ພະລັງຊີວິດຢູ່ດ້ຽນບຽນໃນທຸກວັນນີ້


 (vovworld)-​​​​ ໃນ​ຊຸມ​ມື້​ນີ້, ດ້ຽນບຽນ-​ເຂດ​ດິນ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເນື້ອ​ຫວຽດນາມ ​ໄດ້ກາຍ​ເປັນ​ສະຖານ​​ທີ່​ດຶງດູດ​ຄວາມ​ສົນ​ໃຈຈາກ​ຫາງ​ສຽງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຍ້ອນ​ວ່າ​ນີ້ບໍ່​ພຽງ​ແຕ່​​ແມ່ນແຫ່ງ​​ເກີດ​ບັ້ນຮົບປະຫວັດສາດ​, ສີ້​ນສຸດ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ​ຂອງ​ຊາດ​ຫວຽດນາມ ຢ່າງ​ມີ​ໄຊເທົ່າ​ນັ້ນ, ຫາກ​ພາຍ​ຫລັງ​ຊຸມ​ປີ​ແຫ່ງ​ສົງ​ຄາມ​ທີ່ທຸກ​ຍາກ​ລຳບາກ​ນາໆ​ປະການ, ຊີວິດ​ທີ່​ອີ່ມ​ໜຳ​ສຳລານ​ພວມ​ປະກົດ​ໃນ​ເຂດ​ດິນ​ແດນ​ແຫ່ງ​ນີ້. ​ຕໍ່​ໄປ​ແມ່ນບົດ​ຂຽນ​ຂອງ​ນັກ​ຂ່າວ​ຮົ່ງຫວຽດທີ່​ມີ​ຫົວຂໍ້​ວ່າ: “ພະລັງ​ຊີວິດ​ຢູ່​ດ້ຽນບຽນ​ໃນ​ທຸກ​ວັນ​ນີ້“.

ພະລັງຊີວິດຢູ່ດ້ຽນບຽນໃນທຸກວັນນີ້ - ảnh 1

​ເຍົາວະ​ຊົນ​ດ້ຽນບຽນ​ຢູ່​ອະນຸສາວະລີ​ດ້ຽນບຽນ​ຝູ

(ພາບ: Thanh Hà TTXVN)

  ​ໄຊຊະນະ​ປະຫວັດສາດ​ເມື່ອ​ວັນ​ທີ 7/5 ກ່ອນ​ນີ້ 60 ປີ​ໄດ້​ເປີດ​ໜ້າ​ໃໝ່​ໃຫ້​ແກ່​ ດ້ຽນບຽນ-​ບ້ານ​ເກີດ​ເມືອງ​ນອນ​ ຂອງ​ຊາວ​ເຜົ່າ​ໄທ, ມົ້ງ, ຢາ​ວ… ຜູ້​ໃດ​ມາ​ດ້ຽນບຽນ​ໃນ​ທຸກ​ວັນ​ນີ້ ກໍ່​ໄດ້​ເຫັນ​ປະຈັກ​ຕາ​ພະລັງ​ຊີວິດ​ໃໝ່​ຢູ່​ເຂດ​ຕົວ​ເມືອງ​ທີ່​ໃຫ່ຍ​ໂຕ​ໂອ​ຖົງ ​ແລະ ບັນດາ​ກິດຈະກຳ​ໃຫ່ຍນ້ອຍ​​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ຢູ່​ຄ້າງ​ສາກ​ລົດ​ຕັງ ​ແລະ ຮົ້ວ​ເຫລັກລວດ​ໜາມ​ໝາກ​ຈັບ​ຂອງ​ສັດຕູ​ໃນ​ເມື່ອ​ກ່ອນ. ດ້ຽນບຽນ​ຝູ​ໃນ​ຊຸມ​ມື້​ນີ້​ເຕັມ​ໄປ​ດ້ວຍ​ປ້າຍ​ໂຄສະນາ, ທຸງ, ດອກ​ໄມ້​ຂ່ຳນັບ​ຊົມ​ເຊີຍວັນ​ໄຊຊະນະ​ດ້ຽນບຽນ​ຝູຄົບຮອບ 60 ປີ. ທ່ານ​ເລ​ວັນ​ເລີ​ນ, ອາຍຸ 83 ປີ, ຢູ່​ເມືອງ​ທໍ້​ຊວນ ​ແຂວງ​ແທງ​ຮວາ ​ແບ່ງປັນ​ວ່າ:

