ບາເຣັຍ - ຫວຸງເຕົ່າ ເອົາໃຈໃສ່ການພັດທະນາ MICE

(VOVWORLD) -ໃນຊຸມປີມໍ່ໆມານີ້ເຄື່ອງໝາຍທ່ອງທ່ຽວ ຫວຸງເຕົ່າ ໄດ້ແຜ່ກະຈາຍຢ່າງກວ້າງຂວາງ ໄດ້ຮັບການຍ້ອງຍໍຊົມເຊີຍຈາກແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ບໍ່ພຽງແຕ່ກ່ຽວກັບທິວທັດທຳມະຊາດ, ວຽກງານປົກປັກຮັກສາສິ່ງແວດລ້ອມທີ່ໄດ້ຮັບການປະຕິບັດເປັນຢ່າງດີເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຜ່ານຄຸນນະພາບການບໍລິການ ສະຖານທີ່ພັກເຊົາ, ຈິດໃຈຮັກແພງແຂກຂອງປະຊາຊົນ. ນີ້ກໍ່ແມ່ນບັນດາປັດໄຈທີ່ສະດວກ ແລະ ແທດເໝາະ ເພື່ອໃຫ້ ບາເຣັຍ - ຫວູງເຕົ່າ ສ້າງຮູບແບບການທ່ອງທ່ຽວ ຈັດຕັ້ງກອງປະຊຸມສຳມະນາ (MICE)  ພ້ອມກັບບັນດາຮູບແບບທ່ອງທ່ຽວທຳມະຊາດ, ທ່ອງທ່ຽວຊຸມຊົນ, ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບອີກດ້ວຍ
ບາເຣັຍ - ຫວຸງເຕົ່າ ເອົາໃຈໃສ່ການພັດທະນາ MICE - ảnh 1ເຂດພັກຜ່ອນ The Grand  ໜອງ ໂຮ່ຈ່າມ 
 
  MICE ແມ່ນຮູບແບບການທ່ອງທ່ຽວລະດັບສູງຍັງໃໝ່ອ່ຽມຢູ່ ຫວຽດນາມ. ນີ້ແມ່ນຮູບແບບການບໍລິການສົມທົບກັນລະຫວ່າງວຽກງານ ແລະ ການທ່ອງທ່ຽວ ດ້ວຍຄວາມຕ້ອງການສູງຈາກ ວຽກງານຈັດຕັ້ງ, ພື້ນຖານໂຄງລ່າງ, ບຸກຄະລາກອນຮັບໃຊ້ຕະຫຼອດຮອດການບໍລິການເສີມ. ໃນຊຸມປີມໍ່ໆມານີ້ ບາເຣັຍ - ຫວຸງເຕົ່າ ໄດ້ມຸ່ງໄປສູ່ການທ່ອງທ່ຽວ MICE ຄືດັ່ງທ່າອ່ຽງພັດທະນາຂອງຫຼາຍປະເທດໃນໂລກ. ໄລຍະທີ່ຜ່ານມາ MICE ແມ່ນຜະລິດຕະພັນທ່ອງທ່ຽວທີ່ມີລາຍໄດ້ສູງຂອງ ຫວຸງເຕົ່າ. ເພື່ອມຸ່ງໄປສູ້ຜະລິດຕະພັນທ່ອງທ່ຽວ MICE, ບາເຣັຍ - ຫວຸງເຕົ່າ ໄດ້ມີບັນດາໂຄງການວາງແຜນກຳນົດຈຸສຸມ ແລະ ດຶງດູດການລົງທຶນຈາກຕ່າງປະເທດຄື ວອນເດີຟູນເວິນແຊມປັກ ຢູ່ ເບົ່າຈຸ໊ງ, ເຂດທ່ອງທ່ຽວລະດັບສູງ ອັດລັນຕິກ; ສູນຈັດຕັ້ງກອງປະຊຸມງານວາງສະແດງທ່ອງທ່ຽວສາກົນ ເຊີກີປຣາຍເດີລັກໂກນຊີ, ເຂດທ່ອງທ່ຽວໜອງ ໂຮ່ຈ່າມ. ຫຼື ໂຮງແຮມ ປູນເລີມານ ມີຫໍປະຊຸມ ດ້ວຍເງິນລົງທຶນຫຼາຍກວ່າ 1.000 ຕື້ດົ່ງ, ໂຮງແຮມມາລີບູ, CAO, ມາລີນາໄບ, ສູນຈັດຕັ້ງກອງປະຊຸມ ເຮຣາປະເລັບ… ໄດ້ປະກອບສ່ວນດຶງດູດແຂກທ່ອງທ່ຽວສາກົນກໍ່ຄືແຂກທ່ອງທ່ຽວຢູ່ພາຍໃນປະເທດຢ່າງຫຼວງຫຼາຍ. ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບາເຣັຍ - ຫວຸງເຕົ່າ  ເລກວກແຄັ໊ງ ຢືນຢັນວ່າ:

      “ທາງແຂວງໄດ້ ແລະ ພວມກາຍເປັນສະຖານທີ່ທ່ອງທ່ຽວດູດດື່ມຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ມີຫຼາຍໂຄງການທ່ອງທ່ຽວຄຸນນະພາບສູງ ໄດ້ສ້າງເປັນຮູບປະທຳ ແລະ ເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິດຜົນ ປະກອບສ່ວນເພີ່ມລາຍຮັບໃຫ້ແກ່ຂະແໜງທ່ອງທ່ຽວຂອງແຂວງ. ຈຳນວນແຂກທ່ອງທ່ຽວມາທ່ອງທ່ຽວຢູ່ ບາເຣັຍ - ຫວຸງເຕົ່າ ໄດ້ເພີ່ມຂຶ້ນກວ່າ 12% ຕໍ່ປີ. ພ້ອມກັບການພັດທະນາພື້ນຖານໂຄງລ່າງ, ຄຸນນະພາບບັນດາການບໍລິການຮັບໃຊ້ແຂກທ່ອງທ່ຽວ ແລະ ສະພາບແວດລ້ອມການທ່ອງທ່ຽວໃນບໍລິເວນແຂວງ ໃນໄລຍະທີຜ່ານມາໄດ້ຖືກຍົກສູງຂື້ນ ປະກອບສ່ວນຍູ້ແຮງການພັດທະນາເສດຖະກິດສັງຄົມ ຕາມທິດຍືນຍົງ”.

