ພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງ ໝູ່ບ້ານຊີ່ງ ຢູ່ ນະຄອນເຫ້ວ


(vovworld) - ໝູ່​ບ້ານ​ຊີ່ງ (Lang Sinh) ຢູ່​ເຂດ​ບ້ານ​ນາ​ຖືກ​ຕັ້ງ​ຢູ່​ຍ່ານ​ລຸ່ມແມ່​ນ້ຳ ເຮືອງ, ຊື່ງ​ແມ່ນ​ສະ​ຖານ​ທີ່​ຜະ​ລິດ​ພາບ​ພື້ນ​ເມືອງ​ຂອງ​ພາກ​ກາງ​ຫວຽດ​ນາມ. ຕາມ​ປື້ມ​ບັນ​ທຶກ​ພູມ​ສາດ,ປະ​ຫວັດ​ສາດກ່ຽວ​ກັບບັນ​ດາ​ໝູ່​ບ້ານ​ອາ​ຊີບ ຢູ່ ເທື່ອ​ທຽນ​ເຫ້ວ ແລ້ວ, ພາບ​ພື້ນ​ເມືອງ​ຂອງ​ໝູ່​ບ້ານ​ຊີ່ງ ແມ່ນ​ມີ​ມາ​ກ່ອນນີ້ 400 ປີ. ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ພາບ​ພື້ນ​ເມືອງ​ໝູ່​ບ້ານ​ຊີ່ງ ແມ່ນ​ເຮັດ​ດ້ວຍ​ມື​ທີ່​ຄ່ອງ​ແຄ້ວ​ຂອງ​ບັນ​ດາ​ຊາວ​ກະ​ສິ​ກອນ​ເມື່ອ​ສຳ​ເລັດວຽກ​ໄຮ່​ການ​ນາ​ ໝູ່​ບ້ານ​ຊີ່ງ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່ທ່ອງ​ທ່ຽວ​ຢູ່ ເຫ້ວ ໄດ້ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວ​ມາ​ຢ້ຽມ​ຢາມ​ນັບ​ມື້​ນັບ​ຫລາຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

ພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງ ໝູ່ບ້ານຊີ່ງ ຢູ່ ນະຄອນເຫ້ວ - ảnh 1

