ປະເທດຊາດ 70 ລະດູບານໃຫມ່ຜ່ານປື້ມ, ຮູບພາບຕ່າງໆ


(vovworld)- 70 ປີ​ຜ່ານ​ມາ ນັບ​ແຕ່​ວັນ​ທີ 19/8/1945, ການ​ປ​ະ​ຕິ​ວັດ​ເດືອນ​ສິງ​ຫາ ສຳ​ເລັດ​ຜົນ ແລະ ວັນ​ຊາດ​ທີ 2/9/1945, ທ່ານ​ປະ​ທານ​ໂຮ່​ຈິ​ມີນ ອ່ານ​​ບົດ​ຖະ​ແຫລງ​ປະ​ກາດເອ​ກະ​ລາດ​ສະ​ຖາ​ປະ​ນາ​ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ມາ​ຮອດ​ປະ​ຈຸ​ບັນ ຫວຽດ​ນາມ​ຈາກ ລັດ​ຂອງ​ກຳ​ມະ​ກອນ ຊາວ​ນາທີ່​ຫນຸ່ມ​ແຫນ້ນ ໄດ້​ບືນ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໄລ​ຍະ 70 ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ປະ​ຕິ​ວັດ​ ​ຊາດ, ປະ​ຊາ​ທິ​ປະ​ໄຕ, ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ, ສ້າງ​ສາ​ປະ​ເທດ​ຊາດ​​ເທື່ອ​ລະ​ກ້າວໃຫ້​ເຂັ້ມ​ແຂງ​, ສວຍ​ງາມກວ່າ ຄື​ດັ່ງ​ຄວາມ​ມຸ້ງ​ຫວັງ​ໃນຄຳ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ຊື່ງ​ໄດ້​ວາດ​ພາບ​​ຜ່ານ​ຮູບ​ພາບ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ໃນ ປື​້​ມ “ປະ​ເທດ​ຊາດ ແລະ​ຊາວ ຫວຽດ​ນາມ -ຜົນ​ງານ​ຜ່ານ 70 ປີ​ແຫ່ງ​ການ​ສ້າງ​ສາ ແລະ​ພັດ​ທະ​ນາ” ຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ

 

 ປະເທດຊາດ 70 ລະດູບານໃຫມ່ຜ່ານປື້ມ, ຮູບພາບຕ່າງໆ - ảnh 1

        ປື້ມ​ຫົວ​ນີ້​ໄດ້​ແບ່ງ​ເປັນ 3 ພາກ: ພາກ​ທີ​ຫນຶ່ງ: ຫວຽດ​ນາມ ເອ​ກະ​ລາດ, ເສ​ລີ​ພາບ ແລະ ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ; ພາກ​ທີ​ສອງ: ຫວຽດ​ນາມ ໃນ​ໄລ​ຍະ​ສັນ​ຕິ​ພາບ, ປ່ຽນ​ໃຫມ່, ເຊື່ອມ​ໂຍງ ແລະ​ພັດ​ທະ​ນາ; ພາກ​ທີ 3: ຫວຽດ​ນາມ ປະ​ເທດ​ສວຍ​ງາມ, ມີ​ມູນ​ເຊື້ອ​ວັດ​ທ​ະ​ນະ​ທຳ​ຫລາຍ​ຮູບ​ຫລາຍ​ແບບ. ແຕ່​ລະ​ພາກ​ແມ່ນ​ບັນ​ດາ​ຮູບ​ພາບ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ ແລະ ຂໍ້​ມູນ​ຂ່າວ​ຫລາຍ​ຢ່າງ, ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​. ຕາມ​ທ່ານ ຫງວຽນ​ຮ່​ວາຍ​ເຢືອງ, ຮອງ​ຜູ​້​ອຳ​ນວຍ​ການ​ໃຫຍ່ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລ້ວ, ຜ່ານ ພາບ​ເອ​ກະ​ສານ​ທີ່​ມີ​ຄຸນ​ຄ່າ ກວ່າ 400 ແຜ່ນ ຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ໄລ​ຍະ 70 ປີ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ.

        “​ພາບ​​ຖ່າຍ 400 ກວ່າ​ແຜ່ນ​ເຫລົ່​ານັ້ນ ເປັນ​ຂີດ​ໝາຍ​ສຳ​ຄັນ​ທີ່​ສຸດ, ແມ່ນ​ຈຸດ​ເວ​ລາ​ໃນ​ວິ​ວັດ​ການ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ​ໃນ 70 ປີ​ຜ່ານ​ມາ. ຈາກ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ແລະ ຈັກ​ກະ​ພັດ​ອາ​ເມ​ລິ​ກາ ຕະ​ຫລອດ​ຮອດ​ໄລ​ຍະ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ.”

