ຜູ້ທີ່ເສັງໄດ້ທີໜຶ່ງໃນການເສັງເຂົ້າມະຫາວິທະຍາໄລດ້ວຍ ຄະແນນເຕັມ 30/30

(vovworld) -  ​ເລື່ອງ​ນ້ອງ  Nguyen Kim Phuong, ອາຍຸ 18 ປີ, ນັກຮຽນ​ຂອງ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກວິຊາທັງ​ລອງ ດ່າ​ລາດ (​ແຂວງ​ເລິ​ມດົ່ງ) ​ເສັງ​ໄດ້​ທີ​ໜຶ່ງ​ໃນ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ຫວ່າງ​ແລ້ວ​ນີ້ດ້ວຍ​ຄະ​ແນນ​​ເຕັມ 30/30 ນັ້ນ ​ໄດ້​ນຳ​ມາ​ເຊິ່ງຄວາມ​ເບີກບານ​ມ່ວນ​ຊື່ນ​ບໍ່​ສະ​ເພາະແຕ່​ສຳລັບ​ຄອບຄົວ​ນ້ອງ​ເທົ່າ​ນັ້ນ, ຫາກ​ຍັງ​ໃຫ້​ທັງ​ຄຸ້ມ​ບ້ານ, ຄູ​ອາຈານ ​ແລະ ​ເພື່ອນ​ມິດ​ອີກ​ດ້ວຍ. ສິ່ງ​ທີ່​ແປກ​ປະຫຼາດ​ນັ້ນ​ແມ່ນ, ຜົນງານ​ດັ່ງກ່າວພັດ​ມາ​ຈາກ​ວິທີ​ການຮຽນ​ຢ່າງຮອບດ້ານ ​ໂດຍ​ບໍ່​ຖື​ເອົາ​ບັນຫາຄະ​ແນນ​ເປັນ​ຕົ້ນຕໍ.

ຜູ້ທີ່ເສັງໄດ້ທີໜຶ່ງໃນການເສັງເຂົ້າມະຫາວິທະຍາໄລດ້ວຍ ຄະແນນເຕັມ 30/30 - ảnh 1
Nguyen Kim Phuong

        ​ໃນ​ຊຸມ​ມື້​ນີ້, ມີ​ເພື່ອນ​ມິດ, ຍາດຕິ​ພີ່ນ້ອງ​ຫຼາຍ​ຄົນ​ມາ​ຢ້ຽມຢາມ​ແລະ​ອວຍພອນ Nguyen Kim Phuong ທີ່​ໄດ້​ຮັບ​ຜົນງານ​ດີ​ເດັ່ນ​ໃນ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ຄັ້ງ​ຜ່ານ​ມາ. ​ແຕ່​ໃນ​ເລື່ອງ​ລາວ​ທີ່​​ໂອ້​ລົມກັບ​ທຸກ​ຄົນ, Nguyen Kim Phuong ພັດ​ຖື​ວ່າ​ຕົນ​ເອງ​ແມ່ນ​ນັກຮຽນ​ທຳ​ມະ​ດາ, ບໍ່​ມີ​ຫຍັງ​ພົ້ນ​​ເດັ່ນ​ເມື່ອ​ທຽບ​ໃສ່​ໝູ່​ເພື່ອນ. ​ໃນ​ການ​ຮ່ຳຮຽນ Phuong ກໍ່​ບໍ່​​ເຄີຍຖື​ເອົາ​ຄະ​ແນນ​ເປັນບັນຫາຕົ້ນ​ຕໍ, ດັ່ງ​ນັ້ນ​ຈິ່ງ​ຮ່ຳຮຽນ​ດ້ວຍ​ຄວາມ​ສະບາຍ​ໃຈທີ່​ສຸດ

        ”ນ້ອງ​ຄິດ​ວ່າ​ບໍ່​ຄວນ​ຮຽນ​ຕາມ​ຮູບແບບ​​ໃດ​ໜຶ່ງ​ຢ່າງ​ຕາຍ​ຕົວ, ​ເພາະວ່າ​ແຕ່ລະຄົນ​ຈະ​​ຮັບ​ເອົາຄວາມ​ຮູ້ຕາມ​ວິທີ​ສະ​ເພາະ​ຂອງ​ຕົນ, ດັ່ງ​ນັ້ນ​ຄວນ​ເລືອກ​ເອົາ​ຮູບ​ການ​ທີ່​ເໝາະ​ສົມ​ໃຫ້​ແກ່​ຕົນ​ມັນ​ຈະ​ດີກວ່າ. ສ່ວນນ້ອງ​​​ໄດ້ເລືອກ​ເອົາ​ຮູບ​ການ​ຮ່ຳຮຽນ​ທີ່ງ່າຍດາຍ​ນັ້ນ​ແມ່ນກຳ​ແໜ້ນ​ຄວາມ​ຮູ້​ພື້ນຖານ ​ແລະ ຮຽນ​ເມື່ອ​ຮູ້ສຶກ​ສະບາຍ​ໃຈ. ​ແຕ່​ເວລາ​ຮຽນ​ຕ້ອງ​ພະຍາຍາມສຸມ​ຈິດ​ສຸມ​ໃຈ”.

