ພະວິຫານແຈງ ແລະ ເລື່ອງລາວກ່ຽວກັບເຈົ້າແມ່ນ້ຳແຈງ

     ຫາຍ​ເຢືອງ​ແມ່ນ​ດິນ​ແດນ​ແຫ່ງ​ໜຶ່ງ​ທີ່​ມີ​ມູນ​ເຊື້ອວັດ​ທະ​ນະ​ທ​ຳ​ປະ​ຫວັດ​ສາດ​ດ້ວຍ​ປູ​ຊະ​ນີ​ຍະ​ສະ​ຖານຫຼາຍ​ແຫ່ງ​ພ້ອມ​ກັບ​ບັນ​ດາ​ງານ​ບຸນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ການ​ເຫຼື້ອມ​ໃສ​ພື້ນ​ເມືອງ​ຂອງ​ເຂດ​ທົ່ງ​ພຽງມ​ແມ່​ນ້ຳ​ແດງ, ໃນ​ນັ້ນ​ພົ້ນ​ເດັ່ນ​ຂຶ້ນ​ແມ່ນປູ​ຊະ​ນີ​ຍະ​ສະ​ຖານພະ​ວິ​ຫານ​ແຈງ​ທີ່​ເມືອງ​ນິງ​ຢາງ ຊຶ່ງ​ໄດ້​ຕິດ​ພັນ​ກັບ​ເລຶ່ອງ​ລາວ​ກ່ຽວ​ກັບ​ເຈົ້າອາ​ມາດ ຕວນ​ແຈງ, ເຈົ້າ​ແມ່​ນ້ຳແຈງ. ມາ​ຢ້ຽມ​ຊົມ​ພະ​ວິ​ຫານ​ແຈງ, ແຂກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ຊອກ​ຮູ້​ກ່ຽວ​ກັບກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເຂັ້ມຂົ້ນ​ໄປ​ດ້ວຍ​ສີ​ສັນວັດ​ທະ​ນະ​ທຳຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ການ​ເຫຼື້ອມ​ໃສບູ​ຊາ​ເຈົ້າ​ແມ່​ນ້ຳ​ຂອງ​ຊາວ​ທ້ອງ​ຖິ່ນ​ຢູ່​ແຫ່ງນີ້.

 

ພະວິຫານແຈງ ແລະ ເລື່ອງລາວກ່ຽວກັບເຈົ້າແມ່ນ້ຳແຈງ  - ảnh 1
     ພະ​ວິ​ຫານ​ແຈງຍັງ​ເອີ້ນ​ວ່າ “ພະ​ວິ​ຫານເຈົ້າອາ​ມາດ ຕວນ​ແຈງ ​”
                                     (baomoi.com)

