ບວນມາທວດ - ນະຄອນຕົ້ນໄມ້ຂຽວ

(VOVWORLD) -ນະຄອນບວນມາທວດ ແຂວງ ດັກລັກ ແມ່ນໜຶ່ງໃນບັນດານະຄອນທີ່ມີອັດຕາການປົກຄຸມຕົ້ນໄມ້ຂຽວຫຼາຍກວ່າໃນທົ່ວປະເທດ ດ້ວຍເນື້ອທີ່ປູກຕົ້ນໄມ້ຂຽວຫຼາຍກວ່າ 8 ຕາແມັດຕໍ່ຄົນ. ລະບົບຕົ້ນໄມ້ຂຽວຢູ່ ບວນມາທວດ ພວມສ້າງສະພາບແວດລ້ອມ ທີ່ເປັນໜ້າດຳລົງຊີວິດໃຫ້ແກ່ປະຊາຊົນ ແລະ ຈຸດເດັ່ນທີ່ໜ້າປະທັບໃຈສຳລັບແຂກທ່ອງທ່ຽວ. ຕົ້ນໄມ້ຂຽວຢູ່ບວນມາທວດ ໃນວັນນີ້ກໍ່ແມ່ນໝາກຜົນຂອງການປູກຕົ້ນໄມ້ເປັນເວລາຫຼາຍທົດສະວັດ ແລະ ສິ່ງນີ້ພວມສືບຕໍ່ໄດ້ຮັບການເສີມຂະຫຍາຍ ດ້ວຍບັນດາແຜນງານມະຕິກຳນົດທິດພັດທະນານະຄອນເຖິງປີ 2030 ວິໄສທັດເຖິງ 2045
ບວນມາທວດ - ນະຄອນຕົ້ນໄມ້ຂຽວ - ảnh 1ລະບົບຕົ້ນໄມ້ຂຽວຢູ່ບວນມາທວດເປັນໜ໊າປະທັບໃຈ

    ໃນມື້ຕົ້ນປີໃໝ່ ນາງ ຫງວຽນທິລວານ ພ້ອມກັບກຳມະກອນ 5 ຄົນ ຂອງກອງທີສອງ ບໍລິສັດສິ່ງແວດລ້ອມ ໂອຊະກາ ຈຳກັດ ໄດ້ອອກເຄື່ອນພົນເພື່ອເຮັດອະນາໄມ ປະດັບປະດາໂຖດອກໄມ້ ຢູ່ອະນຸສາວະລີປະທານ ໂຮ່ຈີມິນ ກັບອະນຸຊົນທີ່ຖະໜົນ ເລຢ໋ວນ ທີ່ນະຄອນ ບວນມາທວດ. ສຳລັບຫຼາຍຄົນແລ້ວ ບັນດາກຳມະກອນຄືນາງ ລວານ  ໄດ້ກາຍເປັນນັກສິລະປະການຢ່າງແທ້ຈິງ ເຂົາເຈົ້າແມ່ນຜູ້ອອກແຮງງານຢ່າງສຸດໃຈ ປະກອບສ່ວນຮັກສາຄວາມງາມ ບົວລະບັດຮັກສາສວນຕົ້ນໄມ້ປະດັບ ຮັກສາທັດຊະນີຍະພາບ ສິ່ງແວດລ້ອມໃຫ້ແກ່ນະຄອນ. ຍິ່ງກວ່າໃຜໝົດ ນາງ ລວານ ມີຄວາມພາກພູມໃຈ ເມື່ອກຳລັງເຫື່ອແຮງຂອງກຳລັງຂອງບັນດາເອື້ອຍນ້ອງ ແມ່ຍິງໃນກອງ ໄດ້ຮັບການຮັບຮູ້ຈາກປະຊາຊົນ. ນາງ ລວານໃຫ້ຮູ້ວ່າ:

     “ເວົ້າລວມແລ້ວ ການສ້າງຄວາມງາມໃຫ້ແກ່ທຸກໆຄົນ ໄປຮັບຊົມທິວທັດ ທັດຊະນີຍະພາບ, ເຫັນເຂົາເຈົ້າຍ້ອງຍໍ ພວກຂ້າພະເຈົ້າກໍ່ດີໃຈທີ່ສຸດ. ເຮົາຮູ້ສຶກວ່າເຮັດວຽກຢູ່ນີ້ ກໍ່ມີຄວາມເອກອ້າງທະນົງໃຈ ຕໍ່ຄວາມສະອາດສວຍງາມ, ຫຼາຍຄົນເຂົາເຈົ້າມາລະຫຼິ້ນຢ່າງມ່ວນຊື່ນ ກໍ່ເຫັນວ່າພໍໃຈແລ້ວ”.