        ພາບຖ່າຍ​ແຕ່​ລະ​ແຜ່ນ​ລ້ວນ​ແຕ່​ເຮັດ​ໃຫ້​ຜູ້​ຊົມ​​ຕ້ອງ​ຄຳ​ນຶງ​ຫລາຍ​ຢ່າງ ແລະ ​ມີ​ຄວາມປະ​ທັບ​ໃຈ. ໃນ​ນັ້ນ ມີ​ຮູບ​ພາບ​ປະ​ທານ​ໂຮ່​ຈິ​ມີນ ນຸ່ງ​ຊຸດ​ໂສ້ງ​ເສື້ອ​ທີ່​ລຽບ​ງ່າຍ​ອ່ານ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ​ຢູ່​ສະ​ຫນາມ​ຫລວງ ບາ​ດີງ ເມື່ອ​ວັນ​ທີ 2/9/1945 ຫລື ຮູບ​​ຂາວ​ດຳ ກ່ຽ​ວ​ກັບ​ຕະ​ຫລາດ ເບນ​ແທ່ງ -ໄຊ​ງ່ອນ ໃນ​ຊ​ຸມມື້​ໄລ​ຍະ​ຕົ້ນ​ຂອງ​ການ​ຕໍ່​ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ, ຮູບ​ພາບ​ລົດ​ຖີບ​ຂົນ​ສົ່ງ​ອາ​ວຸດ ແລະ ເຄື່ອງ​ຂອງ​ອອກ​ສູ່​ສະ​ຫນາມ​ຮົບ ຫລື​ຮູບ​ພາບ​ແມ່​ຍິງ ແບກ​ລູກ​ປືນ​ອອກ​ສູ່​ແນວ​ຮົບ​ເພື່ອ​ຮັບ​ໃຊ້​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ. ທັງ​ໝົດ​ເຫລົ່າ​ນັ້ນ​ລ້ວນ​ແຕ່​​ເຮັດ​ໃຫ້​ໃຫ້​ຜູ້​ຊົມ​ມີຄວາມ​ຮູ້​ສຶກ​ຫລາຍ​ຢ່າງ ກໍ​ຄື​ຄິດ​ເຖິງ​ພະ​ລັງ​ຊີ​ວິດ, ກຳ​ລັງ​ຕໍ່​ສູ້​ຢ່າງ​ອົງ​ອາດ​ກ້າ​ຫານ ແລະ ມີ​ຄວາມ​ປະ​ເອີບ​ໃຈ, ນ້ຳ​ໃຈ​ຮັກ​ຊາດ​ຂອງ​ຊາດ​ຫວຽດ​ນາມ​ໃນ​ໄລ​ຍະ​ຕໍ່​ສູ້​ຕ້ານ​ສັດ​ຕູ​​​ຢ່າງ​ລຳ​ບາກ​ກາກ​ກຳ, ​ຍືດ​ເຍື້ອ​ຍາວ​ນານ. ທ່ານ​ນາງ ຟຸ່ງ​ທິໝີ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ​ສຳ​ນັກ​ພິມ​ຈຳ​ຫນ່າຍ​ສຳ​ນັກ​ຂ່າວ​ສານ ໃຫ້​ຮູ້​ວ່າ:

        “ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ໄລ​ຍະ​ສົງ​ຄາມ​ ຊື່ງ​ພວກ​ຂ້າ​ພະ​ເຈົ້າ​ຮຽບ​ຮຽງ​ເປັນ​ປື້ມ​ຫົວ​ນີ້​ຄື​ດັ່ງ​ວາດ​ພາບ​​ເຖິງໄລ​ຍະ​ທາງ​ໃນ​ສົງ​ຄາມ​ຂອງ​ຊາດ, ຈາກ​ໄລ​ຍະ​ທີ່​ທົ່ວ​ປະ​ເທດ​​ດຳ​ເນີນເຫດ​ການ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ສຳ​ເລັດ​ຜົນ, ເຫດ​ການ​ປະ​ທາ​ນໂຮ່​ຈິ​ມີນ ອ່ານ​​ບົດຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ​ຢູ່​ສະ​ຫນາມ​ຫລວງ ບາ​ດີງ. ​ເມື່ອ​ປະ​ຕິ​​ບັດ​ການ​ຮຽບ​ຮຽງ​ຮູບ​ພາບ​ທັງ​ໝົດ​ເຫລົ່າ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ຕໍ່​ໄລ​ຍະ​ສະ​ຫງ່າອົງ​ອາດ​ຂອງ​ຊາດ​ຫວຽດ​ນາມ.”