        ຮຽນ​ຢູ່​ເຮືອນ​​ແມ່ນ​ຕາມຄວາມ​ສະບາຍ​ໃຈ, ​ແຕ່​ໃນ​ຫ້ອງຮຽນ Phuong ພັດ​ເອົາ​ໃຈ​ໃສ່​ທີ່​ສຸດ. ດ້ວຍ​ທິດ​ນຳ​ທີ່​ວ່າ: ບໍ່​ພຽງ​ແຕ່​ຮັບ​ຟັງ​ຄູ​ສອນ​ເທົ່າ​ນັ້ນ, ຫາກ​ຕ້ອງ​ພະຍາຍາມເຂົ້າ​ໃຈ​ເນື້ອ​ໃນ​ຄວາມ​ຮູ້​ໃນ​ທຸກ​ແງ່​ມູມທີ່​ແຕກ​ຕ່າງ​ກັນ​​ໃຫ້​ໄດ້ຢ່າງ​ວ່ອງ​ໄວ​. ນ້ອງ​ຖື​ວ່າ, ພຽງ​ແຕ່​ຫັນວິທີ​ການ​ຂອງ​ຄູ​ອາຈານ​ໃຫ້​ເປັນ​ວິທີ​ການສະ​ເພາະ​ຂອງ​ຕົນ​ຈຶ່ງ​ສາມາດ​ຈື່​ໄດ້​ຢ່າງ​ຍາວ​ນານ ​ແລະ ຫມູນ​ໃຊ້​ໃນ​ທຸກ​ກໍລະນີ​ໄດ້

        ”​ໃນ​ຫ້ອງ​ຮຽນ​​ເຮົາເອົາ​ໃຈ​ໃສ່​ຮັບ​ຟັງ​. ຄູ​ອາຈານ​ອະທິບາຍຫຼາຍ​ສິ່ງ​ຫຼາຍ​ຢ່າງ, ​ແຕ່​ເຮົາ​ຕ້ອງ​ຫັນ​ຄວາມ​ຮູ້​ເຫຼົ່າ​ນັ້ນ​​ໃຫ້ເປັນຄວາມ​ຮູ້​ຂອງ​ຕົນ. ຕົວຢ່າງ​ຄື​ຄູ​ອາຈານ​ສອນ​ບົດຮຽນ​ແລ້ວ, ​ເຮົາ​ຕ້ອງ​ຊອກ​ຮູ້​ເປັນ​ຫຍັງ​ຈຶ່ງ​ຄື​ແນວ​ນັ້ນ, ​ແລ້ວ​ເຮົາ​ຈະ​ໝູນ​ໃຊ້​ເຂົ້າ​ໃນ​ເລກ​ໂຈດ​ອື່ນໆ. ​ແຕ່​ຕ້ອງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ບົດ​ແກ້​ ຂອງ​ຕົນ”

ຜູ້ທີ່ເສັງໄດ້ທີໜຶ່ງໃນການເສັງເຂົ້າມະຫາວິທະຍາໄລດ້ວຍ ຄະແນນເຕັມ 30/30 - ảnh 2
Nguyen Kim Phuong

        ​ເອື້ອຍ​ຄູ Dam Thi Kinh ຫົວໜ້າອຳນວຍການ ໂຮງຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກວິຊາທັງ​ລອງ ດ່າ​ລາດເວົ້າວ່າ, Phuong  ຮຽນໄດ້ດີທຸກວິຊາ. ຄະແນນສະເລ່ຍທຸກວິຊາຂອງນ້ອງໃນສົກຮຽນສຸດທ້າຍ ຊັ້ນມັດທະຍົມ ຕອນປາຍພຽງແຕ່ຈັດອັນດັບ 5 ໃນຈຳນວນນັກຮຽນເກັ່ງໃນ ຫ້ອງດຽວ​ກັນ​ເທົ່າ​ນັ້ນ. ​ເອື້ອຍ​ຄູ Dam Thi Kinh ຖື​ວ່າ, ​ໄດ້ຄະ​ແນນ​​ເຕັມ​ໃນ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ຂອງ Phuong ອາດ​ຈະ​ແມ່ນ​ໝາກຜົນ​ຂອງ​ວິທີ​ຮຽນ ​ແລະ ສອນ​ຢ່າງຮອບດ້ານ​ເຊິ່ງທາງ​ໂຮງຮຽນ​ພວມ​ມານະ​ພະຍາຍາມ​ສ້າງ​ຂຶ້ນ

