ບວນມາທວດ - ນະຄອນທັນສະໄໝ ແລະ ສະຫງົບສຸກ

(VOVWORLD) -ບວນມາທວດແມ່ນບໍ່ເກີດຂອງໝາກກາເຟຫວຽດນາມ, ເປັນຫົວຈັກເສດຖະກິດຂອງເຂດ ເຕິຍງວຽນ, ເຂດບ້ານນາໃໝ່ຂອງຫຼາຍກວ່າ 40 ຊົນເຜົ່າທີ່ມາຈາກທຸກແຖບຖິ່ນຂອງປະເທດຊາດ. ບວນມາທວດໄດ້ ແລະ ພວມກາຍເປັນຕົວເມືອງໃຈກາງຢູ່ເຂດເຕິຍງວຽນ ທັງໜຸ່ມແໜ້ນແລະທັນສະໄໝທັງມີປະຫວັດສາດແລະວັດທະນະທຳມາແຕ່ດົນນານ.
ບວນມາທວດ - ນະຄອນທັນສະໄໝ ແລະ ສະຫງົບສຸກ - ảnh 1ບ້ານ ອາໂກເດີຮົງ ໄດ້ຮັບຖືແມ່ນບ້ານທີ່ຮັ່ງມີໃນເຂດ

    ບ້ານ ອາໂກເດີຮົງ ຕາແສງເຕິນເລີ້ຍ ນະຄອນ ບວນມາທວດ ໄດ້ປ່ຽນແປງໃນແຕ່ລະວັນ. ຊຸມວັນທີ່ຜ່ານມາ ສາລາບ້ານນັບ 10 ຫຼັງຂອງຊາວເຜົ່າເອເດໄດ້ຖືກປຸກສ້າງຂຶ້ນ. ລຸງອາມາແຢນນີ ພ້ອມກັບພວກນາຍຊ່າງພວມປຸກສ້າງສາລາບ້ານຫຼັງໃໝ່ ໃຫ້ຮູ້ວ່າ ນີ້ແມ່ນເຮືອນຫຼັງໜຶ່ງໃນກຸ່ມເຮືອນສວນເພື່ອອາໄລຫາເຖິງເຈົ້າເຫຼົ່າອາມາເຮີຣີນ ເຊິ່ງແມ່ນຜູ້ມີຄຸນງາມຄວາມດີໃນການສ້າງສາ ໝູ່ບ້ານອາໂກເດີຮົງໃຫ້ຮັ່ງມີສວຍງາມແລະເຕັມໄປດ້ວຍສີສັນຊົນເຜົ່າ. ລຸງອາມາແຢນນີ ໃຫ້ຮູ້ວ່າ:

       “ເຮົາໄດ້ປຸກສ້າງຫໍວັດທະນະທຳເພື່ອອະນຸລັກຊື່ສຽງຮຽງນາມຂອງເຈົ້າເຫຼົ່າອາມາເຮີຣີນ.ເຮົາປຸກສ້າງຂຶ້ນ ດັ່ງນັ້ນທຸກຄົນຈະມາຫາແລະເຫັນຄອບຄົວຂອງເຮົາພວມຮັກສາວັດທະນະທຳ. ສັງຄົມຈະສ້າງເງື່ອນໄຂໃຫ້ແກ່ເຮົາ ນັກທ່ອງທ່ຽວກໍ່ມາຢາມ ເຂົາເຈົ້າກໍ່ໄດ້ເຫັນຄຸນຄ່າ ດັ່ງນັ້ນເຂົາເຈົ້າພ້ອມແລ້ວທີ່ຈະປະກອບສ່ວນອະນຸລັກຮັກສາວັດທະນະທຳ”.