        ຈຸດ​ເດັ່ນ​ໃນ​ປື້ມ​ຫົວ​ນີ້ ນັ້ນ​ແມ່ນ​ບັນ​ດາ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໄລ​ຍະ ແຕ່​ປີ 1975 ມາ​ຮອດ​ປະ​ຈຸ​ບັນ. ນັ້​ນ​ແມ່ນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່ ແລະ ສ້າງ​ສາ​ປະ​ເທດ​ຊາດ. ໃນ​ປື້ມ​ຫົວ​ນີ້ ຮູບ​ພາບ​ສ່ວນ​ຫລາຍ​ແມ່ນ​ວາດ​ພາບ​ເຖິງ​ປະ​ເທດ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ສົງ​ຄາມ, ສ້າງ​ສາ​ປະ​ເທດ​ຊາດ, ພັດ​ທະ​ນາ ໃນ​ທຸກ​ຂົງ​ເຂດ ແຕ່ ບໍ່​ຫລົງ​ລືມ​ການ​ອະ​ນຸ​ລັກ​ຮັກ​ສາ ເສີມ​ຂະ​ຫຍາຍ​ຄຸນ​ຄ່າມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາດ. ທ່ານ​ນາງ ຟຸ່ງ​ທິ​ໝີ, ໃຫ້​ຮູ້​ວ່າ:

        “ບໍ່​​ບໍ່​ສຸມ​ໃສ່​ຫລາຍ​ເກີນ​ໄປ​ເຖິງ​ຫົວ​ເລື່ອງ​ກ່ຽວ​ກັບ​ສົງ​ຄາມ, ພວກ​ຂ້າ​ພະ​ເຈົ້າ​ລົງ​ເລິກ​ບັນ​ດາ​ຜົນ​ງານ​ຂອງ​ປະ​ເທດ​. ພິ​ເສດ​ໄລ​ຍະ​ພາຍ​ຫລັງ​ພາກ​ໃຕ້​ໄດ້​ຮັບ​ການ​ປົດ​ປ່ອຍ, ຫວຽດ​ນາມ ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​, ໄລ​ຍະ 30 ປີ ແຫ່ງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ບັນ​ລຸ​ໄດ້​ຜົນ​ງານ​ຫລາຍ​ຢ່າງ​ໃນ​ທຸກ​ຂົງ​ເຂດ ເສດ​ຖະ​ກິດ, ການ​ເມືອງ ວັດ​ທະ​ນະ​ທຳ.”

         ​ພາບຖ່າຍ​ແຕ່​ລະ​ແຜ່ນ ລ້ວນ​ແຕ່​ແມ່ນ​ບົດ​ປະ​ພັນ​ ​ທັງ​ດ້ານ​ສື່ມວນ​ຊົນ ແລະ ສິ​ລະ​ປະ. ປື້ມ​ຫົວ​ນີ້​ໄດ້​ຮັບ​ການ​ພິມ​ຈຳ​ຫນ່າຍ ກໍ​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ມູນ​ເຊື້ອ​ຮັກ​ຊາດ​, ​ເຈດ​ຈຳ​ນົງເພິ່ງ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຄວາມ​ມຸ້ງ​ຫວັງ​ສັນ​ຕິ​ພາບ​ຂອງ​ຊາດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸ​ນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄົນ​ລຸ້ນ​ກ່ອນໆ​ທີ່​ໄດ້​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ປື້ມ​ຫົວ​ນີ້​ກໍ​ແມ່ນ​ສານ​ສົ່ງ​ເຖິງ​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ ມີ​ອະ​ທິ​ປະ​ໄຕ ພວມ​​ຢູ່ໃນ​ທ່າ​ປ່ຽນ​ແປງ​ໃຫ​ມ່, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຍາມ​ໃດ​ກໍ​ພ້ອມ​ແລ້ວ​ເປັນ​ເພື່ອນ​ກັບ​ທຸກ​ປະ​ເທດ​ໃນ​ໂລກ ເພື່ອ​ໂລກ​ສະ​ຖຽນ​ລະ​ພາບ, ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