​ແມ່ນ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ສະອາດນັບ​ແຕ່​ຫ້ອງ​ນອນ, ຕະຫຼອດ​ຮອດ​ເຮືອນຄົວ​ຂອງ​ພະນັກງານ, ​ນັກຮົບ… ພິ​ເສດ​, ຢູ່​ຊັ້ນ​ໃດ​ກໍ່​ປູກ​ຜັກ​ຂຽວ​ຫຼາຍ​ປະ​ເພດ​ຄື: ຜັກກາດ, ຜັກ​ບົ້ງ, ຜັກອີ​ເລີດ, ຕົ້ນ​ໝາກ​ນາວ… ຄື​ດັ່ງ​ສວນ​ພັກ​ໃນ​ຄອບຄົວ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ. ນອກ​ນັ້ນ​​, ​ຢູ່ເຮືອນຮ້ານ​ບາງ​ແຫ່ງ​​ເຂົາ​ເຈົ້າຍັງລ້ຽງ​ໄກ່, ລ້ຽງ​ໝູ ​ແລະ ໝາ​ອີກ.

ບັນດາເຮືອນນ້ອຍຢູ່ກາງທະເລ - ảnh 2

ຜັກທີ່, ພະນັກງານ, ນັກຮົບປູກໃນເຮືອນຮ້ານ
(ພາບ: ອິນເຕີແນດ)

ຕ້ອນຮັບ​ພວກ​ຂ້າພະ​ເຈົ້າ​ຢູ່​ເຮືອນຮ້ານ DK1, ຮ້ອຍ​ຕີ ​ເຈິ່ນກວົກ​ແທ່ງ, ປະຕິ​ບັງານ​ຢູ່​ເຮືອນ​ຮ້ານ DK1-8, ​ໃຫ້​ຮູ້​ວ່າ:

ຮອດ​ຍາມ​ຝົນຕົກ​ລົມ​ແດງ​ໃນ​ເດືອນ 10, 11. ພິ​ເສດ​ເດືອນ 12 ​ລົມ​ແຮງທີ່​ສຸດ. ພະນັກງານ, ນັກຮົບ​ໃນ​ເຮືອນຮ້ານ​ຕ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທັງ​ໝົດ​ດ້ວຍ​ຕົນ​ເອງ. ມີ​ຫຼາຍ​ຄະນະ​ຈາກ​​ເຂດດິນ​ຕໍ່​ແຜ່ນມາ​ຢ້ຽມຢາມ, ​ແຕ່​ກໍ່​ບໍ່​ສາມາດຂຶ້ນເຮືອນຮ້ານ​ໄດ້​ຍ້ອນ​ຟອງ​ໃຫຍ່ “.

ຢູ່​ກາງ​ທະ​ເລ​ມີ​ຄວາມ​ຫຍຸ້ງຍາກ, ລຳບາກ​ຫຼາຍ​ຢ່າງ, ​ແຕ່​ບັນດາ​ພະນັກງານ, ນັກຮົບ​ຢູ່​ທີ່​ນີ້​ຍັງ​ຄົງ​ຮັກສາ​ການ​ເຄື່ອນ​ໄຫວ, ດຳ​ເນີນ​ຊີວິດ​ເປັນ​ປົກກະຕິ​ຄື​ຢູ່​ເຂດ​ດິນ​ຕໍ່​ແຜ່ນ. ນອກຈາກ​ຮຳ່ຮຽນ, ປະຕິບັດ​ງານ​ແລ້ວ, ພະນັກງານ, ນັກຮົບ​​ໃນ​ເຮືອນຮ້ານ​ຍັງ​ປູກ​ຜັກ, ຕຶກປາ…ອີກ. ຮ້ອຍ​ຕີ ຫວູງອກ​ແມ້ງ, ​ເຮືອນຮ້ານ DK1-8, ​ໃຫ້​ຮູ້​ວ່າ, ຕຶກປາ​ທັງ​ເປັນ​ການ​ປັບປຸງ​ໃຫ້​ຄາບ​ເຂົ້າ, ທັງ​ເປັນ​ການ​ລະ​ຫຼິ້ນບັນ​ເທິງ, ​ເມື່ອ​ຕຶກປາ​ໄດ້​ກໍ່ຮູ້ສຶກ​ດີ​ໃຈ​ຫຼາຍ. ອ້າຍ​ນ້ອງ​ນັກຮົບ​ຢູ່​ທີ່​ນີ້​ຕຶກປາ​ໄດ້​ຫຼາຍ​ໂຕ, ມີ​ບາງ​ໂຕ​ໜັກ​ນັບ​ສິບກິ​ໂກຼລາມ.

