ຢ້ຽມຢາມປ່າສະຫງວນແຫ່ງຊາດ ກຸກເຟືອງ


(vovworld)- ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ຫລື​ເອີ້ນ​ວ່າ ປ່າ​ກຸກ​ເຟືອງ ແມ່ນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ທຳ​ອິດ ແລະ ກໍ​ແມ່ນ​ສະ​ຖານ​ທີ່​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ​ຂອງ​ຫວຽດ​ນາມ. ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ນອນ​ໃນ​ບໍ​ລິ​ເວນ​ສາມ​ແຂວງ ຄື ນີງ​ບີງ, ຮ​ວ່າ​ບີງ, ແທງ​ຮ​ວາ. ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ມີ​ລະ​ບົບ​ສັດ​ສາ​ວາ​ສີ່ງ​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ຫລາຍ​ແບບ, ມີ​ລັກ​ສະ​ນະ​ພິ​ເສດ​ສະ​ເພາະ​ຂອງ​ປ່າ​ເຂ​ດ​ຮ້ອນ. ຢູ່​ທີ່ນີ້ ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດ, ລະ​ບົບ​ຊີ​ວະ​ພາບ​, ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່ມີ​ມາ​ແຕ່​ດົນ​ນານ ແລະ ກໍແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊີ​ວະ​ພາບ​ທີ່​ມີ​ຊື່​ສຽງ ​ອັນ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຜູ້​ມັກ​ຄົ້ນ​ຫາ​ທຳ​ມະ​ຊາດເປັນ​ຈຳ​ນວນ​ຫລວງ​ຫລາຍ.

ຢ້ຽມຢາມປ່າສະຫງວນແຫ່ງຊາດ ກຸກເຟືອງ - ảnh 1
ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ
ພາບ:internet

ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ​ ມີ​ເນື້ອ​ທີ່ 22.200 ເຮັກ​ຕາ, ຕັ້ງ​ຢູ່​ສາຍ​ພູ​ ຕາມ​ດຽບ. ຢາກ​ເຂົ້າ​ປະ​ຕູ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ທ່ານ​ຕ້ອງ​ໄປ​ຜ່ານ​ໄລ​ຍະ​ທາງກວ່າ 15 ກິ​ໂລ​ແມັດ ຂຶ້ນ​ກັບ​ເມືອງ ຍ​ໍ​ກວານ ແຂວງ ນີງ​ບີງ. ຫ່າງ​ຈາກ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ປະ​ມານ 1 ກິ​ໂລ​ແມັດ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ສ​ູບ​ອາ​ກາດ​ປອດ​ໂປ່ງ​ເຢັນ​ສະ​ບາຍ ແລະ ໄດ້​ຮັບ​ຟັງ​ສຽງ​ນົກ​. ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ມີ​ລະ​ບົບ​ສັດ​ສາ​ວາ​ສິ່ງອ​ຸ​ດົມ​ສົມ​ບູນ ດ້ວຍ​ພືດ 2000 ປະ​ເພດ ແລະ ສັດ​ກວ່າ 2600 ປະ​ເພດ, ໃນ​ນັ້ນ ມ​ີ​ຫລາຍ​ປະ​ເພດ​​ຖືກ​ຈ​ັດ​ເຂົ້າ​ປື້ມ​ແດງ​ຫວຽດ​ນາມ​ແລະ ໂລກ. ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ແມ່ນ​ຫນຶ່ງ​ໃນ​ຈຳ​ນ​ວ​ນປ່າ​ຊ​ີ​ວະ​ນາ​ໆ​ພັນ 7 ແຫ່ງ ​ຂອງ​ຫວຽດ​ນາມ.

