ປ່າສະຫງວນແຫ່ງຊາດຊວນເຊີນ - ຟູ໋ທໍ້

(vovworld) - ໂດຍ​ຫ່າງ​ຈາກ​ຮ່າ​ໂນ້ຍ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ 130 ກ.ມ, ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ແຂວງ​ຟູ໋​ທໍ້. ປ່າ​ດົງ​ດິບ​ຢູ​ທີ່ນີ້ ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ ພ້ອມ​ກັບ​ລະ​ບົບ​ພືກສາ​ຊາດ, ສັດ​ສາ​ວາ​ສິ່ງ​ທີ່​ອຸ​ດົມ​ສົມ​ບຸນ, ອັນ​ໄດ້​ສ້າງ​ເປັນ​ພາບ​ພົດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​. ດ້ວຍ​ລະ​ບົບ​ພູ​ຜາ​ປ່າ​ໄມ້​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ, ເປີ້ນ​ພູ​ສູງ, ຖ້ຳ​ຜາ​ຫີນທີ່​ມະ​ຫັດ​ສະ​ຈັນ ແລະ ​ຫ້ວຍນ້ຳໄຫຼຜາດໆກາງ​ປ່າ, ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ ໄດ້​ຮັບ​ຖື​ວ່າ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊີ​ວະ​ພາບ​ທີ່​​ສ້າງ​ຄວາມດູດ​ດື່ມ​ທີ່​ສຸດ.

ປ່າສະຫງວນແຫ່ງຊາດຊວນເຊີນ - ຟູ໋ທໍ້ - ảnh 1

ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ

(ພາບ: google.com.vn)

    ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ​ ຂຶ້ນ​ກັບເມືອງ​ແທງ​ເຊີນ, ແຂວງ​ຟູ໋​ທໍ້, ນອນ​ຢູ່​ຕອນ​​ໃຕ້​ສາຍ​​ພູຮ່​ວາງ​ລຽນ​ເຊີນ​ ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ, ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ ແມ່ນ​ປ່າ​ສະ​ຫງວນ​ແຫ່ງ​ໜຶ່ງ​ດຽວ​ທີ່​ມີ​ປ່າ​ດົງ​ດິບເທິງ​ພູ​ຫີນ​ປູນ ທີ່​ມີ​ຄວາມ​ສູງ​ແຕ່ 700 – 1300 ມ. ດ້ວຍ​​ຊີ​ວະ​ພາບຫຼາຍ​ຮູບຫຼາຍ​ແບບ ແລະ ທຳ​ມະ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ​ ຖືກ​ຈັດ​ອັນ​ດັບ​ທີ 12 ໃນ​ຈຳ​ນວນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ 30 ແຫ່ງ​ຂອງ​ຫວຽດ​ນາມ. ດ້ວຍ​ເນື້ອ​ທີ່​ທັງ​ໝົດກວ່າ 15.000 ເຮັກ​ຕາ, ເຂດ​ເຊື່ອມ​ຕໍ່ກວ່າ 18.000 ເຮັກ​ຕາ, ເຂດ​ປ່າປ້ອງ​ກັນ​ກວ່າ 9000 ເຮັກ​ຕາ, ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ ​ມີ​ປ່າ​ດົງ​ດິບ​ເທິງ​ປ່າ​ຫີນ​ປູນ​​ກວ້າງ​ປະ​ມານ 2.400 ເຮັກ​ຕາ. ປະ​ຈຸ​ບັນ, ຢູ່ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ ມີ​ພືກ​ສາ​ຊາດ​ ແລະ ຕົ້ນ​ໄມ້​ທີ່​ມີ​ຄ່າຫາ​ຍາກນັບ​ຮ້ອຍ​​ຊະນິດຄື: ຕົ້ນ​ຈິກ , ໄມ້​ຍາງ , ໄມ້​ສີ​ສຽດ (nghien),  doi, ຕົ້ນ​ຊາງ​ລໍ (vau)…ໃນ​ນັ້ນ​ປ່າ​ ໄມ້​ຍາງ (cho chi) ຢູ່​ຊວນ​ເຊີນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປ່າ​ທີ່​ສວຍ​ງາມ​ແລະ​ອຸ​ດົມ​ສົມ​ບູນທີ່​ສຸດ​ຢູ່​ພາກ​ເໜືອ. ປີ 2005, ​ທ່ານນາ​ຍົກ​ລັດ​ຖ​ະມົນ​ຕີ​ຫວຽດ​ນາມ​ ໄດ້​​ຕົກ​ລົງ​ຍົກ​ລະ​ດັບ​ປ່າ​​ຊວນ​ເຊີນ ໃຫ້​ເປັນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ. ທ່ານ Dang Van Lau , ຜູ້​ອຳ​ນວຍ​ການ​ປ່າ​ສະ​ຫງວນ​ຊວນ​ເຊີນ, ໃຫ້​ຮູ້​ວ່າ:

