ລາງວັນສຽງຫວຽດນາມເຊີດຊູບັນດາຜູ້ເຮັດວຽກງານກະຈາຍສຽງ

(VOVWORLD) -ລາຍການຈຸດນັດພົບສິລະປະວັນນະຄະດີກ່ຽວກັບລາງວັນ Nobel ວັນນະຄະດີ 2016 ທີ່ມີຊື່ວ່າ “Nobel ວັນນະຄະດີ 2016 ” ຂອງນັກບັນນາທິການ ຫງວຽນຮ່າ ສັງກັດລະບົບ VOV2 ຫາກໍໄດ້ຮັບລາງວັນ B ຂອງລາງວັນ ສຽງຫວຽດນາມ

ນີ້ແມ່ນຄັ້ງທຳອິດທີ່ວິທະຍຸກະຈາຍສຽງຫວຽດນາມຈັດຕັ້ງ ແລະ ມອບລາງວັນດັ່ງກ່າວໃນວັນທີ 6 ກັນຍາປີ 2017 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມຄົບຮອບ 72 ປີ (7/9/1945 – 7/9/2017) .

ລາງວັນສຽງຫວຽດນາມເຊີດຊູບັນດາຜູ້ເຮັດວຽກງານກະຈາຍສຽງ  - ảnh 1 ນັກປະພັນດົນຕີ Bob Dylan

ລາຍການຈຸດນັດພົບສິລະປະວັນນະຄະດີແມ່ນວາລະສານວັນນະສິນ ຊຶ່ງໄດ້ອອກອາກາດອາທິດລະຄັ້ງໜຶ່ງ. ນີ້ແມ່ນລາຍການໃໝ່ຂອງ VOV2.  ລາຍການມຸ່ງໄປສູ່ບັນດາບັນຫາກ່ຽວກັບສິລະປະວັນນະຄະດີຊຶ່ງຫາງສຽງມີຄວາມສົນໃຈ ແລະ ໄດ້ຮັບການຜະລິດດ້ວຍວິທີທັນສະໄໝ. ໃນລາຍການຈຸດນັດພົບສິລະປະວັນນະຄະດີຍາວ 30 ນາທີ ມີຫຼາຍຄໍລຳຄື “ ໂອ້ລົມກັບນັກຂ່າວ” ທີ່ເວົ້າເຖິງບັນດາບັນຫາສົດໆຮ້ອນໆໃນຂົງເຂດສິລະປະວັນນະຄະດີ. ພ້ອມກັນນັ້ນແມ່ນຄໍລຳ “ ຮັບຟັງບົດປະພັນ ” ຊຶ່ງຈະແນະນຳກ່ຽວກັບຮູບເງົາເລື່ອງໜຶ່ງຫຼືບົດກາບກອນ, ບົດເພງບົດໜຶ່ງ ແລະ ຄໍລຳອື່ນໆອີກຈຳນວນໜຶ່ງ. ນີ້ແມ່ນລາຍການສັງລວມມີປະສີດທິຜົນທາງດ້ານການສຽງ.

ລາຍການຈຸດນັດພົບສິລະປະວັນນະຄະດີເດືອນຕຸລາ - Nobel ວັນນະຄະດີ 2016 ຊຶ່ງແມ່ນລາງວັນໄດ້ເຮັດໃຫ້ຫາງສຽງມີຄວາມສົນໃຈທີ່ສຸດ. ນັ້ນແມ່ນເລື່ອງລາງວັນ Nobel ວັນນະຄະດີ 2016 ໄດ້ມອບໃຫ້ນັກປະພັນດົນຕີ Bob Dylan ຫາກບໍ່ແມ່ນນັກປະພັນວັນນະຄະດີ. ນັກບັນນາທິການ ຫງວຽນຮ່າ ໃຫ້ຮູ້ວ່າ :

