ປີທ່ອງທ່ຽວແຫ່ງຊາດ 2021 : ນິງບິ່ງເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ

(VOVWORLD) -ນິງບິ່ງແມ່ນແຂວງທີ່ມີທິວທັດທຳມະຊາດປູຊະນີຍະສະຖານປະຫວັດວສາດວັດທະນະທຳທີ່ມີຊື່ສຽງຫຼາຍແຫ່ງ. ພ້ອມກັນນັ້ນກໍ່ແມ່ນຊັບພະຍາກອນທຳມະຊາດທີ່ອຸດດົມສົມບູນ, ດ້ວຍລະບົບພູຫີນປູນທີ່ໃຫຍ່ໂຕມະໂຫຖານ, ຖ້ຳໃຫຍ່ລຶກລັບມະຫັດສະຈັນ, ປ່າດົງດີບກຸກເຟືອງ, ເຂດອະນຸລັກທຳມະຊາດນ້ຳຖ້ວມເວິນລອງທີ່ດຶງດູດໃຈແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ
ປີທ່ອງທ່ຽວແຫ່ງຊາດ 2021 : ນິງບິ່ງເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ - ảnh 1ວິຫານບູຊາເຈົ້າຊີວິດ ດີງໂບະລີ້ງ ແລະ ເຈົ້າຊີວິດ ເລຮ່ວານຢູ່ ຮວາລື

   ຫ່າງຈາກນະຄອນຮ່າໂນ້ຍ ປະມານ 90 ກິໂລແມັດໄປທາງທິດໃຕ້, ແຂກທ່ອງທ່ຽວສາມາດໄປແຂວງນິງບິ່ງດ້ວຍລົດໄຟຫຼືລົດບັດ, ສະຖານທີ່ທຳອິດທີ່ແຂກທ່ອງທ່ຽວແວ່ຢາມເມື່ອໄປຮອດນິງບິ່ງແມ່ນກຸງເກົ່າ ຮວາລື. ນອນໃນບໍລິເວນຕາແສງເຈື່ອງອຽນເມື່ອງຮວາລື, ກຸງເກົ່າ ຮວາລືແມ່ນແຫ່ງທີ່ ດິງໂບະຫຼິງໄດ້ເລືອກເອົາເປັນເມືອງຫຼວງ, ພາຍຫຼັງທີ່ໄດ້ປາບການຈາລະຈອນຂອງ 12 ກອງກຳລັງ, ດິງໂບະຫຼິງໄດ້ຂຶ້ນຄອງລາດຊະວັງເປັນມະຫານກະສັດເມື່ອປີ 968 ອັນໄດ້ສ້າງລາດຊະວົງດິງແລະຕັ້ງຊື່ປະເທດແມ່ນດ້າຍໂກ໋ຫວຽດ. ຮວາລື ແມ່ນເມືອງຫຼວງໄດ້ຄົງຕົວເປັນເວລາ 41 ປີແລະເຖິງວ່າມີລັກສະນະເປັນເມືອງຫຼວງເຕັມໄປດ້ວຍສີສັນການທະຫານກໍ່ຕາມ ແຕ່ນີ້ກໍ່ແມ່ນກຸ່ມສະຖາປັດຕະຍາກຳ ແລະ ແຕ່ລະກິດຈະກຳກໍ່ມີຄວາມເປັນເອກະລັກສະເພະ. ແຕ່ລະປີຢູ່ກຸງເກົ່າ ຮວາລື ໄດ້ຈັດບັນດາງານບຸນດ້ວຍຈຸດປະສົງຕົ້ນຕໍ ແມ່ນອາໄລຫາບັນດາເຈົ້າຊີວິດທີ່ມີຄຸນງາມຄວາມດີໃນການກໍ່ສ້າງແລະປົກປັກຮັກສາປະເທດຊາດເຊິ່ງພົ້ນເດັ່ນຂຶ້ນແມ່ນເຈົ້າຊີວິດ ດິງຕຽນຮວ່າງ ແລະ ເລດ້າຍແຮັ່ງ. ໃນບັນດາງານບຸນຖືກຈັດຂຶ້ນຢູ່ທີ່ນີ້ ກໍ່ມີງານບຸນເຈື່ອງອຽນຫຼືເອີ້ນວ່າງານບຸນທຸງເລົາເພື່ອອາໄລຫາເຈົ້າຊີວິດ ດິງໂບະຫຼິງ, ນີ້ແມ່ນງານບຸນໃຫຍ່ທີ່ສຸດມີຂອບຂະໜາດກວ້າງຂວາງທີ່ສຸດ. ນາງເລທູຮັ່ງແຂກທ່ອງທ່ຽວມາຈາກຮ່າໂນ້ຍເວົ້າວ່າ:

       “ແຂວງນິງບິ່ງກໍ່ຢູ່ໃກ້ ຮ່າໂນ້ຍແລະທາງເດີນກໍ່ສະດວກສະບາຍ, ດັ່ງນັ້ນຄອບຄົວຂ້າພະເຈົ້າແລະໝູ່ເພື່ອນໄດ້ເລືອກເອົາແຫ່ງນີ້ ເພື່ອໄປທ່ຽວໃນຍາມລະດູບານໃໝ່. ຂ້າພະເຈົ້າກໍ່ໄດ້ໄປນິງບິ່ງຫຼາຍຄັ້ງແລ້ວ, ເມື່ອມາແຫ່ງນີ້ໃນແຕ່ລະຄັ້ງກໍ່ມີການຄົ້ນຫາໃໝ່. ເຖິງວ່າປູຊະນີຍະສະຖານບາງແຫ່ງໄດ້ຖືກທຳລາຍຍ້ອນໄພທຳມະຊາດ ແລະສົງຄາມກໍ່ຕາມ, ແຕ່ບັນດາປູຊະນີຍະສະຖານອື່ນໆ ກໍ່ໄດ້ຮັບການປົກປັກຮັກສາ ແລະ ບູລະນະປະຕິສັງຂອນຈາກປະຊາຊົນຢູ່ແຫ່ງນີ້. ຂ້າພະເຈົ້າມີຄວາມເບີກບານໃຈແລະເປັນໜ້າປະທັບໃຈທີ່ສຸດເມື່ອມາແຫ່ງນີ້ໃນແຕ່ລະເທື່ອ".

       ໃນໄລຍະມໍ່ໆມານີ້, ນິງບິ່ງຍັງເປັນສະຖານທີ່ມີຊື່ສຽງຍ້ອນວ່ານີ້ແມ່ນສະຖານທີ່ ເພື່ອຜະລິດຟີມຮູບເງົາຂອງຮໍລີອູດ.  ຄວາມງາມຂອງນິງບິ່ງໄດ້ປະກົດມີຜ່ານຮູບເງົາເອກສານດ້ວຍສະຖານທີ່ທ່ອງທ່ຽວສາມແຫ່ງຄືຈ່າງອານ, ຕາມກົກບິກດົ້ງ ແລະ ບຶງເວິນລອງ. ກຸ່ມທິວທັດທຳມະຊາດຈ່າງອານ ໄດ້ຮັບການຮັບຮອງຈາກອົງການ Unesco ວ່າແມ່ນມໍລະດົກທຳມະຊາດແລະມໍລະດົກວັດທະນະທຳໂລກ. ມາແຫ່ງນີ້ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດດ້ວຍລຳແມ່ນ້ຳໄລຄົດໂງ, ບັນດາຮ່ອມພູ,   ພູຜາສະຫຼັບສັບຊ້ອນ, ບັນດາຖ້ຳໃຫຍ່ລຶກລັບມະຫັດສະຈັນ. ປີນີ້ແຂວງນິງບິ່ງໄດ້ຮັບເລືອກເປັນສະຖານທີ່ຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2021 ແລະໃນຊຸມເດືອນຕົ້ນປີ, ແຂວງນິງບິ່ງໄດ້ຕ້ອນຮັບແຂກທ່ອງທ່ຽວນັບ 100.000 ເທື່ອຄົນມາທ່ອງທ່ຽວພັກຜ່ອນຢ່ອນອາລົມ. ທ່ານບຸ່ຍວັນແມັ້ງ ຫົວໜ້າພະແນກທ່ອງທ່ຽວແຂວງນິງບິ່ງໃຫ້ຮູ້ວ່າ:  

     “ປີ 2021 ນິງບິ່ງມີຄວາມເປັນກຽດ ເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດແລະ ປຸກລະດົມການເຄື່ອນໄຫວເພື່ອຟື້ນຟູການທ່ອງທ່ຽວ. ພວກຂ້າພະເຈົ້າພ້ອມກັບສະຫະສະມາຄົມບັນດາວິສາຫະກິດທ່ອງທ່ຽວກໍ່ພວມກະກຽມບັນດາເງື່ອນໄຂກ່ຽວກັບພື້ນຖານວັດຖຸກໍ່ຄືບຸກຄະລາກອນ, ບັນດາຜະລິດຕະພັນການບໍລິການເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວ. ນອກຈາກນັ້ນ ພວກຂ້າພະເຈົ້າຈະຍາດແຍ່ງເວລາໃນປີ 2021 ເພື່ອຍູ້ແຮງການຫັນເປັນດີຈີຕອນໃນການເຄື່ອນໄຫວທ່ອງທ່ຽວໂດຍຜ່ານບັນດາໂປຼແກມດີຈີຕອນທີ່ອັດສະລິຍະເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ແຊກຊຶມເຂົ້າກັບບັນດາຕະຫຼາດແຂກທ່ອງທ່ຽວຢູ່ພາຍໃນປະເທດກໍ່ຄືມຸ່ງໄປສູ່ການກະກຽມເພື່ອຕ້ອນຮັບແຂກທ່ອງທ່ຽວສາກົນໃນຊຸມປີຕໍ່ໄປ”. 

      ດ້ວຍຄວາມງາມ ພ້ອມກັບການມີຊື່ສຽງຂອງຕົນ, ນິງບິ່ງພວມນັບມື້ນັບດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດມາຢ້ຽມຊົມທັດສະນະສຶກສາຢ່າງຫຼວງຫຼາຍ. ນອກຈາກກຸງເກົ່າຮວາລື, ຈ່າງອານ, ຕາມກົກບິກດົ້ງ... ນິງບິ່ງຍັງມີສະຖານທີ່ດູດດື່ມອື່ນໆອີກຫຼາຍແຫ່ງຄື ໂບດຟາດຢ້ຽມ, ປ່າສະຫງວນແຫ່ງຊາດກຸກເຟືອງ... ພ້ອມກັບອາຫານການກິນທີ່ເປັນເອກະລັກເພື່ອກຽມພ້ອມຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມໃນແຕ່ລະເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