ຢ້ຽມຢາມໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາຟູ່ລ້າງ, ບັກນິງ


(vovworld)-​​​​ ​ໂດຍນອນ​ຢູ່​ຫ່າງ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍປະມານ 60 ກມ, ນັບ​ແຕ່​ດົນ​ນານ​ແລ້ວ, ໝູ່​ບ້ານອາຊີບ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ,  ​ເມືອງ​ເກ​ວຫວໍ້ ​ແຂວງບັກ​ນິງ ​ໄດ້​ຮັບ​ການ​ເຊ​ີດຊູ​ແມ່ນ​ໜຶ່ງ​ໃນ​ບັນດາ​ສູນ​ຜະລິດ​ເຄື່ອງປັ້ນດິນ​ເຜົາ​ຂອງ​ເຂດ​ດິນພາກ​ເໜືອ​ຫວຽດນາມ ​ໃນ​ເມື່ອ​ກ່ອນ. ​ບັນດາ​ຜະລິດ​ຕະພັນ​ເຄື່ອງປັ້ນດິນ​ເຜົາສີ​ໜັງ​ອຽນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງໝູ່​ບ້ານ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ມີ​ຊື່​ສຽງ​ໃນ​ທົ່ວປະ​ເທດ. ​ໃນ​ລາຍການ​ຄົ້ນຫາ​ຫວຽດນາມ ພາກ​ນີ້, ວິ້ງ​ຟອງ, ນັກ​ຂ່າວ VOV ຂໍ​ເຊີນ​ພວກ​ທ່ານ​ມາ​ຢ້ຽມຢາມ ໝູ່​ບ້ານ​ອາຊີບຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ​ແຫ່ງ​ທີ່​ຖືກ​ຖື​ວ່າ​ແມ່ນ​ໜຶ່ງ​ໃນສູນຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​​ເກົ່າ​ແກ່ 3 ​ແຫ່ງຂອງ​ເຂດ​ທົ່ງພຽງ​ທາງ​ພາກ​ເໜືອຫວຽດນາມ.

 ຢ້ຽມຢາມໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາຟູ່ລ້າງ, ບັກນິງ - ảnh 1

​(ພາບ: baomoi.com)

​ ໂດຍນອນ​ຢູ່​ແຄມ​ແມ່ນ້ຳ ​ເກົາ ທີ່​ສວຍ​ງາມ, ໝູ່​ບ້ານ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ບໍ່​ມີ​ຄວາມ​ຄຶ​ກຄື້ນ​ຄືໝູ່​ບ້ານ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ບາດ​ຈ່າງ ທີ່​ຮ່າ​ໂນ້ຍ, ​ໃນ​ສາຍຕາ​ຂອງ​ແຂກ​ທ່ອງ​ທ່ຽວ, ໝູ່​ບ້ານ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ມີ​ຄວາມ​ລຽບ​ງ່າຍ​ດ້ວຍ​ເຮືອນ​ກໍ່​ດ້ວຍ​ດິນ​ຈິ່ສີ​ແດງ, ມຸງ​ດ້ວຍ​ດິນຂໍ​ສີ​ແດງ​ເກົ່າ​ແກ່​ຕາມ​ການ​ເວລາ, ຢູ່ລຽບ​ຕາມ​ສອງ​ຝາກ​ທາງ​ໃນ​ໝູ່​ບ້ານ​ແມ່ນ​​ໄຫ, ເຄື່ອງ​ປັ້ນດິນ​ເຜົາ​​ໃຊ້​ໃນ​ຄອບຄົວຖືກຈັດ​ວາງ​ເປັນ​​ແຖວ​ງາມ​ຕາ. ຄອບ​ຄົວ​ ເກືອບ​ທັງໝົດ​ໃນ​ໝູ່​ບ້ານ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ​ໄດ້​ເຮັດ​ອາຊີບ​ນີ້ ​ແລະ ​ໄປ​ຮອດ​ໃສ​ກໍ່​ສາມາດ​ໄດ້​ຍິນສຽງ​ເນື່ອງ​ນັນ​ຈາກ​ການ​ເຮັດ​ເຄື່ອງ​ປັ້ນດິນ​ເຜົາ​….ພ້ອມ​ກັບ​ບັນດາ​ນາຍ​ຊ່າງ​ເຮັດ​ວຽກ​ຢ່າງດຸໝັ່ນຂະຫຍັນ​ພຽນ.

