ລາຍການທ່ອງທ່ຽວ Homestay-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເມືອງ ໝົກເຈົາ, ແຂວງ ເຊີນລາ

(VOVWORLD) -ເຂດທ່ອງທ່ຽວລະດັບຊາດ ໝົກເຈົາ ລວມມີສອງເມືອງ: ໝົກເຈົາ ແລະ ເວີນໂຮ່ ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 200 ກິໂລແມັດ. ຢູ່ແຫ່ງນີ້ໄດ້ຮັບຖືວ່າແມ່ນ “ດາລາດ” ຂອງເຂດທາງທິດຕາເວັນຕົກສ່ຽງເໜືອ ດ້ວຍອາກາດເຢັນສະບາຍຕະຫຼອດປີ, ທິວທັດທຳມະຊາດສວຍສົດງົດງາມ ເປັນໜ້າຈັບໃຈ. ເຂດທ່ອງທ່ຽວແຫ່ງນີ້ມີຫຼາຍຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ, ແຕ່ລະເຜົ່າກໍ່ມີສີສັນວັດທະນະທຳ ທີ່ເປັນເອກະລັກສະເພາະ, ອັນໄດ້ສ້າງຮູບພາບວັດທະນະທຳ ທີ່ມີຫຼາຍຮູບຫຼາຍສີ
ລາຍການທ່ອງທ່ຽວ Homestay-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເມືອງ ໝົກເຈົາ, ແຂວງ ເຊີນລາ - ảnh 1 ລາຍການທ່ອງທ່ຽວ Homestay ຢູ່ເມືອງໝົກເຈົາ

ຄວາມສຳນຶກກ່ຽວກັບ Homestay ໃນປັດຈຸບັນ ກໍ່ໄດ້ເປັນສິ່ງທີ່ຮູ້ຈັກກັນດີຈາກຫຼາຍຄົນ, ພິເສດແມ່ນໄວໜຸ່ມ. ບັນດາສະຖານທີ່ທ່ອງທ່ຽວ Homestay ທີ່ຫາກໍ່ພົ້ນເດັ່ນຂຶ້ນຢູ່ ໝົກເຈົາ ແລະ ເວີນໂຮ່ ພວມກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວ ໃນໂອກາດທ້າຍອາທິດ ແລະ ຊຸມວັນບຸນໃນປີ. ໂດຍແມ່ນໜຶ່ງໃນບັນດາໝູ່ບ້ານນຳໜ້າຂອງເມືອງ ແລະ ແຂວງທີ່ພັດທະນາຮູບແບບການທ່ອງທ່ຽວເຂດຊຸມຊົນ, ບ້ານ ອ໋າງ ຕາແສງ ດົງຊາງ ເມືອງ ໝົກເຈົາ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບນັກທ່ອງທ່ຽວຫຼາຍຄົນ. ແຕ່ລະປີຈຳນວນແຂກທ່ອງທ່ຽວ ມາທ່ອງທ່ຽວຢູ່ບ້ານ ອ໋າງແມ່ນປະມານ 350.000 ເທື່ອຄົນ, ໃນນັ້ນແຂກມາພັກເຊົາໃນບ້ານແມ່ນກວ່າ 100.000 ເທື່ອຄົນ. ຢູ່ແຫ່ງນີ້ນອກຈາກການບູລະນະເຮືອນຮ້ານທີ່ເປັນມູນເຊື້ອ ຫັນມາເປັນເຮືອນພັກຊຸມຊົນແລ້ວ ກໍ່ຍັງພັດທະນາການປູກຜັກ ດອກໄມ້ສົມທົບກັບການບໍລິການ ທ່ອງທ່ຽວຢ້ຽມຊົມທັດສະນະສຶກສາອີກດ້ວຍ. ຄອບຄົວລຸງ ຫຼູຕ໋ຽນກວນ ຢູ່ຕາແສງ ຈຽງດີ ແມ່ນໜຶ່ງໃນບັນດາຄອບຄົວທຳອິດ ທີ່ໄດ້ພັດທະນາຮູບແບບການທ່ອງທ່ຽວ ເຂດຊຸມຊົນ Homestay ຢູ່ ໝົກເຈົາ. ລຸງ ຫຼູຕ໋ຽນກວນ ໃຫ້ຮູ້ວ່າ:

     “ຜົນກຳໄລຂອງຄອບຄົວພວກຂ້າພະເຈົ້າທີ່ໄດ້ຮັບມານັ້ນ ແມ່ນໃນ 4 ເດືອນແລ້ວນີ້ ກໍ່ມີແຂກທ່ອງທ່ຽວຫຼາຍຄະນະມາພັກເຊົາ. ຈາກແຫຼ່ງລາຍຮັບນີ້ ກ່ອນອື່ນໝົດຄອບຄົວພວກຂ້າພະເຈົ້າ ກໍ່ໄດ້ມີເງິນເພື່ອໃຊ້ຈ່າຍຕື່ມອີກ, ສາມາດຊື້ປະກອບເຄື່ອງອຸປະກອນວັດຖຸ ເພື່ອຮັບໃຊ້ແຂກທ່ອງທ່ຽວ ກໍ່ຄືໃຊ້ຈ່າຍໃນຊີວິດປະຈຳວັນຂອງຄອບຄົວອີກດ້ວຍ”.

    ຫ່າງຈາກໃຈກາງເມືອງ ໝົກເຈົາ ເກືອບ 30 ກິໂລແມັດ ກໍ່ແມ່ນບ້ານ ຢ້ອຍ ຕາແສງ ເຕິ້ນເຫຼິບ ເຊິ່ງກໍ່ແມ່ນສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຫຼາຍ, ປີ 2010, ຄອບຄົວລຸງ ຮ່າວັນກ໋ວຽດ ໄດ້ເຊັນສັນຍາ ກັບບໍລິສັດເຊື່ອມຕໍ່ອ້ອມແຂນໃຫ່ຍຢູ່ ຮ່າໂນ້ຍ ສ້າງເປັນສະຖານທີ່ທ່ອງທ່ຽວເຂດຊົມຊົນ ເພື່ອຮັບໃຊ້ການທ່ອງທ່ຽວຂອງບໍລິສັດ. ນັບແຕ່ນັ້ນເປັນຕົ້ນມາ ຄອບຄົວຂອງລຸງກໍ່ໄດ້ຕອນຮັບແຂກທ່ອງທ່ຽວມາພັກເຊົານັບພັນເທື່ອຄົນ. ລຸງ ຮ່າວັນກ໋ວຽດ ເປີດເຜີຍວ່າ:

      “ຜ່ານໄລຍະການເຄື່ອນໄຫວ ພວກຂ້າພະເຈົ້າເຫັນວ່າແຂກທ່ອງທ່ຽວ ມີຄວາມຊົມຊອບທຳມະຊາດຢູ່ ໝົກເຈົາ ທີ່ສຸດ, ຊົມຊອບບັນດາຜະລິດຕະພັນກະເສດຂອງ ໝົກເຈົາ ແລະ ມັກການເຄື່ອນໄຫວຜະລິດກະສິກຳ ຂອງຊາວກະສິກອນ ໝົກເຈົາ. ພວກຂ້າພະເຈົ້າກໍ່ໄດ້ສ້າງບັນດາລາຍການທ່ອງທ່ຽວ ເຂດຊຸມຊົນພ້ອມກັບເຮັດການບໍລິການ ເຮືອນພັກຢູ່ຕາມໂນນພູ ແລະ ນັບທັງໃນບັນດາເຂດຜະລິດເພື່ອແນະນຳ ບັນດາຜະລິດຕະພັນຂອງພວກຂ້າພະເຈົ້າໃຫ້ແກ່ແຂກທ່ອງທ່ຽວ”.