    ບໍ່ພຽງແຕ່ຮ້ານກາເຟທີ່ເປັນເອກະລັກຂອງຊາວເຜົ່າເອເດທີ່ໄດ້ເຂົ້າຮ່ວມໃນລະບົບບໍລິການທ່ອງທ່ຽວໃນແຂວງເທົ່ານັ້ນ, ຊາວເຜົ່າເອເດ        ຢູ່ບ້ານ ອາໂກເດີຮົງ ຍັງກ້າຫານລົງທຶນດ້ວຍຂອບຂະໜາດໃຫຍ່ອີກດ້ວຍ. ຄືນາງ ເຮີຢັບ ນີເອ ໄດ້ກໍ່ສ້າງເຂດທ່ອງທ່ຽວ ອາໂກ ອີອາ ດ້ວຍເນື້ອທີ່ກ້ວາງນັບພັນຕາແມັດ. ມີບັນດາຮ້ານເຄື່ອງທີ່ລະນຶກ, ເຮືອນພັກເຊົ່າ ຖືກກໍ່ສ້າງດ້ວຍວັດສະດຸທຳມະຊາດ ແລະ ຢູ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ຊີວະພາບ ວັດທະນະທຳ ເພື່ອໃຫ້ຊາວທ້ອງຖິ່ນ ພ້ອມກັບນັກທ່ອງທ່ຽວຫຼາຍຄະນະທີ່ມາຈາກຕ່າງແຂວງມາຢ້ຽມຢາມ. ນາງ ເຮີຢັບ ນີເອ ໃຫ້ຮູ້ວ່າ :

    “   ເຂດເຕີຍງວຽນ ໃນປະຈຸບັນ ມີ 47 ຊົນເຜົ່າອ້າຍນ້ອງ, ມີຫຼາຍຊົນເຜົ່າດຳລົງຊີວິດຢູ່ແຫ່ງນີ້, ແຕ່ພວກເຮົາຍັງບໍ່ທັນເຂົ້າໃຈໄດ້ໝົດເທື່ອ. ຂ້າພະເຈົ້າຫວັງວ່າ ທຸກໆຄົນມີໂອກາດມານີ້ ຄວນຖືເປັນເຮືອນຂອງເຂົາ ເພື່ອຊອກຮູ້ຕົວຈິງ ຈາກການກິນ, ການຢູ່, ການຊອກຮູ້ວັດທະນະທຳ…”     

       ໃນຊຸມປີຜ່ານມາ ບວນມາທວດ ໄດ້ມີລະດັບການຫັນເປັນຕົວເມືອງຢ່າງວ່ອງໄວທີ່ສຸດແຕ່ກໍ່ຍັງຄົງສາມາດຮັກສາຄວາມສວຍງາມ ຂຽວ ສະອາດ. ແຕ່ລະແຈຖະໜົນ ແຕ່ລະໂຖດອກໄມ້ໃນສວນສາທາລະນະ ສະໜາມຫຼວງກໍ່ລ້ວນແຕ່ໄດ້ຮັບການບົວລະບັດຢ່າງລະອຽດເພື່ອປົກຄຸມສີຂຽວໄປທົ່ວ ມຸ່ງໄປສູ່ຜົນປະໂຫຍດຂອງຊຸມຊົນ. ການຫັນເປັນຕົວເມືອງຢູ່ ບວນມາທວດຍັງປະກອບສ່ວນແກ້ໄຂບາງບັນຫາສັງຄົມໃຫ້ດີ. ຍົກຕົວຢ່າງຖະໜົນປຶ້ມ - ກາເຟໃນປັດຈຸບັນຍາມໃດກໍ່ສະອາດສວຍງາມແມ່ນສະຖານທີ່ແລກປ່ຽນເສດຖະກິດວັດທະນະທຳແລະສັງຄົມ. ທ່ານ ຮວ່າງແຢັງຫິວ ຜູ້ອຳນວຍການບໍລິສັດກາເຟ ມິດເອເດ ສະມາຊິກຂອງຖະໜົນປຶ້ມ - ກາເຟໃຫ້ຮູ້ວ່າ:

       “ປັດໄຈພາໄປເຖິງຜົນສຳເລັດທຳອິດແມ່ນນະໂຍບາຍຂອງທ້ອງຖິ່ນໄດ້ກ້າຫານໃຫ້ແກ່ວິສາຫະກິດເຂົ້າມາລົງທຶນຢູ່ຖະໜົນສາຍນີ້. ອຳນາດການປົກຄອງໄດ້ມີນະໂຍບາຍອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດເພື່ອຊ່ວຍວັດທະນະທຳການອ່ານ ວັດທະນະທຳທ້ອງຖິ່ນ ແລະ ວັດທະນະທຳກາເຟຖືກແຜ່ກະຈ່າຍອອກສູ່ວົງກວ້າງ.”

