ລົງຢ້ຽມຢາມບ້ານ ແຊນ-ບ້ານເກີດຂອງປະທານໂຮ່ຈີມິນ ໃນເດືອນພຶດສະພາ

(VOVWORLD) -ຈາກນະຄອນ ວິງ ແຂວງ ເງະອານ ໄປຕາມເສັ້ນທາງແຂວງຕໍ່ແຂວງ ເລກທີ 46 ຮອດຫຼັກ 13 ລ້ຽວຊ້າຍຕາມທາງປູຢາງກໍ່ຈະຮອດປູຊະນີຍະສະຖານລະດັບຊາດພິເສດ - ເຂດປູຊະນີຍະສະຖານປະຫວັດສາດອະນຸສອນສະຖານກ່ຽວກັບປະທານ ໂຮ່ຈີມິນ ໃນຕາແສງ ກີມລຽນ ເມືອງ ນາມດ່ານ ແຂວງ ເງະອານ, ແຫ່ງນີ້ແມ່ນກຸ່ມປູຊະນີຍະສະຖານໃຫຍ່ ແມ່ນເຂດບ້ານນາ ຫວຽດນາມ ໄດ້ຮັບການບູລະນະປະຕິສັງຂອນ ຮັກສາໄວ້ເໝືອນເດີມຄື ແຕ່ຊຸມປີທ້າຍສະຕະວັດທີ XIX ຫາຕົ້ນສະຕະວັດທີ XX ດ້ວຍຄວາມຮົກເຮື້ອແບບດັ້ງເດີມ ລຽບງ່າຍ ແລະ ສະຫງົບສຸກ ເຊິ່ງເປັນຕົວແທນໃຫ້ແກ່ຄວາມງາມໝູ່ບ້ານເຂດບ້ານນາ ທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍວັດທະນະທຳ ອັນເປັນປະເພນີຂອງ ຫວຽດນາມ
ລົງຢ້ຽມຢາມບ້ານ ແຊນ-ບ້ານເກີດຂອງປະທານໂຮ່ຈີມິນ ໃນເດືອນພຶດສະພາ - ảnh 1ປູຊະນີຍະສະຖານລະດັບຊາດພິເສດ - ເຂດປູຊະນີຍະສະຖານປະຫວັດສາດອະນຸສອນສະຖານປະທານ ໂຮ່ຈີມິນ