“ ຂ້າພະເຈົ້າເຫັນວ່າ ຫົວເລື່ອງນີ້ແມ່ນເປັນໜ້າຈັບໃຈ ແລະ ເມື່ອຜັນຂະຫຍາຍ ກໍປະສົບກັບຄວາມຫຍຸ້ງຍາກບາງຢ່າງ. ນັ້ນແມ່ນເຮົາຈະຕ້ອງເຮັດຄືແນວໃດເພື່ອໃຫ້ລາຍການທັງໝົດຍາວ 30 ນາທີຕ້ອງຕິດຕໍ່ກັນ ແລະ ລ້ວນແຕ່ເວົ້າເຖິງຫົວເລື່ອງກ່ຽວກັບລາງວັນ Nobel ວັນນະຄະດີ. ຫຼັງຈາກນັ້ນ, ດ້ວຍຄວາມຊ່ວຍເຫຼືອຈາກເພື່ອນຮ່ວມອາຊີບກໍຄືຜ່ານການຊອກຮູ້ ແລະ ໄດ້ຮັບການໜູນຊ່ວຍຈາກເພື່ອນຮ່ວມງານ, ບັນດາຄູອາຈານ, ນັກປະພັນວັນນະຄະດີ ອວງຈຽວ ສັງກັດວາລະສານວັນນະສິນກອງທັບ, ຂ້າພະເຈົ້າໄດ້ສ້າງລາຍການນີ້ສຳເລັດ”

ດ້ວຍຄວາມຫວັງອາດຈະຊ່ວຍຜູ້ຟັງມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບເຫດການນີ້, ນອກຈາກການຮວບຮ່ວມບັນດາຄຳຄິດເຫັນຈາກສື່ມວນຊົນຕ່າງປະເທດ, ນັກບັນນາທິການ ຫງວຽນຮ່າ ໄດ້ເກັບຄຳເຫັນປະກອບຂອງບັນດານັກປະພັນວັນນະຄະດີ, ນັກກະວີ, ນັກວິຈານ, ນັກຂ່າວຢູ່ພາຍໃນປະເທດທີ່ສົນໃຈເຖິງນັກປະພັນດົນຕີ, ສິລະປີນ Bob Dylan ຊຶ່ງແມ່ນເຈົ້າຂອງ ລາງວັນ Nobel ວັນນະຄະດີ 2016. ນັກບັນນາທິການ ຫງວຽນຮ່າ ໃຫ້ຮູ້ຕື່ມອີກວ່າ :

“ ໃນລາຍການ, ຂ້າພະເຈົ້າຕັ້ງບັນຫາວ່າ ເມື່ອລາງວັນ Nobel ວັນນະຄະດີ 2016 ຖືກມອບໃຫ້ນັກປະພັນດົນຕີຄົນໜຶ່ງ ແມ່ນຈະກໍໃຫ້ເກີດປະຕິກິລີຍາຄືແນວໃດ. ຫຼັງຈາກນັ້ນ ຂ້າພະເຈົ້າມີບົດສະຫຼຸບຈາກບັນດາໜັງສືພິມເປັນພາສາອັງກິດ ທີ່ເວົ້າເຖິງການຕີລາຄາກ່ຽວກັບ Bob Dylan ມີຫຼາຍຄົນຖືວ່າ ບົດເພງຂອງລາວໄດ້ເປັນບົດເພງທີ່ດູດດື່ມຢູ່ແລ້ວ, ເພາະສະນັ້ນ, ລາວສົມກັບຜູ້ໄດ້ຮັບ ລາງວັນ Nobel ວັນນະຄະດີ . ແຕ່ກໍຍັງມີຫຼາຍຄົນພັດຖືວ່າ ການມອບ ລາງວັນ Nobel ວັນນະຄະດີໃຫ້ແກ່ Bob Dylan ກໍປຽບເໝືອນກັບການຕ່າວປີ້ນທາງດ້ານຄຸນຄ່າ, ຂະນະທີ່ຍັງມີນັກປະພັນວັນນະຄະດີຄົນອື່ນໆ ສົມເປັນຜູ້ໄດ້ຮັບລາງວັນນີ້ຫຼາຍກ່ວາ ”

     ໃນລາຍການຈຸດນັດພົບສິລະປະວັນນະຄະດີເດືອນຕຸລາ - Nobel ວັນນະຄະດີ 2016, ຜູ້ຟັງທັງຫຼາຍຍັງໄດ້ຮັບຟັງບົດເພງ “Blowing in the wind” ຂອງ Bob Dylan ດ້ວຍຄໍລຳ “ຮັບຟັງບົດປະພັນ”. ນັກບັນນາທິການ ຫງວຽນຮ່າ ແບ່ງປັນວ່າ :