       ຕໍ່ໜ້າຜົນກະທົບຈາກໂຄວິດ - 19, ຂະແໜງທ່ອງທ່ຽວ ບາເຣັຍ - ຫວຸງເຕົ່າ ກໍ່ຄືທົ່ວປະເທດໄດ້ຮັບຜົນກະທົບຢ່າງຮ້າຍແຮງ.ແຕ່ເຖິງຢ່າງໃດກໍ່ຕາມ ໃນສະພາບການດັ່ງກ່າວ ຂະແໜງທ່ອງທ່ຽວແຂວງ ພວມມານະພະຍາຍາມປັບປຸງໂຄງປະກອບ, ປະຕິບັດການຍົກສູງຄຸນນະພາບບັນດາຜະລິດຕະພັນທ່ອງທ່ຽວ ຢ່າງຂ້ຽວຂາດ ເພື່ອດຶງດູດນັກລົງທຶນ, ໂຄງການມີຜະລິດຕະພັນການບໍລິການທີ່ມີກຳລັງແຮງຢ່າງພຽງພໍເພື່ອສ້າງບາດກ້າວກະໂດດຂັ້ນໃຫ້ແກ່ຂະແໜງທ່ອງທ່ຽວ ບາເຣັຍ - ຫວຸງເຕົ່າ ບົນພື້ນຖານທ່າແຮງເສີມຂະຫຍາຍທ່າແຮງບົ່ມຊ້ອນທ່າໄດ້ປຽບທີ່ມີຢູ່ແລ້ວ. ທ່ານ ຫງວຽນຮົ່ງຫຼິງ ເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ຖືວ່າທາງແຂວງຄວນດຶງດູດບັນດາໂຄງການໃຫຍ່ ມີຂອບຂະໜາດສາກົນ ຄວນກຳນົດຈຸດພົ້ນເດັ່ນ, ສັນຍາລັກຂອງ ຫວຸງເຕົ່າ. ທ່ານກ່າວວ່າ:

     “ການທ່ອງທ່ຽວ ແມ່ນນອນໃນທັດສະນະດຶງດູດການລົງທຶນ ໂດຍມີການເລືອກເຟັ້ນຂອງແຂວງ ບາເຣັຍ - ຫວຸງເຕົ່າ. ບໍ່ແມ່ນວ່າ ນັກລົງທຶນໃດ ທີ່ຂໍເຂົ້າມາ ບາເຣັຍ - ຫວຸງເຕົ່າ ລົງທຶນໃນຂົງເຂດທ່ອງທ່ຽວນັ້ນ, ພວກຂ້າພະເຈົ້າຈະສະໜັບສະໜູນໂດຍທັນທີ, ແຕ່ສິ່ງສຳຄັນແມ່ນດຶງດູດບັນດາແນວຄວາມຄິດດີທີ່ສຸດ, ນັກລົງທຶນດີທີ່ສຸດ ແລະ ບັນດາໂຄງການດີທີ່ສຸດ”.

     ບັນດານັກຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ ບາເຣັຍ - ຫວຸງເຕົ່າ ມີທ່າແຮງບົ່ມຊ້ອນຢ່າງສົມບູນ ເພື່ອພັດທະນາຮູບແບບທ່ອງທ່ຽວ MICE . ດ້ວຍທີ່ຕັ້ງທາງດ້ານພູມມີສາດ ນອນຢູ່ຫ່າງຈາກນະຄອນ ໂຮ່ຈີມິນ ປະມານ 120 ກິໂລແມັດ, ລະບົບທາງຄົມມະນາຄົມທີ່ສະດວກ ດ້ວຍບັນດາເສັ້ນທາງໄດ້ຮັບການຍົກລະດັບເປີດກວ້າງມີຍານພາຫະນະໄປມາຢ່າງສະດວກສະບາຍ ດັ່ງນັ້ນແຂກທ່ອງທ່ຽວ ພຽງໃຊ້ເວລາສອງສາມຊົ່ວໂມງ ກໍ່ຈະຮອດສະຖານທີ່ແຫ່ງນີ້. ເພາະສະນັ້ນຢູ່ແຫ່ງນີ້ເບິ່ງຄືວ່າແມ່ນສະຖານທີ່ທີດີ ເພື່ອຈັດຕັ້ງການທ່ອງທ່ຽວ MICE ສົມທົບກັບການພັກຜ່ອນບຳລຸງສຸຂະພາບ. ໂດຍໄດ້ກຳນົດເຄື່ອງໝາຍທ່ອງທ່ຽວ ເພື່ອພັດທະນາ, ຂະແໜງທ່ອງທ່ຽວ ບາເຣັຍ - ຫວຸງເຕົ່າພວມເອົາໃຈໃສ່ເຖິງການດຶງດູດພັດທະນາຜະລິດຕະພັນທ່ອງທ່ຽວ ໃນນັ້ນມີການທ່ອງທ່ຽວ MICE ດ້ວຍບັນດາຜະລິດຕະພັນທ່ອງທ່ຽວຄຸນນະພາບສູງ ໃນໄລຍະທີ່ຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