ຜູ້ບຸກເບີກ ໂນນເມິມໂຊຍ ຢູ່ເຂດພູສູງ ໝູ່ກັງຈ໋າຍ

(VOVWORLD) -ໂດຍນອນຢູ່ເຂດແກ່ນກາງຂອງປູຊະນີຍະສະຖານ ລະດັບຊາດພິເສດ ທິວທັດນາຂັ້ນໄດ ໝູ່ກັງຈ໋າຍ ແຂວງ ອຽນບ໊າຍ, ໂນນເມິມໂຊຍ (ໝາຍເຖິງພາເຂົ້າ)ຢູ່ຕາແສງ ລາປ໊ານເຕິ່ນ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ. ແຕ່ມີບໍ່ເທົ່າຄົນທີ່ຮູ້ວ່າ ເພື່ອມີທິວທັດໂນນເມິມໂຊຍ ງົດງາມຄືໃນປັດຈຸບັນນັ້ນ, ຄອບຄົວນາງ ລູ່ທິລີ່ ຢູ່ບ້ານ ຕ່າຈີ໊ລື່ ຕາແສງ ລາປ໊ານເຕິ່ນ ໄດ້ສຸມເຫື່ອເທແຮງບໍ່ໜ້ອຍ ເພື່ອບຸກເບີກໂນນເມິມໂຊຍ ໃຫ້ນັບມື້ນັບສວຍສົດງົດງານກວ່າ
ຜູ້ບຸກເບີກ ໂນນເມິມໂຊຍ ຢູ່ເຂດພູສູງ ໝູ່ກັງຈ໋າຍ - ảnh 1ນາງ ລູ່ທິລ ບຸກເບີກໂນນເມິມໂຊຍ ໃຫ້ນັບມື້ນັບສວຍສົດງົດງານ

    ເມື່ອກ່ອນນີ້ ໂນນເມິມໂຊຍ ແລະ ບັນດາເນື້ອທີ່ນາຂັ້ນໄດ ຢູ່ຕາແສງ ລາປ໊ານເຕິນ ກໍ່ບໍ່ສາມາດທຳການຜະລິດໄດ້ຍ້ອນຂາດແຄນນ້ຳ. ເພາະສະນັ້ນ ພໍ່ແມ່ພີ່ນ້ອງເຄີຍປ່ອຍງົວຄວາຍຢ່າງຊະຊາຍ ອັນໄດ້ທຳລາຍຄວາມງາມຢູ່ໂນນພູ ແຫ່ງນີ້.ຕໍ່ໜ້າສະພາບການດັ່ງກ່າວ ຄອບຄົວຂອງ ນາງ ລູ່ທິລີ່ ຕ້ອງຈັດແບ່ງວຽກງານ ພັດປ່ຽນກັນເຝົ້າຍາມ ສ້ອມແປງ ເພື່ອຮັກສາເນື້ອທີ່ນາ. ນາງ ລີ່ ເວົ້າວ່າ:

      “ເຖິງວ່າວຽກງານເຝົ້າຍາມບໍ່ລຳບາກກໍ່ຕາມ ແຕ່ກໍ່ຕ້ອງເສຍເວລາຍ້ອນໄລຍະທາງໄປມາກໍ່ໄກສົມຄວນ. ເຖິງຢ່າງໃດກໍ່ຕາມ ເພື່ອຮັກສາທິວທັດຢູ່ ໂນນເມິນໂຊຍ ຄອບຄົວຂອງຂ້າພະເຈົ້າຍັງຄົງຕັ້ງໜ້າໄປຮັກສາເນື້ອທີ່ນາ ປ້ານຄັນນາ, ສ້ອມແປງຄວາມເປ້ເພ ຍ້ອນຝົນຕົກໜັກ ແລະ ງົວຄວາຍກໍ່ຂຶ້ນ”.

