ປູຊະນີຍະສະຖານຄຸກເຊີນລາ: “ສະຖານທີ່ແດງ” ສຶກສາອົບຮົມມູນເຊື້ອປະຕິວັດ

(VOVWORLD) -ຄຸກເຊີນລາຖືກພວກລ່າເມືອງຂຶ້ນ ຝລັ່ງກໍ່ສ້າງເມື່ອປີ 1908 ແມ່ນບ່ອນກັກຂັງນັກໂທດ 1.000 ເທື່ອຄົນເຊິ່ງແມ່ນບັນດານັກຮົບຄອມມູນິດ.ຍ້ອນເຫດນີ້ເອງແຫ່ງນີ້ກໍ່ໄດ້ກາຍເປັນໂຮງຮຽນປະຕິວັດແມ່ນບ່ອນໃຫ້ກຳເນີດນັກປະຕິວັດຫວຽດນາມ, ໃນທຸກວັນນີ້ ຄຸກເຊີນລາໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ຢ້ຽມຊົມທັດສະນະສຶກສາທີ່ມີຄວາມໝາຍ, ແມ່ນສະຖານທີ່ແດງເພື່ອໂຄສະນາສຶກສາອົບຮົມມູນເຊື້ອປະຕິວັດໃຫ້ແກ່ໄວໜຸ່ມ ເພີ່ມຄວາມເຄົາລົບຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອປະຕິວັດຂອງຊາດ
ປູຊະນີຍະສະຖານຄຸກເຊີນລາ: “ສະຖານທີ່ແດງ” ສຶກສາອົບຮົມມູນເຊື້ອປະຕິວັດ - ảnh 1ປູຊະນີຍະສະຖານປະຫວັດສາດຄຸກເຊີນລາ ດຶງດູດຜູ້ມາຢ້ຽມຊົມຢ່າງຫຼວງຫຼາຍ

     ປູຊະນີຍະສະຖານປະຫວັດສາດຄຸກເຊີນລາ  ຖືກຕັ້ງບົນໂນນເຄົາກ່າ ຂຶ້ນກັບໜ່ວຍ 9 ຕາແສງໂຕຮ໊ຽວນະຄອນເຊີນລາແຂວງເຊີນລາ. ໄລຍະ 1930 – 1945 ພວກລ່າເມືອງຂຶ້ນ ຝລັ່ງໄດ້ຈັບຂັງນັກໂທດການເມືອງ 1.013ເທື່ອຄົນ. ຄຸກເຊີນລາໄດ້ກາຍເປັນບ່ອນບຳລຸງກໍ່ສ້າງນັກຄອມມູນິດທີ່ດີເດັ່ນ ປະກອບສ່ວນເຂົ້າໃນໄຊຊະນະຂອງການລຸກຮື້ຂຶ້ນຂະໜາດໃຫຍ່ ເມື່ອເດືອນສິງຫາ ປີ 1945 ເຊິ່ງພົ້ນເດັ່ນຂຶ້ນແມ່ນບັນດາສະຫາຍຄືໂຕຮ້ຽວ, ເລຢ໋ວນ, ເຈື່ອງຈິງ, ຫງວຽນເລືອງບັ່ງ, ວັນຕ໊ຽນຢູ໊ງ, ເລດຶກເຖາະ...

     ເມື່ອມາຢາມເຊີນລາແຕ່ລະເທື່ອ, ອ້າຍຫງວຽນວັນຄວາຢູູ່່ເທດສະບານເມືອງເມື່ອງໄລແຂວງດ້ຽນບຽນ ຕ່າງກໍ່ສະຫຼະເວລາໄປຢາມ ຄຸກເຊີນລາແລະເທື່ອໃດທ່ານກໍ່ມີຄວາມຮູ້ສຶກຕື້ນຕັນໃຈ. ອ້າຍຄວາເວົ້າຄວາມໃນໃຈສູ່ຟັງວ່າມາຢ້ຽມຢາມແຫ່ງນີ້ ບໍ່ພຽງແຕ່ຄົ້ນຫາຫວນຄືນການຕໍ່ສູ້ທີ່ພິລະອາດຫານບໍ່ຍອມຈຳນົນເພື່ອເອກະລາດ ເສລີພາບຂອງຊາດຂອງລຸ້ນພໍ່ ລຸ້ນອ້າຍເທົ່ານັ້ນຫາກຍັງເປັນການຕັກເຕືອນຕົນເອງແລະຄົນລຸ້ນຫຼັງຈົ່ງມີຊີວິດແລະເຮັດວຽກຮ່ຳຮຽນແລະຝຶກຝົນຫຼໍ່ຫຼອມ ເຮັດແນວໃດສົມກັບຄວາມເສຍສະຫຼະອັນສູງສົ່ງຂອງລຸ້ນພໍ່ ລຸ້ນອ້າຍ. ອ້າຍຫງວຽນວັນຄວາເວົ້າວ່າ:

       “ຂ້າພະເຈົ້າໄດ້ມາຢ້ຽມຢາມຄຸກເຊີນລາສອງສາມຄັ້ງແລ້ວ. ມາຮອດນີ້ຂ້າພະເຈົ້າມີຄວາມຮູ້ສຶກຕື້ນຕັນໃຈ. ຢູ່ທີ່ນີ້ມີບັນດາວັດຖຸພັນປະຫວັດສາດເຊິ່ງໄດ້ວາດພາບເຖິງລະບອບທີ່ຮ້າຍກາດຂອງພວກລ່າເມືອງຂຶ້ນ ຝລັ່ງເມື່ອຈັບຂັງບັນດານັກຮົບເຄື່ອນໄຫວປະຕິວັດ. ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກລຸ້ນພໍ່ ລຸ້ນອ້າຍໄດ້ທຳການຕໍ່ສູ້ຢ່າງອົງອາດກ້າແກ່ນເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ. ຂ້າພະເຈົ້າຮູ້ສຶກມີຄວາມເປັນກຽດແລະ ເອກອ້າງທະນົງໃຈແລະຈະພະຍາຍາມສູ້ຊົນເພື່ອສ້າງສາປະເທດຊາດບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ”.