ເພື່ອ​ສ້າງ​ເງື່ອນ​ໄຂໃຫ້​ນັກ​ທ່ອງ​ທ່ຽວສາ​ມາດ​ຄົ້ນ​ຫາທຳ​ມະ​ຊາດ, ສູນ​ທ່ອງ​ທ່ຽວ​ຊີ​ວະ​ພາບ ແລະ ສຶກ​ສາ​ສິ່ງ​ແວດ​ລ້ອມ ສັງ​ກັດ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ໄດ້​ຈັດ​ ​ຫລາຍ​ຮູບ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ​​ເພື່ອໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນ. ອ້າຍ ເລືອງ ວັນຫວຽດ ຜູ້​ນຳ​ທ່ຽວ​ຢູ່ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ໃຫ້​ຮູ້​ວ່າ: ແຕ່​ລະ​ລະ​ດູ​, ຢູ່ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ລ້ວນ​ແຕ່ມີ​ຈຸດ​ພິ​ເສດ​ສະ​ເພາະ, ແຕ່ໄລ​ຍະ​ເວ​ລາ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​​ນັກ​ທ່ອງ​ທ່ຽວ​ມາຢ້ຽມ​ຢາມນັ້ນແມ່ນ​ ໃນ​ຊ່ວງ​ເວ​ລາ​ແຕ່​ເດືອນ 9 -12 ທຸກ​ປີ.

ເມ​ື່ອ​ມາ​ຢ້ຽມ​ຢາມ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ທ່ານ​ສາ​ມາດ​ຍ່າງ​ຫລິ້ນ​ຫລື​ຖີບ​ລົດ​ຖີບ​ເຖິງ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຄື: ສູນ​ກູ້​​ຊີບ​ລີງ ແລະ ເຕົາ, ຮາກ​ຖານເບິ່ງ​ແຍງ, ກູ້​ຊີບ​ລີງ​ປະ​ເພດ​ຫາ​ຍາກ; ປ່າ​ພືດ, ຮາກ​ຖານອະ​ນຸ​ລັກ​ຮັກ​ສາ gen ພືດ​ທີ່​ຫາ​ຍາກ​ຂອງ​ຫວຽດ​ນາມ ແລະ ໂລກ; ລະ​ບົບ​ຖ້ຳ​ເດີມ, ບັນ​ດາ​ຕົ້ນ​ໄມ້​ມີ​ອາ​ຍຸ​ນັບ​ພັນ​ປີ, ຍອດ​ພູ ໄມ​ບາກ ມີ​ຄວາມ​ສູງ 648 ແມັດ. ທ່ານ ໂດ​ຮົ່ງ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ທ່ອງ​ທ່ຽວ​ຊີ​ວະ​ພາບ ແລະ ສຶກ​ສາ​ສິ່ງ​ແວດ​ລ້ອມ ສັງ​ກັດ​ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ໃຫ້​ຮູ້​ວ່າ:

“​​ສະ​ຖາ​ນ​ທີ່​ຢ້ຽມ​ຊົມ​ຕົ້ນ​ຕໍ ນັ້ນ​ແມ່ນ​ບັນ​ດາ​ທາງ​ຊອຍ​ໃນປ່າ​ທຳ​ມະ​ຊາດ​ໄປ​ເຖິງ​ຕົ້ນ​ໄມ້​ເກົ່າ​ແກ່, ຖ້ຳຂອງຄົນ​ບູ​ຮານ. ຕາມ​ເສັ້ນ​ທາງ​ຊອຍນັ້ນ ນັກ​ທ່ອງ​ທ່ຽວ​ສາ​ມາດ​ຄົ້ນ​ຫາ​ທຳ​ມະ​ຊາດ​ກໍ​ຄື​ລະ​ບົບ​ຊີ​ວະ​ພາບ​​ເທິງພູ​ຫີນ​ປູນ ຫລື​ຮ່ອມ​ພູ.”

ຫ​ນຶ່ງ​ໃນ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ຊື່ງ​ນັກ​ທ່ອ​ງ​ທ່ຽວ​ຫລາຍ​ຄົນ​ເລືອກ​ເຟັ້ນ​ເມື່ອ​ມາ​ຢ້ຽມ​ຢາມ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ນັ້ນ​ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ຕັ້ງ​ຄ້າຍ​ໃນ​ປ່າ ແລະ ທ່ຽວຊົມ​ສັດ​ທຳ​ມະ​ຊາດ ຫລື ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວ​ຍ່າງ​ຫລິ້ນ​ໃນ​ປ່າ​ດົງ​ດີບ, ໄປ​ຊົມ​ນົກ​​ຫາ​ຍາກທຸກ​ປະ​ເພດໃນ​ຍອດ​ຈຳ​ນວນກວ່າ 300 ປະ​ເພດ​ຢູ່ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ, ພາຍ​ເຮືອ kayak ຢູ່​ຫນອງ ມາກ ແລະ ຫນອງ ອຽນ​ກວາງ.​ ສຳ​ລັບ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວນີ້, ນັກ​ທ່ອ​ງ​ທ່ຽງ​ຕ້ອງ​ການ​ຜູ້​ນຳ​ທ່ຽວ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ອ້າຍ ເລືອງວັນ​ຫວຽດ, ຜູ້​ນຳ​ທ່ຽວ​ໃຫ້​ຮູ້​ວ່າ:

ຢ້ຽມຢາມປ່າສະຫງວນແຫ່ງຊາດ ກຸກເຟືອງ - ảnh 2
ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຢ້ຽມ​ຊົມ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ກຸກ​ເຟືອງ
ພາບ:dulichvietnam.com

“ຢ້ຽມ​ຢາມ​ຖ​້ຳ, ນອນ​ ແລະ ຕັ້ງ​ຄ້າຍ​ໃນ​ປ່າ ແມ່ນ​ການ​ເຄື່ອນ​ໄຫວ​ມີ​ລັກ​ສະ​ນະ​ຄົ້ນ​ຫາ​ທຳ​ມະ​ຊາດ. ເມື່ອເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້ ນັກ​ທ່ອງ​ທ່ຽວ​ຕ້ອງ​ມີ​ສຸ​ຂະ​ພາບ​​ເຂັ້ມ​ແຂງ. ຫົວ​ຫ​ນ່ວຍ​ຈັດ​ຕັ້ງ​ລາຍ​ການ​ທ່ອງ​ທ່ຽວ ກໍ່ກະ​ກຽມ​ຄ້າຍ ແລະ ເຄື່ອງ​ກິນ. ​ເມື່ອເຂົ້າ​ເລິກ​ໃນ​ປ່າ, ​ແມ່ນຕ້ອງຜ່ານ​​ເສັ້​ນ​ທາງ​ລະ​ອິດ​ລະ​ອ້ຽວ, ທຸລະກັນດານ, ດັ່ງ​ນັ້ນພວກ​ຂ້າ​ພະ​ເຈົ້າ​ຈຶ່ງເລືອກ​ເຟັ້ນ​ບ​ັນ​ດາ​ສະ​ຖານ​ທີ່​ເໝາະ​ສົມ. ອີງ​ຕາມ​ເງື່ອນ​ໄຂ​ທຳ​ມະ​ຊາດ, ນັກ​ທ່ອງ​ທ່ຽວ​ສາ​ມາດນອນ​ຢູ່​ຢູ່ໂນນ​ພູ, ຈອມ​ພູ​ຫລື​ຮ່ອມ​ພູ. ຍາມ​ຄ່ຳ​ຄືນ, ນັກ​ທ່ອງ​ທ່ຽວ​ສາມາດ​ຄົ້ນ​ຫາກ່ຽວ​ກັບ​ຊີ​ວິດ​ຂອງ​ສັດ​ປ່າ​ບາງ​ປ​ະ​ເພດ.”

        ແຕ່​ລະ​ປີ, ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 10.000 ເທື່ອ​ຄົນ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ໃນ​ເວ​ລາ​ເຂົ້າ​ຢ້ຽມ​ຢາມ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ, ນັກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ເຫັນ​ປະ​ຈັກ​ຕາ​ສັດ​ຫາ​ຍາກ​ຫລາຍ​ປະ​ເພດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຟັງ​ຜູ້​ນຳ​ທ່ຽວ​ແນະ​ນຳ​ກ່ຽວ​ກັບ​​ຄຸນ​ຄ່າ​ຂອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອີກ​ດ້ວຍ, ຜ່ານນັ້ນ ນັກ​ທ່ອງ​ທ່ຽວ​ຈະມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ປ່າ ແລະ ມີ​ສະ​ຕິ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ສັດ,ພືດ​ທຸກ​ປະ​ເພດ.