       ພະ​ວິ​ຫານ​ແຈງຍັງ​ເອີ້ນ​ວ່າ “ພະ​ວິ​ຫານເຈົ້າອາ​ມາດ ຕວນ​ແຈງ ​”, ຂຶ້ນ​ກັບ​ບ້ານ​ແຈງ​ຊວຽນ, ຕາ​ແສງ​ດົງ​ເຕີມ, ເມືອງ​ນິງ​ຢາງ. ພະ​ວິ​ຫານນີ້ຕິດ​ພັນ​ກັບ​ເລື່ອງ​ນິ​ທານ​ກ່ຽວ​ກັບເຈົ້າອາ​ມາດ ຕວນ​ແຈງ ຊຶ່ງ​ແມ່ນ​ເຈົ້າ​ເມືອງໆ​ນິງ​ຢາງ​ເມື່ອ​ກ່ອນນີ້. ຕາມເລື່ອງນິ​ທານ​ດັ່ງ​ກ່າວ​ແລ້ວ, ແຕ່ກີ້​ແຕ່​ກ່ອນ​ຢູ່​ທ່າ​ເຮືອ​ແຄມ​ແມ່​ນ້ຳ​ແຈງ, ມີ​ງູ​ຍັກ 2 ໂຕເຄີຍ​ທຳ​ລາຍ​ຊີ​ວິດ​ຂອງປະ​ຊາ​ຊົນ​ຢູ່​ແຫ່ງນີ້​ເປັນ​ປະ​ຈຳ. ໃນ​ມື້​ໜຶ່ງ, ພວກ​ມັນ​ໄດ້​ຈັບ​ເອົາ​ພັນ​ລະ​ຍ​າ​ທີ່​ສວຍ​ງາມ​ຂອງເຈົ້າອາ​ມາດ ຕວນ​ແຈງ. ເຈົ້າອາ​ມາດພະ​ນະ​ທ່ານນີ້​ໄດ້​ຮ້ອງ​ຟ້ອງ​ເລື່ອງນີ້​ຕໍ່​ເຈົ້າ​ແມ່​ນ້ຳ. ສຸດ​ທ້າຍ ​ງູ​ກໍ​ຖື​ກ​ຕັດ​ສິນປະ​ລາ​ໄຊ, ດັ່ງ​ນັ້ນ​ຕ້ອງ​ພາ​ກັນ​ໄປ​ອາ​ໄສ​ຢູ່​ບ່ອນ​ອື່ນ. ນັບ​ແຕ່ນັ້ນ ເປັນ​ຕົ້ນ​ມາ ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ບ້ານຢູ່​ບໍ​ລິ​ເວນ​ແມ່​ນ້ຳ​ມີ​ຄວາມ​ສະ​ຫງົບ​ສຸກ. ເພື່ອ​ເປັນ​ການ​ສະ​ແດງຄວາມ​ຮູ້​ບຸນ​ຄຸນ​ຕໍ່ເຈົ້າອາ​ມາດ ຕວນ​ແຈງ, ຊາວ​ບ້ານ​ໄດ້​ກໍ່​ຕັ້ງ​ວິ​ຫານ​ເພື່ອບ​ູ​ຊາເຈົ້າອາ​ມາດ ຕວນ​ແຈງ ແລະ ນັບ​ຖື​ເພິ່ນ​ເປັນ​ຜູ້​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ລຳ​ແມ່​ນ້ຳ, ທັງ​ຊ່ວຍ​ປະ​ຊາ​ຊົນ​ໄດ້​ຂີ່​ເຮ​ືອ​ໄປ​ມາ​ແລກ​ປ່ຽນ​ຄ້າ​ຂາຍ​ມີ​ຄວາມ​ປອດ​ໄພ ແລະ ໄດ້​ຮັບ​ຜົນ​ດີ.

     ພະ​ວິ​ຫານ​ແຈງ​ຖືກ​ປຸກ​ສ້າງ​ບົນ​ພື້ນ​ສານ​ເຈົ້າ​ແຫ່ງ​ໜຶ່ງທີ່​ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຮຸ່ງ, ສານ​ເຈົ້າ​ແຫ່ງນີ້​ຖືກ​ປຸກ​ສ້າງ​ຢູ່​ແຄມ​ແມ່​ນ້ຳແຈງ ໃກ້​ກັບ​ເທດ​ສະ​ບານ​ເມືອງນ​ິງ​ຢາງ. ໃນ​ສະ​ໄໝລາດ​ຊະ​ວົງ​ຫງວຽນ(ສະ​ຕະ​ວັດ​ທີ່ 19) ພະ​ວິ​ຫານ​ແຫ່ງນີ້​ໄດ້​ຮັບ​ການ​ປຸກ​ສ້າງ​ຢ່າງ​ໃຫຍ່​ໂຕ, ມີ​ຮູບ​ແກະ​ຄວັດ​ສະຫຼັກ​ລະ​ອຽດ​ອ່ອນ, ມີ​ຮູບ​ປັ້ນ ເຈົ້າອາ​ມາດ ຕວນ​ແຈງ​ທີ່ໂຫຍ່​ໂຕ​ເຄັ່ງ​ຂຶມ. ຍ້ອນ​ດິນຝັ່ງ​ແມ່​ນ້ຳ​ເຄີຍ​ຖືກເຊາະ​ເຈື່ອນ, ດັ່ງ​ນັ້ນ​ຮອດ​ປີ 1935 ຊາວ​ທ້ອງ​ຖິ່ນ​ໄດ້​ກໍ່​ຕັ້ງ​ພະ​ວິ​ຫານ​ໃໝ່​ຢູ່​ບ້ານແຈງ​ຊວຽນ(ປະ​ຈຸ​ບັນ​ຂຶ້ນ​ກັບ​ເທດ​ສະ​ບານ​ເມືອງ​ນິງ​ຢາງ). ຮອດ​ກາງ​ທົດຕະ​ວັດ 40 ຂອງ​ສະ​ຕະ​ວັດ​ທີ 20, ພະ​ວິ​ຫານ​ແຈງໄດ້​ຮັບ​ການ​ບູ​ລະ​ນະ ປະ​ຕິ​ສັງ​ຂອນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່. ມາ​ຮອດ​ຊຸມ​ປີ 60 ຂອງ​ສະ​ຕະ​ວັດ​ທີ 20, ພະ​ວິ​ຫານ​ແຈງຖືກ​ຍ້າຍ​ໄປ​ບໍ​ລິ​ເວນ​ທາງ​ທິດ​ເໜືອ​ຂອງ​ເທດ​ສະ​ບານ​ເມືອງ​ນິງ​ຢາງ, ຫ່າງ​ຈາກວິ​ຫານ​ເກ​ົ່າ​ປະ​ມານ 300 ແມັດ, ປະ​ຈຸ​ບັນ​ແມ່ນ ຂຶ້ນ​ກັບ​ບ້ານ​ແຈງ​ຊວຽນ, ຕາ​ແສງ​ດົງ​ເຕີມ, ເມືອງ​ນິງ​ຢາງ.  ທ່ານ ຫງວຽນ​ເຕິດ​ຈ້ອງ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ປູ​ຊະ​ນີ​ຍະ​ສະ​ຖານພະ​ວິ​ຫານ​ແຈງໃຫ້​ຮູ້​ວ່​່າ : 

