ຟື້ນຟູປ່າຊາຍເລນດົ່ງຣຸຍທີ່ແຂວງກວ໋າງນິງ.

(VOVWORLD) -ປ່າຊາຍເລນແຄມທະເລດົ່ງຣຸຍເມືອງຕຽນອຽນ ແຂວງກວ໋າງນິງ ໄດ້ຮັບການຕີລາຄາວ່າແມ່ນເຂດປ່າຊາຍເລນດັ້ງເດີມແລະສວຍງາມທີ່ສຸດຢູ່ພາກເໜືອດ້ວຍຕົ້ນໄມ້ຫຼາຍຊະນິດມີຄວາມສາມາດທົນທານກັບນ້ຳເຄັມໃນນັ້ນມີຕົ້ນໄມ້ຫຼາຍຕົ້ນມີອາຍຸເຖິງນັບຮ້ອຍປີ. ພາຍຫຼັງຖືກທຳລາຍເປັນໄລຍະໜຶ່ງໃນຊຸມປີທີ່ຜ່ານມາປ່າຊາຍເລນດົ່ງຣຸຍໄດ້ຮັບການຟື້ນຟູຢ່າງແຂງແຮງອັນໄດ້ຊ່ວຍປົກປັກຮັກສາຝັ່ງທະເລພ້ອມກັນນັ້ນກໍ່ໄດ້ກາຍເປັນແຫຼ່ງຊີວິດໃຫ້ແກ່ຫຼາຍຄອບຄົວຢູ່ແຫ່ງນີ້
ຟື້ນຟູປ່າຊາຍເລນດົ່ງຣຸຍທີ່ແຂວງກວ໋າງນິງ. - ảnh 1ປ່າຊາຍເລນແຄມທະເລດົ່ງຣຸຍເມືອງຕຽນອຽນ ແຂວງກວ໋າງນິງ

ດົ່ງຣຸຍໄດ້ຮັບການຕີລາວ່າ ແມ່ນໜຶ່ງໃນບັນດາເນື້ອທີ່ປ່າຊາຍເລນສວຍງາມທີ່ສຸດຢູ່ພາກເໜືອຫວຽດນາມໃນປັດຈຸບັນດ້ວຍເນື້ອທີ່ເກືອບ 3.00 ເຮັກຕາກວມເອົາເຄິ່ງໜຶ່ງເນື້ອທີ່ດິນທຳມະຊາດຂອງຕາແສງດົ່ງຣຸຍ. ຢູ່ແຫ່ງນີ້ຍັງຄົງຮັກສາລັກສະນະຊີວະນາໆພັນ ມີລະບົບສິ່ງແວດລ້ອມເປັນພິເສດສະເພາະຂອງເຂດປ່ານ້ຳຖ້ວມ. ຕາມໝາກຜົນການຄົ້ນຄວ້າຂອງບັນດານັກວິທະຍາສາດແລ້ວ, ຄວາມເປັນເອກະລັກທາງດ້ານພູມີສັນຖານຢູ່ບາງເນື້ອທີ່ປ່າຊາຍເລນຢູ່ທ້ອງຖິ່ນແຫ່ງນີ້ ມີຄວາມແຕກຕ່າງກັບເຂດປ່າຊາຍເລນອື່ນໆຢູ່ ຫວຽດນາມ. ນອກຈາກປ່າຊາຍເລນແມ່ນລະບົບຊີວະພາບຕົ້ນຕໍນັ້ນເຂດດິນນ້ຳຖ້ວມດົ່ງຣຸຍຍັງໄດ້ຖືກກຳນົດມີ 7 ລະບົບຊີວະພາບເຊິ່ງລວມມີລະບົບຊີວະພາບປາກແມ່ນ້ຳ, ລະບົບຊີວະພາບເຂດຂີ້ຕົມ, ລະບົບຊີວະພາບບຶງ, ລະບົບຊີວະພາບໜອງສະ, ລະບົບຊີວະພາບກະສິກຳ, ລະບົບຊີວະພາບຊຸມຊົນ. ພິເສດນີ້ກໍ່ຍັງແມ່ນເຂດຖືກກຳນົດມີລະດັບຊີວະນາໆພັນສູງທີ່ສຸດເປັນຕົ້ນແມ່ນບັນດາປະເພດມີມູນຄ່າເສດຖະກິດສູງ. ນັບແຕ່ໃດໆມາປ່າຊາຍເລນດົ່ງຣຸຍໄດ້ເປັນແຫຼ່ງລາຍໄດ້ປົກກະຕິໃຫ້ແກ່ຫຼາຍຄອບຄົວຜ່ານການປະກອບອາຊີບຈັບຫາສິນໃນນ້ຳ. ນາງຫງວຽນທິເຟື້ອງຢູ່ບ້ານຫ້າຕາແສງດົ່ງຣຸຍແບ່ງປັນວ່າ:

       “ຢູ່ແຫ່ງນີ້ມີຕົ້ນໄມ້ຫຼາຍຊະນິດ ດັ່ງນັ້ນຖ້າຫາກມີຕົ້ນໄມ້ ກໍ່ມີສິ່ງທີ່ມີຊີວິດແລະເຮົາເດີນທະເລກໍ່ສາມາດຫາເງິນລ້ຽງຊີບໄດ້. ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍສ່ວນຫຼາຍກໍ່ຫາເງິນລ້ຽງຊີບຍ້ອນການເດີນທະເລ.ນັກຮຽນໃນແຕ່ລະວັນກໍ່ສາມາດຫາເງິນໄດ້  100.000 ຫາ 150.000 ດົ່ງ”.

