ຢ້ຽມຢາມຕະຫລາດພາບແກ້ວມະນີຢູ່ລຸກອຽນ

(vovworld)- ຫ່າງ​ຈາກ​ໃຈ​ກາງ​ແຂວງ ອຽນ​ບາຍ​ທາງ​ທິດ​ເຫນືອ ປະ​ມານ 80 ກິ​ໂລ​ແມັດ, ເມືອງ ລຸກ​ອຽນ ​ທີ່ມີ​ຊື່​ສຽງ​ດ້ວຍ​ອາ​ຊີບ​ຜະ​ລິດ​ພາບ​ແກ້ວ​ມະ​ນີ ນັບ​ສິບໆ​ປີ​ມານີ້. ຈາກ​ ສີ​ມື​ອັນຄ່ອງ​ແຄ້ວ​ຂອງ​ນາຍ​ຊ່າງໄດ້​ເຮັດ​ໃຫ້ບັນ​ດາ​ກ້ອນ​ຫີນ​ທຳ​ມະ​ຊາດກາຍ​ເປັນ​ພາບ​​ແກ້ວ​ມະ​ນີທີ່​ສວຍ​ງາມ, ມ​ີ​ມູນ​ຄ່າ​ສູງ ແລະ ໄດ້​ຮັບ​​ຄວາມນິ​ຍົມ​ຈາກ​ລູກ​ຄ້າ​​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເບື້ອງ​ຕົ້ນ​ ມີ​ພຽງ​ແຕ່​ບາງ​ຮາກ​ຖານ​ຜະ​ລິດ​ພາບ​ແກ້ວ​ມະ​ນີ​ເທົ່າ​ນັ້ນ, ແຕ່​ມາ​ຮອດ​ປະ​ຈຸ​ບັນ ຢູ່ ລຸກ​ອຽນ ໄດ້​ປະ​ກົດ​ອອກ​ນັບຮ້ອຍແຫ່ງ ​ອັນ​ໄດ້ດຶງ​ດູດ​ຄົນ​ງານ​​ມາ​ເຮັດ​ວຽກ​ຢູ່​ທີ່ນີ້ນັບ​ພັນໆ​ຄົນ. ພາບ​ແກ້ວ​ມະ​ນີ ໄດ້​ກາຍ​ເປັນ​ອາ​ຊີບ​ຕົ້ນ​ຕໍ, ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ.

 

ຢ້ຽມຢາມຕະຫລາດພາບແກ້ວມະນີຢູ່ລຸກອຽນ - ảnh 1
ແກ້ວ​ມະ​ນີ​ຫລາຍ​ຊະ​ນິດ​ຢູ່ ຕະ​ຫລາດ​ນັດ ລຸກ​ອຽນ
ພາບ:internet

        ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້ເມືອງ ລຸກ​ອຽນ ໂລ​ຫະ​ປະ​ເພດ​ຫນຶ່ງ​ຫາ​ຍາກ​ທີ່​ສຸດ, ນັ້ນ​ແມ່ນ ແກ້ວ​ມະ​ນີ. ເມື່ອ​ຢ້ຽມ​ຢ​າມ​ເທດ​ສະ​ບານ ອຽນ​ເທ, ນັກ​ທ່ອງ​ທ່ຽວ​ຈະ​ພົບ​ເຫັນ​ຕະ​ຫລາດ​ນັດ​ທີ່ແຕກ​ຕ່າງ​​ກັບ​ບັນ​ດາ​ຕະ​ຫລາດ​ນັດ​ຄື ຕະ​ຫລາດ​ຂາຍ​ຜັກ, ຂາຍ​ປາທຳ​ມະ​ດາ, ນັ້ນ​ແມ່ນ​ຕ​ະ​ຫລາດ​ແກ້ວ​ມະ​ນີ. ຕະ​ຫລາດ​ແຫ່ງນີ້ ມີ ຮ້ານຂາຍ​ເຄື່ອງກວ່າ 20 ຮ້ານ ແລະ ຂາຍ​ແກ້ວມະ​ນີ​ທຸກ​ປະ​ເພດ ມີ​ລາ​ຄາ​ແຕ່ 200.000- 200 ລ້ານ​ດົ່ງ, ດ້ວຍ​ສ​ີ​ຫລາກ​ຫລາຍຄື: ສີ​ຟ້າ, ສີ​ແດງ, ສີ​ບົວ…. ໃນ​ນັ້ນ ruby ແດງ ແມ່ນ​ລ້ຳ​ຄ່າ​ກວ່າ​ໝູ່ ແລະ ມີ​ລາ​ຄາ​ສູງ​ກວ່າ​ໝູ່. ​ນັບ​ແຕ່ເວ​ລາ 7 – 10 ໂມງ​ເຊົ້າ, ພໍ່​ຄ້າ​ຊາວ​ຂາຍ​ໄດ້​​ແລກ​ປ່ຽນ​ຄ້າ​ຂາຍ​ນຳ​ກັນ​ຢ່າງ​ຫນາ​ແຫນ້ນ. ບັນ​ດາ​ຮ້ານ​ຂາຍ​ພາບ​ແກ້ວ​ມະ​ນີ​ກໍ​ດຶງ​ດູດ​ລູກ​ຄ້າ​ ແລະ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມເປັນ​ຈຳ​ນວນ​ຫລວງ​ຫລາຍ. ອ້າຍ ເລງວຽນ​ດືກ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ເມື່ອ​​ມາຢ້ຽມ​ຢາມ ລຸກ​ອຽນ, ​ໂດຍ​ສະ​ເພາະ​ເມື່ອ​ເຂົ້າ​ຢ້ຽມຮ້ານ​ຂາຍ​ພາບ​ແກ້ວ​ມະ​ນີ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພາບ​ແບບນີ້ງາມ​ຫລາຍ ພິ​ເສດ​ແມ່ນ​ບັນ​ດາ​ພາບ​ແກ້ວ​ມະ​ນີ ກ່ຽວ​ກັບ​ໂຕ​ມ້າ, ພາບ​ບ້ານ​ເກີດ​ເມືອງນອນ. ຂ້າ​ພະ​ເຈົ້າ​ກ​ໍ​ໄດ້​ເລືອກ​ເຟັ້ນ​​ຊື້ໃຫ້​ຕົນ​ເອງ​ພາບ​ບາງ​ແຜ່ນ​ເພື່ອ​ເປັນ​ເຄື່ອງທີ່​ລະ​ນຶກ.”