   “ກິດ​ຈະ​ການກໍ່​ສ້າງ​ບູ​ລະ​ນະພະ​ວິ​ຫານ​ແຈງຖືກ​ເຮັດ​ດ້ວຍ​ໄມ້, ມີ​ການ​ແກະ​ຄວັດ​ສະຫຼັກ​ຢ່າງ​ລະ​ອຽດ​ອ່ອນ​ຕາມ​ແບບ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ(1802-1945 ” ຢູ່​ເບື້ອ​ງຊ້າຍຂອງ​ເຂດປູ​ຊະ​ນີ​ຍະ​ສະ​ຖານແມ່ນ​ເຂດ​ເຮືອນ​ຮັບ​ແຂກ ແລະ ໜອງ​ນ້ຳ. ມາ​ຮອດ​ປະ​ຈຸ​ບັນ​, ໄດ້​ຍົກ​ຍ້າຍ 3 ຄັ້ງ​ແລ້ວ, ແຕ່​ສິ່ງ​ທີ່​ດີ​ທີ່​ສຸດນັ້ນ, ແມ່ນ​ປະ​ຊາ​ຊົນ​ສາ​ມາດ​ອະ​ນຸ​ລັກ​ຮັກ​ສາ​ວັດ​ຖຸ​ພັນ​ທີ່​ມີ​ຄ່າໄດ້​ເປັນ​ຢ່າງ​ດີ ເຊັ່ນ: ຮູບ​ປັ້ນ, ຮູບ​ແກະ​ຄວັດ​ສະຫຼັກ​ເປັນ​ຕົ້ນ…”

    ແຕ່​ລະ​ປີ, ພະ​ວິ​ຫານ​ແຈງ ຈັດ​ງານ​ບຸນ 2 ຄັ້ງ. ງານ​ບຸນ​ຄັ້ງ​ທີ 1 ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 20 ເດືອນ 2 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ. ງານ​ບຸນ​ຄັ້ງ​ທີ 2 ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 25 ເດືອນ 8. ຕາມ​ການ​ເລົ່າ​ຂານ​ກັນ​ມາ​ວ່າ ພະ​ວິ​ຫານ​ແຈງ ແມ່ນ​ມີ​ຄວາມ​ສັກ​ສິດ​ທີ່​ສຸດ, ພາ​ວະ​ນາ​ຢາກ​ໄດ້​ສິ່ງ​ໃດ ກໍ​ໄດ້​ສິ່ງນັ້ນ. ດັ່ງ​ນັ້ນ ຮອດ​ຍາມ​ຈັດ​ງານ​ບຸນ, ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດພາ​ກັນ​ມາ​ຮ່ວມ​ງານ​ບຸນ​ຢ່າງຫຼວງ​ຫຼາຍ. ທ່ານ ຫງວຽນ​ເຕິດ​ຈ້ອງ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ ປູ​ຊະ​ນີ​ຍະ​ສະ​ຖານພະ​ວິ​ຫານ​ແຈງໃຫ້​ຮູ້​ອີກວ່​່າ :