​ຂ້າພະ​ເຈົ້າ ມາ​ດ້ຽນບຽນ ​ເທື່ອ​ນີ້​ແມ່ນ​ເທື່ອ​ທີ 2 ​ແລ້ວ​ແຕ່​ຍັງ​ມີ​ຄວາມ​ຮູ້ສຶກ​ຕື້ນ​ຕັນ​ໃຈ​, ​ເອກອ້າງ​ທະລົງ​ໃຈທີ່​ສຸດ ​ແລະ ​ເຄົາລົບ​ບັນດາ​ການ​ເສຍ​ສະລະ​ຂອງບັນດາ​ນັກ​ວິລະ​ຊົນ, ນັກຮົບ​ທີ່ເສຍ​ສະຫຼະ​ຊີວິດ​, ​ເລືອດ​ເນື້ອຂອງ​ຕົນເພື່ອ​ປົດ​ປ່ອຍ​ບ້ານ​ເກີດ​ເມືອງ​ນອນ. ນຄະ​ອນມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ນັບ​ແຕ່ເຮື​ອນຊານ, ຕະຫຼອດ​ຮອດຖະໜົນ​ຫົນທາງ​ລ້ວນ​ແຕ່​ມີ​ການ​ປ່ຽນ​ແປງ​ເມື່ອ​ທຽບ​ກັບ​ເມື່ອ​ກ່ອນ“

ພະລັງຊີວິດຢູ່ດ້ຽນບຽນໃນທຸກວັນນີ້ - ảnh 2

​ຂົວ​ເມື່ອ​ງ​ແທງ

 (ພາບ: Trọng Đạt TTXVN)

ທ່ານ​ຟ້າ​ມບາ​ມ່ຽວ, ຢູ່​ເມືອງ​ເຕີຍ​ແທງ, ນະຄອນ​ດ້ຽນບຽນ​ຝູ, ຜູ້​ມີໜ້າ​ໃນ​ບັ້ນຮົບ​ດ້ຽນບຽນ​ຝູ ກ່ອນ​ນີ້ 60 ປີ ຮູ້ສຶກ​ເອກອ້າງ​ທະລົງ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ເຫັນ​ປະຈັກ​ຕາ​ການ​ປ່ຽນ​ແປງ​ໃນ​ແຕ່​ລະ​ວັນ​ຂອງ​ແຂວງ​ດ້ຽນບຽນ. ທ່ານ​ມ່ຽວ ​ໃຫ້​ຮູ້​ວ່າ:

   “​​​​​ໃນ​ຄາວ​ນັ້ນຍັງທຸ​ຍາກ​ລຳ​ບາກທີ່​ສຸດ, ທາງ​ໄປ​ມາ​ບໍ່​ທັນ​ມີ, ພວກ​ຂ້າພະ​ເຈົ້າ​ເຂົ້າບ້ານຊ່ວຍ​ປະຊາຊົນ​ທຳ​ການ​ຜະລິດ​ຕ້ອງ​ນຳເອົາ​ເຂົ້າປັ້ນ ​ແລະ ຖົງ​ຢາ​ໄປ​ຕາມ. ປະຈຸ​ບັນ, ຊີວິດ​ມີ​ການ​ປ່ຽນ​ແປງ​ຫຼາຍ​ແລ້ວ, ​ໃຜ​ກໍ່​ອີ່ມ​ໜຳ​ສຳລານ, ມີ​ຄວາມ​ຜາ​ສຸກ“.

60 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ດ້ຽນບຽນ​ໄດ້​ກ້າວ​ຂຶ້ນ​ບົນ​ເສັ້ນທາງ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ແຕ່ລະ​ວັນ ຍ້ອນ​ໄດ້​ຮັບ​ການໜູນ​ຊ່ວຍ​ຈາກ​ບັນດາ​ແຫຼ່ງລົງທຶນ​ຂອງ​ລັດ​ຄື: ​ໂຄງການ​ໜູນ​ຊ່ວຍ​ທີ່​ດິນ​​ທຳ​ການ​ຜະລິດ, ​ເຮືອນ​ຢູ່ ​ແລະ ນ້ຳສະອາດ​ໃຫ້​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່ທຸກ​ຍາກ, ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ຕາ​ແສງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ​; ​ໂຄງການ​ໜູນ​ຊ່ວຍ​ເຮືອນ​ຢູ່​ໃຫ້​ແກ່​ຄອບຄົວທຸກ​ຍາກ…. ປ້າ​ລໍ່​ທີ່​ເຊ ຢູ່​ຕາ​ແສງ​ເມື່ອ​ງຟັງ, ​ເມືອງ​ດ້ຽນບຽນ ​ໃຫ້​ຮູ້​ວ່າ:

  “ປະຈຸ​ບັນ, ບ້ານ​ມີ​ໄຟຟ້າ​ໃຊ້, ນ້ຳສະອາດ​​ໄຫຼຮອດ​ຕິນຂັ້ນ​ໄດ, ພາ​ເຂົ້າກໍ່​ມີ​ຊີ້ນ, ມີປາ, ພໍ​ຢູ່​ພໍ​ກິນບໍ່​ຖືກອຶດຫິວ​ອີກ​ແລ້ວ. ​ເມື່ອກ່ອນ​ບໍ່ພໍ​ຢູ່​ພໍ​ກິນ​ທຸກ​ຍາກລຳບາກຫຼາຍ “.