   ເມື່ອໄດ້ຍ່າງອອກກຳລັງກາຍໃນຕົ້ນປີໃໝ່ ຢູ່ສວນສາທາລະນະ ເຊິນລາ ກົງກັນຂ້າມເຮືອນຂອງຕົນ, ລຸງ ເຈິ່ນດຶກຮວ່າ ຢູ່ຖະໜົນ ອີເຢີນ ຕາແສງ ເຕິນແທັ່ງ ນະຄອນ ບວນມາທວດ ມີຄວາມພາກພູມໃຈ ເມື່ອລັດໄດ້ເອົາໃຈໃສ່ລົງທຶນກິດຈະກຳນີ້. ລຸງ ໃຫ້ຮູ້ວ່າ ຈາກເນື້ອທີ່ດິນທີ່ຮົກເຮື້ອ ດ້ວຍໄພສັງຄົມທີ່ຮ້າຍແຮງ, ສະຖານທີ່ແຫ່ງນີ້ໄດ້ກາຍເປັນສວນສາທາລະນະທີ່ສະອາດສວຍງາມ ແລະ ມີຄວາມໝາຍຕໍ່ປະຊາຊົນ. ລຸງ ຮວ່າ ເວົ້າວ່າ:

    “ປະຊາຊົນມີຄວາມພາກພູມໃຈ ເພາະມີບ່ອນຫັດກາຍບໍລິຫານ ມີບ່ອນໃຫ້ພໍ່ແມ່ພີ່ນ້ອງ ພວກຫຼານໄດ້ລະຫຼິ້ນ ມີເວລາຢ່ອນອາລົມ ນັ່ງພັກຜ່ອນ ພາຍຫຼັງທີ່ໄດ້ອອກແຮງງານດ້ວຍຄວາມອິດເມື່ອຍ. ຂ້າພະເຈົ້າກໍ່ໄດ້ໄປຫຼາຍແຫ່ງແລ້ວ ແຕ່ຕ້ອງເວົ້າວ່າ ບວນມາທວດ ມີຕົ້ນໄມ້ຂຽວງາມທີ່ສຸດໃນທົ່ວປະເທດ. ລັດກໍ່ມີຄວາມເອົາໃຈໃສ່ລົງທຶນຫຼາຍ, ນະຄອນກໍ່ໄດ້ມີການປະຕິບັດຢ່າງເປັນແບບແຜນ ມີການວາງແຜນຜັງດີພໍສົມຄວນ”.

    ໂດຍໄດ້ກ້າວຂຶ້ນຈາກຊາກຫັກພັງຂອງສົງຄາມ ແລະ ດ້ວຍດິນແດງເຕັມໄປດ້ວຍຂີ້ຝຸ່ນ. ແຕ່ໃນໄລຍະເວລາບໍ່ດົນນານ, ບວນມາທວດ  ໄດ້ບັນລຸຄວາມລະອຽດອ່ອນໃນການພັດທະນາ. ຖະໜົນແຕ່ລະແຈ ດອກໄມ້ແຕ່ລະໂຖ, ສວນສາທາລະນະ, ສະໜາມຫຼວງແຕ່ລະແຫ່ງ ກໍ່ລ້ວນແຕ່ສະແດງໃຫ້ເຫັນການພັດທະນາສີຂຽວ ມຸ່ງໄປສູ່ຜົນປະໂຫຍດຂອງວົງຄະນາຍາດ.  ນາງ ເຈິ່ນທິອ໊ຽນ ຢູ່ຕາແສງ ຕື່ອານ ນະຄອນ ບວນມາທວດ ໃຫ້ຮູ້ວ່າ:

     “ຢູ່ ບວນມາທວດ ນ້ອງເຫັນວ່າມີສວນສາທາລະນະຫຼາຍແຫ່ງ ດ້ວຍຕົ້ນໄມ້ຫຼາຍຊະນິດ. ພິເສດຢູ່ຕາມຖະໜົນໃຫຍ່ ກໍ່ໄດ້ປູກຕົ້ນໄມ້ໃຫຍ່ຫຼາຍຕົ້ນ ມັນໄດ້ເຮັດໃຫ້ອາກາດຢູ່ນີ້ປອດໂປ່ງ.ເຮົາຮູ້ສຶກວ່າ ດຳລົງຊີວິດຢູ່ນີ້ມີຄວາມປອດໄພ ແລະ ດີທີ່ສຸດ”.