        ກໍ​ເຊັ່ນ​ດຽວ​ກັນ​ກັບ​ໝູ່​ບ້ານ​ຫລາຍ​ແຫ່ງ​ຢູ່ ເຫ້ວ, ​ບັນ​ດາ​ຍາ​ກາດ ຢູ່ ໝູ່​ບ້ານ​ຊີ່ງ ສະ​ຫງົບ​ງຽບທີ່​ສຸດ. ໝູ່​ບ້ານ​ແຫ່ງນີ້ ຢູ່​ໃກ້​ກັບ​ແມ່​ນ້ຳ​ໂບ່ ແລະ ແມ່​ນ້ຳ​ເຮືອງ. ປະ​ຈຸ​ບັນ ໝູ່​ບ້ານ​ຊີ່ງ ຍັງ​ເອີ້ນ​ວ່າ ບ້ານ​ລ້າຍ​ເອີນ ຂຶ້ນ​ກັບ​ຕາ​ແສງ ຟູ​ເມົ້າ ເມືອງ ຟູ​ວາງ ຫ່າງ​ຈາກ​ນະ​ຄອນ ເຫ້ວ ທາງ​ທິດ​ຕາ​ເວັນ​ອອກ​ປະ​ມານ 9 ກິ​ໂລ​ແມັດ. ພາບ​ພື້ນ​ເມືອງ ໝູ່​ບ້ານ​ຊີ່ງ ມີ​ຈຸດ​ຄ້າຍ​ຄື​ກັນ​ກັບ​ພາບ​ພື້​ນ​ເມືອງ ດົງ​ໂຮ່ ແຂວງ ບັກ​ນີງ ແລະ ພາບ​ພື້ນ​ເມືອງ ຮ່າງ​ໂຈງ ຮ່າ​ໂນ້ຍ. ຕາມ​ການ​ເລົ່າ​ຂານ​ສືບ​ກັນ​ມາ​ຂອງ​ຊາວ​ບ້ານ​ຊີ່ງ ແລ້ວ, ໃນ​ສະ​ໄຫມ​ລາ​ຊະ​ວົງ​ຫງວຽນ, ​ໃນ​ຂະ​ນະ ປະ​ຊາ​ຊົນ​ຍ້າຍໄປ​ຕັ້​ງ​ຖ​ິ່ນ​ຖານ​ຄົງ​ທີ່ຢູ່​​ເຂດ ທ້ວນ​ຮ​ວາ ທາງ​ພາກ​ໃຕ້​​ຫວຽດ​ນາມ, ລຸງ ກີ່​ຫືວ​ຮ່​ວາ ນຳ​ເອົາ​ພິ​ທີ​ຜະ​ລິດ​ພາບ​ພື້ນ​ເມືອງ​ເຮັດ​ດ້ວຍ​ແມ່​ພິມ ເພື່ອ​ຫາ​ເງິນ​ລ້ຽງ​ຊີບ. ພາບ​ພື້ນ​ເມືອງ ໝູ່​ບ້ານ​ຊີ່ງ ແມ່ນ​ເລີ່ມ​ປະ​ກົດ​ອອກ​ນັບ​ແຕ່​ເວ​ລານັ້ນ. ພາບ​ພື້ນ​ເມືອງ ໝູ່​ບ້ານ​ຊີ່ງ ສ່ວນ​ຫລາຍ​ແມ່ນ​ຮັບ​ໃຊ້​ການ​ບູ​ຊາ, ຈິດ​ວີນ​ຍານ. ນັກ​ສິ​ລະ​ປະ​ກອນ ຫຶວ​ເຟືອກ, ຊື່ງ​ແມ່ນ​ຜູ້​ຜະ​ລິດ​ພາບ​ພື້ນ​ເມືອງ​ທີ່​ມີ​ຊື່​ສຽງ​ຢູ່  ໝູ່​ບ້ານ​ຊີ່ງ ໃຫ້​ຮູ້​ວ່າ:

        “ພາບ​ພື້ນ​ເມືອງ​ຂອງ ໝູ່​ບ້ານ​ຊີ່ງ ແມ່ນ​ງາມ​ຫລາຍ ສະ​ນັ້ນ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ​ເຄີຍ​ມານີ້​​ສັ່ງຊື້​ພາບເພື່ອ​ນຳ​ເອົາ​ໄປ​ຂາຍ​ຫລື​ນຳ​ໃຊ້​ໃນ​ການ​ບູ​ຊາ​ໃນ​ໂອ​ກາດ​ບຸນ​ເຕັດ ຫລື​ມື້​ທຳ​ມະ​ດາ. ແຕ່​ຈຸດ​ສຸມ ແມ່ນ​ເດືອນ 10 ຫາ​ເດືອນ 2 ປີ​​ຂອງຕໍ່​ໄປ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ.”