      ກໍ່ເຊັ່ນດຽວກັນກັບບັນດາໝູ່ບ້ານເຂດບ້ານນາໃນປະເທດ ຫວຽດນາມ. ບ້ານ ແຊນ ມີຄວາມລຽບງ່າຍ ເຊິ່ງໄດ້ຝັງເລິກໃນແນວຄິດຈິດໃຈຂອງຊາວ ຫວຽດນາມ ແຕ່ລະຄົນ. ໂດຍໄດ້ຊ້ອນຕົວໃນທ່າມກາງແຖວກົກໄມ້ໄຜ່ຂຽວອຸ່ມທຸ່ມ ກໍ່ມີເຮືອນມຸງຫຍ້າຫຼັງໜຶ່ງທີ່ລຽບງ່າຍ ນັ້ນແມ່ນເຮືອນຂອງຄອບຄົວອ້າຍບ່າວ ຫງວຽນຊິງກຸງ, ບ່ອນທີ່ເພິ່ນໄດ້ກຳເນີດຂຶ້ນ ພ້ອມກັບບັນດາວັດຖຸພັນທີ່ເປັນອະນຸສອນ ຕິດພັນກັບຄາວເຍົາໄວຄື ຕຽງນອນ, ກີ່ຕ່ຳຫູກ ທີ່ແມ່ຂອງເພິ່ນເຄີຍນັ່ງຕ່ຳແຜ່ນແພ...  ແລະ ຍັງຄົງຕົວຢູ່ນັ້ນ ດ້ວຍແຖວຕົ້ນໝາກ, ຕົ້ນມີ້ ແລະ ຮົ້ວດອກສະບາແດງ, ຢູ່ຄຽງຂ້າງແມ່ນໜອງດອກບົວບານສະພັ່ງສົ່ງກິ່ນຫອມຫວນໄປທົ່ວເຂດຕະຫຼອດປີ. ຕາແສງ ກີມລຽນ ເຖິງວ່າຕິດພັນກັບຊີວິດຂອງປະທານ ໂຮ່ຈີມິນ ໄດ້ພຽງ 10 ປີເທົ່ານັ້ນ ແຕ່ກໍໄດ້ຫຼໍ່ຫຼອມໃນຈິດໃຈຂອງເພິ່ນດ້ວຍຄຸນລັກສະນະຕ່າງຫາກຂອງຊາວແຂວງ ເງະອານ. ບ້ານ ແຊນ ຕາແສງ ກີມລຽນ ເຊິ່ງແມ່ນບ້ານເກີດທາງພໍ່ຂອງ ປະທານ ໂຮ່ຈີມິນ ຍັງເກັບຮັກສາເຮືອນຂອງພໍ່ຕູ້ ຫງວຽນຊິງສັກ ເຊິ່ງແມ່ນພໍ່ຂອງປະທານ ໂຮຈີມິນ ໂດຍຊາວບ້ານ ແຊນ ໄດ້ຫັກເງິນຈາກຄັງເງິນສ່ວນລວມ ເພື່ອປຸກສ້າງເປັນຂອງຂວັນໃຫ້ແກ່ພໍ່ຕູ້ ຫງວຽນຊິງສັກ ເນື່ອງໃນໂອກາດ ເພິ່ນເສັງໄດ້ລະດັບປະລິນຍາໂທປີ 1901. ຢູ່ໃນເຮືອນຍັງເກັບຮັກສາບັນ ດາວັດຖຸພັນ ທີ່ມີຄຸນຄ່າຄື ຕຽງນອນ, ຫີບບັນຈຸສະບຽງອາຫານ, ຕູ້, ພາເຂົ້າເຮັດດ້ວຍໄມ້... ເຮືອນຫຼັງນີ້ຍັງເປັນບ່ອນບູຊາແມ່ຕູ້ ຮວ່າງທິລວານ ເຊິ່ງເປັນແມ່ຂອງປະທານ ໂຮ່ຈີມິນ ທີ່ ໄດ້ເຖິງແກ່ມໍລະນະກຳ ໃນເວລາມີອາຍຸພຽງ 33 ປີ.  ນາງ ຫງວຽນກີມແທັງ ຜູ້ນຳທ່ຽວຊົມຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ກີມລຽນ ເມືອງ ນາມດ່ານ ແຂວງ ເງະອານ ໃຫ້ຮູ້ວ່າ:

      “ພາຍຫຼັງທີ່ໄດ້ອອກເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ ເປັນເວລາຫຼາຍສີບປີ, ປະທານ ໂຮ່ຈີມິນ ໄດ້ມີໂອກາດກັບຄືນຢ້ຽມຢາມບ້ານເກີດເປັນສອງຄັ້ງ. ໃນຄາວນັ້ນເພິ່ນໄດ້ຢ້ຽມຢາມເຮືອນທີ່ເພິ່ນໄດ້ຕິດພັນແຕ່ຄາວເຍົາໄວເປັນເວລາ 5 ປີ. ປະທານ ໂຮ່ຈີມິນ ໄດ້ເຫັນວ່າ ບ້ານເກີດຂອງຕົນໄດ້ມີການປ່ຽນແປງໃໝ່ ແລະ ກ້າວໜ້າ... ເພິ່ນໄດ້ລະດົມກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງຊາວບ້ານ ຕ້ອງສ້າງສາບ້ານເກີດເມືອງນອນ, ສ້າງບັນດາສະຫະກອນ ເພື່ອເປັນແນວຫຼັງໃຫ້ແກ່ກິດຈະການຕໍ່ຕ້ານຕ້ານ ອາເມລິກາ ແລະ ປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ”.