     ທ່ານ ຫວູວັນຮຶງ ປະທານຄະນະກຳມະການປະຊາຊົນນະຄອນ ບວນມາທວດ ໃຫ້ຮູ້ວ່າ ເພື່ອສ້າງນະຄອນຂຽວຄືໃນວັນນີ້ ໃນຕະຫຼອດຫຼາຍທົດສະວັດທີ່ຜ່ານມາ ການນຳລຸ້ນຕ່າງໆຂອງແຂວງແລະ ຂອງນະຄອນຍາມໃດກໍ່ເອົາໃຈໃສ່ ແລະ ມີວິໄສທັດ ວາງແຜນຜັງພັດທະນາຕົ້ນໄມ້ຂຽວຢ່າງເປັນແບບແຜນ. ມາຮອດປັດຈຸບັນວິໄສທັດດັ່ງກ່າວ ພວມສືບຕໍ່ໄດ້ຮັບການເສີມຂະຫຍາຍເພື່ອກໍ່ສ້າງ ບວນມາທວດ ສົມກັບເປັນຕົວເມືອງຊີວະພາບ ມີສີສັນສະເພາະຂອງຕົນ ແລະ ທັນສະໄໝ. ທ່ານ ຫວູວັນຮຶງ ກ່າວວ່າ:

      “ທັດສະນະຂອງນະຄອນ ແມ່ນສືບຕໍ່ຍົກສູງອັດຕາປົກຄຸມຂອງຕົ້ນໄມ້ຂຽວຄື ເນື້ອທີ່ຕົ້ນໄມ້ຂຽວກວ່າ 9 ຕາແມັດຕໍ່ຄົນ ຢູ່ພາຍໃນຕົວເມືອງ ແລະ 18 ຕາແມັດຕໍ່ຄົນ ໃນທົ່ວນະຄອນ. ດັ່ງນັ້ນກໍ່ຕ້ອງປຸກລະດົມພະນັກງານ ກຳມະກອນ ລັດຖະກອນ ແຕ່ລະປີຕ້ອງດຳເນີນວັນບຸນປູກຕົ້ນໄມ້ ຜູ້ໜຶ່ງຕ້ອງປູກຕົ້ນໄມ້ຢ່າງໜ້ອຍໜຶ່ງຕົ້ນ. ແລະ ບັນດາເຂດຕົວເມືອງໃໝ່ກໍ່ລ້ວນແຕ່ລົງທຶນກໍ່ສ້າງສວນດອກໄມ້”.

       ດ້ວຍວິໄສທັດຍຸດທະສາດ ການວາງແຜນຜັງຢ່າງມີແບບແຜນ ແລະ ຄວາມເອົາໃຈໃສ່ລົງທຶນຢ່າງຖືກຕ້ອງ, ບວນມາທວດ ພວມຄ່ອຍໆໄດ້ຮັບການກໍ່ສ້າງເພື່ອສົມກັບເປັນຕົວເມືອງໃຈກາງຢູ່ເຂດ ເຕີຍງວຽນ. ໃນບັນດາຜົນສຳເລັດຂອງນະຄອນ ຈຸດທີ່ພົ້ນເດັ່ນພວມໄດ້ຮັບການຢັ້ງຢືນ ນັ້ນແມ່ນຕົ້ນໄມ້ຂຽວຖືກອຸປະມາດັ່ງ “ປ່າໃນຖະໜົນ” ອັນໄດ້ສ້າງສະພາບແວດລ້ອມທີ່ເປັນໜ້າດຳລົງຊີວິດໃຫ້ປະຊາຊົນ ແລະ ດຶງດູດແຂກທ່ອງທ່ຽວ. 

ຕອບກັບ

ຂ່າວ/ບົດ​ອື່ນ