ແມ່​ພິມ​ເຮັດ​ດ້ວຍ​ໄມ້ ມີ​ບົດ​ບາດ ​ເພື່ອ​ພິ​ມ​ສີ. ນອກ​ຈາກ​ສີ​ຈາກ​ແມ່​ພິມພິມ​ແລ້ວ, ນັກ​ສິ​ລະ​ປະ​ກອນ​​ຍັງແຕ້ມ​ ແລະ ​ລະ​ບາຍ​ສີ​ຕື່ມ​ອີກ. ສະ​ນັ້ນ ພາບ​ພື້ນ​ເມືອງ​ແຕ່​ລະ​ແຜ່ນ​ແມ່ນ​ແຕກ​ຕ່າງ​ກັນ. ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພາບ​ພື້ນ​ເມືອງ ໝູ່​ບ້ານ​ຊີ່ງ ແມ່ນ​ສີ​ຂອງ​ມັນ, ແຕ່​ລະ​ແຜ່ນ​ມີ​​ເນື້ອ​ໃນ​ຕ່າງ​ກັນ, ສີ​ຕ່າງ​ກັນ ແລະສະ​ແດງ​ເຖິງ ຄວາມ​ຮູ້​ສຶກ​ຂອງ​ນັກ​ສິ​ລະ​ປະ​ກອນ​ໃນ​ຂັ້ນ​ຕອນ​ຜະ​ລິ​ດ​ພາບ​ພື້ນ​ເມືອງ. ສີ​ຂອງ​ພາບ​ພື້​ນ​ເມືອງ ສ່ວນ​ຫລາຍ​ແມ່ນ​ເຮັດມາ​ຈາກ​ຕົ້ນ​ໄມ້​ໃບ​ຫຍ້າ​ໃນ​ທຳ​ມະ​ຊ​າດ. ນັກ​ສິ​ລະ​ປະ​ກອນ ຫືວ​ເຟືອກ ໃຫ້​ຮູ້​ວ່າ: ຖ້າ​ພາບ​ພື້ນ​ເມືອງ ດົງ​ໂຮ່ ມີ​ພຽງ 4 ຫລື 5 ສີ​​ຕົ້ນຕໍ, ພາບ​ພື້ນ​ເມືອງ ໝູ່​ບ້ານ​ຊີ່ງ ມີ​ຫລາຍ​ສີກ​ວ່າ ແລະ ຜະ​ລິດ​ຕາມ​ການ​ນຶກ​ຄິດ​ກໍ​ຄື​ຄວາມ​ຮູ້​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຊາວບ້ານ​ຊີ່ງ.

        “ພາບ​ພື້ນ​ເມືອງ ໝູ່​ບ້ານ​ຊີ່ງ ປະ​ຈຸ​ບັນ​ ​ແມ່ນເຮັດ​ດ້ວຍ​ມື. ​ພິມ​ຮູບ​ແລ້ວ ຈຶ່ງ​ລະ​ບາຍສີ ແລະ ແຕ່​ລະ​ສີ​ແມ່ນ​​ລະ​ບາຍເທື່ອ​ຫນຶ່ງ. ພາບ​ພື້ນ​ເມືອງ​ຂອງ ໝູ່​ບ້ານ​ຊີ່ງ ​ມີ ຢ່າງຫນ້ອຍ​ສຸດ ແມ່ນ 5 ສີ.”

ພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງ ໝູ່ບ້ານຊີ່ງ ຢູ່ ນະຄອນເຫ້ວ - ảnh 2
ນັກ​ທ່ອງ​ທ່ຽວ​ຊົມ​ວິ​ທີ​ການ​ຜະ​ລິດ​ພາບ​ພື້ນ​ເມືອງ

        ເຈ້ຍ​ເພື່ອນຳ​ໃຊ້​ໃນ​ການ​ຜະ​ລິດພາບ​ພື້ນ​ເມືອງ​ຂອງ ໝູ່​ບ້ານ​ຊີ່ງ ແມ່ນ​ເຮັດ​ດ້ວຍ​​ວັດ​ສະ​ດຸ​ພິ​ເສດ​ທີ່​ສຸດ ນັ້ນ​ແມ່ນ ເປືອກ​ຫອຍ​ແຄງ ຢູ່ ບືງ​ແຄມ​ທະ​ເລ​ຕາມ​ຢາງ. ເພື່ອ​ຜະ​ລິດ​ພາມ​ພື້ນ​ເມືອງ​ໄດ້​ຫລາຍ​ປະ​ເພດ, ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ, ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ບ້ານ, ທ່ານ​ເຟືອກ ໄດ້​ມ​ີ​ແນວ​ຄວາມ​ຄິດ​ເຮັດ​ແມ່​ພິມ​ແບບ​ໃຫມ່ ດ້ວຍ​ເນື້ອ​ໃນ​ໃຫມ່, ຫົວ​ເລື່ອງ​. ນັ້ນ​ແມ່ນ: ບັນ​ດາ​ການ​ລະ​ຫລິ້ນ​ພື້ນ​ເມືອງ, ຮູບ​ທິວ​ທັດ​ທຳ​ມະ​ຊາດ, ປະ​ຕິ​ທິນ …ແລະ ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

