ຢ້ຽມຢາມ ຫໍພິພິດທະພັນໄຊຊະນະດ້ຽນບຽນຝູ

(vovworld)- ມາ​ຢ້ຽມຢາມ​ນະຄອນ ດ້ຽນບຽນ​ຝູ, ​ແຂວງ ດ້ຽນບຽນ, ນອກຈາກ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ​ຢູ່​ສະຫນາມຮົບ​​ໃນ​ເມື່ອກ່ອນ​ແລ້ວ, ຫໍພິພິດທະພັນ ​ໄຊຊະນະ​ດ້ຽນບຽນ​ຝູ, ​ແຫ່ງທີ່ຍັງຮັກສາ​ບັນດາ​ເອກະສານ, ວັດຖຸ​ພັນ​ທີ່​ກ່ຽວຂ້ອງ​ເຖິງ​ບັ້ນ​ຮົບ​ດ້ຽນບຽນ​ຝູ ກໍ່​ແມ່ນ​ສະຖານ​ທີ່​ແຫ່ງ​ໜຶ່ງ ທີ່​​ໄດ້ສ້າງຄວາມດຶງດູດ​ບັນດານັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​​​ເມື່ອມາ​ຄົ້ນ​ຫາ​ດ້ຽນບຽນ, ຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ.

ຢ້ຽມຢາມ ຫໍພິພິດທະພັນໄຊຊະນະດ້ຽນບຽນຝູ - ảnh 1
​ຮູບ​ປັ້ນ​​​ປະທານ​ໂຮ່ຈິ​ມີນ ​ພວມຕັກ​ເຕືອນ​ພົນ​ເອກ ຫວໍ​ງວຽນ​ຢາ​ບ
ພາບ:internet

        ຫໍພິພິດທະພັນ​ໄຊຊະນະ​ດ້ຽນບຽນ​ຝູ ​ຕັ້ງ​ຢູ່​ຕາ​ແສງ​ເມື່ອ​ງ​ແທງ, ນະຄອນ ດ້ຽນບຽນ​ຝູ ​ແຂວງ ດ້ຽນບຽນ​. ​ໂດຍ​ໄດ້​ຮັບ​ການ​ກໍ່ສ້າງ​ເມື່ອປີ 1984, ​ຫໍພິພິດທະພັນ​ນີ້ມີ​​ວັດຖຸ​ພັນ​ກວ່າ 270 ຢ່າງ ​ແລະ ຮູ​ບພາບທີ່​ມີ​ຄຸນຄ່າ​ກວ່າ  200 ​ແຜ່ນ. ບັນດາ​ວັດຖຸ​ພັນ ​ແລະ ​ເອກະສານ​ນຳ​ມາວາງສະ​ແດງ​ຢູ່​ທີ່​ນີ້​ແມ່ນ​​ຖືກ​ຈັດ​ວາງ​ຕາມ 5 ຫົວ​ເລື່ອງ​ສະ​ເພາະ​ຄື: ທີ່​ຕັ້ງ​ຍຸດ​ທະ​ສາດ​ດ້ຽນບຽນ​ຝູ, ຖານ​ທີ່​ໝັ້ນ​ຂອງ​ສັດ​ຕູ ຢູ່ ດ້ຽນບຽນ​ຝູ, ພັກ​ກອມ​ມູນິດ​ຫວຽດຮາມ ກະກຽມ​ແນວທາງ​ບັນ​ຊາ​ບັ້ນ​ຮົບ ດ້ຽນບຽນ​ຝູ; ຜົນ​ສະທ້ອນ​ຂອງ ​ໄຊຊະນະ​ດ້ຽນບຽນ​ຝູ ​ແລະ ດ້ຽນບຽນ​ຝູ ​ໃນປະຈຸ​ບັນ.

        ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 60 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ, ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​​ແລະ ຕ່າງປະ​ເທດ ​ໄດ້​ມາ​ຢ້ຽມຢາມ​ຫໍພິພິດທະພັນ​ເປັນ​ຈຳນວນ​ຫລວງຫລາຍ. ບັນດາ​ວັດຖຸ​ພັນ​ໃຫຍ່​​ຄື: ປືນ​ໃຫຍ່​ທຸກ​ຂະຫນາດ, ລົດ​ຖັງ, ປືນ​ທຸກ​ປະ​ເພດ.. ທີ່ວາງສະ​ແດງ​ຢູ່​​ເດີ​ນ​ຫໍ​ພິພິດທະພັນ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່ແຂກມາ​ຊົມ​​ນັບ​ແຕ່​ວິນາທີ​ທຳ​ອິດເມື່ອກ້າວເຂົ້າ​ຫໍພິພິດທະພັນ. ບັນດາ​ອາວຸດ​ທີ່​​ນຳ​ໃຊ້​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ ໄດ້​ປະກອບສ່ວນ​ບໍ່​ຫນ້ອຍ​ເຂົ້າ​ໃນໄຊຊະນະ​ດ້ຽນບຽນ​ຝູຂອງ​ກອງ​ທັບປະຊາຊົນ​ຫວຽດນາມ. ປະຈຸ​ບັນ ບັນດາ​ວັດ​ຖຸພັນ​​ເຫຼົ່ານັ້ນຍັງ​ວາດ​ພາບ​ໃຫ້​ເຫັນ​ສະຫນາມ​ຮົບ​ປືນ​ໃຫຍ່​ປອ້ງກັນ​ອາກາດ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ຄາວ​ນັ້ນອີກ.

        ​​ໃນ​​ຫໍພິພິດທະພັນ, ຫ້ອງ​ທຳ​ອິດ​ທີ່​ແຂກ​ມາ​ຢາມ​ນັ້ນ​ແມ່ນຫ້ອງ​ໂຖງ​. ຢູ່​ທີ່​ນີ້ ມີ​ຮູບ​ປັ້ນ​​​ປະທານ​ໂຮ່ຈິ​ມີນ ​ພວມຕັກ​ເຕືອນ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກ່ອນ​ທີ່​ຜູ້​ບັນຊາ​ການ​ໃຫຍ່​ບັ້ນ​ຮົບ ດ້ຽນບຽນ​ຝູ ​ເດີນທາງ​ອອກ​ສະຫນາມຮົບ​ເມື່ອ​ເດືອນ 1/1954.

ຢ້ຽມຢາມ ຫໍພິພິດທະພັນໄຊຊະນະດ້ຽນບຽນຝູ - ảnh 2
ພາບ:mytour.vn

 ຕໍ່​ຈາກ​ນັ້ນ​ແມ່ນ​ເຂດ​ວາງສະ​ແດງ​ບັນດາ​ຮູບ​ພາບ, ວັດຖຸ​ພັນ​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ. ​ໃນ​ຈຳນວນ​ແຂກມາ​ຢ້ຽມ​ຊົມ​ຫໍພິພິດທະພັນ​ນັ້ນ ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ຫລາຍຄົນ. ​ເຂົາ​ເຈົ້າ​ບໍ່ໄປ​ຕາມ​ຂະ​ບວນ, ບາງ​ເທື່ອ​ບໍ່​ຮັບ​ຟັງ​ຕາມຜູ້​ແນະນຳ ຫາກ​ບາງ​ຄົນຢາກ​ສັງ​ເກດບັນດາ​ວັດຖຸ​ພັນ, ຮູບ​ພາບ​ຕາມ​ໃຈ. ທ່ານ Rodney ​ແລະ ​ເມຍ ຊື່ງ​ແມ່ນນັກ​ທ່ອງ​ທ່ຽວ​ມາ​ຈາກ ອັງ​ກິດ ພວມ​ຊົມ​ບັນດາ​ຮູບ​ພາບ​ເອກະສານ​ສີດຳ​ຂາວ. ທ່ານ Rodney ​ທັງ​​ເບິ່ງ​ຮູບທັງ​ອະທິບາຍ​​ໃຫ້ເມຍ​ຂອງ​ຕົນ​ຟັງກ່ຽວ​ກັບ​ເຫດການ​ທີ່​ໄດ້​ສ່ອງ​ແສງ​ຜ່າ​​ນຮູບ​ພາບ ດ້ວຍ​ບັນດາ​ເລື່ອງ​ລາວ​ປະຫວັດສາດ ຊື່​ງຕົນ​ເອງ​ໄດ້​ອ່ານ​ແລ້ວ. ທ່ານ Rodney ​ໃຫ້​ຮູ້​ວ່າ:

        “ ພວກ​ຂ້າພະ​ເຈົ້າ​ຫາ​ກໍ່​​ຮອດ​ດ້ຽນບຽນ​ຝູ ມື້ວານ​ນີ້. ແລະ ມື້​ນີ້ ຂ້າພະ​ເຈົ້າ​ໄປ​ຢ້ຽມ​ຊົມ​ສະຫນາມຮົບ ດ້ຽນບຽນ​ຝູ ​ເລີຍ ​ແລະ ​ເລືອກ​ເຟັ້ນ ຫໍພິພິດທະພັນ​ແມ່ນ​ສະຖານ​ທີ່​ຢ້ຽມ​ຢາມ​ທຳ​ອິດ. ຫໍພິພິດທະພັນ​ແຫ່ງ​ນີ້​​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ. ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ຮູບ​ພາບ​ວາງສະ​ແດງ​ຢູ່​ທີ່​ນີ້. ນອກ​ນັ້ນ ບັນດາ​ວັດຖຸ​ພັນ​ກໍ​ມີ​ຄຳ​ອະທິບາຍ​ດ້ວຍ​ພາສາ​ຕ່າງປະ​ເທດ.”