        ນັບ​ສິບ​ປີ​ມານີ້, ປະ​ຊາ​ຊົນ ລຸກ​ອຽນ ທຳ​ມາ​ຫາ​ກິນ​ດ້ວຍ​ອາ​ຊີບ​ຜະ​ລິດ​ພາບ​ແກ້ວ​ມະ​ນີ.  ວຽກ​ງານ​ປ​ະ​ຈຳ​ວັນ​ຂອງ​ຜູ້​ເຮັດ​ພາບ​ແກ້ວ​ມະ​ນີ​ເບິ່ງ​ຄື​ວ່າ​ແມ່ນ​ງາຍ​ດ່າຍ ແຕ່​ພັດສັບ​ສົນ​ທີ່​ສຸດ.  ອາ​ຊີບ​ຜະ​ລິດ​ພາບ​ແກ້ວ​ມະ​ນີ ແມ່ນ​ປະ​ກົດ​ມ​ີມາ​ແຕ່​ຊຸມ​ປີ 90 ຂອງ​ສັດ​ຕະ​ວັດ​ທີ 20, ຜ່ານ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ບັນ​ດາ​ນາຍ​ຊ່າງ ແລະ ຜ່ານ​ຫລາຍ​ຂັ້ນ​ຕອນ​​ການ​ຜະ​ລິດຄື: ເລືອກ​ແກ້ວ​ມະ​ນີ, ຕຳແກ້ວ​ມະ​ນີ​ໃຫ້ແຫລກ ແລະ ​​ເອົາ​ແຕ່​ລະ​ເມັດຕໍ່​ໃສ່​ກັນ​ແບບ​ລະ​ອຽດ​ທີ່​ສຸດ ເພື່ອ​ສ້າງ​ເປັນ​ພາບ​ແກ້ວ​ມະ​ນີ​ດ້ວຍ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ຊື່​ສຽງ​ຄື​​ປະ​ຈຸ​ບັນ. ຢູ່​ເມືອງ ລຸກ​ອຽນ ປະ​ຈຸ​ບັນ ມ​ີ​ຮາກ​ຖານ​ຜະ​ລິດ​ແກ້ວ​ມະ​ນີນັບ
ຮ້ອຍແຫ່ງ ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ ແລະ ເພີ່ມ​ລາຍ​ຮັບ​ໃຫ້​ຄົນ​ງານ​ນັບ​ພັນໆ​ຄົນ. ນອກ​ຈາກ​ບັນ​ດາ​ຮາກ​ຖານ​ຢູ່​ເທດ​ສະ​ບານ ອຽນ​ເທ​ແລ້ວ, ຍັງ​ມີ​ຮາກ​ຖານ, ໝູ່​ບ້ານ​ອາ​ຊີບ​ຫລາຍ​ແຫ່ງ​ຜະ​ລິດ​ພາບ​ແກ້ວ​ມະ​ນີ​ຢູ່​ບັນ​ດາ​ຕາ​ແສງ​ອື່ນ​ຄື: ມີງ​ຊວນ, ອຽນ​ທັງ, ຫລຽວ​ໂດ, ເຕີ​ນ​ຫລີງ… ຢູ່​ບັນ​ດາ​ຮາກ​ຖານ​ຜະ​ລິດນັ້ນ, ຄົນ​ງານ​ຖືກ​ຈັດແບ່ງ​ຕາມ​ລະ​ດັບ​ສີ​ມື, ຮັບ​ປະ​ກັນ​ຈາກ​ຂອດ​ສ້າງ​ແນວ​ຄວາມ​ຄິດ​ຕະ​ຫລອດ​ຮອດ​ຂອດ​ແບ່ງ​ປະ​ເພດ​ແກ້ວ​ມະ​ນີ, ແຕ້ມ​ຮູບ, ເອົາ​ເມັດ​ແກ້ວ​ມະ​ນີ​ຕໍ່​ໃສ່​ກັນ.. ທັງ​ໝົດ​ເຫລົ່າ​ນັ້ນລ້ວນ​ແຕ່​ຕ້ອງ​ປະ​ຕິ​ບັດ​ຢ່າງ​ຊັດ​ເຈນ ເພື່ອ​ຜະ​ລິດ​​ໃຫ້​ມີຮູບ​ພາບ​ທີ່​ສວຍ​ງາມ​ແຕກ​ຕ່າງ​ກັບ​ຮູບ​ພາບ​ສິ​ລະ​ປະ​ອື່ນ. ນາງ ຫງວຽນ​ທິ​ຮັ່ງ, ເຈົ້າ​ຂອງ​ຮາກ​ຖານ​ຜະ​ລິດ​ພາບ​ແກ້​ວ​ມະ​ນີ ຮົ່ງງອກ ເມືອງ ລຸກ​ອຽນ ໃຫ້​ຮູ້​ວ່າ:

        “ເພື່ອ​ຜະ​ລິດ​ພາບ​ແກ້​ວ​ມະ​ນີ​ໃຫ້​ສວຍ​ງາມ ກ່ອນ​ອື່ນ​ຕ້ອງ​ເລືອກ​ເຟັ້ນ​ປະ​ເພດ​ແກ້ວ​ມະ​ນີ​ງາມ, ມີ​ຄຸນ​ນະ​ພາບ​ສູງ. ຜ່ານ​ສີ​ມື​ອັນ​ຄ່​ອງ​ແຄ້ວ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ກ​ານ ຈະ​ເອົາ​ແກ້ວ​ມະ​ນີ​ຕໍ່​ເຂົ້າກັນ​ຢ່າງ​ສວຍ​ງາມ. ບັນ​ດາ​ນາຍ​ຊ່າງ​ຜະ​ລິດ​ພາບ​ແກ້ວ​ມະ​ນີ​ ເພື່ອ​ຮັບ​ໃຊ້ລູກ​ຄ້າ​ໃນ​ໂອ​ກາດອວຍ​ພອນຂຶ້ນເຮືອນ​ໃຫມ່ ຫລື​ມອບ​ເປັນ​ຂອງ​ຂວັນ.  “