        ເມື່ອມາ​ຢ້ຽມຢາມ ໝູ່​ບ້ານ​ຊີ່ງ, ນັກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ເຂດ​ບ້ານ​ນາ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຫັນ​ປະ​ຈັກ​ຕາ​ຂັ້ນ​ຕອນ​ການ​ຜະ​ລິດ​ພາບ​ພື້ນ​ເມືອງອີກ​ດ້ວຍ. ເພື່ອນ ເລ​ມາຍ​ເຮືອງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ກວ໋າງ​ບີງ ແບ່ງ​ປັນ​ວ່າ:

        “ນ້ອງ​ມານີ້ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ອາ​ຊີບ​ພື້ນ​ເມືອງ​ຢູ່ ເຫ້ວ, ພິ​ເສດ​ແມ່ນ​ຂັ້ນ​ຕອນ​​ການຜະ​ລິດພາບ​ພື້ນ​ເມືອງ ​ຢູ່ ໝູ່​ບ້ານ​ຊີ່ງ. ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ໃນ​ທຳ​ມະ​ຊາດ​ທີ່​ພວກ​ເຮົາ​ບໍ່​ທັນ​ຮູ້​ໄດ້​ປະ​ໂຫຍດ​ຂອງ​ມັນ, ຕົວ​ຢ່າ​ງ​ຄື ການ​ຜະ​ລິດ​ເຈ້ຍ​ຫລື​ເຕັກ​ນິກ​ຜະ​ລິດ​ພາບ​ສີ​ຈາກ​ຕົ້ນ​ໄມ້​ໃບ​ຫຍ້າ ​ເມື່ອ​ເຮັດ​ອອກ​ມາ​ແລ້ວ​ມີ​ຫລາຍສີ ເປັນ​ຫນ້າ​ຈັບ​ອົກ​ຈັບ​ໃຈ.”

        ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ໝູ່​ບ້ານ​ຊີ່ງ ສ​່ວນ​ຫລາຍ​ຢາກ​ຊື້​ພາບ​ພື້ນ​ເມືອງ​ ເພື່ອ​ເປັນ​ເຄື່ອງ​ທີ່​ລະ​ນຶກ​ໃຫ້​ຕົນ​ເອງ ຫລື​ມອບ​ໃຫ້​ໝູ່​ເພື່ອນ. ພາບ​ພື້ນ​ເມືອງ​ຢູ່​ທີ່ນີ້ ຍັງ​ໄດ້​ເກັບ​ໄວ້ ໃນ​ບັງໄມ້​ໃຜ່ເພື່ອ​ໃຫ້​ພາບ​​ຢູ່​ໄດ້ທົນ​ທານກວ່າ. ຊື່​ຂອງ ໝູ່​ບ້ານ​ຊີ່ງ ແລະ ຊື່​ນັກ​ສິ​ລະ​ປະ​ກອນ​ຖືກ​ແກະ​ຄວັດ​​ໄວ້​ຢູ່ບັ້ງ​ໄມ້​ໃຜ່. ຍ້ອນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນັ້ນ, ພາບ​ພື້ນ​ເມືອງ​ຂອງ​ ໝູ່​ບ້ານ​ຊີ່ງ ຈຶ່ງ​ໄດ້​ດຶງ​ດູດນັກ​ທ່ອງ​ທ່ຽວ​ທັງ​ຢູ​ູ່ພາຍ​ໃນ ແລະ ຕ່າ​ງ​ປະ​ເທດ​ ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພາບ​ພື້ນ​ເມືອງ ໝູ່​ບ້ານ​ຊີ່ງ ​ໄດ້ປະ​ກອບ​ສ່ວນ​ເຮັດ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ ເຫ້ວ ມີ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫນຶ່ງ​ຕື່ມ​ອີກ ທີ່​ມີ​ສີ​ສັນ​ວັດ​ທ​ະ​ນະ​ທຳ​ຫວຽດ​ນາມ.  

ຕອບກັບ

ຂ່າວ/ບົດ​ອື່ນ