ປູຊະນີຍະສະຖານປະຫວັດສາດປ່າບ້ານຍອດໃນແຂວງ ເຊີນລາ

(VOVWORLD) -ປູຊະນີຍະສະຖານປະຫວັດສາດປ່າບ້ານຍອດນອນຢູ່ຕາແສງຢາຝູ່ ເມືອງຝູ່ອຽນແຂວງເຊີນລາດ້ວຍເນື້ອທີ່ຫຼາຍກວ່າ 300 ເຮັກຕາ. ປູຊະນີຍະສະຖານແຫ່ງນີ້ລວມມີເຂດປ່າບ້ານຍອດແລະວິຫານບູຊາພົນເອກຫວໍງວຽນຢາບ. ເຂດປ່າບ້ານຍອດ ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບແຂວງເມື່ອວັນທີ 4 ມີນາປີ 2008. 
ປູຊະນີຍະສະຖານປະຫວັດສາດປ່າບ້ານຍອດໃນແຂວງ ເຊີນລາ - ảnh 1ເຂດປ່າບ້ານຍອດ ຫຼື ປ່າພົນເອກຫວໍງວຽນຢາບ

    ຝູ່ອຽນແມ່ນບໍລິເວນທີ່ສຳຄັນມີເສັ້ນທາງເຊື່ອມຕໍ່ກັບຖານທີ່ໝັ້ນຫວຽດບັກ. ເຂດປ່າບ້ານຍອດແມ່ນສະຖານທີ່ນອນບົນເສັ້ນທາງທີ່ສຳຄັນໃນບັ້ນຮົບດ້ຽນບຽນຝູ໋ ປີ 1954 ໃນບໍລິເວນແຂວງເຊີນລາ. ໃນວັນທີ 5 ມັງກອນປີ 1954 ພົນເອກຫວໍງວຽນຢາບພ້ອມກັບບັນດາປີກກຳລັງທະຫານໄດ້ເຄື່ອນທັບຂຶ້ນສະໜາມຮົບດ້ຽນບຽນຝູ໋.ກອງກຳລັງໄດ້ເຄື່ອນທັບຜ່ານທ່າບິ່ງການກິ່ວເຂວໄປຍັງດິນແດນຝູ່ອຽນແລະໄດ້ພັກຜ່ອນຢູ່ເຂດປ່າບ້ານຍອດ.ພາຍຫຼັງໄຊຊະນະດ້ຽນບຽນຝູ໋ ທີ່ລືຊາຜາກົດເຊິ່ງແມ່ນຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນສະຕະວັດທີ XX  ຂອງຊາດຫວຽດນາມ, ເພື່ອສະແດງຄວາມຮູ້ຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງພົນເອກຫວໍງວຽນຢາບ, ຊາວທ້ອງຖິ່ນໄດ້ຕັ້ງຊື່ໃສ່ເຂດປ່າແຫ່ງນີ້ ດ້ວຍຊື່ທີ່ຊ້ອນແຝງຄວາມຮັກແພງຄື “ປ່າພົນເອກຫວໍງວຽນຢາບ”, “ປ່າທ່ານຢາບ”, “ປ່ານາຍພົນຢາບ”. ລຸງຮວ່າງວັນເຫີຍ ຊາວທ້ອງຖິ່ນໃຫ້ຮູ້ວ່າ:

       “ເຂດປູຊະນີຍະສະຖານປ່າພົນເອກ ຫວໍງວຽນຢາບແມ່ນງົດງາມທີ່ສຸດ, ລັດໄດ້ໃຫ້ການກໍ່ສ້າງວິຫານບູຊາ ພົນເອກຫວໍງວຽນຢາບທີ່ໃຫຍ່ໂຕມະໂຫຖານ. ເມື່ອກ່ອນນີ້ ໃນເຂດປ່າແຫ່ງນີ້, ພົນເອກຫວໍງວຽນຢາບພ້ອມກັບກຳລັງທະຫານ
ໄດ້ເຄີຍຕັ້ງທັບຢູ່ແຫ່ງນີ້ ແລະເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ໋ ໂດຍກົງ”.

     ເຂດປ່າພົນເອກຫວໍງວຽນຢາບມີລະບົບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍສີ. ປ່າໄດ້ຮັບການອະນຸລັກເໝືອນເດີມ. ນີ້ກໍ່ແມ່ນໜຶ່ງໃນບັນດາສະຖານທີ່ແດງ ເພື່ອສຶກສາອົບຮົມມູນມູນເຊື້ອປະຕິວັດໃຫ້ແກ່ລຸ້ນໜຸ່ມ. ອ້າຍດິ້ງແມັ້ງຄວຽນ ຊາວທ້ອງຖິ່ນຢູ່ແຫ່ງນີ້ ໄດ້ເລົ່າຄືນສູ່ຟັງວ່າ:

    “ແຕ່ປີ 1993 ຄອບຄົວຂອງຂ້າພະເຈົ້າໄດ້ມາດຳລົງຊີວິດຢູ່ເຂດປ່າແຫ່ງນີ້ ເພື່ອເຝົ້າຍາມປົກປັກຮັກສາປ່າ. ຊາວທ້ອງຖິ່ນຢູ່ແຫ່ງນີ້ ກໍ່ມີຄວາມຮັບຜິດຊອບໃນການປົກປັກຮັກສາ.ເຂົາເຈົ້າຍັງຖືວ່ານີ້ແມ່ນເຂດປ່າທີ່ສັກສິດແລະຮັກສາແຫຼ່ງນ້ຳ ສິ່ງແວດລ້ອມຂຽວໃຫ້ແກ່ຊາວບ້ານ. ປ່າແຫ່ງນີ້ມີຕົ້ນໄມ້ໃຫຍ່ຫຼາຍຕົ້ນໃນປ່າກໍ່ມີດອກໄມ້ນາໆຊະນິດ”.

      ພົ້ນເດັ່ນຂຶ້ນໃນເຂດປ່າແມ່ນວິຫານບູຊາພົນເອກຫວໍງວຽນຢາບ.ວິຫານແຫ່ງນີ້ ຖືກຕັ້ງຢູ່ບ່ອນວູງວສຸດໃນກຸ່ມປູຊະນີຍະສະຖານເຂດປ່າ. ເຂດວິຫານບູຊາ ພົນເອກຫວໍງວຽນຢາບມີເນື້ອທີ່ກວ້າງກວ່າ 8.000 ຕາແມັດເຊິ່ງລວມມີວິຫານບູຊາ, ລະບົບໄຟເຍືອງທາງ,  ສວນດອກໄມ້, ບ່ອນຈອດລົດ, ເຂດບໍລິການ, ສູນແນະນຳວາງສະແດງຜະລິດຕະພັນ... ທ່ານມຸ່ຍວັນຫຼີ ພະນັກງານຄະນະຄຸ້ມຄອງວິຫານບູຊາພົນເອກຫວໍງວຽນຢາບໃຫ້ຮູ້ວ່າ:

      “ວິຫານບູຊາພົນເອກຫວໍງວຽນຢາບໄດ້ຮັບການກໍ່ສ້າງມາແຕ່ປີ 2020 ແລະຮອດທ້າຍປີ 2021  ຈຶ່ງເປີດນຳເຂົ້າຮັບໃຊ້ປະຊາຊົນ. ໃນໄລຍະຕໍ່ຕ້ານຕ້ານພວກລ່າເມືອງຝລັ່ງ, ພົນເອກຫວໍງວຽນ ຢາບໄດ້ນຳທະຫານມາຈາກເຫງຍໂລະຜ່ານກິ່ວ ຫຼຸງໂລ ມານີ້ເພື່ອພັກຜ່ອນ”.

     ວິຫານບູຊາຂອງພົນເອກຫວໍງວຽນຢາບແມ່ນບ່ອນເກັບຮັກສາສີສັນວັດທະນະທຳປະຫວັດສາດທີ່ມີຄຸນຄ່າແລະທັງແມ່ນສະຖານທີ່ທ່ອງທ່ຽວດ້ານຈິດວິນຍານສົມທົບກັບທ່ອງທ່ຽວຄົ້ນຫາ. ນີ້ກໍ່ແມ່ນສະຖານທີ່ຕອນຮັບບັນດາຄະນະນັກທ່ອງທ່ຽວຈາກແຫ່ງຕ່າງໆ ເມື່ອມີໂອກາດມາທ້ອງຖິ່ນປະຕິບັດງານ. ທາງແຂວງເຊີນລາໄດ້ມອຍບໝາຍໃຫ້ເມືອງຝູ່ອຽນຜັນຂະຫຍາຍໂຄງການປົກປັກຮັກສາປ່າບູລະນະປະຕິສັງຂອນແລະເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານປະຫວັດສາດຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຝລັ່ງເຂດປ່າບ້ານຍອດຕາແສງຢາຝູ່. ເລື່ອງບູລະນະປະຕິສັງຂອນເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານປະຫວັດສາດປ່າບ້ານຍອດກໍ່ແມ່ນວຽກງານທີ່ມີຄວາມໝາຍສະແດງໃຫ້ເຫັນສິນນະທຳ “ກິນເຂົ້າຄິດຮອດຄຸນນາ” ແລະຈິດໃຈຄວາມຮັກແພງຂອງປະຊາຊົນທີ່ສະຫງວນໃຫ້ແກ່ ພົນເອກຫວໍງວຽນຢາບເພື່ອໃຫ້ແຫ່ງນີ້ກາຍເປັນສະຖານທີ່ທ່ອງທ່ຽວປະຫວັດສາດທີ່ດູດດື່ມ ທັງແມ່ນສະຖານທີ່ສຶກສາອົບຮົມມູນເຊື້ອປະຫວັດສາດຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