    ໂດຍແມ່ນໜູ່ບ້ານຂອງຊາວເຜົ່າມົ້ງ, ບ້ານ ຫົວຕາດ, ຕາແສງ ເວິນໂຮ່ ນອນຢູ່ແຄມທາງຫຼວງເລກ 6 ກໍ່ແມ່ນສະຖານທີ່ລືຊື່ກ່ຽວກັບຂົງເຂດ Homestay. ດ້ວຍວັດທະນະທຳພື້ນເມືອງທີ່ເປັນເອກະລັກ ພ້ອມດ້ວຍທິວທັດທຳມະຊາດທີ່ງົດງາມດ້ວຍບັນດາສວນໝາກໝັ້ນ, ສວນໝາກຄາຍ ທີ່ຍາວຢຽດໃນທາມກາງຮ່ອມພູຮາບພຽງນັ້ນ ໄດ້ເຮັດໃຫ້ບ້ານຫົວຕາດ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ຢູ່ທີ່ນີ້ Homestay ຂອງຄອບຄົວລຸງ ຈ໋າງອ໋າຈູ່ ແມ່ນຖືກປະດັບປະດາຢ່າງສວຍງາມ ແຕ່ກໍ່ສາມາດປົກປັກຮັກສາສີສັນທີ່ເປັນມູນເຊື່ອ ໂດຍປະສານສົມທົບກັບລັກສະນະທັນສະໄໝ ເພື່ອຮັບໃຊ້ຄວາມຕ້ອງການຂອງແຂກທ່ອງທ່ຽວ. ເມື່ອມີໂອກາດມາພັກເຊົາ ຢູ່ຕາມເຮືອນພັກເຂດຊຸມຊົນຢູ່ທີ່ນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ມີໂອກາດ ໄດ້ຮັບປະທານບັນດາເຍື່ອງອາພື້ນເມືອງ, ໄດ້ພົບປະແລກປ່ຽນ ແລະ ຮັບຊົມການສະແດງ ສິລະປະວັນນະຄະດີເທົ່ານັ້ນ ຫາກຍັງໄດ້ຄົ້ນຫາທິວທັດທຳມະຊາທີ່ຮົກເຮື້ອ ແລະ ເປັນໜ້າຈັບໃຈ; ພ້ອມກັນນັ້ນກໍ່ໄດ້ຊອກຮູ້ກ່ຽວກັບຮິດຄອງປະເພນີ ສີສັນວັດທະນະທຳ ຂອງບັນດາເຜົ່າ ໄດ້ຊອກຮູ້ບັນດາອາຊີບຫັດຖະກຳ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຜະລິດ ພ້ອມກັບຊາວທ້ອງຖິ່ນ. ລຸງ ຫງວຽນຫິວຈິງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

      “ຂ້າພະເຈົ້າມາຢ້ຽມຢາມ ໝົກເຈົາ ໃນຄັ້ງນີ້ກໍ່ຮູ້ສຶກວ່າ ຢູ່ແຫ່ງນີ້ມີການປ່ຽນແປງຫຼາຍຢ່າງ ເມື່ອທຽບໃສ່ກ່ອນນີ້, ອາກາດຢູ່ທີ່ນີ້ແມ່ນປອດໂປ່ງທີ່ສຸດ, ຊາວທ້ອງຖິ່ນແມ່ນຜູ້ໃຈດີ ມີຄວາມຮັກແພງແຂກ, ບັນດາປູຊະນີຍະສະຖານປະຫວັດສາດທຸກໆແຫ່ງຢູ່ທີ່ນີ້ ກໍ່ລ້ວນແຕ່ແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດ. ສິ່ງທັງໝົດເຫຼົ່ານັ້ນ ກໍ່ເຮັດໃຫ້ພວກຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ”.

     ດ້ວຍບັນດາຮູບແບບທ່ອງທ່ຽວ Homestay, ການລົງທຶນກໍ່ບໍ່ຕ້ອງການເງິນທຶນຫຼາຍ, ພຽງແຕ່ຕ້ອງການມີການຈັດສັນ ສັບຊ້ອນຢ່າງເໝາະສົມ. ສິ່ງທີ່ສຳຄັນທີ່ສຸດ ແມ່ນຕ້ອງເສີມຂະຫຍາຍທ່າໄດ້ປຽບທີ່ມີຢູ່ແລ້ວ, ແນະນຳຄວາມງາມທາງດ້ານວັດທະນະທຳ ແລະ ຊາວທ້ອງຖິ່ນ ພ້ອມທັງລົງທຶນທາງດ້ານອາຫານການກິນ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ພ້ອມກັບບັນດານະໂຍບາຍໜູນຊ່ວຍ ໃຫ້ແກ່ການພັດທະນາການທ່ອງທ່ຽວ ຄາດວ່າໃນໄລຍະທີ່ຈະມາເຖິງ ຮູບແບບ Homestay ຈະກາຍເປັນຮູບແບບ ການທ່ອງທ່ຽວທີ່ບັນລຸປະສິດທິຜົນສູງ ສ້າງຄວາມດຶງດູດໃຈໃຫ້ແກ່ແຂກທ່ອງທ່ຽວ ເພື່ອໃຫ້ເຂົາເຈົ້າມາທ່ອງທ່ຽວຢູ່ເຂດທ່ອງທ່ຽວ ໝົກເຈົາ ລະດັບຊາດ ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