ຕຶກປາ​ທັງ​ຍາກ, ທັງ​ງ່າຍ. ສຳລັບ​ປາ​ແຕ່ລະ​ປະ​ເພດ ຕ້ອງ​ມີ​ວິທີ​ທີ່​ແຕກ​ຕ່າງ​ກັນ, ມີ​ປາ​ບາງ​ປະ​ເພດ​ກິນ​ເຫຍື່ອ, ບາງ​ປະ​ເພດ​ບໍ່​ກິນ ພຽງ​ແຕ່​ກຳນົດ​ທາງ​ທີ່​ປາ​ລອຍ​ຜ່ານ​ ກໍ່​ສາມາດ​ຕຶກປາ​ໄດ້

ບັນດາເຮືອນນ້ອຍຢູ່ກາງທະເລ - ảnh 3

ພະນັກງານ, ນັກຮົບໃນເຮືອນຮ້ານຕືກປາໃຫຍ່ໄດ້ຫຼາຍໂຕ
(ພາບ: ອິນເຕີແນດ)

ປະຈຸ​ບັນ, ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ບັນດາ​ເຮືອນຮ້ານ​ມີ​ຄວາມ​ໝັ້ນຄົງ, ສູງ​ກວ່າ ​ແລະ ກວ້າງ​ກວ່າ, ​ເຮືອນຮ້ານ​ທັງ​ໝົດ​ລ້ວນ​ແຕ່​ມີ​​ໄຟຟ້າ​ພະລັງ​ແສງຕາ​ເວັນ ​ແລະ ພະລັງ​ແຮງ​ລົມ, ມີ​ຄື້ນ​ໂທລະສັບ, ​ໂທລະພາບ, ດັ່ງ​ນັ້ນ​ຄວາມ​ຫ່າງ​ກັນ​ລະຫວ່າງ​ເຮືອນຮ້ານກາງ​ທະ​ເລ​ກັບ​ເຂດ​ດິນ​ຕໍ່​ແຜນ​ກໍ່​ຖືກ​ຮັດ​ແຄບ​ລົງ. ຮ້ອຍ​ຕີ ​ເຈິ່ນກວາງ​ແທ່ງ ​ໄດ້​ແບ່ງປັນ​ວ່າ, ​ເຖິງ​ວ່າ​ຈະຖືກ​ຫ່າງຈາກ​ເຂດ​ດິນ​ຕໍ່​ແຜ່ນ ​ແລະ ບ້ານ​ເກີດ​ກໍ່ຕາມ ​​​ເຖິງ​ວ່າ​ຈະ​ຢູ່​ໃນ​ຖານະ​ຕຳ​ແໜ່​ງ​ວຽກ​ງານໃດ, ນັກຮົບ​ເຮືອນຮ້ານ​ກໍ່​ສືບ​ທອດ​ລຸ້ນພໍ່​ລຸ້ນອ້າຍ ​ເພື່ອ​ຮັກສາ​ເຮືອນຮ້ານ​ໃຫ້​ໝັ້ນຄົງ​ຕະຫຼອດ​ໄປ.

        “ພະນັກງານ​, ນັກຮົບ​ຢູ່​ເຮືອນຮ້ານ​ກາງ​ທະ​ເລ ພ້ອມ​ກັນ​ສາມັກຄີ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທັງ​ໝົດ​. ​ເມື່ອ​ໄດ້​ຮັບ​ໜ້າ​ທີ່​ໄປ​ປະຕິບັດ​ງານ​ຢູ່​ທີ່​ນີ້, ພວກ​ເຮົາ​ພຽງ​ແຕ່​ມີ​ແນວ​ຄິດ​ໜຶ່ງ​ດຽວ​ນັ້ນ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ໄດ້​ມອບ​ໝາຍ​ໃຫ້. ນັ້ນ​ແມ່ນ​ຄວາມສຸກ​ຂອງ​ພວກ​ຂ້າພະ​ເຈົ້າ“.

        ມາ​ຢ້ຽມຢາມ​ບັນດາ​ພະນັກງານ, ນັກຮົບ​ຢູ່​ເຮືອນຮ້ານ  DK1 … ພວກ​ຂ້າພະ​ເຈົ້າ​ຍິ່ງ​ເຂົ້າ​ໃຈ​ໄດ້​ການ​ເສຍສະຫຼະ​ຂອງ​ເຂົາ​ເຈົ້າ​ຄື​ດັ່ງ​ຄຳ​ກ່ອນ​ຂອງ​ຮ້ອຍ​ໂທ ​ເຢືອງວັນ​ບັກ, ຜູ້​ພວມ​ປະຕິບັດ​ງານ​ຢູ່​ເຮືອນຮ້ານ DK1-19 ​ໃນ​ບົດ​ກະວີ​ທີ່​ມີ​ຫົວ​ຂໍ້​ວ່າ “ບັນດາ​ຊາຍ​ຄາ​ບົນ​ທະ​ເລ“:

ບໍ່​ແມ່ນ​ດິນ​ຕໍ່​ແຜ່ນ, ບໍ່​ແມ່ນ​ເຈື່ອງ​ຊາ​ໃຫຍ່

ບໍ່​ແມ່ນ​ເຊີນ​ກາ, ​ ​ເກາະຟູ, ເກາະ​ນຳ້​ຖ້ວມ

ບັນດາ​ເຮື​ອນຮ້ານ​ເປັນ​ເລືອດ​ເນື້ອ

​ຮັກສາອະທິປະ​ໄຕ​ປະ​ເທດຊາດ

​ເຮືອນຮ້ານ​ຕັ້ງ​ໝັ້ນບົນ​ທະ​ເລ

ສື​ບທອດ​ມູນ​ເຊື້ອນັບ​ພັນ​ປີ

​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຂອງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