         ສິ່ງ​ທີ່​ສ້າງ​ຄວ​າມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ຢ້ຽມ​ຢາມປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ, ນັ້ນ​ແມ່ນ​ໄດ້​ເຫັນ​ປະ​ຈັກ​ຕາທຸກ​ສິ່ງ​ທຸກ​ຢ່າງ​ໃນ​ປ່າ ແລະ ຖ່າຍ​ຮູບ​​ສັດ​ທຸກ​ປະ​ເພດ ຊື່ງ​ກ່ອນນີ້​ເຂົາ​ເຈົ້າ​ພຽງ​ແຕ້​ໄດ້​ຮັບ​ຊົມ​ຜ່ານ​ປື້ມ​, ຫ​ນັງ​ສື​ພິມ​ຫລື​ໂທ​ລະ​ພາບ​ເທົ່າ​ນັ້ນ. ທ່ານ​ນາງ Hyam, ນັກ​ທ່ອງ​ທ່ຽວ​ມາ​ຈາກ ອັງ​ກິດ ແບ່ງ​ປັນ​ວ່າ:

        ຂ້າ​ພະ​ເຈົ້າ​ບໍ່​ຮູ້​ໄດ້​ວ່າ ໃນ​ປ່າ​ມີ​ສິ່ງ​ຫລາຍ​ຢ່າງ​ທີ່​ພວກ​ເຮົາ​າ​ມາດ​ກິນ​ໄດ້, ຕົວ​ຢ່າງ​ຄື: ໃບ​ໄມ້, ໝາກ​ໄມ້ ຫລື​ຮາກ​ໄມ້. ພວກ​ຂ້າ​ພະ​ເຈົ້າ​ຮູ້ສຶກແປກ​ປະ​ຫລາດ​ ເມື່ອຄິດ​ວ່າເປັນ​ຫ​ຍັງ​ຄົນ​ບູ​ຮານ​ພັດ​ສາ​ມາດ​ດຳ​ລົງ​ຊີ​ວິດ​ໃນ​ເງື່ອນ​ໄຂ​ຄື​ແນວນີ້​ໄດ້. ຢູ່​ໃນ​ປ່າບໍ່​ມີ​ແສງ​ສະ​ຫວ່າງ, ບໍ່​ມີ​ໄຟ​ຟ້າ…. ອາດ​ຈະ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ທຸກ​ຄົນ​ຄວນ​ມາ​ຢ້ຽມ​ຊົມ​ເທື່ອ​ຫ​ນຶ່ງ.”

        ສຳ​ລັບ ອ້າຍ Ruben Heimans, ນັກ​ທ່ອງ​ທ່ຽວ​ມາ​ຈາກ ໂຮນ​ລັງ​ແລ້ວ, ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ທີ່​ສຸດ.

        “ມາ​ຢ້ຽມ​ຢາມ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແມງ​ກະ​ເບື້ອ​ທຸກ​ປະ​ເພດ, ສັດ​ບາງ​ປະ​ເພດ ແລະ ໄດ້​ຢ້ຽມ​ຢາມ​ຖ້ຳ​ສວຍ​ງາມ​ຈຳ​ນວນ​ຫ​ນຶ່ງ. ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ແມ່ນ​ແຫ່​ງ​ທີ່​​ມີ​ທິວ​ທັດ​ທຳ​ມະ​ຊາດສວຍ​ງາມ, ສະ​ຫງົບ​ງຽບ, ເໝາະ​ສົມ​ກັບ​ຜູ້​ທີ່​ມັກ​ພັກ​ຜ່ອນ​ຢ່ອນ​ອາ​ລົມ ແລະ ຊົມ​ທິວ​ທັດ​ທຳ​ມະ​ຊາດ.”

        ດ້ວຍ​ຄວາມ​ໃຫ​ຍ່​ໂຕ​ມະ​ໂຫ​ຖານ​ຂອງ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ຮູ້​ສຶກ​ໄດ້​ບັນ​ດາ​ຄຸນ​ຄ່າ​ແທ້​ຈິງ​ຂອງ​ທຳ​ມະ​ຊາດ ຈາກນັ້ນ​ຈຶ່ງ​ມີ​ຄວາມ​ຮັກ​ແພງ, ມີ​ສະ​ຕິກວ່າ ກ່ຽວ​ກັບ​ຄວາມ​ຮັບ​ຜິ​ດ​ຊອບ​ຂອງ​ຕົນ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ. ອາດ​ຈະ​ເວົ້າ​ໄດ້​ວ່າ ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ຜູ້​ທີ່​ມີ​ຄວາມ​ຮັກ​ຕໍ່ທຳ​ມະ​ຊາດ ແລະ ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ.

ຕອບກັບ

ຂ່າວ/ບົດ​ອື່ນ