    ນາງ ລີ່ ໃຫ້ຮູ້ວ່າ ເພື່ອໃຫ້ມີທິວທັດ ໂນນເມິມໂຊຍ ສວຍງາມຄືໃນປັດຈຸບັນ ຄອບຄົວຂອງນາງ ຕ້ອງຜ່ານໄລຍະເວລາທຳການບຸກເບີກ ດ້ວຍຄວາມລຳບາກ, ບໍ່ຫວາດຫວັ່ນຕໍ່ແດດຮ້ອນ ຝົນຕົກໜັກ ເພື່ອປົກປັກຮັກສາ ສ້ອມແປງ ຮັກສາຄວາມງາມຍາກທີ່ຈະຫາໄດ້ຢູ່ ໂນນເມິມໂຊຍນີ້. ດ້ວຍການຂຸດລອກບຸກເບີກເປັນເວລາສອງເດືອນ ບໍ່ນັບວັນ ແລະ ຄືນ ດ້ວຍບັນດາເຄື່ອງມືຄື ຈົກ ຊວ້ານ... ສອງຜົວເມຍນາງ ລີ່ ສາມາດສ້າງເນື້ອທີ່ນາຂັ້ນໄດຢູ່ຈອມພູທີ່ສວຍງາມ. ນາງ ລີ່ ໃຫ້ຮູ້ອີກວ່າ:

     “ໂນນພູຢູ່ແຫ່ງນີ້ມີຫີນຫຼາຍ ດັ່ງນັ້ນ ການບຸກເບີກກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ທັງໃຊ້ຈົກ ທັງໃຊ້ຊວ້ານເພື່ອຂຸດ ທັງຕ້ອງເກັບຫີນດ້ວຍມື ດັ່ງນັ້ນມີບາງມື້ກໍ່ສາມາດບຸກເບີກເນື້ອທີ່ນາໄດ້ແຕ່ 1 ຫາ 2 ຕາແມັດ. ແຕ່ຍ້ອນຄວາມຕ້ອງການມີເນື້ອທີ່ນາ ເພື່ອປູກເຂົ້າກິນ ດັ່ງນັ້ນສອງຜົວເມຍຂ້າພະເຂົ້າກໍ່ຕັດສິນໃຈເຮັດ”.

     ມາຮອດປັດຈຸບັນ ໂນນເມິມໂຊຍ ນີ້ ບໍ່ພຽງແຕ່ນຳມາເຊິ່ງເຂົ້າເປຶອກໄດ້ ແຕ່ 17 ຫາ 20 ເປົາຕໍ່ລະດູການ ໃຫ້ແກ່ຄອບຄົວຂອງນາງເທົ່ານັ້ນ, ໂນນເມິມໂຊຍ ຍັງແມ່ນສະຖານທີ່ທ່ອງທ່ຽວ ທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກມາຢ້ຽມຊົມທັດສະນະສຶກສາຕື່ມອີກ ອັນໄດ້ຊ່ວຍໃຫ້ຄອບຄົວຂອງນາງເພີ່ມລາຍຮັບ. ເພື່ອຮັບປະກັນແຫຼ່ງນ້ຳຫົດໃຫ້ເນື້ອທີ່ນາ, ຄອບຄົວຂອງນາງຕ້ອງເວນຍາມທັງວັນ ແລະ ຄືນ ເພື່ອມີແຫຼ່ງນ້ຳຫົດໃຫ້ເນື້ອທີ່ນາ. ອ້າຍ ເຮີ່ອາຈົວ ລູກຊາຍຂອງ ນາງ ລິ່ ໃຫ້ຮູ້ວ່າ:

     “ນາກໍ່ຢູ່ໄກຈາກແຫຼ່ງນ້ຳ ຊ້ຳພັດມີຄອບຄົວນັບ 10 ຄອບຄົວພວມຕ້ອງການນ້ຳ ເພື່ອຫົດໃຫ້ເນື້ອທີ່ນາ ດັ່ງນັ້ນຄອບຄົວຂອງເຮົາກໍ່ຕ້ອງໃຫ້ຜູ້ໄປຂຸດລອກຄອງເໝືອງ ເພື່ອມີແຫຼ່ງນ້ຳຫົດໃຫ້ເນື້ອທີ່ນາ.”

