ຢ້ຽມຢາມໝູ່ບ້ານຜະລິດເຄື່ອງເຟີນີເຈີສິລະປະດົ່ງກີ້


(vovworld)- ​​ໂດຍ​ຫ່າງ​ຈາກ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ປະ​ມານ 20 km, ໝູ່ບ້ານ ດົ່ງ​ກີ້ ຂຶ້ນ​ກັບ​ ​ເທດ​ສະ​ບານ ຕື​ເຊີນ ແຂວງ ບັກ​ນີງ ຕັ້ງ​ຢູ່​ແຄມ​ແມ່ນ້ຳ ຫງູ​ຮ້​ວຽນ​ເຄ ທີ່​ສະ​ຫງົບ​ສຸກ. ມາ​ຢ້​ຽມ​ຢາມ ແຫ່ງນີ້ ນັກ​ທ່ອງ​ທ່ຽວ​ຈະ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໄມ້​ທີ່​ມີ​ຄຸນ​ຄ່າ​ດ້ານ​ສິ​ລະ​ປະ​​ກຳ ​ໂດຍ​ບັນດາ​ຊ່າງ​ໄມ້ ແລະ ນັກ​ສິ​ລະ​ປະ​ການທີ່​ມີສີ​ມື​ດີ​ຂອງ​ ​ ດົ່ງ​ກີ້ ຜະລິດ, ຊື່ງ​​ໄດ້​ຮັບ​ຄວາມ ນິ​ຍົມ​ທີ່​ສຸດຈາກຜູ້​ໃຊ້​ສອຍທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຢ້ຽມຢາມໝູ່ບ້ານຜະລິດເຄື່ອງເຟີນີເຈີສິລະປະດົ່ງກີ້ - ảnh 1
ເຄື່ອງ​ເຟີ​ນີ​ເຈີສິ​ລະ​ປະກຳ​​ຢູ່ ດົ່ງ​ກີ້ ມີ​ຫລາຍ​ຮູບ​ແບບ
ພາບ: bacninh.com

        ເມື່ອ​ຍ່າງ​ເຂົ້າ​ໝູ່​ບ້ານ​ ດົ່ງ​ກີ້, ​ຢູ່​ສອງຟາກ​ທາງ​ ທ່ານ​ຈະ​ພົບ​ເຫັນ​ບັນ​ດາ​ຮ້ານ​ວາງ​ສະ​ແດງ ເຄື່ອງ​ເຟີ​ນີ​ເຈີສິ​ລະ​ປະກຳ​ທີ່​ອຸ​ດົມ​ສົມ​ບູນ ແລະ ເຮືອນ​ເດີມ​ບາງ​ຫລັງ​ມີ​ອາ​ຍຸ​ນັບ 100 ປີ.

