ປຸກລຸກຄຸນຄ່າຂອງວັນໝຽວກວັກຕື່ຢ໊າມໃນນະຄອນຫຼວງຮ່າໂນ້ຍ

(VOVWORLD) -ໂດຍໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ສະຕະວັດທີ XI, ວັນໝຽວກວັກຕື່ຢ໊າມເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດໃນສະໄໝສັກດີນາຢູ່ຮ່າໂນ້ຍຍັງຄົງແມ່ນສະຖານທີ່ເຊີດຊູຈິດໃຈມັກການຮ່ຳຮຽນ. ເພື່ອປຸກລຸກຄຸນຄ່າວັດທະນະທຳພິເສດນີ້ເວົ້າສະເພາະແລະມໍລະດົກວັດທະນະທຳເວົ້າລວມ, ບັນດາຜູ້ເຮັດວຽກງານຄຸ້ມຄອງຄົ້ນຄວ້າຜູ້ມີຄວາມກະຕືລືລົ້ນກັບມໍລະດົກວັດທະນະທຳຂອງປະເທດຊາດໄດ້ແລະພວມມານະພະຍາຍາມ ເພື່ອນຳ ວັນໝຽວກວັກຕື່ຢ໊າມກາຍເປັນສູນວັດທະນະທຳສົມກັບຄຸນຄ່າປະຫວັດສາດອັນຫຼັກແຫຼ່ງເຊິ່ງປູ່ຍ່າຕາຍາຍໄດ້ສ້າງຂຶ້ນຢູ່ແຫ່ງນີ້
ປຸກລຸກຄຸນຄ່າຂອງວັນໝຽວກວັກຕື່ຢ໊າມໃນນະຄອນຫຼວງຮ່າໂນ້ຍ - ảnh 1ວັນໝຽວກວັກຕື່ຢ໊າມຢູ່ຮ່າໂນ້ຍ
 