ຢ້ຽມຢາມຕະຫລາດພາບແກ້ວມະນີຢູ່ລຸກອຽນ - ảnh 2
ພາບ​ແກ້ວ​ມະ​ນີ
ພາບ: dantri.com

        ປະ​ຈຸ​ບັນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ພາບ​ແກ້ວ​ມະ​ນີ ລຸກ​ອຽນ ນອກ​ຈາກ​ຂາຍ​ຢູ່​ທ້ອງ​ຖິ່​ນ​ແລ້ວ ​ເຂົາ​ເຈົ້າຍັງ​ຂາຍ​ໃຫ້​ລູກ​ຄ້າ​ຢູ່​ພາຍ​ໃນ​ປະ​ເທດ​ຕາມ​ໃບ​ສັ່ງ​ຊື້ ແລະ ສົ່ງ​ໄປ​ຂາຍ​ຢູ່​ຕ່າງ​ປະ​ເທດ. ບັນ​ດາ​ຜະ​ລິດ​ຕະ​ພັນ​ຊື່ງ​ລູກ​ຄ້າ​ນິ​ຍົມ​ທີ່​ສຸດນັ້ນ​ແມ່ນ ພາບ​ກ່ຽວ​ກັບ​ສັດ, ບ້ານ​ເກີດ​ເມືອງນອນ, ທິ​ວ​ທັດ​ທຳ​ມະ​ຊາດ…. ແລະ​ພາບ​ແກ້ວ​ມະ​ນີນີ້​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ລາ​ຄາ​ກໍ​ແຕກ​ຕ່າງ​ກັນ​. ນາງ​ຫງວຽນ​ທີ​ຮ່າ ໃຫ້​ຮູ້​ວ່າ: ເຮັດ​ອາ​ຊ​ີບນີ້​ທຳ​ອິດ​ຕ້ອງ​ຮັກ​ອາ​ຊີບ, ເມື່ອ​ຮັກ​ອາ​ຊີບ​ແລ້ວ​ເຮົາຈຶ່ງ​ສາ​ມາດ​ເອົາ​ເມັດ​ແກ້ວ​ມະ​ນີ​ທີ່​ນ້ອຍໆ​ເຂົ້າ​ໃສ່​ຖືກ​ທີ່​ຕັ້ງ​ຊື່ງ​ໄດ້​ແຕ້ມ​ໄວ້​ແລ້ວ​ເພື່ອ​ໃຫ້​ມີ​ພາບ​ທີ່​ງາມ​ຕາ.

        “ໄລ​ຍະ​ທຳ​ອິດ ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຮັດ​ອາ​ຊີບນີ້​ແມ່ນ​ຍາກ​ຫລາຍ ແຕ່​ເມື່ອ​ມາ​ ທົດ​ລອງເຮັດ​ວຽກ​ ເຫັ​ນ​ວ່າ​ຕົນ​ເອງ​ສາ​ມາດ​ເຮັດ​ໄດ້. ເຮັດ​ອາ​ຊີບນີ້ ບໍ່​ລຳ​ບາກ​ປານ​ໃດ​ແຕ່​ໃນ​ການ​ເຮັດ​ວຽກ​ຕ້ອງ​ລະ​ອຽດ​ລະ​ອໍ, ຮອບ​ຄອບ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງຈຶ່ງ​ເຮັດ​ອາ​ຊີບນີ້​ໃນ​ໄລ​ຍະ​ຍາວ​ໄດ້.”

        ຍາດ​ເວ​ລາມື້​ຫນຶ່ງ​ໄປ​ຢ້ຽມ​ຊົມ​ເຂດ​ດິນ​ທີ່​ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ “ເຂດ​ດິນ​ແຫ່ງ​ແກ້ວ​ມະ​ນີ”, ນັກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊົມ​ບັນ​ດາ​ພາບ​ແກ້ວ​ມະ​ນີ​ທີ່​ສວຍ​ງາມ​ຜ່ານ​ສີ​ມື​ທີ່​ຄ່ອງ​ແຄ້ວ​ຂອງ​ປະ​ຊາ​ຊົນ ລຸກ​ອຽນ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