ຍາກ​ທີ່​ມີ​ໝູ່​ບ້ານ​ແຫ່ງ​ໃດ​ຊື່ງ​ປະ​ຊາ​ຊົນ​ເກືອບ​ທັງ​ໝົດ​ໃນ​ໝູ່​ບ້ານ​ ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະ​ຫລອດ​ຮອດ​ໄວ​ຫ​ນຸ່ມ​ລ້ວນ​ແຕ່ເຂົ້າ​ຮ່ວມ​ການ​ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີ​ສິ​ລະ​ປະ​ກຳ​. ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ຖື​ວ່າ ສີ​ມື​ທີ່ຄ່ອງ​ແຄ້ວ​ໃນ​ການ​ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີ​​ນີ້ ​ແມ່ນ​ໄດ້​ຮັບ​ການສືບ​ທອດ​ຈາກ​ຫລາຍ​ລຸ້ນ​ຄົນ​ແລ້ວ. ເພາະ​ສະ​ນັ້ນເມື່ອ​ເດັກ​ນ້ອຍ​ກຳ​ເນີ​ດແລະ ​ເຕີບ​ໃຫ​ຍ່​​ໃນ​ເກັນ​ອາ​ຍຸ​ໃດ​ກໍ​ສາ​ມາດ​ເຂົ້າ​ຮ່ວມ​ຂັ້ນ​ຕອນ​ໃດ​ຫ​ນຶ່ງ​ຂອງການ​ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີໄດ້. ເພື່ອນ ຫງວຽນ​ວັນ​ເຊີນ, ຊ່າງ​ໄມ້​ຫ​ນຸ່ມ ອາ​ຍຸບໍ່​ທັນ​ຮອດ 20 ປີ ແຕ່​ມີ​ປະ​ສົບ​ກາ​ນ​​ໃນ​ການຜະ​ລິດເຄື່ອງ​ເຟີ​ນີ​ເຈີມາ​ເປັນ​ເວ​ລາ 10 ປີ​ ​ແລ້ວໃຫ້​ຮູ້​ວ່າ: ໃນ​ຄາວ​ຍັງ​ນ້ອຍ, ພາຍຫຼັງເລີກ​ຮຽນ​ກັບ​ເມືອ​ບ້ານ, ຂ້າ​ພະ​ເຈົ້າກໍ່​​ເຂົ້າ​ຮ່ວມ​ບາງ​ຂັ້ນ​ຕອນ​ຂອງການ​ຜະ​ລິດເຄື່ອງ​ເຟີ​ນີ​ເຈີ ພ້ອມ​ກັບ​ຄອບ​ຄົວ ຄື: ກົບ​ໄມ້​, ຄວັດ​, ທາ​ແວກ​ນີ ແລະ ເມື່ອ​ມີ​ອາ​ຍຸ 15,16 ປີ ສາ​ມາດ​ຄວັດ​ແກະ​ສ​ະ​ຫລັກ​ບັນ​ດາ​ລວຍ​ລາຍ​​ທີ່ງ່າຍ​ດ່າຍ, ປະ​ຈຸ​ບັນ ສາ​ມາດ​ຜະ​ລິດເຄື່ອງ​ເຟີ​ນີ​ເຈີ ​ດ້ວຍ​ຕົນ​ເອງ​ໄດ້​ແລ້ວ.

 

ສຳ​ລັບ​ອາ​ຊີບ​ຊ່າງ​ໄມ້ຢູ່​ດົ່ງ​ກີ້, ຮຽກ​ຮ້ອງ​ໃຫ້​​ນາຍ​ຊ່າງ​ຕ້ອງ​ມີຄວາມ​ຄ່ອງ​ແຄ້ວ ເພາະ​ວ່າ ບັນ​ດາ​ລວດ​ລາຍ​ເທິງ​ຜະ​ລິດ​ຕະ​ພັນ​ໄມ້​ຂອງ​ດົ່ງ​ກ​ີ້ ແມ່ນ​ລະ​ອຽດ​ລະ​ອໍ​ທີ່​ສຸດ. ທ່ານ ຫງວຽນ​ຢີ​ຕວານ, ຫົວ​ຫ​ນ້າ​ສະ​ຫະ​ກອນ​ເຄື່ອງ​ຫັດ​ຖະ​ກຳ​ສິ​ລະ​ປະ​ກຳ ຕວານ​ໂລກ ໃຫ້​ຮູ້​ວ່າ: ເຄື່ອງ​ເຟີ​ນີ​ເຈີສິ​ລະ​ປະ​ກຳ​ ດົ່ງ​ກີ້ ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​​ລູກ​ຄ້າ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລາຍ, ເພາະ​ວ່າ ເຄື່ອງ​ເຟີ​ນີ​ເຈີສິ​ລະ​ປະ​ກຳ​ ດົ່ງ​ກີ້ ແມ່ນ​ຜະ​ລິດ​ດ້ວຍ​ມື, ຜ່ານ​ສີ​ມື​ດີ​ຂອງ​ຊ່າງ​ໄມ້, ​ແລະ ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ.