  ວັນໝຽວກວັກຕື່ຢ໊າມຢູ່ຮ່າໂນ້ຍແມ່ນແຫ່ງບັນທຶກບັນດາຂີດໝາຍຂອງຂະບວນວິວັດແຫ່ງການພັດທະນາພື້ນຖານການສຶກສາຂອງປະເທດດ້າຍຫວຽດ. ພາຍຫຼັງບັນດາໄລຍະປະຫວັດສາດມີບາງໄລຍະປູຊະນີຍະສະຖານຢູ່ແຫ່ງນີ້ຖືກເສື່ອມຄຸນນະພາບຢ່າງໜັກ. ເພື່ອມີວັນໝຽວກວັກຕື່ຢ໊າມໄດ້ຮັບການບູລະນະປະຕິສັງຂອນໃຫ້ສວຍງາມຄືວັນນີ້ກໍ່ແມ່ນໄລຍະຍາວນານແຫ່ງການຮັກສາແລະອະນຸລັກເສີມຂະຫຍາຍຄຸນຄ່າມໍລະດົກ.ຫຼາຍປີມໍ່ໆມານີ້, ວັນໝຽວກວັກຕື່ຢ໊າມໄດ້ກາຍເປັນສະຖານທີ່ຮູ້ຈັກກັນດີຂອງແຂກທັງຢູ່ພາຍໃນແລະຕ່າງປະເທດເມື່ອມີໂອກາດມາຢາມຮ່າໂນ້ຍ. ໃນໄລຍະເກີດໂລກລະບາດໂຄວິດ - 19 ໃນປັດຈຸບັນວັນໝຽວກວັກຕື່ຢ໊າມຍັງຄົງເປີດປະຕູຮັບໃຊ້ແຂກທາງອອນລາຍຈັດຕັ້ງການຄົ້ນຄວ້າກະກຽມບັນດາການເຄື່ອນໄຫວ, ຜະລິດຕະພັນເພື່ອພາຍຫຼັງທີ່ການເຄື່ອນໄຫວກັບຄືນສູ່ປົກກະຕິຈະມີບັນດາຜະລິດຕະພັນຮັບໃຊ້ຄວາມຕ້ອງການຂອງແຂກທ່ອງທ່ຽວໃນທັນທີ. ເພື່ອນຳຄຸນຄ່າທີ່ຫຼັກແຫຼ່ງຂອງປູຊະນີຍະສະຖານເຖິງມວນຊົນ,ເພື່ອໃຫ້ແຂກມາທັດສະນະສຶກສາໄດ້ຊອກຮູ້ຄຸນຄ່າຂອງວັດທະນະທຳວັນໝຽວແລະບັນດາເຂດວັດທະນະທຳໃນທົ່ວປະເທດເວົ້າລວມແລະຫຼໍ່ລ້ຽງຄວາມຮັກມໍລະດົກນັ້ນກໍ່ຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດຄວນມີໄລຍະເວລາການຊ່ວຍໜູນແລະຮ່ວມເດີນທາງຈາກຫຼາຍຄົນ, ທ່ານເຈືອງກວັກຕວ່ານ ທີ່ປຶກສາການການເຄື່ອນໄຫວເສີມຂະຫຍາຍຄຸນຄ່າທ່ອງທ່ຽວຂອງວັນໝຽວກວັກຕື່ຢ໊າມຖືວ່າແຂກທ່ອງທ່ຽວມາຢາມວັນໝຽວກວັກຕື່ຢ໊າມແມ່ນມີຄວາມຫວັງຢາກໄດ້ເຊື່ອມຕົວເຂົ້າກັບການເຄື່ອນໄຫວວັດທະນະທຳດ້ວຍບັນດາການໂອ້ລົມສົນທະນາ, ການພົບປະແລກປ່ຽນ, ວາງສະແດງແລະການສະແດງສິລະປະ. ຍ້ອນເຫດນີ້ເອງເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງວັນໝຽວກວັກຕື່ຢ໊າມແຂກທ່ອງທ່ຽວຄວນຊອກຮູ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົວຈິງດ້ວຍບັນດາເນື້ອໃນອັນດູດດື່ມ. ທ່ານເຈືອງກວັກຕວ່ານເວົ້າວ່າ:

     “ປູຊະນີຍະສະຖານລະດັບຊາດພິເສດ ວັນໝຽວກວັກຕື່ຢ໊າມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງກ່ຽວກັບວັດທະນະທຳປະຫວັດສາດເພາະວ່ານີ້ແມ່ນບ່ອນເຕົ້າໂຮມສິ່ງທີ່ຍອດຍິ່ງ, ບັນດາຄຸນຄ່າວັດທະນະທຳຂອງຫວຽດນາມໃນໄລຍະລາຊາທິປະໄຕສັກດີນາ. ແຕ່ມາຮອດປັດຈຸບັນບັນດາຄວາມສາມາດບົ່ມຊ້ອນນີ້ພຽງແຕ່ໄດ້ເສີມຂະຫຍາຍບັນດາຄຸນຄ່າຢ່າງເລັກໆນ້ອຍໆຜ່ານການຢ້ຽມຊົມທັດສະນະສຶກສາ, ທ່ອງທ່ຽວ. ໃນເຂດປູຊະນີຍະສະຖານແຫ່ງນີ້ມີສອງປັດໄຈທີ່ສຳຄັນນັ້ນແມ່ນວັນໝຽວແລະກວັກຕື່ຢ໊າມແຕ່ແຂກມາຢ້ຽມຊົມຢູ່ທີ່ນີ້ພຽງແຕ່ເຫັນ ວັນໝຽວແມ່ນຄືແນວໃດ ສ່ວນກວັກຕື່ຢ໊າມແມ່ນມະຫາວິທະຍາໄລແຫ່ງທຳອິດຢູ່ຫວຽດນາມແມ່ນຍັງບໍ່ທັນສະແດງໃຫ້ເຫັນແຈ້ງເທື່ອ. ໃນອະນາຄົດວັນໝຽວຄວນໄດ້ຂະຫຍາຍບັນດາການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບກວ່າເກົ່າ ເພື່ອກາຍເປັນສູນກາງວັດທະນະທຳເພື່ອໃຫ້ໄວໜຸ່ມມານີ້ສາມາດເຂົ້າຮ່ວມການເຄື່ອນໄຫວວັດເທະນະທຳທີ່ມີຜົນປະໂຫຍດຄືການໂອ້ລົມສົນທະນາ ພົບປະແລກປ່ຽນງານວາງສະແດງຫຼືສະແດງສິລະປະ”.

