ບ້ານຊິນສວຍໂຮ່ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງລາຍເຈົາ

(VOVWORLD) -ໂດຍຫ່າງຈາກນະຄອນ ລາຍເຈົາເກືອບ 40 ກິໂລແມັດໄປທາງທິດເໜືອ, ບ້ານຊິນສວຍໂຮ່ ຕາແສງຊິນສວຍໂຮ່ ເມືອງຟອງໂຖ໋ ແຂວງລາຍເຈົາໄດ້ມີມາກ່ອນນີ້ປະມານ 300 ປີ. ບ້ານຊິນສວຍໂຮ່ ໄດ້ຮັບການຮັບຮອງຈາກແຂວງລາຍເຈົາແມ່ນບ້ານທ່ອງທ່ຽວຊຸມຊົມປີ 2015
ບ້ານຊິນສວຍໂຮ່ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງລາຍເຈົາ - ảnh 1ທິວທັດທຳມະຊາດຢູ່ບ້ານຊິນສວຍໂຮ່.

     ບ້ານຊິນສວຍໂຮ່ໃນປັດຈຸບັນມີ 149 ຄອບຄົວດ້ວຍຈຳນວນພົນລະເມືອງ 736 ຄົນເຊິ່ງລ້ວນແຕ່ແມ່ນຊາວເຜົ່າມົ້ງ. ໂດຍນອນຢູ່ຄວາມສູງເກືອບ 1.500 ແມັດເມື່ອທຽບໃສ່ໜ້ານ້ຳທະເລ ດັ່ງນັ້ນຢູ່ແຫ່ງນີ້ ດິນຟ້າອາກາດເຢັນສະບາຍ ພູຜາໃຫຍ່ໂຕມະໂຫຖານ, ໃນບ້ານກໍ່ມີຫ້ວຍ ,ນ້ຳຕົກຕາດໄຫຼຕະຫຼອດປີ                                            

         ນັບຕັ້ງແຕ່ ເມື່ອໄດ້ຮັບການຮັບຮອງແມ່ນບ້ານທ່ອງທ່ຽວຊຸມຊົມຊາວບ້ານໄດ້ຮ່ວມແຮງຮ່ວມໃຈເຮັດການທ່ອງທ່ຽວ. ມີບາງຄອບຄົວກໍ່ໄດ້ປຸກໂຮມສະເຕ, ມີບາງຄອບຄົວເປີດຮ້ານຂາຍກາເຟ, ມີບາງຄອບຄົວກໍ່ເຮັດພັດທະຄານຫຼືຂາຍເຄື່ອງຂອງເປັນທີ່ລະນຶກ... ບັນດາໂຮມສະເຕລ້ວນແຕ່ເຮັດດ້ວຍໄມ້ ດ້ວຍຮູບແບບເຮືອນຢູ່ປະເພນີຂອງຊາວເຜົ່າມົ້ງ.ທ່ານຫວ່າງອາຈິ໊ງນາຍບ້ານ ບ້ານຊິນສວຍໂຮ່ເລົ່າສູ່ຟັງວ່າ:

      “ປັດຈຸບັນໃນບ້ານມີ 12 ຄອບຄົວເຮັດການບໍລິການໂຮມສະເຕ.ແຂກຄົນໜຶ່ງນັບທັງການກິນການນອນຕ້ອງຈ່າຍເງິນ 250.000 ດົ່ງຕໍ່ຄືນ. ແຂກມານີ້ ກໍ່ໄດ້ເຂົ້າຮ່ວມລາຍການສະແດງສິລະປະວັນນະຄະດີ, ເຂົ້າຮ່ວມງານຕັ້ງຄ້າຍ, ຟ້ອນລຳທຳເພງພ້ອມກັບພໍ່ແມ່ພີ່ນ້ອງຊາວບ້ານ. ແຂກທ່ອງທ່ຽວຫວຽດນາມມານີ້ກໍ່ມາຈາກຫຼາຍທ້ອງຖິ່ນ ຄືນະຄອນໂຮ່ຈີມິນ, ດ່າໜັງ,ໂຮ້ຍອານ...ສ່ວນແຂກທ່ອງທ່ຽວ ຕ່າງປະເທດຫຼາຍທີ່ສຸດແມ່ນມາຈາກອາເມລິກາແລະສິງກາໂປແລະການາດາ”.

          ເມື່ອແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢູ່ແຫ່ງນີ້ ກໍ່ຈະໄດ້ເຂົ້າຮ່ວມງານຕະຫຼາດນັດໃນວັນເສົາແຕ່ລະອາທິດແຂກທ່ອງທ່ຽວຈະຕົກສະເງິຍ້ອນທິວທັດທຳມະຊາດແລະມະນຸດຢູ່ແຫ່ງນີ້. ສອງຟາກທາງເຂົ້າໄປໝູ່ບ້ານກໍ່ປູກດອກໄມ້ຫຼາຍຊະນິດທີ່ງາມຕາ.ມາທ່ອງທ່ຽວຢູ່ບ້ານຊິນສວຍໂຮ່ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າ ມົ້ງໄດ້ຢ້ຽມຊົມຄວາມງາມຂອງເນື້ອທີ່ນາຂັ້ນໄດ. ທ່ານຟ້າມງອກກວິ່ງ ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນເປີດເຜີຍວ່າ:

        “ບ້ານຊິນສວຍໂຮ່ຖືກກໍ່ສ້າງຢ່າງໃຫຍ່ໂຕໂອ້ໂຖງສະອາດແລະສວຍງາມ. ສະຖາປັດຕະຍະກຳເຮືອນຢູ່ ເປັນຕົ້ນແມ່ນປະຕູໂຂງຂອງເຮືອນມີລັກສະນະພິເສດກົມກຽວ, ແຕ່ລະປະຕູໂຂງໂຮມສະເຕກໍ່ມີຄວາມເປັນເອກະລັກສະເພາະ, ຕົ້ນໄມ້ຢູ່ທີ່ນີ້ກໍ່ສວຍງາມທີ່ສຸດພ້ອມກັບຈິດໃຈຮັກແພງແຂກຄົນຂອງຊາວທ້ອງຖິ່ນແລະທິວທັດທຳມະຊາດທີ່ເປັນໜ້າຈັບອົກຈັບໃຈຢູ່ທີ່ນີ້ ກໍ່ພາໃຫ້ບໍ່ວ່າຜູ້ໃດທີ່ໄດ້ມາແຫ່ງນີ້ແລ້ວກໍ່ຢາກກັບຄືນມາຢາມອີກຄັ້ງໜຶ່ງ”.

        ຈຸດທີ່ພົ້ນເດັ່ນຂອງການບໍລິການໂຮມສະເຕກໍ່ແມ່ນເຂດຮັງນົກ ເຊິ່ງແມ່ນບັນດາໂຮມສະເຕຖືກອອກແບບຢູ່ເທິງຕົ້ນໄມ້ເປັນໜ້າປະຫຼາດໃຈ. ອ້າຍຫວ່າງອາລືເຈົ້າຂອງໂຮມສະເຕເຂດຮັງນົກ ຢູ່ບ້ານຊິນສວຍໂຮ່ ໃຫ້ຮູ້ວ່າ:

     “ເມື່ອແຂກທ່ອງທ່ຽວໄປຍັງເຂດຮັງນົກ ຈະໄດ້ນອນຢູ່ຕາມເຮືອນເທິງຕົ້ນໄມ້ ເຂດຮັງນົກມີທັງໝົດ 6 ຮັງແລະແຕ່ລະຮັງຍາວ 2,8 ແມັດ ສ່ວນລວງກວ້າງແມ່ນ 2,6 ແມັດ ມີໄວຟາຍມີຫ້ອງນ້ຳຄົບຊຸດ. ແຕ່ລະຫ້ອງສາມາດບັນຈຸສອງຄົນແລະເດັກນ້ອຍແຕ່ໜຶ່ງຫາສອງຄົນອີກ”.

        ບ້ານຊິນສວຍໂຮ່ກໍ່ແມ່ນໜຶ່ງໃນບັນດາໝູ່ບ້ານໄດ້ຮັບການເລືອກເຟັ້ນຈາກແຂວງລາຍເຈົາເພື່ອປະຕິບັດແຜນ  “ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການທ່ອງທ່ຽວຊົນນະບົດຢູ່ບາງບ້ານໝູ່ບ້ານໃນບໍລິເວນແຂວງລາຍເຈົາ ໄລຍະ 2020 - 2025”. ທ່ານແຈ່ວກວຍຮວ່າປະທານຄະນະກຳມະການປະຊາຊົນຕາແສງຊິນສວຍໂຮ່ໃຫ້ຮູ້ວ່າ:

     “ໂດຍປະຕິບັດຕາມໂຄງການກໍ່ສ້າງຊົນນະບົດໃໝ່, ນັບແຕ່ປີ 2015 ທາງຕາແສງໄດ້ຂະຫຍາຍການປູກຕົ້ນຊາທັງປູກຕົ້ນກ້ວຍໄມ້ ເພື່ອສະໜອງໃຫ້ແກ່ບັນດາແຂວງເຂດພູດອຍທາງພາກເໜືອ. ແຕ່ລະປີບ້ານຊິນສວຍໂຮ່ມີລາຍໄດ້ຈາກການປູກຕົ້ນໄມ້ປະດັບແຕ່ 2 ຫາ 3 ຕື້ດົ່ງ. ແຂວງ ລາຍເຈົາ ມີ 11 ບ້ານທ່ອງທ່ຽວໃນນັ້ນມີບ້ານຊິນສວຍໂຮ່ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ”.

      ປັດຈຸບັນບ້ານຊິນສວຍໂຮ່ ໄດ້ຮັບການເຊີດຊູຈາກສະຫະສະມາຄົມທ່ອງທ່ຽວຫວຽດນາມ ແມ່ນໝູ່ບ້ານທ່ອງທ່ຽວຊຸມຊົມທີ່ດີເດັ່ນໃນປີ 2019. ປີ 2019 ມີສີ່ໝູ່ບ້ານທ່ອງທ່ຽວຊຸມຊົມໄດ້ຮັບການເຊີດຊູລວມມີບ້ານທ່ອງທ່ຽວຊຸມຊົມຕາລາງໃນແຂວງກວ໋າງນາມ, ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ນ້ຳດຳໃນແຂວງຮ່າຢາງບ້ານທ່ອງທ່ຽວຊຸມຊົມອາໂນໃນແຂວງເທື່ອທຽນເຫວ້ ແລະບ້ານທ່ອງທ່ຽວຊຸມຊົນຊິນສວຍໂຮ່.

ຕອບກັບ

ຂ່າວ/ບົດ​ອື່ນ