    “ຊວນ​ເຊີນ ນອນ​ໃນ​ເຂດ​ຊີ​ວະ​ນາໆ​ພັນ​ຂອງ​ຫວຽດ​ນາມ, ທີ່​ຂຶ້ນ​ກັບສາຍ​ພູ​ຮ່​ວາງ​ລຽນ​ເຊີນ. ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ​ ມີ​ພືກ​ສາ​ຊາດ 1.217 ປະ​ເພດ, ໃນ​ນັ້ນ​ 665 ປະ​ເພດແມ່ນ​ພຶກ​ສາສະ​ໝູນ​ໄພ, 300 ຊະ​ນິດ​ທັງ​ແມ່ນ​​ພຶດສະ​ໝູນ​ໄພ ທັງ​​ແມ່ນ​ພຶກ​ສາຜະ​ລິດສະ​ບຽງ​ອາ​ຫານ. ນີ້​ແມ່ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ອັນໃຫ​ຍ່ຫຼວງ ​ທີ່​ຮັບ​ໃຊ້​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ ແລະ ການ​ພັດ​ທະ​ນາ​ປະ​ຊາ​ຄົມ​ຢູ່​ທ້ອງ​ຖີ່ນ”.

ປ່າສະຫງວນແຫ່ງຊາດຊວນເຊີນ - ຟູ໋ທໍ້ - ảnh 2

ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ

(ພາບ: google.com.vn)

    ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ ແມ່ນ​ສາງ​ທຳ​ມະ​ຊາດ​ອັນ​ລ້ຳຄ່າ ໃນ​ເຂດ​ປ່າ​ດົງ​ດິບ​ເທິງ​ພູ​ຫີນ​ປູ​ນ. ປະ​ຈຸ​ບັນ, ​ພະ​ນັກ​ງານ, ພາ​ລະ​ກອນ​ທີ່​ເຮັດ​ວຽກໃນ​ປ່າ ແລະ ປະ​ຊາ​ຊົນ​ທ້ອງ​ຖີ່ນ​ພວມ​ປ້ອງ​ກັນ​ປ່າ​ຢ່າງ​ເຄັ່ງ​ຄັດ, ທ່ານ  Le Van Tam, ນັກ​ວິ​ສາ​ວະ​ກອນ​ປ່າ​ໄມ້​ຢູ່​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ, ໃຫ້​ຮູ້​ວ່າ:

    ”​ເທິງ​ພູ​ຫີນ​ປູນ​ຕົ້ນ​ໄມ້​ປົ່ງ​ຂຶ້ນ​ຍາກ, ດັ່ງ​ນັ້ນ​, ​ເມື່ອ​​​ຖືກ​ທຳລາຍຈະ​ບໍ່​ສາມາດ​​ປູກ​ຄືນ​ໃໝ່​ໄດ້. ​ເວົ້າ​ລວມ​ແລ້ວ, ລະບົບ​ຊີວະ​ພາບ​ຢູ່​​ເປີ​ນພູ​ຫີນ​ປູນ​ສ່ວນ​ຫຼາຍ​ແມ່ນ​ປະ​ເພດ​ທີ່​ລ້ຳ​ຄ່າຫາ​ຍາກ. ປະ​ຈຸ​ບັນ, ປ່າ​ສະຫງວນ​ຊວນ​ເຊີຍ​ ມີ​ຕົ້ນ​ໄມ້​ອັນ​ລ້ຳ​ຄ່າ​ຫຼາຍປະ​ເພດຖືກ​ຈັດ​ເຂົ້າ​ໝວດ 3 ​ແລະ ໝວດ 4”

ປ່າສະຫງວນແຫ່ງຊາດຊວນເຊີນ - ຟູ໋ທໍ້ - ảnh 3

ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ

(ພາບ: google.com.vn)

    ນອກຈາກ​ລະບົບ​ພືກສາ​ຊາດ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ແລ້ວ, ປ່າ​ສະຫງວນ​ແຫ່ງ​ຊາດ​ຍັງ​ມີ​ສັດ 365 ປະ​ເພດ, ​ໃນ​ນັ້ນ​ມີ 46 ປະ​ເພດ​ຖືກ​ຈົດ​ໃນ​ປຶ້ມ​ປົກ​ແດງ (ປື້​ມບັນຊີ​ລາຍ​ຊື່ສັດ​ແລະ​ພືດ​ສາ​ຊາດທີ່​ມີ​ຄ່າ​ຫາ​ຍາກ) ຂອງ​ຫວຽດນາມ ​ແລະ 18 ປະ​ເພດ​ຖືກ​ຈົດ​ໃນ​ປື້​ມປົກ​ແດງ​ຂອງ​ໂລກ. ຄື ວອກໜົ່ນ, ທະນີ, ກະຮອກ​ເອິກແດງຫາງ​ຂາວ, ໝີ, ​ເສືອ​ດາວ….ສ່ວນ​ນົກ​ມີ:  ​ໄກ່ຕອກ, ນົກ​ອິນ​ຊີ …​. ປ່າ​ສະຫງວນ​ແຫ່ງ​ຊາດ​ຍັງ​ດື​ງດູດ​ແຂກທີ່​ມາ​ຈາກ​ທຸກ​ສາລະ​ທິດ, ​ເພາະວ່າ, ​ໃນ​ປ່າດົງ​ດິບ​ມີ​ໄກ່​ຫຼາຍ​ເດືອຍ.