   ​ແມ່ຕູ້​ເຈິ່ນທິຢາງ, ອາຍຸ 70 ປີ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຄາວ​ຍັງ​ນ້ອຍ, ລາວ​ກໍ່​ເຫັນ​ທັງ​ໝູ່​ບ້ານ​ເຮັດ​ອາຊີບ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​​ແລ້ວ ​ແລະ ​ໄດ້​ໄປ​ຂາຍ​ຢູ່ທົ່ວ​ທຸກ​ແຫ່ງ. ຄອບ​ຄົວ​ຂອງ​​ແມ່​ຕູ້​​ມີ​ຮາກ​ຖານ​ເຮັດ​ເຄື່ອງ​ປັ້ນດິນ​ເຜົາ​ມາກ່ວາ 100 ປີ​ແລ້ວ:

   “ຂ້ອຍ​ໄດ້​​ເຮັດ​ອາຊີບຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ແຕ່​ຄາວ​ອາຍຸ 13 ປີ, ຄາວນັ້ນກໍ່​ຮູ້​ປັ້ນດິນ ​ແລະ ສ້າງ​ເປັນ​ຮູບ​ຮ່າງ​ແລ້ວ. ​ແຕ່​ກ່ອນ​ຄອບຄົວ​ຂ້ອຍເຮັດ​ໄຫ, ຕ້ອງ​ເຮັດ​ວຽກ​ລຳ​ບາກ​ກ່ວາ, ປະຈຸ​ບັນ, ມີ​​ໂຕະ​ປີ້ນ​ເຄື່ອງປັ້ນ​ໃຊ້ໄຟຟ້າ, ກ່ອນ​ນີ້​ຕ້ອງ​ປີ້ນ​ ​ແລະ ​ເຮັດ​ດິນ​ດ້ວຍ​ມື“.

 ຢ້ຽມຢາມໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາຟູ່ລ້າງ, ບັກນິງ - ảnh 2

ຮາກ​ຖານ​ການ​ຜະລິດ​ເຄື່ອງປັ້ນດິນ​ເຜົາ​ແຫ່ງ 1

(ພາບ: http://vtv.vn)

   ຜະລິດ​ຕະພັນ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ມີ​ສີ​ບົວ​ແດງ ຈາກ​ດິນ​ແດງ​ເອົາ​ມາ​ຈາກ​ທ້ອງຖິ່ນ​ຕົນ. ອ້າຍ​ຟ້າ​ມວັນ​ແທ່ງ, ນັກ​ສິລະ​ປະການ​ຢູ່​ບ້ານ​ຈົ່ວ, ຕາ​ແສງ​ຟູ່ລ້າງ ​ໃຫ້​ຮູ້​ວ່າ: ຜະລິດ​ຕະພັນ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ລວມມີ 3 ປະ​ເພດ: ເຄື່ອງ​ປັ້ນດິນ​ເຜົາ​ຮັບໃຊ້​ໃນ​​ເຫຼື້ອມ​ໃສ, ເຄື່ອງ​ປັ້ນດິນ​ເຜົາ​ໃຊ້​ໃນ​ຄອບຄົວ, ​ໃຊ້​ໃນຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ ​ແລະ ເຄື່ອງ​ປັ້ນດິນ​ເຜົາປະດັບ​:

   “ຈຸດ​ພິ​ເສດສະ​ເພາະ​ຂອງຜະລິດ​ຕະພັນ​ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ​ແມ່ນ ເຄື່ອງ​ປັ້ນດິນ​ເຜົາດິບ ​ແລະ ບໍ່​ໃຊ້​ເຄື່ອງ​ຈັກ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ໄດ້​ເຮັດ​ດ້ວຍ​ມື ​ແລະ ນ້ຳ​ເຄືອບ​ໂດຍ​​ເຮົາເຮັດ​ເອງ ​ແລະ ຍ້ອນ​ຄວາມ​ຮ້ອນ​ຂອງ​ປະລິ​ມານ​ຟືນ​​ຈູດ​ເຜົາ “.

