ບັນດາເຮືອນບູຮານຢູ່ເກາະຫຼີເຊີນ

(vovworld) - ຢູ່​ເມືອງ​ເກາະ ຫຼີ​ເຊີນ, ແຂວງກວາງ​ຫງາຍ, ທາງ​ພາກ​ກາງ​ຫວຽດ​ນາມ ຍັງ​ມີ ເຮືອນ​ບູ​ຮານ 24 ຫຼັງ ທີ່​ມີ​ມາ​ກ່ອນນີ້​ນັບ​ຮ້ອຍ​ປີ. ບໍ່​ພຽງ​ແຕ່​ມີ​ຄຸນ​ຄ່າດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເທົ່າ​ນັ້ນ, ຫາກ​ເຮືອນ​ແຕ່​ລະ​ຫຼັງ​ຍັງ​ຄົງ​ຕິດ​ພັນ​ກັບ​ປະ​ຫວັດ​ແຫ່ງ​ການ​ປົກ​ປກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ຂອງ​ຊາວ​ຫວຽດ​ນາມ​ອີກ​ດ້ວຍ. ໃນ​ລາຍ​ການ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ພາກນີ້, ເຊີນ​ທ່ານ​ໄປ​ຢາມຫຼີ​ເຊີນ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ເຮືອນ​ເກົ່າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນີ້.

ບັນດາເຮືອນບູຮານຢູ່ເກາະຫຼີເຊີນ - ảnh 1

ເຮືອນບູຮານຫຼັງໜຶ່ງຢູ່ເກາະຫຼີເຊີນ

(ພາບອິນເຕີແນດ)

       

ຫຼີ​ເຊີນ​ ມີທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ ພ້ອມ​ກັບປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ລະ​ດັບ​ແຂວງ ແລະ ລະ​ດັບ​ຊາດຫຼາຍ​ແຫ່ງ. ເກາະຫຼີ​ເຊີນ ແມ່ນ​ບ້ານ​ເກີດ​ຂອງກອງທະ​ຫານ​ວິ​ລະ​ຊົນຮ່​ວາງ​ຊາ, ທັງ​ແມ່ນ​ “ລາ​ຊະ​ອາ​ນາ​ຈັກແຫ່ງ​ຜັກ​ທຽມ”. ມາ​ຢ້ຽມ​ຢາມ​ເກາະ, ໄດ້​ຍ່າງໄປ​ຕາມ​ທົ່ງ​ຜັກ​ທຽມ​ທີ່​ຂຽວອ່ອນ, ຫອມ​ຫວນ ແລະ ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ຕິດ​ພັນ​ກັບ “ກອງ​ທະ​ຫານ​ວິ​ລະ​ຊົນ​ຮ່​ວາງ​ຊາ”​ ຄື: ອະ​ນຸ​ສາ​ວະ​ລີ​ກອງ​ທະ​ຫານ​ຮ່​ວາງ​ຊາ, ສາ​ລາ​ບ້ານ​ອານ​ຫາຍ, ນັກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ແປກ​ປະຫຼາດ​ໃຈ ແລະ ມີ​ຄວາມຮັກ​ແພງ​ທະ​ເລ, ໝູ່​ເກາະ​ຕື່ມ​ອີກ. ພິ​ເສດ, ເມື່ອ​ມາ​ຢ້ຽມ​ຢາມ​ເຮືອ​ນ​ບູຮານໃນ​ເກາະຫຼີ​ເຊີນ, ທ່ານ​ຈະ​ຮູ້ສຶກວ່າ, ຕົນ​ເອງ​ພວມ​ “ສຳ​ຜັດ” ກັບ​ຮ່​ວາງ​ຊາ​ແທ້ໆ.

        ຖ້າ​ຫາກວ່າ ໂຫ້ຍ​ອານ​ ມີ​ຄຸ້ມ​ຖະ​ໜົນ​ເກົ່າ ປຽບ​ເໝືອນ​ຫໍ​ພິ​ພິດ​ທະ​ພັນ​ທີ່​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ໂສມ​ໜ້າ​ຂອງ​ນະ​ຄອນ​ທ່າ​ໃນ​ເມື່ອ​ກ່ອນນັ້ນ, ຫຼີ​ເຊີນ​ ພັດ​ມີ​ລະ​ບົບ​ເຮືອນ​ເກົ່າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໝູ່ບ້ານຊາວ​ປະ​ມົງ. ເຮືອນ​ບູ​ຮານ​ຂອງ​ທ່ານ ເຢືອງກວາງ​ດິ້ງ, ອາ​ຍຸ 68 ປີ, ກວ້າງ​ປະ​ມານ 80 ຕາ​ລາງ​ແມັດ, ຢູ່​ບ້ານ​ໄຕ, ຕາ​ແສງ​ອານ​ຫາຍ, ຖືກ​ປຸກ​ສ້າງ​​ດ້ວຍ​ດິນກ່ອນນີ້​ປະ​ມານ 150 ປີ, ດ້ວຍ​ປ້າຍທີ່​ຄວັດ​ຕົວ​ໜັງສື​ຈີນ, ຄຳ​ຜະຫຍາ​ຢ່າງ​ລະ​ອຽດ​ລະ​ອໍ. ເຮືອນ​ທີ່ປຸກ​ສ້າງດ້ວຍ​ດິນ​ມີ​ຄວາມປອດ​ໂປ່ງ, ​ເຢັນ​ສະ​ບາຍ​ໃນ​ລະ​ດູ​ຮ້ອນ ແລະ ມີ​ຄວາມ​ອົບ​ອູ່ນ​ໃນ​ລະ​ດູ​ໜາວ.