      ທ່ານຫວູວັນຮຶງ ປະທານຄະນະກຳມະການປະຊາຊົນນະຄອນໃຫ້ຮູ້ວ່າ ບວນມາທວດໄດ້ຮັບການພັດທະນາດ້ວຍກຳນົດທິດຊີວະພາບ - ສີສັນ-ອັດສະລິຍະ ແລະ ມີກຳລັງພາຍໃນເພື່ອກໍ່ສ້າງນະຄອນໃຫ້ບັນລຸໝາກຜົນດັ່ງຫວັງ. ບວນມາທວດແມ່ນສູນກາງຂອງທົ່ວປະເທດ ກໍ່ເປັນທີ່ຮູ້ຈັກກັນດີກ່ຽວກັບກາເຟຂອງໂລກ. ຢູູ່່ແຫ່ງນີ້ມີສະຖາບັນຄົ້ນຄວ້າກ່ຽວກັບກະສິກຳ ປ່າໄມ້ ກ່ຽວກັບອານະໄມລະບາດວິທະຍາ, ມີບັນດາມະຫາວິທະຍາໄລ, ເປັນສູນແນວປູກຂອງທັງພາກກາງ ແລະ ເຂດເຕິຍງວຽນ, ທ່ານຫວູວັນຮຶງໃຫ້ຮູ້ວ່າ:

       “ໃນຂໍ້ສະຫຼຸບ 67 ຂອງກົມການເມືອງໄດ້ມີຄຳຮຽກຮ້ອງໃຫ້ກໍ່ສ້າງບວນມາທວດໃຫ້ກາຍເປັນຕົວເມືອງຂຽວ ຊີວະພາບ ສີສັນ ແລະ ອັດສະລິຍະ. ພວກຂ້າພະເຈົ້າຈະສືບຕໍ່ປະຕິບັດການປະຕິຮູບບັນດາລະບຽບການບໍລິຫານໃນຂົງເຂດຕ່າງໆເພື່ອເຮັດແນວໃດສ້າງເງື່ອນໄຂສະດວກດີທີ່ສຸດໃຫ້ແກ່ປະຊາຊົນແລະວິສາຫະກິດ. ພິເສດແມ່ນສະພາບແວດລ້ອມອຳນວຍຄວາມສະດວກຈະເປັນການດຶງດູດບັນດາໂຄງການພັດທະນາຕົວເມືອງຢູ່ ບວນມາທວດ”.

       ພ້ອມກັບບັນດາໂຄງການຈຸດສຸມຂອງລັດເຊິ່ງໄດ້ ແລະ ພວມໄດ້ຮັບການສຳຫຼວດແລະ ລົງທຶນ, ມີນັກລົງທຶນ ວິສາຫະກິດ ກຸ່ມບໍລິສັດໃຫຍ່ຫຼາຍແຫ່ງກໍ່ໄດ້ສືບຕໍ່ເຂົ້າມາລົງທຶນຢູ່ບວນມາທວດ. ໂຄງການນ້ອຍໃຫຍ່ນັບ 10 ໂຄງການດ້ວຍຍອດເງິນລົງທຶນນັບຮ້ອຍພັນຕື້ດົ່ງ ໄດ້ຮັບການສະເໜີຜັນຂະຫຍາຍປະຕິບັດຈາກບັນດານັກລົງທຶນພາກເອກະຊົນ ທັງນີ້ກໍ່ເປັນການຊ່ວຍບວນມາທວດ ສືບຕໍ່ກ້າວຂຶ້ນກາຍເປັນເຂດຕົວເມືອງຈະເລີນຮຸ່ງເຮືອງ ໃນທ່າມກາງເຂດພູຜາປ່າໄມ້ ເຕິຍງວຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