   “ ນອກ​ຈາກ​ງານ​ບຸນ​ໃຫຍ່ 2 ຄັ້ງ​ແລ້ວ, ໃນ​ເດືອນ 5 ​ໂດຍໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ມີແຂກ​ທ່ອງ​ທ່ຽວ​ໄປ​ວິ​ຫານ​ຢ່າງຫຼວງຫຼາຍ, ນັ້ນ​ແມ່ນ​ວັນ​ເຈົ້າ​ອາ​ມາດ​​ຈັດ​ງານລ້ຽງໃນ​ເດືອນ 5. ນອກ​ຈາກນັ້ນ​ແລ້ວ, ເມື່ອ​ເວົ້າ​ເຖິງເຈົ້າອາ​ມາດ ຕວນ​ແຈງ ກໍ​ຕ້ອງ​ເຕື້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂັບ​ຮ້ອງ​ຮັບ​ໃຊ້​ພະ​ອໍ​ລະ​ຫັນ ແລະ ສິ​ລະ​ປະ​ຂັບ​ຮ້ອງນີ້ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ”

    ຈຸດ​ພິ​ເສດ​ຂອງ​ງານ​ບຸນ​ຕ່າງໆ​ທີ່​ຈັດ​ຂຶ້​ນ​ຢູ່ພະ​ວິ​ຫານ​ແຈງແມ່ນ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງວັດ​ທະ​ນະ​ທຳ​ກັບ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໄສ​ຢູ່​ວິ​ຫານ​ກີ່​ກຸ່ງ, ນະ​ຄອນ​ລ້າງ​ເຊີນ, ແຂວງ​ລ້າງ​ເຊີນ ຊຶ່ງ​ແມ່ນ​ບ່ອນ​ທີ່ເຈົ້າອາ​ມາດ ຕວນ​ແຈງເຖິງ​ແກ່​ມໍ​ລະ​ນະ​ກຳ. ທ່ານ​ຫງວຽນ​ແທ່ງ​ຫວ້ານ ຫົວ​ໜ້າ​ຂະ​ແໜງວັດ​ທະ​ນະ​ທຳ, ຖະ​ແຫຼງ​ຂ່າວ​ເມືອງ​ນິງ​ຢາງ ແຂວງ ຫາຍ​ເຢືອງ ໃຫ້​ຮູ້​ວ່າ : 

    “ 2 ທ້ອງ​ຖິ່ນ​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ. ຍ້ອນ​ການ​ເຊື່ອມ​ຕໍ່​ນີ້ ໄດ້​ຊ່ວຍ​ໃຫ້​ການ​ເຄື່ອນ​ໄຫວວັດ​ທະ​ນະ​ທຳ​ໄດ້​ຮັບ​ການ​ເປີດ​ກ້​ວາງ ແລະ ຜ່ານ​ການ​ເຄື່ອນ​ໄຫວ​ຈັດ​ງານ​ບຸນ, ປະ​ຊາ​ຊົນ​ສາ​ມາດ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັ​ນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ໃນ​ແຂວງລ້າງ​ເຊີນ. ໃນ​ການ​ເຄື່ອນ​ໄຫວ​ຈັດ​ງານ​ບຸນ, ພວ​ກ​ຂ້າ​ພະ​ເຈົ້າ​ກໍ​ລ້ວນ​ແຕ່​ຈັດ​ການ​ລະຫຼິ້ນ​ພື້ນ​ເມືອງ​ຊຶ່ງຕິດ​ພັນກັບພະ​ວິ​ຫານ​ແຈງເຊັ່ນ: ມວຍ​ປ້ຳ​ພື້ນ​ເມືອງ, ດຶງ​ເຊືອກ, ຕີ​ໄກ່… ”

    ພະ​ວິ​ຫານ​ແຈງໄດ້​ຮັບ​ການຢັ້ງ​ຢືນ​ເປັນປູ​ຊະ​ນີ​ຍະ​ສະ​ຖານປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ລະ​ດັບ​ຊາດ​ໃນ​ປີ 2009. ຊຸມ​ປີ​ທີ່​ຜ່ານ​ມາ, ເມືອງ​ນິງ​ຢາງ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າມ​ໍລະ​ດົກວັດ​ທະ​ນະ​ທຳ​ຂອງ ພະ​ວິ​ຫານ​ແຈງ​ກໍ​ຄື​ບັນ​ດາງານ​ບຸນ. ຜ່ານນັ້ນ, ກໍ​ໂຄ​ສະ​ນາ​ເຜີຍ​ແຜ່​ບັນ​ດາ​ຈຸດ​ຄວາມ​ງາມ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຂດ​ດິນ​ນິງ​ຢາງ ແລະ ແຂວງ​ຫາຍ​ເຢືອງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