        “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ແມ່ນ​ລຸ້ນ​ທີ 3 ທີ່​ໄດ້​ຮັກ​ສາ​ມູນ​ເຊື້ອ​ຂອງ​ປູ່​ຍ່າ​ຕາ​ຍາຍ. ຜ່ານ​ການ​ເວ​ລາ​ມັນ​ກໍ່​ຖືກ​ຊຸດ​ໂຊມ​ສ່ວນ​ໃດ​ສ່ວນ​ໜຶ່ງ, ແຕ່​ຂ້າ​ພະ​ເຈົ້​າ​ໄດ້ລະ​ດົມ​ລູກຫຼານ​ອະນຸ​ລັກ​ຮັກ​ສາຊັບ​ສິນ​ອັນ​ລ້​ຳຄ່າ ໂດຍ​ປູ່​ຍ່າ​ຕາ​ຍາຍ​ປະ​ໄວ້”.

ບັນດາເຮືອນບູຮານຢູ່ເກາະຫຼີເຊີນ - ảnh 2

ເຮືອນບູຮານຂອງທ່ານດິ້ງ ໄດ້ຮັບການບຸລະນະຄືນໃໝ່

ພາບ: P.Khang 

ນອກ​ຈາກ​ຮັກ​ສາເຮືອນ​ບູຮານໄວ້, ທ່ານ ດິ້ງ ​ຍັງ​ຮັກ​ສາ​ຫໍ​ບູ​ຊາ​​ຂອງ​ບັນ​ພະ​ບຸ​ລຸດທີ່​ມີ​ມາ​ກ່ອນນີ້​ປະ​ມານ 200 ປີ. ທ່ານ​ໄດ້​ນຳ​ໃຊ້​ຫໍ​​ບູ​ຊາ​ອັນ​ລ້ຳຄ່ານີ້ ເພື່ອ​ບູ​ຊາ​​ກອງທະ​ຫານ​ຮ່​ວາງ​ຊາ.

        ເຮືອນ​ບູ​ຮານ​ຂອງ​ພໍ່​ຕູ້ ຫວໍ​ຫຽນ​ດາດ ຢູ່​ບ້ານ​ໄຕ, ຕາ​ແສງ​ອານ​ວິ້ງ ກໍ່​ມີ​ມາ​ກ່ອນນີ້ປະ​ມານ 150 ປີ. ເຮືອນຫຼັງ​ນີ້​ໄດ້​ສ້າງ​ຂຶ້ນ​ດ້ວຍ​ໄມ້ມີ້. ໃນ​ເຮືອນ​ປະ​ດັບ​ປະ​ດາ​ດ້ວຍ​ປ້າຍທີ່​ຄວັດ​ພາ​ສາ​ຈີນ, ຄຳ​ຜະ​ຫ​ຍາ​​ເຊິ່ງເວົ້າ​ເຖິງ​ບຸນ​ຄູນ​ຂອງ​ບັນ​ພະ​ບຸ​ລຸດ.

        “ເຮືອນ​ໄມ້​ມີ​ເສົາ​ໄມ້​ປະ​ມານ 30 ເສົາ ແລະ ແບ່ງ​ເປັນ 5 ຫ້ອງ, 3 ຫ້ອງ​ຢູ່​ກາງ ແລະ 2 ຫ້ອງ​ຢູ່​ສອງ​ເບື້ອງ. ເສົາ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ໄດ້​ຮັບ​ການ​ຄວັດ​ສະຫຼັກ​ຢ່າງ​ສວຍ​ງາມ”.

