ຜູ້ຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າບານາ

(vovworld) – ​ແຕ່ລະ​ເທື່ອ, ​ເມື່ອ​ລະດູບານ​ໃໝ່​ວຽນມາ, ປະຊາຊົນ​ຢູ່​ໝູ່​ບ້ານ​ຕ່າງໆ​ໃນ​ເຂດ​ໄຕ​ງວຽນ ​​ເຄີຍສະ​ແດງ​ດົນຕີຄ້ອງ​​ຕ້ອນຮັບ​ປີ​ໃໝ່. ​ເພື່ອ​ຮັກສາ​ສິລະ​ປະ​ຕີ​ຄ້ອງ​ໄວ້​ນັ້ນ, ​ແມ່ນ​ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ຖັນ​ແຖວ​ຜູ້​ທີ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ນີ້. ​ໃນ​ນັ້ນ​ມີ​ອ້າຍຄູ ​ເລ​ຫືວຟອງ, ຜູ້​​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ຮັກສາ​ສິລະ​ປະ​ຕີ​ຄ້ອງ​ຂອງ​ຊາວ​ເຜົ່າ​ບາ​ນາ, ​ເມືອງ​ມາງ​ຢາງ, ​ແຂວງ​ຢາ​ລາຍມາ​ເປັນ​ເວລາ​ກວ່າ 20 ປີ​​.

ຜູ້ຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າບານາ - ảnh 1

ອ້າຍຄູ ​ເລ​ຫືວຟອງພວມສອນນັກຮຽນຕີຄ້ອງ

(ພາບອິນເຕີແນດ)

        ອ້າຍຄູ ​ເລ​ຫືວຟອງ, ຜູ້ອຳນວຍການ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ​ເມືອງ​ມາງ​ຢາງ, ​ແຂວງ​ຢາ​ລາຍ, ​ແມ່ນ​ຜູ້​ທຳ​ອິດ​ຢູ່​ແຂວງ​ຢາ​ລາຍ ທີ່​ໄດ້​ນຳ​ຄ້ອງ ​ແລະ ຟ້ອນຊວາງ ​ເຂົ້າ​ໃນ​ຫຼັກສູດຮຽນຂອງ​ໂຮງຮຽນສຳ​ເລັດຜົນ. ດ້ວຍ​ການ​ແນະນຳ​ຂອງ​ອ້າຍຄູ ​ແລະ ​ນັກ​ສິລະ​ປະກອນຈຳນວນ​ໜຶ່ງ​, ພວກ​ນ້ອງ​ນັກຮຽນຊາວເຜົ່າ​ສ່ວນ​ໜ້ອຍ​​​ເກືອບ​ທັງ​ໝົດ​ໃນ​​ໂຮງຮຽນ​ລ້ວນ​ແຕ່​ນຳ​ໃຊ້​ເຄື່ອງ​ດົນຕີປະ​ເພດ​ຕ່າງໆຂອງ​​ເຜົ່າ​ຕົນຢ່າງ​ຄ່ອງ​ແຄ້ວ. ​ໂຮງຮຽນ​ມີຫ້ອງ​ຮຽນທັງ​ໝົດ 5 ຫ້ອງ, ​​ແລະ​ຫ້ອງ​ໃດ​ກໍ່ມີ​ກອງ​ສະ​ແດງ​ຄ້ອງ ​ແລະ ​ຂັບ​ເພງ​ພື້ນ​ເມືອງ. ພວກ​ນ້ອງ​ນັກຮຽນ​ໃນ​ກອງ​ດັ່ງກ່າວ​ກໍ່​ເຄີຍ​ເຂົ້າ​ຮ່ວມ​ງານ​ປະ​ກວດ, ການສະ​ແດງ​ຢູ່​ເມືອງ ​ແລະ ​ແຂວງ. ມີ​ນັກຮຽນ​ຫຼາຍ​ຄົນ​ແມ່ນ​ແກ່ນສານ​ໃນ​ກອງ​ສະ​ແດງ​ຄ້ອງ​ຂອງ​ໝູ່​ບ້ານ. ສິ່ງ​ສຳຄັນ​ນັ້ນ​ແມ່ນ, ສິລະ​ປະ ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ​ໄດ້​ສ້າງ​ກຳລັງ​ໜູນ​ຫຼາຍ​ທີ່​ສຸດ​ໃຫ້​ແກ່​ພວກ​ນ້ອງ​ໃນ​ການ​ຮຳ່ຮຽນ. ນ້ອງ ​ແອວ, ຊາວ​ເຜົ່າ​ບາ​ນາ, ຢູ່​ບ້ານ​ບົງ​ບິ​ມ, ຕາ​ແສງ​ດັກ​ເຢີ​ຕາ, ນັກຮຽນ​ຫ້ອງ 9 ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ​ເມືອງ​ມາງ​ຢາງ, ​ແບ່ງປັນ​ວ່າ:

        “ຢູ່​ໂຮງຮຽນ, ​ນ້ອງ​ໄດ້​ຮຽນຕີ​ຄ້ອງ ​ແລະ ຮຽນ​ໜັງ​ສື. ນ້ອງ​ຮູ້ສຶກ​ພາກພູມ​ໃຈ​ຫຼາຍ​ເມື່ອ​ໄດ້​ຮຽນ​ຄື​ແນວ​ນັ້ນ, ​ເພາະ​ມັນ​ຈະ​ປະກອບສ່ວນ​​ອະນຸລັກ​ຮັກສາ​ວັດທະນະທຳຂອງ​ເຜົ່າ​ໄວ້“

ຜູ້ຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າບານາ - ảnh 2

ພວກນ້ອງນັກຮຽນໃນໂຮງຮຽນກິນນອນຊົນເຜົ່າພວມສະແດງຕີຄ້ອງ

(ພາບອິນເຕີແນດ)

        ພ້ອມ​ກັບ​ສິລະ​ປະ​ຕີ​ຄ້ອງ, ຂັບ​ຊວາງ​ແລ້ວ, ອ້າຍຄູ ຟອງ ​ແລະ ຖັນ​ແຖວ​ຄູ​ສອນ​ໃນ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ​ເມືອງ​ມາງ​ຢາງ ຍັງ​ນຳ​ເອົາບັນດາ​ເນື້ອ​ໃນ​ອື່ນໆ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​​ເຜົ່າ​ບາ​ນາ​ ເຂົ້າ​ໃນ​ຫຼັກສູດ​ຮຽນ. ​ໃນ​ນັ້ນ​ມີ​ຕຳ່​ຜ້າພື້ນ​ເມືອງ, ຂັບ​ເພງ​ພື້ນ​ເມືອງ. ປີ 1994, ລາຍການ​ສິລະ​ປະຂັບ​ເພງ​ພື້ນ​ເມືອງ​ສົມທົບ​ກັບ​ຟ້ອນ​ຊວາງ ​ແລະ ຕີ​ຄ້ອງຂອງ​ພວກ​ນ້ອງນັກຮຽນ ​ໃນໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ​ເລີ​ບາງ, ​ເມືອງ​ມາງ​ຢາງ ​ໂດຍ​ອ້າຍຄູ ຟອງ ​ເປັນ​ຜູ້​ຈັດລາຍການ ​ແລະ ກຳກັບ​ການສະ​ແດງ​ໄດ້​ຮັບ 3 ຫຼຽນ​ຄຳ ​ໃນ​ງານ​ປະ​ກວດ​ຂັບ​ຮ້ອງ​, ດົນຕີ​ສຳລັບ​ເຍົາວະ​ຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ.

        ທີ່​ທ່ານ​ຫາ​ກໍ່​ຮັບ​ຟັງ​ແລ້ວ​ນັ້ນ​ແມ່ນ​ຕອນ​ໜຶ່ງ​ໃນ​ບົດ​ເພງ​ພື້ນ​ເມືອງ ”ຍາມ​ເຂົ້າ​ສຸກ”​ ໂດຍ​ໝູ່​ນັກຮຽນ​ໃນ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ​ເມືອງ​ມາງ​ຢາງ, ​ແຂວງ​ຢາ​ລາຍ​ສະ​ແດງ.

ອ້າຍຄູ ຟອງ ​ໄດ້​ຮັບ​ການ​ກຳ​ເນີ​ດຢູ່​ແຂວງ​ຮຶງອຽນ. ປີ 1984, ອ້າຍຄູ​ຍ້າຍ​ໄປ​ເຮັດ​ວຽກ​​ໃນ​ຂະ​ແໜງ​ວັດທະນະທຳ ​ແລະ ສຶກສາຢູ່​ເມືອງ​ມາງ​ຢາງ, ​ແຂວງ​ຢາ​ລາຍ. ຮອດ​ປີ 2007, ອ້າຍຄູ​ເປັນ​ຜູ້ອຳນວຍການ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ​ມາງ​ຢາງ. ​ນີ້​ແມ່ນ​ໄລຍະ​ທີ່​ບັນດາ​ເນື້ອ​ໃນ​ອະນຸລັກ​ຮັກສາ​ວັດທະນະທຳ​ພື້ນ​ເມືອງ​ຖືກ​ນຳ​ເຂົ້າ​ຫຼັກສູດ​ຂອງ​ໂຮງຮຽນ. ສຽງ​ຄ້ອງ​ໄດ້​ຊືມ​ເລິກ​ໃນ​ດວງໃຈ​ຂອງ​ອ້າຍຄູ​ນັບ​ແຕ່​ຊຸມ​ມື້​ທຳ​ອິດ​ທີ່​ລາວ​ມາ​ຮັບ​ໜ້າ​ທີ່ຢູ່​ມາງ​ຢາງ. ​ໃນ​ໄລຍະ​ເຮັດ​ວຽກ​ເປັນ​ເວລາ​ເກືອບ 30 ປີ, ອ້າຍຄູ​ໄດ້​ສະຫງວນ​ເວລາ​ລົງ​ໄປ​ແຕ່ລະ​ໝູ່​ບ້ານ​ເພື່ອ​ຊອກ​ຮູ້, ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ທ້ອງ​ຖີ່​ນ. ຄວາມ​ເມົາ​ມົວ​ກັບ​ວັດທະນະທຳ​ ​ແລະ ດົນຕີທີ່​ເປັນ​ມູນ​ເຊື້ອຂອງ​ຊາວ​ເຜົ່າ​ໃນ​ເຂດ ​ໄດ້​ເຮັດ​ໃຫ້​ອ້າຍຄູ​ເຈືອ​ຈານ​ເຂົ້າ​ກັບ​ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້. ອ້າຍຄູ ​ເລ​ຫືວຟອງ, ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

