ບວນມາທວັດ - ຕົວເມືອງໃຈກາງໃນເຂດ ໄຕງວຽນ

(VOVWORLD) -ນະຄອນບວນມາທວັດ ມີເນື້ອທີ່ຫຼາຍກວ່າ 370 ຕະລາງກິໂລແມັດ, ມີຈຳນວນປະຊາກອນຫຼາຍກວ່າ 500.000 ຄົນ ເຊິ່ງປະກອບດ້ວຍເຜົ່າກິງ, ເອເດ, ກະຮໍ, ກະຕູ, ເຊີດັງ, ຢາລາຍ… ນີ້ແມ່ນນະຄອນໃຫຍ່ກວ່າໝູ່ຢູ່ເຂດ ໄຕງວຽນ ແລະ ແມ່ນຕົວເມືອງເຂດພູດອຍ ທີ່ມີຈຳນວນປະຊາກອນຫຼາຍກວ່າໝູ່ໃນ ຫວຽດນາມ. ຕາມແຜນກຳນົດເຖິງປີ 2030, ວິໄສທັດເຖິງປີ 2045, ນະຄອນບວນມາທວັດ ເມືອງເອກຂອງແຂວງ ດັກລັກ ຈະກາຍເປັນຕົວເມືອງໃຈກາງໃນເຂດ ໄຕງວຽນ
ບວນມາທວັດ - ຕົວເມືອງໃຈກາງໃນເຂດ ໄຕງວຽນ  - ảnh 1ນະຄອນບວນມາທວັດ-ເມືອງເອກຂອງເຂດໄຕງວຽນ 

ໃນໄລຍະສີບປີທີ່ຜ່ານມາ (2010 – 2020) ມີເງິນຈຳນວນນັບພັນຕື້ດົ່ງ ໄດ້ຖືກລົງທຶນໃຫ້ແກ່ ນະຄອນບວນມາທວັດ. ມີໂຄງການໃຫຍ່ຫຼາຍໂຄງການໄດ້ ປະຕິບັດສຳເລັດຄື ໂຄງການຍົກລະດັບທ່າອາກາດສະຍານ ບວນມາທວັດ, ໂຄງການເສັ້ນທາງ ໂຮ່ຈີມິນ, ໂຄງການກໍ່ສ້າງໂຮງໝໍຫຼາຍຂະແໜງເຂດ ໄຕງວຽນ… ອັນໄດ້ປະກອບສ່ວນຊຸກຍູ້ການພັດທະນາ ນະຄອນບວນມາທວັດ ເວົ້າສະເພາະກໍ່ຄືນະຄອນເຂດ ໄຕງວຽນ ເວົ້າລວມ ໃຫ້ແຂງແຮງ, ເພາະສະນັ້ນ, ການເຕີບໂຕເສດຖະກິດຂອງ ບວນມາທວັດ ສະເລ່ຍໃນແຕ່ລະປີ ສາມາດບັນລຸກວ່າ 13% ເຊິ່ງແມ່ນລະດັບສູງເມື່ອທຽບໃສ່ທ້ອງຖິ່ນອື່ນໆໃນທົ່ວປະເທດ. ທ່ານ ຕື່ຖາຍຢາງ ເລຂາຄະນະພັກ ນະຄອນບວນມາທວັດ ຢືນຢັນວ່າ:

      “ໝາກຜົນໃນບັນດາຂົງເຂດເສດຖະກິດ ສັງຄົມ ຂອງນະຄອນທັງຮອບດ້ານ ທັງມີບັນດາຈຸດໃໝ່ ແລະ ພົ້ນເດັ່ນ. ລະດັບການພັດທະນາເສດຖະກິດນັບມື້ນັບສູງຂຶ້ນ ແລະ ຄ່ອຍໆເປັນປົກກະຕິ, ລາຍຮັບສະເລ່ຍໃສ່ຫົວຄົນ ກໍ່ນັບມື້ນັບຖືກຍົກສູງຂຶ້ນ. ພິເສດແມ່ນຂະແໜງອຸດສາຫະກຳ, ການຄ້າ ການບໍລິການ, ການທ່ອງທ່ຽວ ຕະຫຼອດຮອດການບໍລິການການເງິນ ທະນາຄານ ປະກັນໄພກໍ່ໄດ້ຮັບການເປີດກວ້າງ”.

      ໃນທ່າມກາງ ນະຄອນບວນມາທວັດ ທີ່ມີຮູບຮ່າງຂອງຕົວເມືອງທັນສະໄໝນັ້ນ, ກໍ່ແມ່ນເຂດແຫ່ງສະຫງົບສຸກພິເສດ. ນັ້ນແມ່ນໝູ່ບ້ານ ອາໂກເດິຮົງ ຂອງຊາວເຜົ່າ ເອເດ. ໂດຍແມ່ນໜຶ່ງໃນສາມໝູ່ບ້ານ ປະຕິບັດທົດລອງເປັນເຂດຈຸດສຸມ ຕາມມະຕິຂອງຄະນະພັກ ນະຄອນບວນມາທວັດ  ກ່ຽວກັບການເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າ, ໝູ່ບ້ານ ອາໂກເດິຮົງ ນັບແຕ່ມື້ເຮັດການທ່ອງທ່ຽວນັ້ນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການປົວແປງໃຫ້ດີຂຶ້ນ. ນັກສິລະປະການ, ເຈົ້າເຫຼົ່າ ອາມາລວານ ຂອງໝູ່ບ້ານ ອາໂກເດິຮົງ ໃຫ້ຮູ້ວ່າ  ສິ່ງທີ່ໜ້າພາກພູມໃຈທີ່ສຸດ ແມ່ນເສດຖະກິດຂະຫຍາຍຕົວ ແຕ່ພໍ່ແມ່ປະຊາຊົນຍັງສາມາດຮັກສາຈຸດວັດທະນະທຳ ພື້ນເມືອງຂອງເຜົ່າຕົນ. ເຈົ້າເຫຼົ່າ ອາມາລວານ ເວົ້າວ່າ:

     “ນັບແຕ່ຄ້ອງ, ເຄື່ອງດົນຕີພື້ນເມືອງ ຕະຫຼອດຮອດ ແຜ່ນແພພື້ນເມືອງ… ທຸກສິ່ງທຸກຢ່າງທີ່ພໍ່ແມ່ພີ່ນ້ອງເຮັດເປັນ ກໍ່ພະຍາຍາມເຮັດ. ຍົກຕົວຢ່າງຄືຈາກ ໄມ້ໄຜ່ ໄມ້ເຮ້ຍ ກໍ່ສາມາດໃຊ້ເປັນວັດຖຸດິບ ເຮັດເຄື່ອງດົນຕີພື້ນເມືອງ, ຈາກເນື້ອທີ່ດິນຮົກເຮື້ອ ກໍ່ສາມາດສ້າງເປັນສວນກາເຟ, ໝາກພິກໄທ ເພື່ອຍົກສູງຊີວິດການເປັນຢູ່. ແລ້ວ ລັດ ຫວຽດນາມ ກໍ່ໄດ້ກໍ່ສ້າງເສັ້ນທາງຄົມມະນາຄົມ, ໂຮງຮຽນ ແລະ ນັບທັງສາລາບ້ານ… ຊີວິດການເປັນຢູ່ຂອງປະຊາຊົນໃນປັດຈຸບັນ ແມ່ນດີຂຶ້ນຫຼາຍແລ້ວ”.

      ແຂວງ ດັກລັກ ມີກົນໄກພິເສດສະເພາະ ເພື່ອກໍ່ສ້າງ ແລະ ພັດທະນາ ນະຄອນບວນມາທວັດ ບົນພື້ນຖານການຂຸດຄົ້ນເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບທຳມະຊາດ, ບັນດາຄຸນຄ່າວັດທະນະທຳ ປະຫວັດສາດ, ທີ່ຕັ້ງບົດບາດແມ່ນໃຈກາງເຂດ ແລະ ແມ່ນຈຸດປະສານງານໃນການພົວພັນຄ້າຂາຍຮ່ວມມື ໃນເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ. ຕາມນັ້ນແລ້ວ ກໍ່ສືບຕໍ່ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດ, ໃນນັ້ນສຸມໃສ່ພັດທະນາອຸດສາຫະກຳປຸງແຕ່ງ ພະລັງງານສະອາດ, ພັດທະນາການບໍລິການທ່ອງທ່ຽວຕາມທິດສີຂຽວ, ທຳມະຊາດ, ຮັກສາສີສັນສະເພາະຂອງເຂດ ໄຕງວຽນ… ທ່ານ ບຸ່ຍວັນເກື່ອງ ເລຂາຄະນະແຂວງ ດັກລັກ ໃຫ້ຮູ້ວ່າ:

      “ເມື່ອແຜນການໄດ້ຮັບການຮັບຮອງເອົາ, ພວກເຮົາຈະເຫັນຮູບພາບສັງລວມ, ສ່ວນໃນປັດຈຸບັນ ບັນດາວຽກງານໃນສະເພາະໜ້າທີ່ຄວນປະຕິບັດກໍ່ຕ້ອງປະຕິບັດໃນທັນທີ. ແລ້ວກໍ່ຮອດບັນຫາທີ່ກ່ຽວຂ້ອງເຖິງການພັດທະນາບາງຂົງເຂດນັ້ນ ແມ່ນໄດ້ຖືກນຳເຂົ້າແຜນການລົງທຶນສາທາລະນະໃນໄລຍະ 2021 - 2025 ແລ້ວ. ພວກຂ້າພະເຈົ້າພວມປະຕິບັດບັນດາວິທີການແກ້ໄຂຢ່າງຄົບຊຸດ ເພື່ອຊຸກຍູ້ ນະຄອນບວນມາທວັດ ໃຫ້ສົມເປັນຕົວເມືອງໃຈກາງໃນເຂດ ໄຕງວຽນ”.

        ດ້ວຍຄວາມຕັດສິນໃຈຢ່າງແຂງແຮງ ແລະ ບັນດາວິທີການແກ້ໄຂທີ່ດີ, ໃນໄລຍະທີ່ຈະມາເຖິງ ນະຄອນບວນມາທວັດ ຈະບືນຕົວຂຶ້ນຢ່າງແທ້ຈິງ ສົມເປັນເມືອງເອກໃຈກາງຂອງເຂດ ໄຕງວຽນ. ນະຄອນບວນມາທວັດ ຈະນັບມື້ນັບພັດທະນາ ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງເຂດ ໄຕງວຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