      ນາງ ລີ່ ແບ່ງປັນວ່າ ນາງມີຄວາມພາກພູມໃຈຍ້ອນວ່າເນື້ອທີ່ນາຂອງຄອບຄົວນາງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ລືຊື່ ຂອງເມືອງ ແລະ ຂອງແຂວງ. ເພາະສະນັ້ນຄອບຄົວຂອງນາງ ຈະພະຍາຍາມຮັກສາ ໂນນເມິມໂຊຍ ເພື່ອດຶງດູດແຂກທ່ອງທ່ຽວເຂົ້າມາຢ້ຽມຊົມທັດສະນະສຶກສາ ນັບມື້ນັບຫຼາຍຂຶ້ນ. ນາງກໍ່ມີຄວາມຫວັງຢາກໃຫ້ອຳນາດການປົກຄອງມີຄວາມເອົາໃຈໃສ່ຫຼາຍກວ່າອີກ ເພື່ອອະນຸລັກເສີມຂະຫຍາຍຄວາມງາມຂອງ ໂນນເມິມໂຊບ. ອ້າຍ ເຮີ່ອາແທັ່ງ ພະນັກງານຂະແໜງວັດທະນະທຳຕາແສງ ລາປ໊ານເຕິ່ນ ໃຫ້ຮູ້ວ່າ:

     “ບັນດາຄອບຄົວກໍ່ໄດ້ສ້າງເງື່ອນໄຂສົມທົບ ກັບຕາແສງເພື່ອປົກປັກຮັກສາເນື້ອທີ່ນາຂັ້ນໄດ ໃຫ້ເປັນຢ່າງດີ, ຂຸດລອກຄອງເໝືອງປ້ານຄັນນາ... ເພື່ອປົກປັກຮັກສາໃຫ້ດີ”.

    ປີ 2007 ທິວທັດນາຂັ້ນໄດທີ່ເປັນເອກະລັກຢູ່ ໝູ່ກັງຈ໋າຍ ແຂວງ ອຽນບ໊າຍ ໄດ້ຮັບການຮັບຮອງຈາກກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແມ່ນທິວທັດລະດັບຊາດ. ມາຮອດວັນທີ 31 ທັນວາ ປີ 2019 ນາຍົກລັດຖະມົນຕີໄດ້ອອກຂໍ້ຕົກລົງ ກ່ຽວກັບການຢັ້ງຢືນປູຊະນີຍະສະຖານລະດັບຊາດພິເສດ ສຳລັບປູຊະນີຍະສະຖານ 7 ແຫ່ງໃນນັ້ນມີທິວທັດນາຂັ້ນໄດ ໝູ່ກັງຈ໋າຍ. ທ່ານ ຫງວຽນຕຽນບິ່ງ ຫົວໜ້າຂະແໜງວັດທະນະທຳ ເມືອງ ໝູ່ກັງຈ໋າຍ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າໄດ້ເພີ່ມວຽກງານໂຄສະນາ ຍົກສູງລະດັບຄວາມຮັບຮູ້ ສະຕິຄວາມຮັບໃຫ້ແກ່ປະຊາຊົນ ໃນການຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ, ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ມາແຕ່ດົນນານໃນຊຸມຊົນ ຕິດພັນກັບວັດທະນະທຳ ການປູກນາຂັ້ນໄດ ແນໃສ່ສ້າງບັນດາຜະລິດຕະພັນທ່ອງທ່ຽວເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງສູງ”.

      ດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ມີຫົວຄິດປະດິດສ້າງ, ພໍ່ແມ່ນພີ່ນ້ອງເຜົ່າມົ້ງຢູ່ ໝູ່ກັງຈ໋າຍ ໃນນັ້ນມີຄອບຄົວຂອງນາງ ລູ່ທິລີ່ ໄດ້ສ້າງຄວາມງາມ ດ້ວຍເນື້ອທີ່ນາຂັ້ນໄດ ທີ່ເປັນເອກະລັກຢູ່ເຂດໂນນພູແຫ່ງນີ້ ສຳລັບແຂກທ່ອງທ່ຽວບໍ່ວ່າຜູ້ໃດທີ່ໄດ້ມາຢ້ຽມຊົມເນື້ອທີ່ສາຂັ້ນໄດທີ່ງົດງາມນັ້ນ ຈະບໍ່ຫຼົງລືມ ແລະ ຍັງມີຄວາມຫວັງຢາກກັບຄືນມາອີກຫຼາຍຄັ້ງ

ຕອບກັບ

ຂ່າວ/ບົດ​ອື່ນ