      ສ່ວນຢູ່ບ້ານທາງແມ່ຂອງປະທານ ໂຮ່ຈີມິນ ໃນບ້ານ ຮວ່າງຈູ່ ຕາແສງ ກີມລຽນ, ບັນດາວັດຖຸພັນທີ່ໄດ້ຕິດພັນກັບຄາວເຍົາໄວ ແລະ ຄອບຄົວຂອງປະທານ ໂຮ່ຈີມິນ ໄດ້ຮັບການເກັບຮັກສາໄວ້ ແລະ ແນະນຳໃຫ້ມວນຊົນ. ນາງ ຫງວຽນກີມແທັງ ໃຫ້ຮູ້ຕື່ມອີກວ່າ:

      “ເຮືອນນ້ອຍຫຼັງໜຶ່ງປະກອບດ້ວຍສາມຫ້ອງ ແມ່ນບ່ອນທີ່ປະທານ ໂຮ່ຈີມິນ ໄດ້ກຳເນີດຂຶ້ນ ແລະ ໄດ້ຕິດພັນແຕ່ຄາວເຍົາໄວເປັນເວລາ 5 ປີ. ພາຍຫຼັງພັດພາກຈາກບ້ານເກີດເມືອງນອນເປັນເວລາ 50  ປີ ໃນມື້ກັບມາຢ້ຽມຢາມບ້ານເກີດ ເພິ່ນມີຄວາມຕື້ນຕັນໃຈທີ່ສຸດ ເມື່ອໄດ້ເຫັນບັນດາວັດຖຸພັນເປັນອະນຸສອນ ຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ. ເພິ່ນໄດ້ໂອ້ລົມກັບພໍ່ແມ່ພີ່ນ້ອງຊາວບ້ານ ໄດ້ພົບກັບເພື່ອນໃນຄາວໄວເດັກ, ນັ້ນແມ່ນລຸງ ຫງວຽນທວຽນ...”.

     ມາຢາມເຂດປູຊະນີຍະສະຖານປະຫວັດສາດລະບັບຊາດພິເສດເຂດ ກີມລຽນ, ແຂກທ່ອງທ່ຽວຍັງມີໂອກາດແວ່ຢາມພູ ດົ້ງແຈັງ ເຊິ່ງແມ່ນບ່ອນມີສຸສານແມ່ຕູ້ ຮວ່າງທິລວານ ເຊິ່ງແມ່ນແມ່ຂອງປະທານ ໂຮ່ຈີມິນ. ສຸສານຖືກອອກແບບປຽບເໝືອນດອກບົວທີ່ຍັກໃຫຍ່. ນາງ ຮວ່ຽນຈາງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

       “ເມື່ອມີໂອກາດມາຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ໄດ້ຟັງການເລົ່າກ່ຽວກັບຊີວິດຂອງເພິ່ນຈົນກະທັ້ງບໍ່ອາດເຊື່ອວ່າຊີວິດຂອງປະທານ ໂຮ່ຈີມິນ ພັດລຽບງ່າຍເຊັ່ນນັ້ນ”.

      ແຕ່ລະປີໃນໂອກາດບັນດາວັນບຸນໃຫຍ່ ພິເສດແມ່ນວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄືວັນທີ 19 ພຶດສະພາ ປີ 1890 ປະຊາຊົນໃນທຸກແຖບຖິ່ນທົ່ວປະເທດ ໄດ້ພາກັນຫລັ່ງໄຫຼມານີ້ ເພື່ອຢ້ຽມຢາມເຂດປູຊະນີຍະສະຖານ ເພື່ອອາໄລຫາ ສະແດງຄວາມຮູ້ບຸນຄຸນຕໍ່ເພິ່ນ. ເຂດປູຊະນີຍະສະຖານຍັງແມ່ນສະຖານທີ່ຈັດຕັ້ງບັນດາບັ້ນດຳເນີນຊີວິດການເມືອງ, ບັນດາພິທີການຂອງອຳນາດການປົກຄອງຂັ້ນຕ່າງໆ ພ້ອມກັນນັ້ນ ກໍ່ແມ່ນສະຖານທີ່ຢ້ຽມຊົມທັດສະນະສຶກສາ ແລະ ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