       ທີ່ການໂອ້ລົມສົນທະນາ “ປຸກລຸກຄວາມສາມາດບົ່ມຊ້ອນທາງດ້ານວັດທະນະທຳຫວຽດນາມ” ໂດຍສູນການເຄື່ອນໄຫວວັດທະນະທຳວິທະຍາສາດວັນໝຽວກວັກຕື່ຢ໊າມຈັດຂຶ້ນໃນຕອນເຊົ້າວັນທີ 29 ກັນຍາ, ຄະນະຈັດຕັ້ງໄດ້ແນະນຳໂຄງການ “ເຂດວັດທະນະທຳກວັກຕື່ຢ໊າມ” ນີ້ແມ່ນໂຄງການແນໃສ່ປຸກລຸກຄວາມສາມາດບົ່ມຊ້ອນວັດທະນະທຳຫວຽດນາມວັນໝຽວກວັກຕື່ຢ໊າມແລະມີຄວາມຫວັງຢາກຮັກສາແລະວາດພາບເຖິງວັດທະນະທຳປະຫວັດສາດ ທີ່ເປັນມູນເຊື້ອຂອງຊາດຫວຽດນາມກໍ່ຄືໂຄສະນາບັນດາການເຄື່ອນໄຫວວັດທະນະທຳຢູ່ກວັກຕື່ຢ໊າມ. ນາງຮວ່າງດວານຈາງ ຜູ້ຮັບຜິດຊອບຮ່ວມໂຄງການເຂດວັດທະນະທຳກວັກຕື່ຢ໊າມໃຫ້ຮູ້ວ່າ:

       “ເປັນທີ່ໄດ້ຮັບຊາບວ່າສູນວັດທະນະທຳວິທະຍາສາດວັນໝຽວກວັກຕື່ຢ໊າມມີຄວາມຕ້ອງການປະຕິບັດບັນດາການເຄື່ອນໄຫວເພື່ອແຜ່ກະຈາຍບັນດາຄຸນຄ່າມູນເຊື້ອອັນດີງາມຂອງການຮ່ຳຮຽນໃນສັງຄົມຍຸກທັນສະໄໝ ກໍ່ຄືເຮັດແນວໃດນຳປູຊະນີຍະສະຖານແຫ່ງນີ້ກາຍເປັນເຂດວັດທະນະທຳເປີດ. ພວກຂ້າພະເຈົ້າໄດ້ມີໂຄງການເຂດວັດທະນະທຳກວັກຕື່ຢ໊າມ ດ້ວຍສານຮ່ວມນັ້ນແມ່ນປຸກລຸກຄວາມສາມາດບົ່ມຊ້ອນວັດທະນະທຳຫວຽດນາມ”.

     ດ້ວຍການຮ່ວມເດີນທາງຂອງນັກວິທະຍາສາດບັນດາເພື່ອນໜຸ່ມຫຼາຍຄົນທີ່ມີຄວາມເມົາມົວປະຫວັດສາດແລະວັດທະນະທຳຂອງປະເທດ, ວັນໝຽວກວັກຕື່ຢ໊າມພວມກາຍເປັນສິ່ງທີ່ໃກ້ຊິດຕິດແທດກັບມວນຊົນຫຼາຍຂຶ້ນແລະພວກກາຍເປັນສູນວັດທະນະທຳສົມກັບລະດັບຂອງຮ່າໂນ້ຍກໍ່ຄືຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