       ໃນສະພາບຕົວຈິງມີໄລຍະໜຶ່ງທີ່ປ່າຊາຍເລນດົ່ງຣຸຍໄດ້ຖືກທຳລາຍຢ່າງຮ້າຍແຮງ.ດັ່ງນັ້ນ ໃນຊຸມປີທີ່ຜ່ານມາ, ອຳນາດການປົກຄອງແລະຊາວທ້ອງຖິ່ນໄດ້ສະຫງວນເຫື່ອແຮງຢ່າງຫຼວງຫຼາຍເພື່ອຟື້ນຟູປ່າ. ຕາມນັ້ນແລ້ວບັນດາໂຄງການປູກໃໝ່ ແລະເພີ່ມເຕີມເຂົ້າໃນເນື້ອທີ່ປ່າໄດ້ຖືກຕັດໄມ້ທຳລາຍເຊິ່ງໄດ້ຖືກບັນດາອົງການທີ່ບໍ່ຂື້ນກັບລັດຖະບານຂະແໜງການຂັ້ນຕ່າງໆ ຍູ້ແຮງເພີ່ມພະລັງຊີວິດໃຫ້ແກ່ປ່າ. ພ້ອມກັນນັ້ນວຽກງານຄຸ້ມຄອງປົກປັກຮັກສາປ່າກໍ່ໄດ້ຮັບຄວາມເອົາໃຈໃສ່ປະຕິບັດ.ທ່ານຮວ່າງວັນຖົງຫົວໜ້າໜ່ວຍຄຸ້ມຄອງປ່າຊາຍເລນຕາແສງດົ່ງຣຸຍ ໃຫ້ຮູ້ວ່າ:

      “ປັດຈຸບັນປ່າປູກໃໝ່ກໍ່ມີຫຼາຍທີ່ສຸດ. ສະຕິຄວາມຮັບຜິດຊອບຂອງປະຊາຊົນໄດ້ຖືກຍົກສູງຂຶ້ນແລະໄດ້ຮັບຮູ້ວ່າ ການປົກປັກຮັກສາປ່າແມ່ນການປົກປັກຮັກສາແຫຼ່ງຜົນປະໂຫຍດສິນໃນນ້ຳເປັນຕົ້ນແມ່ນເມື່ອໄດ້ຮັບການໂຄສະນາ. ປະຊາຊົນຢູ່ແຫ່ງນີ້ ໄດ້ຮັບການສົ່ງເສີມປູກປ່າເຂົາເຈົ້າກໍ່ຊົມຊອບທີ່ສຸດ. ບາງຄັ້ງເຂົ້າໄປປ່າພົບເຫັນຕົ້ນໄມ້ປູກໃໝ່ ເຊິ່ງຕັ້ງບໍ່ຊື່ເຂົາເຈົ້າກໍ່ປັບໃໝ່”.

      ຍ້ອນຄວາມມານະພະຍາຍາມດັ່ງກ່າວມາຮອດປັດຈຸບັນບັນດາເນື້ອທີ່ປ່າໄດ້ກັບຄືນສູ່ສີຂຽວອຸ່ມທຸ່ມ. ປ່າຊາຍເລນດົ່ງຣຸຍນັບມື້ນັບຢັ້ງຢືນບົດບາດທີ່ສຳຄັນກັບການດຳລົງຊີວິດຂອງຊາວທ້ອງຖິ່ນ. ທ່ານລົກວັນຊິງເລຂາຄະນະພັກປະທານຄະນະກຳມະການປະຊາຊົນຕາແສງດົ່ງຣຸຍເນັ້ນໜັກວ່າ:

       "ໃນຊຸມປີມໍ່ໆມານີ້ ຕາແສງໄດ້ປູກໃໝ່ໃນເນື້ອທີ່ປ່າແຕ່ 25 ຫາ 30 ເຮັກຕາເພື່ອຂະຫຍາຍປ່າຊາຍເລນໃນບໍລິເວນ. ໂດຍໄດ້ກຳນົດບົດບາດທີ່ສຳຄັນຂອງປ່າຊາຍເລນ ທັງປົກປັກຮັກສາເພື່ອກັ້ນຄື້ນຟອງທັງມີແຫຼ່ງຜົນປະໂຫຍດທາງດ້ານສິນໃນນ້ຳເພື່ອໃຫ້ປະຊາຊົນມີຄລາຍໄດ້ປົກກະຕິ”.

         ຕາມບັນດານັກວິທະຍາສາດແລ້ວ, ດ້ວຍບັນດາລັກສະນະພິເສດສະເພາະ, ປ່າຊາຍເລນດົ່ງຣຸຍມີເງື່ອນໄຂຢ່າງພຽງພໍເພື່ອຕອບສະໜອງບັນດາມາດຖານຂອງເຂດດິນນ້ຳຖ້ວມມີລະດັບຄວາມສຳຄັນສາກົນໄດ້ຖືກກຳນົດໃນສົນທິສັນຍາຣາມຊາ. ທັງນີ້ກໍ່ເປັນການສ້າງເງື່ອນໄຂໃຫ້ແກ່ແຂວງກວ໋າງນິງ ສາມາດເປັນເຈົ້າການຜັນຂະຫຍາຍບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນກໍ່ຄືພັດທະນາຊັບພະຍາກອນສິ່ງທີ່ມີຊີວິດຂອງເຂດດິນນ້ຳຖ້ວມດົ່ງຣຸຍ.

ຕອບກັບ

ຂ່າວ/ບົດ​ອື່ນ