       ໂດຍແມ່ນໜຶ່ງໃນບັນດາພະນັກງານໜຸ່ມໄດ້ຮັບການຮ່ຳຮຽນຝຶກຝົນຫຼໍ່ຫຼອມ ແລະເຮັດວຽກຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດຄຸກເຊີນລາ, ນາງເກິ່ມທິໄມ ຜູ້ພາກລາຍການສັງກັດຂະແໜງສຶກສາ-ສື່ສານ ຫໍພິພິທະພັນແຂວງເຊີນລາຍາມໃດກໍ່ເຫັນວ່າຕົນເອງມີຄວາມໂຊກດີແລະເອກອ້າງທະນົງໃຈເມື່ອໄດ້ເຮັດວຽກຢູ່ທີ່ນີ້. ນາງໄມໃຫ້ຮູ້ວ່າ:

     “ຂ້າພະເຈົ້າເຫັນວ່າຕ້ອງຖືຄວາມຮັກອາຊີບແລະຮັກສາຈັນຍາບັນອາຊີບເປັນເໜືອກວ່າສິ່ງໃດໝົດ ທັງນີ້ກໍ່ເປັນການແຜ່ກະຈາຍນ້ຳໃຈຮັກຊາດມູນເຊື້ອປະຕິວັດໃຫ້ແກ່ແຂກທ່ອງທ່ຽວເປັນຕົ້ນແມ່ນໄວໜຸ່ມ. ຂ້າພະເຈົ້າເອງຈະພະຍາຍາມປ່ຽນແປງວິທີພາກລາຍການເພື່ອມີຊີວິດຊີວາ ທັງນີ້ກໍ່ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຄຸກເຊີນລານັບມື້ນັບຫຼາຍຂຶ້ນ”.

       ປີ1962 ຄຸກເຊີນລາໄດ້ຮັບການຢັ້ງຢືນເປັນປູຊະນີຍະສະຖານລະດັບຊາດແລະມາເຖິງປີ 2014 ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານລະດັບຊາດພິເສດ. ຄິດສະເລ່ຍໃນແຕ່ລະປີຢູ່ແຫ່ງນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວ 300.000 ເທື່ອຄົນຈາກບັນດາແຂວງນະຄອນໃນທົ່ວປະເທດແລະແຂກສາກົນມາຢ້ຽມຊົມທັດສະນະສຶກສາຊອກຮູ້ປະຫວັດສາດ.  ທ່ານຟ້າມວັນຕ໊ວນຮອງຜູ້ອຳນວຍການຫໍພິພິທະພັນແຂວງເຊີນລາໃຫ້ຮູ້ວ່າ:
       “ພວກຂ້າພະເຈົ້າຍັງເປີດກວ້າງຂອບເຂດຄົ້ນຄວ້າ ເກັບກຳວັດຖຸພັນເອກະສານຂອງປະຊາຊົນທີ່ດຳລົງຊີວິດໃນໄລຍະນັ້ນ ເພື່ອສ່ອງແສງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຂດເຕິຍບັກຢູ່ໃຕ້ແອກຄອບຄອງຂອງລ່າເມືອງຂຶ້ນ ຝລັ່ງ. ພວກຂ້າພະເຈົ້າສືບຕໍ່ລົງທຶນເພື່ອຍົກລະດັບລະບົບການວາງສະແດງເພິ່ມເຕີມໃນປູຊະນີຍະສະຖານຕາມທິດທັນສະໄໝດ້ວຍບັນດາພາຫະນະຊ່ວຍໜູນການຟັງການເບິ່ງ, ການສຽງຕະຫຼອດຮອດລະບົບດອກໄຟເຍືອງແສງສະຫວ່າງ, ຈາກນັ້ນກໍ່ເປັນການແຜ່ກະຈາຍນ້ຳໃຈຮັກຊາດຄວາມເອກອ້າງທະນົງໃຈຂອງຊາດໃຫ້ແກ່ປະຊາຊົນພິເສດແມ່ນໄວໜຸ່ມ”.

     ເຂດປູຊະນີຍະສະຖານລະດັບຊາດພິເສດຄຸກເຊີນລາແມ່ນສັນຍາລັກຢັ້ງຢືນເຈດຈຳນົງບໍ່ຍອມຈຳນົນຂອງຊາດຫວຽດນາມແມ່ນແຫຼ່ງກຳລັງແຮງທາງດ້ານຈິດໃຈເຊິ່ງບໍ່ມີວັນຈະສິ້ນສຸດ ທັງເປັນການຊຸກຍູ້ໃຫ້ແກ່ໄວໜຸ່ມກ້າວເດີນບົນເສັ້ນທາງຕໍ່ສູ້ ເພື່ອປົກປັກຮັກສາເອກະລາດແຫ່ງຊາດສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ. 

ຕອບກັບ

ຂ່າວ/ບົດ​ອື່ນ