    ນອກຈາກ​ຄວາມ​ດຶງ​ດູດ​ຂອງ​ລະບົບ​ພຶກສາ​ຊາດ​ທີ່​ອຸດົມສົມ​ບູນ​ແລ້ວ, ຊວນ​ເຊີນ ຍັງ​ມີ​ທັດສະນີ​ຍະ​ພາບ​​ມະຫັດສະຈັນ​ຫຼາຍ​ແຫ່ງ​ອີກ. ​ໃນ​ບໍລິ​ເວນ​ປ່າ​ສະຫງວນ​ຊວນ​ເຊີນ ​ມີ​ພູ​ສູງກວ່າ 1.000 ມ, 3 ໜ່ວຍຄື: ພູ​ວອຍ (ຊ້າງ), ພູ​ແຕນ ​ແລະ ພູ​ເກິ​ນ, ດ້ວຍ​ຖ້ຳນັບ​ຮ້ອຍ​ແຫ່ງ ​ແລະ ຫ້ວຍ​ນ້ຳຫຼາຍ​ສາຍເຊັ່ນ: ຫ້ວຍ​ເລິບ, ຫ້ວຍ​ທາງ ​ແລະ ຕາດ​ນ້ຳ​ສູງ 50 ມ ຫຼາຍ​ແຫ່ງ​, ສີຂາວ​ຂອງ​ນ້ຳຕົກຕາດປະສານ​ກັບ​ສີຂຽວ​ຂອງ​ປ່າດົງ​ດິບ ​ໄດ້​ສ້າງ​ເປັນ​ທັດສະນີ​ຍະ​ພາບ​ທັງ​ໃຫຍ່​ໂຕ​ມະ​ໂຫຖານ, ທັງ​ສວຍ​ງາມ​ດັ່ງ​ໃນ​ຝັນ. ຢູ່​ຊວນ​ເຊີນ ​ມີ​ຖ້ຳ​ຫີນ 16 ​ແຫ່ງ ດ້ວຍ​ນົມ​ຜາ​ຫຼາຍຮູບ​ຫຼາຍ​ແບບທີ່ສວຍ​ງາມ. ​ໃນ​ນັ້ນ​ຖ້ຳ​ຕຽນ (ສັບປະດາ) ​ແມ່ນ​ຖ້ຳ​ຢູ່​ໃນ​ພູ​ຫີນ​ອ່ອນ, ຍາວ 10 ກມ. ​ໃນ​ຖ້ຳ​ມີ​ຊ່ອງ​ປ່ອງ​ລົມ​ຂຶ້ນ​ຈອມ​ພູ, ​ເຮັດ​ໃຫ້​ອາກາດ​ໃນ​ຖ້ຳ​ເຢັນ​ສະບາຍ. ນີ້​ກໍ່​ແມ່ນ​ແຫ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ.

ປ່າສະຫງວນແຫ່ງຊາດຊວນເຊີນ - ຟູ໋ທໍ້ - ảnh 4

ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ເຊີນ

(ພາບ: google.com.vn)

    ອາກາດ​ຢູ່​ຊວນ​ເຊີນ ​ໃນ​ມື້ໜຶ່ງ​ມີ 4 ລະດູ, ຕອນ​ເຊົ້າ​ເຢັນ​ສະບາຍ, ອາກາດ​ປອດ​ໂປ່​ງຄື​ໃນ​ລະດູ​ບານ​ໃໝ່, ຕອນ​ທ່ຽງ​ອາກາດ​ອົບ​ອຸ່ນ​ຄື​ລະດູ​ຮ້ອນ, ຕອນ​ແລງ​ອາກາດ​ຄື​ລະດູໃບ​ໄມ້​ຫຼົ່ນ, ຕອນ​ຄຳ​ອາກາດ​ແ​ຊ່​ເຢັນຄື​ລະ​ດູ​ໜາວ. ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ທຳ​ມະ​ຊາດ, ທັດສະນີ​ຍະ​ພາບ​ນັ້ນ, ຊວນ​ເຊີນ​ພວມ​ສ້າງ​ຄວາມດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງປະ​ເທດມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