        ”​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ​ນັ້ນ​ແມ່ນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ສຶກສາ​ຢ່າງຮອບດ້ານ. ບົນ​ພື້ນຖານ​ການ​ສຶກສາ​ຂອງ​ໂຮງຮຽນ, ພວກ​ເຮົາ​​ຍັງ​ສ້າງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໃຫ້​​ແກ່ພວກ​ນ້ອງອີກ, ດັ່ງ​ນັ້ນ​ຮຽນ​ຢູ່ໂຮງຮຽນ​ລົງ​ເລິກວິຊາທັງ​ລອງ​ເມື່ອ​ທຽບ​ໃສ່​ໂຮງຮຽນ​ສາມັນ​ອື່ນໆ, ພວກ​ນ້ອງ​ຕ້ອງມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ກວ່າ, ຕ້ອງ​ຮູ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ປະຕິບັດ​ຄວາມ​ມຸ້ງ​ຫວັງ​ຂອງ​ຕົນ. ດັ່ງ​ນັ້ນ​ຈຶ່ງ​ມີ​ນັກຮຽນ​ຫຼາຍ​ຄົນ​ປະສົບ​ຜົນສຳ​ເລັດ​ໃນ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ ດ້ວຍ​ຄະ​ແນນ​ສູງ​ພໍ​ສົມຄວນ. ​ແລະ ປີ​ນີ້  Phuong ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ນັກຮຽນ ​ແລະ ຄູ​ອາຈານພວກ​ເຮົາ”.

        ນອກຈາກ​ເສັງ​​ເຂົ້າ​ມະຫາວິທະຍາ​ໄລ​ແພດສາດໄດ້​ ດ້ວຍຄະ​ແນນ 30/30 ນັ້ນ, Phuong ຍັງ​ເສັງ​ເຂົ້າ​ພະ​ແນ​ກ​ເລກ, ມະຫາວິທະຍາ​ໄລ​ສ້າງ​ຄູ​ນະຄອນ ​ໂຮ່ຈີ​ມິນໄດ້​ດ້ວຍ​ 25 ຄະ​ແນນອີກ. ສິ່ງ​ທີ່​ຊ່ວຍ​ນ້ອງ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ​, ​ນອກຈາກ​ກຳ​ແໜ້ນ​ຄວາມ​ຮູ້​ແລ້ວ ​ແມ່ນ​ຕ້ອງ​ມີ​ຄວາມລະມັດລະວັງ​ໃນ​ການ​ສອບ​ເສັງອີກ​ດ້ວຍ.

        ”ພາຍຫຼັງ​ເຮັດ​ບົດ​ເສ​ັງສຳ​ເລັດ​ ​ເຫັນ​ວ່າ​ຍັງ​ເຫຼືອ​ເວລາ​ຫຼາຍ. ນ້ອງ​ໄດ້​ກວດຄືນ​ແລະ​​ເຫັນ​ວ່າ​ຕົນ​ເອງ​ຍັງ​ຜິດຫຼາຍ​ຢູ່. ຖ້າ​ຫາກ​ບໍ່​ກວດຄືນ​ບົດ​ຂອງ​ຕົນ, ບາງ​ເທື່ອ​ນ້ອງອາດ​ຈະ​ບໍ່​ໄດ້​ຮັບ​ຄະ​ແນນ​ສູງ​ຄື​ແນວ​ນັ້ນ. ນ້ອງ​ຄິດ​ວ່າ, ຖ້າ​ຫາກ​ພວກ​ເພື່ອນ​ເຮັດ​ບົດ​ສຳ​ເລັດ​ແລ້ວ​ແຕ່​ຍັງ​ເຫຼືອ​ເວລາ, ຄວນ​ກວດບົດ​ຄືນ​​ໃໝ່​ມັນ​ຈະ​ດີກ​ວ່າ”

ຕາມ Kim Phuong ​ແລ້ວ, ທັງ​ສອງ​ຂະ​ແໜງ​ສ້າງ​ຄູ ​ແລະ ການ​ແພດ ນ້ອງ​ລ້ວນ​ແຕ່​ນິຍົມ. ​ແຕ່​ນ້ອງ​ຈະ​ເລືອກ​ເອົາຂະ​ແໜງ​ການ​ແພດ​ແຂ້ວ​ຄາງ​ໜ້າ​ຂອງ​ມະຫາວິທະຍາ​ໄລ​ແພດສາດ​ນະຄອນ​ໂຮ່ຈີ​ມິນ, ດ້ວຍ​ຄວາມ​ປາຖະໜາ​ວ່າ ​ຈະ​ພະຍາຍາມ​ຮຽນ​​ໃຫ້ເກັ່ງ, ຫຼັງ​ຈາກ​ນັ້ນ​ຈະ​ກັບ​ມາ​ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ​ໃນ​ບ້ານ​ຂອງ​ຕົນ ​.

ຕອບກັບ

ຂ່າວ/ບົດ​ອື່ນ