        ຢູ່​ຫໍພິພິດທະພັນ​ຍັງ​ມີ​ຮູບ​ຈຳລອງ​ໃຫຍ່ ວາດ​ພາບ​ຢ່າງ​ຊັດ​ເຈນ​ບັນດາບັ້ນ​ສູ້​ຮົບ​ລະຫວ່າງ​ທະຫານ ຫວຽດນາມ ​ແລະ ທະຫານ ຝລ່ັງ ​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ. ຄຽງ​ຂ້າງ​ນັ້ນ ​ແມ່ນ​ຫນ້າ​ຈໍ​ຂະຫນາດ​​ໃຫຍ່ ສາຍ​ຟິມ​ເອກະສານ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ບັນດາ​ເຫດການ​ກ່ຽວ​ຂ້ອງ​ເຖິງ​ຮູບ​ພາບ, ວັດຖຸ​ພັນ​ທີ່​ວາງສະ​ແດງ​ຢູ່​ທີ່​ນີ້​.

        ​ເຄື່ອງ​ແບບ​ທະຫານ​ຝລ່ັງ, ໝວກ​ເຫລັກ, ​ເຄື່ອງ​​ໃຊ້ສ່ວນ​ຕົວ ​ແລະ ຮູບ​ພາບ​ຫລາຍ​ແຜ່ນ​ຂອງ​ນາຍ​ທະຫານ​ຝລ່ັງ ​​ທີ່ເຂົ້າ​ຮ່ວມ​ບັ້ນ​ຮົບ ດ້ຽນບຽນ​ຝູ ກໍ​ໄດ້​ນຳ​ວາງສະ​ແດງ​ຢູ່​ຫໍພິພິດທະພັນ​. ທ່ານ  Didial, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຝລັ່ງ ຮູ້ສຶກ​ຕື້ນ​ຕັນ​ໃຈ​ເມື່ອ​ເຂົ້າ​ຊົມ​ບັນດາ​ຫ້ອງ​ວາງສະ​ແດງ, ​ໂດຍ​ສະ​ເພາະ ​ເມື່ອ​ເບິ່ງ​ຮູບ​ລົດ​ຖີບ​ຂົນ​ສົ່ງ​ອາວຸດ​ແລະ​ສະ​ບຽນ​ອາຫານ​ຮັບ​ໃຊ້​ສະຫນາມຮົບ​ດ້ຽນບຽນ​ຝູ ກໍ​ຄື​ທ່ານ​ຮູ​້ສຶກ​ເຈັບໃຈ ​ເມື່ອ​ເຫັນ​ບັນດາ​ອາວຸດ​ຫນັກ, ລູກ​ລະ​ເບີດຊື່​ງທະຫານ ຝລ່ັງ ​ໄດ້​ນຳ​ໃຊ້​ໃນບັ້ນ​ຮົບ. ສຸດ​ທ້າຍ ທ່ານ​ນິຍົມ​ນັບຖື​ຈິດ​ໃຈ​ສູ້​ຮົບ​ຢ່າງ​ພິລະ​ອາດ​ຫານ​ຂອງ​ບັນດາ​ນັກຮົບ​ຫວຽດນາມ. ທ່ານ Didial  ​ແບ່ງປັນ​ວ່າ:

        “ຢູ່​ຫໍພິພິດທະພັນ, ພວກ​ຂ້າພະ​ເຈົ້າຊອກ​ຮູ້​ກ່ຽວ​ກັບ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ຫວຽດນາມ ​ເພື່ອ​ຍາດ​ເອົາ​ເສລີພາບ​ມາໃຫ​້​ປະ​ເທດ​ຊາດ. ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ຮັບ​ຊົມ​ຊຸດ​ຟີມ​ຍ້ອງຍໍ​ສັນລະ​ເສີນ​ການ​ເສຍສະຫລະ​ຊີ​ວິດ​ຂອງ​ບັນດານ​ັກຮົບ​ເພື່ອ​ພື້ນຖານ​ເອກະລາດ​ປະ​ເທດ​ຊາດ​, ​ໄດ້​ເຫັນ​ປະຈັກ​ຕາ​ສິ່ງ​ທີ່​ຕົນ​ເອ​ງ​ໄດ້​ອ່ານ​ກ່ອນ​​ ແລະ ​ໄດ້​ຮັບ​ຊົມ​ໃນຟິມຮູບ​ເງົາ​ຢູ່ ຝລັ່ງ ກ່ອນ​ນີ້. ຂ້າ​ພະ​ເຈົ້າ​ໄດ້ຄົ້ນ​ຄ້ວາ​ເຫ​ດການ​ນີ້​ແຕ່​ດົນ​ນານ​ແລ້ວ ​ແລະ ຢາກ​ມາ ດ້ຽນບຽນ​ຝູ ​ເພື່ອ​ຢາກ​ເຫັນປະຈັກ​ຕາ​ສິ່ງ​ທີ່​ຕົນ​ເອງ​ໄດ້​ອ່ານ. ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫລາຍ.”

        ໃນຈຳນວນແຂກມາຢ້ຽມຊົມຫິພິພິດທະພັນ ມີນັກຮົບເກົ່າຫລາຍຄົນພວມ​ຕັ້ງ​ໃຈ​ຊົມ​ບັນ​ດາ​ພາບ​ເອ​ກະ​ສານ, ວັດ​ຖຸ​ພັນ​ເພື່ອຫວນ​ຄືນ​ໄລ​ຍະ​ຕໍ່​ຕ້ານ. ທ່ານ​ນາງ ເຈີນ​ທິ​ຊວນ, ນັກ​ຮົບ​ເກົ່າ ໄດ້​ແບ່ງ​ປັນ​ຄວາມ​ຮູ້​ສຶກວ່າ:

        “ຂ້າ​ພະ​ເຈົ້າ​ເອງ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ, ເຂົ້າ​ຮ່ວມ​ສະ​ຫ​ນາມ​ຮົບ, ສະ​ນັ້ນ ເມື່ອ​ຢ້ຽມ​ຢາມ​ຫ​ໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດນີ້ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ຫລາຍ ແລະ ຄິດ​ເຖິງ​ຊຸມ​ວັນ​ເດືອນ​ຕໍ່​ສູ້​ຂອງ​ບັນ​ດາ​ນັກ​ຮົບ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ເຖິງວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຂົ້າ​ຮ່ວມບັ້ນ​ຮົບ ດ້ຽນ​ບຽນ​ຝູ ແຕ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ເພາະ​ວ່າ ລຸ້ນ​ພໍ່​ລຸ້ນ​ອ້າຍ​ຂອງ​ຕົນ​ໄດ້​ເຂົ້າ​ຮ່ມບັ້ນ​ຮົບ​ທີ່​ດັງ​ກ້ອງ​ກັນ​ວານ​ທົ່ວ​ໂລກນີ້.”

        ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ, ຫໍ​ພິ​ພິດ​ທະ​ພັນ ຫາ​ກໍ່​ໄດ້​ຮັບ​ວັດ​ຖຸ​ພັນ​ທີ່​ມີ​​ຄຸ​ນ​ຄ່າ​ຫລາຍ​ຢ່າງ​ຈາກ​ບັນ​ດາ​ສ່ວນ​ບຸກ​ຄົນ ຊື່ງ​ແມ່ນ​ນັກ​ຮົບ​ເກົ່າ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ​ຢູ່​ສະ​ຫ​ນາມ​ຮົບ ດ້ຽນ​ບຽນ​ຝູ, ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ບັນ​ດາ​ວັດ​ຖຸ​ພັນ, ຮູບ​ພາບ, ເລື່ອງ​ລາວ​ປະ​ຫວັດ​ສາດ​ທີ່​ໄດ້​ແນະ​ນຳ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ ຍິ່ງ​ເຮັດ​ໃຫ້​ສາງ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນກວ່າ. ຈາກນັ້ນ ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ເຂົ້າ​ໃຈ​ກ່ຽວ​ກັບ​ກຳ​ລັງ​ແຮງ​ຂອງ​ຫວຽດ​ນາມ ໃນ​ສົງ​ຄາມ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ຝ​ລັ່ງ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ຍິ່ງ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫ​ຍ່​ຂອງ​ປະ​ເທດ​ຊາດ​ໃນ 60 ປີ​ກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