 ຢ້ຽມຢາມໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາຟູ່ລ້າງ, ບັກນິງ - ảnh 3

​​ແຕ້ມ ​ແລະ ທາສີ​ໃຫ້​ຜະລິດ​ຕະພັນ

(ພາບ: http://vtv.vn)

  ຂອດ​ສຳຄັນ​ທີ່​ສຸດ​ເພື່ອ​​ໃຫ້ຜະລິດ​ຕະພັນເຄື່ອງ​ປັ້ນດິນ​ເຜົາຟູ່ລ້າງ​ ບັນລຸ​ຄວາມ​ຮຽກຮ້ອງ​ແມ່ນ​ເຕັກນິກ​ການ​ຈູດເຜົາ ​ແລະ ຈຸ​ດດີ​ເດັ່​ນທີ່​ສຸດ​ຂອງ ເຄື່ອງ​ປັ້ນດິນ​ເຜົາ​ຟູ່ລ້າງ ​ແມ່ນ​ໄດ້​​ເຮັດ​ແບບ​ປະຖົມ​ປະ​ຖານ, ລຽບ​ງ່າຍ​ຂອງ​ນ້ຳ​ເຄືອບສີ​ໜັງ​ອຽນ. ມາ​ຮອດ​ປະຈຸ​ບັນ, ຜະລິດ​ຕະພັນເຄື່ອງ​ປັ້ນດິນ​ເຜົາຟູ່ລ້າງ​ ​ໄດ້​ພັດທະນາ​ເປັນ​ຫຼາຍ​ຮູບ​ຫຼາຍ​ສີ​ດ້ວຍ​ຜະລິດ​ຕະພັນ​ປະ​ເພດ​ຕ່າງໆ ​ແລະ ​ໄດ້​ຮັບ​ຄວາມ​ນີຍົມ​ຈາກ​ຜູ້​ໃຊ້​ສອຍ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ, ສ​ເກົາຫຼີ, ກາ​ນາ​ດາ, ອີ​ຕີ​ລີ....​ໄດ້​ສັ່ງ​ຊື້ຜະລິດ​ຕະພັນເຄື່ອງ​ປັ້ນດິນ​ເຜົາວິຈິດ​ຕະກຳ​ຂອງຟູ່ລ້າງ​ ດ້ວຍ​ປະລິ​ມານ​ບໍ່​ແມ່ນ​ໜ້ອຍ. ພິ​ເສດ, ຜະລິດ​ຕະພັນເຄື່ອງ​ປັ້ນດິນ​ເຜົາປະດັບ​ຟູ່ລ້າງ​ ​ໄດ້​ຮັບ​ຄວາມ​ນີຍົມ​ທີ່​ສຸດ​ຈາກ​ແຂກ​ຕ່າງປະ​ເທດ​ ຍ້ອນ​ມີ​ຈຸດ​ເອກະລັກ​ສະ​ເພາະ​ກ່ຽວ​ກັບ​ຮູບ​ໂຕ​ມັງກອນ, ​ໂຕ​ສິງ, ​ເຕົ່າ, ນົກ​ຫົງ, ຮູບ​ທິ​ວທັດ​ທຳ​ມະ​ຊາດ​ເຂດ​ບ້ານ​ນາ….​ຍ້ອນ​ເຫດ​ນັ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຟູ່ລ້າງ ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ, ປະຈຸ​ບັນ, ລາຍ​ຮັບ​ຂອງ​ປະຊາຊົນ​ບັນລຸ​ກ່ວາ 15 ລ້ານ​ດ່ົງ/ຄົນ/ປີ.

  ​​ເພື່ອຮັກສາ ​ແລະ ພັດທະນາ​ອາຊີບຫັດຖະກຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຕົນ, ຍາມ​ໃດ, ບັນດາ​ຄອບຄົວ​ຢູ່​ຟູ່ລ້າງ ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສອນ​ວິຊາ​ຊີບ​ໃຫ້​ແກ່​ລຸ້ນໜຸ່ມ ​ແລະ ສົ່ງ​ເສີມ​ລູກ​ຫຼານ​ໄປ​ຮຽນ​ຢູ່​ບັນດາ​ໂຮ​ງຮຽນ​ວິຈິດ​ສິນ​ເພື່ອ​ເ​ສີມຂະຫຍາຍ​ສິ່ງ​ຍອດ​ຍິ່ງ​ຂອງ​ໝູ່​ບ້ານ​ອາຊີບ​ກ່ວາ​ອີກ, ກໍ່​ຄື​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການຜະລິດເຄື່ອງ​ປັ້ນດິນ​ເຜົາ. ​ຟ້າ​ມວັນ​ຮ່ວາງ, ອາຍຸ 24 ປີ, ຮຽນຈົບ​ຈາກ​ມະຫາວິທະຍາ​ໄລ​ວິຈິດ​ສິນ​ຮ່າ​ໂນ້ຍ, ​​ເຄີຍ​ເຮັດ​ອາຊີບຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​​ເປັນ​ເວລາ 11 ປີ​ແລ້ວ ​ໃຫ້​ຮູ້​ວ່າ:

      “​​ຂ້າພະ​ເຈົ້າ​ໄດ້​ກຳ​ເນີ​ດ ​ແລະ ​ເຕີບ​ໃຫ່ຍຢູ່​ທີ່​ນີ້,​ ສະນັ້ນ, ຮັກ​ອາຊີບ​ຜະລິດ​ເຄື່ອງປັ້ນດິນ​ເຜົາ​ນີ້​ທີ່​ສຸດ, ຍ້ອນ​ວ່າ, ນີ້​ກໍ່​ແມ່ນ​ອາຊີບ​ທີ່​ລຸ້ນພໍ່​ລຸ້ນອ້າຍ​ໄດ້​ປະ​ໄວ້​ໃຫ້. ຂ້າພະ​ເຈົ້າຈະ​ພະຍາຍາມ​ຮັກສາ​ອາຊີບ​ຂອງ​ຄອບຄົວ ​ແລະ ບ້ານ​​ເກີດ​ເມືອງ​ນອນ ​ແລະ ພັດທະນາ​ອາຊີບຜະລິດ​ເຄື່ອງ​ປັ້ນດິນ​ເຜົາຂອງຟູ່ລ້າງ​ ກ່ວາ​ອີກ “.

​  ຟູ​ລ້າງ ​ໄດ້ ​ແລະ ພວມ​ກາຍ​ເປັນ​ຈຸດ​ນັບ​ພົບ​ຂອງ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ຄົນ ພ້ອມ​ດ້ວຍ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເມື່ອ​ມາ​ຫວຽດນາມ, ຍ້ອນ​ວ່າ​ຢູ່​ທີ່​ນີ້​ໄດ້​ເຕົ້າ​ໂຮມ​ບັນດາ​ປັດ​ໄຈ​ວັດທະນະທຳ, ປະຫວັດສາດ​ກໍ່​ຄື​ທັດສະນີ​ສະພາບ​ເຂດ​ບ້ານ​ນາ​ທີ່​ສະຫງົບ​ງຽບ​ຢູ່​​ແຄມ​ແມ່ນ້ຳ​ເກົາ. ທ່າ​ນຈົ່ງມາ​ຢ້ຽມຢາມ​ຟູ່ລ້າງ ​ເພື່ອຮັບ​ຟັງ​ກ່ຽວ​ກັບ​ໝູ່​ບ້ານ​ເຮັດ​ອາຊີບຜະລິດ​ເຄື່ອງ​ປັ້ນດິນ​ເຜົາທີ່​ມີ​ມາ​ນັບ​ຮ້ອຍ​ປີ ຫລື​ວ່າ​ພ້ອມ​ກັບ​ຊາວ​ບ້ານລອງ​ປັ້ນ​ດິນ, ​ເຜົາ​ເຄື່ອງ​ເປັນ​ທີ່​ລະນຶກ, ​ແລ້ວ​ເອົາ​ເມືອ​ມອບ​ໃຫ້​ໝູ່ເພື່ອນ, ຍາດຕິ​ພີ່ນ້ອງ. ຊາວບ້ານ​ຟູ່ລ້າງ ຍາມ​ໃດ​ກໍ່​ຕ້ອນຮັບ​ທ່ານ​ດ້ວຍ​ຄວາມ​ຮັກ​ແພງ​ແຂກ​ຄົນ, ຮອຍ​ຍີ້ມທີ່​ສະ​ໜີ​ດສະໜົມ​ເໝືອນກັບ​ຄວາມ​ງາມ​ທີ່​ລຽບ​ງ່າຍ​ຂອງຜະລິດ​ຕະພັນເຄື່ອງ​ປັ້ນດິນ​ເຜົາຢູ່​ແຫ່ງ​ນີ້./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