        ”​ເພື່ອ​ໄດ້​ຮັບຊົມ ​ແລະ ​ຟັງສຽງຄ້ອງ, ຂ້າພະ​ເຈົ້າ​ຕ້ອງລົງ​ທຸກ​ໝູ່​ບ້ານ​​ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນ​ຕ່າງໆ. ຈາກ​ນັ້ນ​ຂ້າພະ​ເຈົ້າ​ກໍ່​ຮູ້ສຶກ​ເມົາ​ມົວ, ຍ້ອນ​ຄິດ​ວ່າຜ່ານ​ການ​ເວລາ, ຮີດຄອງ​ປະ​ເທດ​ນີກໍ່​ຄ່ອຍໆ​ເສຍ​ຫາຍ​ໄປ, ຂ້າພະ​ເຈົ້າ​ຈຶ່ງ​ຊອກ​ຫາ​ວິທີ​ເພື່ອ​ຮັກສາ​ໄວ້. ຂ້າພະ​ເຈົ້າ​ໄດ້​​ໄປຊອກ​ຫາ​ບັນດາ​ບົດ​ເພງ, ບົດ​ຄ້ອງ​ບູຮານ​ເພື່ອ​ຮຽນ​ຕາມ​ແລ້ວ​ສອນ​ໃຫ້​ນັກຮຽນ​ໃນ​​ໂຮງຮຽນ​ກິນນອນ​ຊົນ​ເຜົ່າຂອງ​ຕົນ”.

ຜູ້ຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າບານາ - ảnh 3

ອ້າຍຄູ ​ເລ​ຫືວຟອງແລະວັດຈະນານຸກົມ​ພາສາ​ຫວຽດ - ບາ​ນາ

(ພາບອິນເຕີແນດ)

        ບໍ່​ພຽງ​ແຕ່​ແມ່ນ​ຜູ້​ທຳ​ອິດ​ທີ່​ນຳ​ຄ້ອງ​ເຂົ້າ​ໃນ​ຫຼັກສູດ​ຮຽນ​​ໃນ​ໂຮງຮຽນເທົ່າ​ນັ້ນ, ອ້າຍຄູ​ຟອງ ຍັງ​ແມ່ນ​ນັກ​ຄົ້ນ​ຄ້ວາ​ພາສາ​ຂອງ​ເຜົ່າ​ບາ​ນາ​ອີກ​ດ້ວຍ. ລາວ​ແມ່ນຫົວໜ້າ​ຄະນະ​ຮຽບຮຽງ​ວັດຈະນານຸກົມ​ພາສາ​ຫວຽດ - ບາ​ນາ; ບາ​ນາ - ຫວຽດ ດ້ວຍ 12.000 ຄຳ​ສັບ, ທີ່​ພິມ​ຈຳໜ່າຍ​ເມື່ອ​ປີ 2008. ລາວ​ຍັງ​ແມ່ນ​ຫົວໜ້າ​ຄະນະ​ຮຽບຮຽບປື້​ມ 2 ​ເຫຼັ້ມ​ຄື: ”​ແນະນຳ​ວິທີ​ສອນ​ພາສາ​ເຜົ່າ​ບາ​ນາ” ​ແລະ ”ປື້​ມຮຽນ​ພາສາ​ບາ​ນາ ສຳລັບ​ພະນັກງານ, ລັດຖະກອນ, ກຳລັງ​ປະກອບ​ອາວຸດ”, ​ເຊິ່ງພິມ​ຈຳໜ່າຍ​ເມື່ອ​ປີ 2010. ປະຈຸ​ບັນ​ພວມ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ຢູ່​ແຂວງ​ຢາ​ລາຍ. ດ້ວຍ​ຄວາມ​ເມົາ​ມົວ​ ​ແລະ ສຸດ​ຈິດ​ສຸດ​ໃຈ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ອ້າຍຄູ ​ເລ​ຫືວ​ຟອງ ພວມ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສິລະ​ປະ​ຕີ​ຄ້ອງ ​ໃຫ້​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ບາ​ນາ​ຢູ່​ເມືອງ​ມາງ​ຢາງ​ ໄວ້.

 

ຕອບກັບ

ຂ່າວ/ບົດ​ອື່ນ