        “ສຳ​ລັບ​​ການ​ຜະ​ລິດຕຽງ, ຕູ້. ກົນ​ຈັກ​ແມ່ນ​ອຸ​ປະ​ກອນ​ຫ​ນູນ​ຊ່ວຍ​ຊ່າງ​ໄມ້​ດີ​ທີ່​ສຸດ, ​ແຕ່ ຜະ​ລິດ​ຕະ​ພັນ​ຄວັດ​ແກະ​ສະ​ຫລັກ, ກົນ​ຈັກ​ຫ​ນູນ​ຊ່ວຍ​ພຽງ​ສ່ວນ​ໃດ​ຫ​ນຶ່ງ​ເທົ່າ​ນັ້ນ, ສ່ວນ​ຫລາຍ​​ແມ່ນ​ຕ້ອງເຮັດ​ດ້ວຍ​ມື​ ​. ບໍ່​ມີ​ກົນ​ຈັກ​ໃດ​ສາ​ມາດ​ຕອບ​ສະ​ຫນອງ ຫລື ຜະ​ລິດ​​ແທນ​ຊ່າງ​ໄມ້ຂອງ​ດົ່ງ​ກີ້​ໄດ້.”

        ນັບ​ແຕ່​ເມື່ອເປີດ​ປະ​ຕູ​ຕະ​ຫລາດ​, ກຳ​ລັງ​ຊື້ ເຄື່ອງ​ເຟີ​ນີ​ເຈີສິ​ລະ​ປະ​ກຳ​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ອຸ​ປະ​ກອນ, ວັດ​ຖຸ​ດິບ​ມີ​ຫລາຍ​ຮູບ​ຫລາຍ​ແບບກວ່າ. ຍ້ອນ​ການ​ແກ່ງ​ແຍ້ງ​ຂອງ​ຕະ​ຫລາດ​ເຄື່ອງ​ເຟີ​ນີ​ເຈີ, ສະ​ນັ້ນ ເພື່ອຢັ້ງ​ຢືນ​ເຄື່ອງ​ໝາຍ​ການ​ຄ້າ, ບັ​ນ​ດາ​ຜະ​ລິດ​ຕະ​ພັນເຄື່ອງ​ເຟີ​ນີ​ເຈີ ໂດຍ​ໝູ່​ບ້ານ ດົ່ງ​ກີ້ ຜະ​ລິດ ຕ້ອງ​ລະ​ອຽດ​ລະ​ອໍ ແລະ ມີ​ຄຸນ​ນະ​ພາບ​ສູງ.

ຢ້ຽມຢາມໝູ່ບ້ານຜະລິດເຄື່ອງເຟີນີເຈີສິລະປະດົ່ງກີ້ - ảnh 2

ອາ​ຊີບ​ຊ່າງ​ໄມ້ຊ່ວຍ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົ​ນ​​ດົ່ງ​ກິ້​
ນັບ​ມື້​ນັບ​ ຮັ່ງ​ມີ​ຂຶ້ນ
ພາບ:bacninh.com

        ປະ​ຈຸ​ບັນ ໝູ່​ບ້ານ ດົ່ງ​ກີ້ ມີ​ເກືອບ 200 ຄອບ​ຄົວ ແລະ ວິ​ສາ​ຫະ​ກິດ ດຳ​ເນີນ​ທຸ​ລະ​ກິດ​ ເຄື່ອງ​ເຟີ​ນີ​ເຈີສິ​ລະ​ປະ​ກຳ​, ອັນໄດ້​ດຶງ​ດູດ​ຄົນ​ງານ​ນັບ​ພັນໆ​ຄົ​ນໃນ​ໝູ່​ບ້ານ ແລະ ບັນ​ດາ​ແຂວງ​ໃກ້​ຄຽງ​ມາ​ເຮັດ​ວຽກ. ​ອາດ​ ​ເວົ້າ​ໄດ້​ວ່າ ອາ​ຊີບ​ຊ່າງ​ໄມ້ ໄດ້​ເຮັດ​ໃຫ້​ ໂສມ​ຫ​ນ້າ​ຂອງໝູ່​ບ້ານ​ດົ່ງ​ກີ້ ​ປ່ຽນ​ແປງ​ຫລາຍ​ຢ່າງ ແລະ ຊ່ວຍ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົ​ນ​ຢູ່​ທີ່ນີ້​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ຮັ່ງ​ມີ​ຂຶ້ນ.  ປະ​ຈຸ​ບັນ ບັນ​ດາ​ຜະ​ລິດ​ຕະ​ພັນເຄື່ອງ​ເຟີ​ນີ​ເຈີຂອງ ດົ່ງ​ກີ້ ໄດ້​ນຳ​ໄປ​ຂາຍ​ຢູ່ທຸກ​ແຂວງ, ນະ​ຄອນໃນ​ທົ່ວ​ປະ​ເທດ ແລະ ສົ່ງ​ໄປ​ຂາຍ​ຢູ່​ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ, ຕະ​ຫລາດ​ເອີ​ລົບ, ອາ​ຟ​ຼິ​ກາ, ທະ​ວີບ​ອາ​ເມ​ລິ​ກາອີກ. ທ່ານ ຫວູ​ກວກ​ເວືອງ, ປະ​ທານ ສະ​ມາ​ຄົມ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ ເຄື່ອງ​ເຟີ​ນີ​ເຈີສິ​ລະ​ປະ​​ກຳ ດົ່ງ​ກີ້ ໃຫ້​ຮູ້​ວ່າ:

        “ເພື່ອ​ເສີມ​ຂະ​ຫ​ຍາຍ​ມູນ​ເຊື້ອ​ຂອງໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​, ກໍ​ຄືຮັກສາເຄື່ອງ​ໝາຍ​ການ​ຄ້າດົ່ງ​ກີ້​ໄວ້, ພວກ​ຂ້າ​ພະ​ເຈົ້າ​ຈະ​​ຕິດ​ກາ​ໝາຍ​ສິ​ນ​ຄ້າ​ເພື່ອ​ປົກ​ປ້ອງ​ບັນ​ດາ​ຜະ​ລິດ​ຕະ​ພັນ ​ແລະກວດ​ກາ​​ຄຸນ​ນະ​ພາບຜ​ະ​ລິດ​ຕະ​ພັນກ່ອນ​ທີ່​ຈະ​ສົ່ງ​ໄປ​ຂາຍ​ຢູ່​ຕະ​ຫລາດຢ່າງ​ລະອຽດ, ຖ້າ​ບັນລຸ​ມາດຖານຈຶ່ງ​ສົ່ງ​ໄປ​ຂາຍ​ຢູ່​ຕະຫຼາດ​ໄດ້. ປີນີ້ ພວກ​ຂ້າ​ພະ​ເຈົ້າ​ເປີດ​ຮ້ານ​ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​​ເຟີ​ນີ​ເຈີເພື່ອ​ໃຫ້​ຜູ້​ມາ​ຊົມມີ​ຄວາມເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ໝູ່​ບ້ານ​ດົ່ງ​ກີ້ກວ່າ.”

        ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ດ້ວຍ​ ເຄື່ອງ​ເຟີ​ນີ​ເຈີສິ​ລະ​ປະ​ກຳເທົ່າ​ນັ້ນ ຫາກ​ໝູ່​ບ້ານ ດົ່ງ​ກີ້ ຍັງ​ໄດ້​ຮັບ​ການຮູ້​ຈັກ​ກັນ​ດີ​ດ້ວຍ​ບັນ​ດາ​ວັດ​ວາ​ອາ​ຮານ​ທີ່​ເກ​ົ່າ​ແກ່ດັ້ງເດີມ ນຳ​ມາ​ເຊິ່ງ​ບັນ​ດາ​ຄຸນ​ຄ່າ​​ດ້ານ​ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ ແລະ ຕິດ​ພັນ​ກັບ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຢູ່​ທີ່ນີ້​ອີກ​ດ້ວຍ. ງານ​ບຸນ​ໝູ່​ບ້ານ ດົ່ງ​ກີ້ ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 4 ເດືອນ​ຈຽງ ຕາມ​ຈັນ​ທະ​ປະ​ຕິ​ທິນ​ປະ​ຈຳ​ປີ ດ້ວຍ​ຫລາຍ​ພິ​ທີ​ການ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ.

ຊີ​ວິດ​ທາງ​ດ້ານ​ເສດ​ຖະ​ກິດ​ນັບ​ມື້​ນັບ​ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ, ແຕ່​ໝູ່​ບ້ານ ດົ່ງ​ກີ້ ຍັງ​ຄົງ​ຮັກ​ສາວັດ​ທະ​ນະ​ທຳ​​ພິ​ເສດສະ​ເພາະ​ທີ່ມີມາ​ແຕ່​ດົນ​ນານໄວ້​​ໄດ້.

 

 

 

 

 

 

       

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