  “ ໃນຄໍລຳ “ຮັບຟັງບົດປະພັນ”ຂອງລາຍການຈຸດນັດພົບສິລະປະວັນນະຄະດີນັ້ນ, ພວກຂ້າພະເຈົ້າກໍໄດ້ເລືອກເອົາບົດປະພັນຂອງ Bob Dylan  ແລະ ເວົ້າເຖິງບົດປະພັນນີ້ແມ່ນອາຈານ 2 ຄົນສັງກັດພະແນກວັນນະຄະດີ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ນັ້ນແມ່ນນາງ ລືທິແທງເລ ແລະ ອ້າຍ ບຸຍເຈືອງ. ຂ້າພະເຈົ້າຄິດວ່າ ນີ້ກໍແມ່ນຕອນໜຶ່ງທີ່ໜ້າຈັບໃຈໃນລາຍການກ່ຽວກັບລາງວັນ Nobel ວັນນະຄະດີ ທີ່ພວມເຄັ່ງຕຶງທີ່ສຸດເພື່ອໃຫ້ພວກເຮົາໄດ້ຮັບຟັງບົດເພງ ແລະ ຕອນສຸດທ້າຍແມ່ນການໂອ້ລົມສົນທະນາກ່ຽວກັບນັກປະພັນວັນນະຄະດີຄົນອື່ນໄດ້ຮັບລາງວັນ Nobel ວັນນະຄະດີ, ແຕ່ບໍ່ແມ່ນ Bob Dylan , ແຕ່ກໍມີສ່ວນກ່ຽວຂ້ອງເຖິງຫົວເລື່ອງລາງວັນ Nobel ວັນນະຄະດີ  ”

ໃນລາຍການຈຸດນັດພົບສິລະປະວັນນະຄະດີເດືອນຕຸລາ - Nobel ວັນນະຄະດີ 2016 ໄດ້ຮັບການຕີີລາຄາສູງເພາະວ່າ ລາຍການສົ່ງຜົນກະທົບໃນໝູ່ຜູ້ຟັງຊົມຊອບສິລະປະວັນນະຄະດີ ແລະ ພິເສດ ນີ້ເປັນຄັ້ງທຳອິດໃນປະຫວັດສາດທີ່ ລາງວັນ Nobel ວັນນະຄະດີ ພັດສະຫງວນໃຫ້ແກ່ນັກປະພັນດົນຕີ, ສິລະປິນຄົນໜຶ່ງ.

ທ່ານເຈີນເຍິດມິນ ຮອງຜູ້ອຳນວຍການລະບົບ ວັດທະນະທຳ-ຊີວິດ-ວິທະຍາສາດ-ການສຶກສາ VOV2 ໃຫ້ຮູ້ວ່າ :

“ຈຸນັກບັນນາທິການ ແລະ ຜູ້ຮັບຜິດຊອບບັນນາທິການ ຫງວຽນຮ່າ ໄດ້ຊອກເຫັນວິທີການສະແດງດ້ວຍບັນດາແງ່ມຸມສັງເກດບັນຫາໜຶ່ງທີ່ຄາດວ່າຍາກຈະເຮັດໄດ້, ແຕ່ເຂົາເຈົ້າໄດ້ສະແດງອອກຜ່ານລາຍການຈຸດນັດພົບສິລະປະວັນນະຄະດີ ແລະ ມີຫົວຄິດປະດິດສ້າງຂອງຕົນ. ພວກຂ້າພະເຈົ້າຕີລາຄາສູງບົດປະພັນນີ້ ແລະ ສະພາກວດສອບໃຫ້ຄະແນນຂອງ VOV ກໍໄດ້ຕີລາຄາສູງ”

ລາຍການຈຸດນັດພົບສິລະປະວັນນະຄະດີເດືອນຕຸລາ - Nobel ວັນນະຄະດີ 2016 ໄດ້ຮັບລາງວັນ B ສຽງຫວຽດນາມຄັ້ງທີ 1 ແມ່ນຜົນສຳເລັດຂອງນັກບັນນາທິການ ຫງວຽນຮ່າ ເອງ ກໍຄືຜົນສຳເລັດລວມຂອງລະບົບວັດທະນະທຳ-ຊີວິດ-ວິທະຍາສາດ-ການສຶກສາ VOV2 , ຜ່ານນັ້ນ, VOV2 ສາມາດກຳນົດທິດກ້າວເດີນໃຫ້ແກ່ບັນດາລາຍການກະຈາຍສຽງຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