        ເຮືອນຫຼັງ​ນີ້ ​ແມ່ນ​ຊັບ​ສິນ​ອັນ​ລ້ຳຄ່າໂດຍ​ປູ່​ຍ່າ​ຕາ​ຍາຍ​ປະ​ໄວ້, ດັ່ງ​ນັ້ນ​ຍາມ​ໃດ​ພໍ່​ຕູ້ ດາດ ​ກໍ່​ຕັກ​ເຕືອນ​ລູກຫຼານ​ຮັກ​ສາ​ໄວ້. ດ​ຣ. ດ່​ວານງອກ​ຄອຍ, ຮອງ​ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ແຂວງ ກວາງ​ຫງາຍ, ໃຫ້​ຮູ້​ວ່າ, ບັນ​ດາ​ເຮືອນ​ເກົ່າ​ຢູ່ຫຼີ​ເຊີນ ແມ່ນ​ມໍ​ລະ​ດົກ​ທີ່​ມີ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ສຳ​ຄັນ​ທີ່​ສຸດ ແລະ ທາງ​ແຂວງ​ພວມກວດກາ, ແບ່ງ​ປະ​ເພດ, ຕີ​ລາ​ຄາ​ສະ​ພາບ​ຕົວ​ຈິງ​ເພື່ອ​ມີ​ທິດ​ອະ​ນຸ​ລັກ​ຮັກ​ສາ, ຈັດ​ອັນ​ດັບ, ແນ​ໃສ່​ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ຂອງ​ບັນ​ດາ​ເຮືອນ​ເກົ່າ​ຢູ່ຫຼີ​ເຊີນ, ຫາກ​ບໍ່​ໃຫ້​ປະ​ຊາ​ຊົນ​ສ້ອມ​ແປງ​ເອງ ເພາະ​ມັນ​ຈະ​ເຮັດ​ໃຫ້​ຄຸນ​ຄ່າ​ຂອງ​ເຮືອນ​ບູຮານ​ເສຍຫາຍ​​ໄປ.

“​ໃນ​ເຮືອນ​ບູຮານ​ແຕ່​ລະ​ຫຼັງ​ຂອງ​ຫຼີ​ເຊີນ ຍັງ​ຄົງ​ຮັກສາ​ເອກະສານ​ຕ່າງໆ​ດ້ວຍ​ຕົວ​ໜັງສື​ຈີນ, ກ່ຽວ​ກັບ​ກອງ​ທະຫານ​ຮ່ວາງ​ຊາ, ​ແລະ ວັດຖຸ​ພັນ​ອື່ນໆ​ທີ່​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ໝູ່​ເກາະ​​ແຫ່ງນີ້. ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ວ່າ, ​ພະຍານ​ຫຼັກ​ຖານ​​ເຫຼົ່າ​ນັ້ນ, ​ແລະ ​​ບັນດາ​ເຮືອນ​ບູຮານ​ຢູ່​ທີ່​ນີ້​ ແມ່ນ​ມໍລະດົກ​ວັດທະນະທຳ​ທີ່​ສຳຄັນ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ພວມ​​ເຮັດສະຖິຕິ, ​ແບ່ງ​ປະ​ເພດ, ກຳນົດ​ທິດ​ບຸລະນະ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ເຮືອນ​ບູຮານ“

ບັນດາເຮືອນບູຮານຢູ່ເກາະຫຼີເຊີນ - ảnh 3

ເອກະສານທີ່ກ່ຽວຂ້ອງເຖິງກອງທະຫານປ້ອງກັນເກາະຮ່ວາງຊາ
(ພາບອິນເຕີແນດ)

​ເຮືອນ​ບູຮານ ​ແຕ່​ລະ​ຫຼັງ​ຢູ່​ຫຼີ​ເຊີນ ຖືກ​ຖື​ວ່າ​ແມ່ນ​ຫໍພິພິດທະພັນ, ​ແຫ່ງຮັກສາ​ບັນດາ​ເອກະສານ, ພະຍານ​ຫຼັກ​ຖານ​ທີ່​ຢັ້ງຢືນ​ອະທິປະ​ໄຕ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ, ​​ໂດຍວົງ​ຕະກູນ​ຕ່າງໆ​ໃນ​ເກາະ​ໄດ້​ຮັກສາ​ໄວ້​ຜ່ານ​ການ​ເວລານັບ​ຮ້ອຍ​ປີ​. ພິ​ເສດ​ແມ່ນ ”ໃບ​ຄຳ​ສັ່ງ” ທີ່​ປະກາດ​ໃຊ້​ເມື່ອ​ວັນ​ທີ 15/4/1834 ​ເພື່ອ​ຈັດ​ສົ່ງ​ກອງ​ທະຫານ​ເຮືອ​ຂອງ​ວົງ​ຕະກູນ​ຕ່າງໆ​ໃນ​ເກາະ​ຫຼີ​ເຊີນ ​ໄປ​ຮ່ວາງ​ຊາ ປະຕິບັດ​ໜ້າ​ທີ່ ​ກໍ່​ໄດ້​ຊອກ​ເຫັນ​ໃນ​ເຮືອນ​ບູຮານ​ຂອງ​ທ່ານ ດັ້ງ​ເລນ, ຢູ່​ຕາ​ແສງ ອານ​ຫາຍ. ລະບົບ​ເຮືອນ​ບູຮານ​ຢູ່ ຫຼີ​ເຊີນ ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດສະ​ເພາະ​ຂອງ​ໝູ່​ບ້ານ​ຊາວ​ປະມົງ, ສົມ​ເປັນ​ທີ່​ໄດ້​ຮັບ​ການ​ບຸລະນະ, ປະຕິສັງຂອນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຊອກ​ຮູ້, ຄົ້ນ​ຄ້ວາ ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດນາມ ​ແລະ​ ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ.

ຕອບກັບ

ຂ່າວ/ບົດ​ອື່ນ