  ພ້ອມ​ກັບ​ການ​ລົງທຶນ​ຂອງ​ພັກ, ລັດ ​ແລະ ຄວາມ​ມານະ​ພະຍາຍາມຂອງ​ປະຊາຊົນ​ເອງ, ມາ​ຮອດ​ຈຸດ​ເວລາ​ນີ້, ຈຳນວນ​ຄອບ​ຄົວທຸກ​ຍາກ​ຂອງ​ແຂວງ​ດ້ຽນບຽນ​ຍັງ​ເຫຼືອ​ພຽງ 35 % ​ເທົ່າ​ນັ້ນ. ລະດັບ​ການ​ເຕີບ​ໂຕ GDP ​ໄລຍະ 2011-2013 ບັນລຸ​ກ່ວາ 9,6%, ລາຍ​ຮັບ​ສະ​ເລັ່ຍຕໍ່​ຫົວ​ຄົນ​ບັນລຸ​ກ່ວາ 20 ລ້ານ​ດົ່ງ/ຄົນ/ປີ. ວັດທະນະທຳ, ສັງຄົມ​ກໍ່​ພວມ​ໃນ​ທ່າ​ພັດທະ​ນາ. ລະບົບ​ຄົມມະ​ນາ​ຄົມ​ພື້ນຖານ​ໄດ້​ຮັບ​ການ​ຍົກ​ລະດັບ, ບູລະນະ​ສ້ອມແປງ, ການຄົມມະນາຄົມ​ມີ​ຄວາມ​ສະດວກ​ສະບາຍ​ກ່ວາ. ທັງ​ໝົດ 10 ​ເມືອງ, ​ເທດສະບານ​ເມືອງ ​ແລະ ນະຄອນ​ລ້ວນ​ແຕ່​ມີຕາໜ່າງ​ໄຟຟ້າ​ແຫ່ງ​ຊາດ​, ອັດຕາ​ສ່ວນຄອບຄົວ​ໄດ້​ໃຊ້​ໄຟຟ້າ​ບັນລຸ​ເກືອບ 76%. ​ແຕ່​ນີ້​ຮອດ​ປີ 2015, ດ້ຽນບຽນ​ກຳນົດ​ສຸມ​ໃສ່​ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ຮັກສາ​ລະດັບ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍ​ແມ່ນ 12%/ປີ, ລາຍ​ຮັບ​ສະ​ເລັ່ຍຕໍ່​ຫົວ​ຄົນ​ບັນລຸ​ກ່ວາ 1100 USD/ປີ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຫລຸດ​ລົງ​ຕ່ຳ​ກ່ວາ 15%. ​ເພື່ອ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ດັ່ງ​ກ່າວ, ​ແຂວງ​ດ້ຽນບຽນ ​ໄດ້​ຊອກ​ຫາ​ຫຼາຍ​ທິດ​ເພື່ອ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ. ທ່ານ​ຟ້າ​ມຊວນ​ໂກຍ, ຮອງປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດ້ຽນບຽນ ຊີ້​ແຈ້ງວ່າ:

   “ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແມ່ນ​ໜ້າ​ທີ່​ຈຸດ​ສຸ​ມຂອງ​ແຂວງ​ໃນ​ໄລຍະ​ຈະ​ມາ​ເຖິງ. ດ້ານ​ໜຶ່ງ​ແຂວງ​ສືບ​ຕໍ່​ກວດກາ​ຄືນ​ອັດຕາ​ສ່ວນ​ຜູ້​ທຸກ​ຍາກ​ອຶດຫິວ, ຄຽງ​ຄ້າງ​ນັ້ນຈະ​ໂຄສະນາ​ໃຫ້​ປະຊາຊົນ​ເຂົ້າ​ໃຈຄວາມ​ຮັບຜິດຊອບ​ຂອງຕົນ​​ແມ່ນຕ້ອງ​ບື່ນຕົວ​ຂຶ້ນ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ, ປະຕິບັດ​ບັນດາ​​ໂຄງການ​ຢ່າງ​ມີ​ໄຊ. ນອກຈາກ​ນັ້ນຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄວາມ​ສາມາດ​ນຳພາ​ຂອງ​ລະບົບ​ການ​ເມືອງ​ຢູ່​ຮາກ​ຖານ“.

   ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ສິ່ງ​ທ້າ​ທາຍ​ນາໆ​ປະການ​ກໍ່ຕາມ, ​ແຕ່​ບັນດາ​ຜົນງານ​ທີ່​ດ້ຽນບຽນ ບັນລຸ​ໄດ້​ໃນ​ມື້​ນີ້ ຈະ​ສືບ​ຕໍ່​ແມ່ນ​ພື້ນຖານໝັ້ນຄົງ​ເພື່ອ​ໃຫ້​ເຂດດິນ​ແດນ​ວິລະ​ຊົນ​ປະຫວັດສາດ​ແຫ່ງ​ນີ້ ຍູ້​ໄວ​ພາລະກິດລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​, ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ແຂວງ​ພັດທະນາ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສຸດ​ຂອງ​ປະ​ເທ​ດຫວຽດນາມ./.

 

ຕອບກັບ

ຂ່າວ/ບົດ​ອື່ນ