ລາຍການທ່ອງທ່ຽວຂຶ້ນຈອມພູ Fansipan


(vovworld)- ເລີ່ມ​ຕົ້ນ​ປີ​ໃຫມ່ 2015 ດ້ວຍ​ລາຍ​ການ​ທ່ອງ​ທ່ຽວ​ຂຶ້ນ​ພູ Fansipan, ນັ້ນ​ແມ່ນ​ຄວາມ​ໄຝ່​ຝັນ​ຂອງ​ເພື່ອ​ນ​ຫນຸ່ມ ແລະ ຜູ້​ນິ​ຍົມ​ທ່ອງ​ທ່ຽວ​ພະ​ຈົນ​ໄພ​. Fansipan ແມ່​ນ​ຈອມ​ພູ​ສູງ​ສຸດ​ຂອງ​ສາຍ​ພູ ຮ່​ວາງ​ລຽນ​ເຊີນ ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ ແລະ ກໍ​ແມ່ນ​ຈອມ​ພູ​ສູງ​ສຸດ​ຢູ່ ຫວຽດ​ນາມ. ​ຂຶ້ນ​ຈອມ​ພູ Fansipan ກໍ​ແມ່​ນ​ການ​ທ່ອງ​ທ່ຽວ​ທີ່​ບໍ່​ອາດ​ຂາດ​ໄດ້​ສຳ​ລັບ​ບໍ່​ວ່າ​ຜູ້​ໃດ​ນິ​ຍົມ​ທ່ອງ​ທ່ຽວ​ຄົ້ນ​ຫາ. 

ລາຍການທ່ອງທ່ຽວຂຶ້ນຈອມພູ Fansipan - ảnh 1
ນັກ​ທ່ອງ​ທ່ຽວ​ພວມ​ຂຶ້ນຈອມ​ພູ Fansipan
ພາບ:.fansipansapa.com

        ເພື່ອ​ຂຶ້ນ ໄປ​ເຖິງ​ຈອມ​ພູ Fansipan ດ້ວຍຄວາມ​ສູງ 3.143 ແມັດ, ທ່ານ​ຕ້ອງ​ຜ່ານພູ​ຫີນ​ມື່ນ, ພູ​ຕັ້ງສູງ, … ໄລ​ຍະ​ທາງ​ຂຶ້ນ​ ໄປ​ເຖິງຈອມ​ພູ Fansipan ແມ່ນ​​ຫ​ຍຸ້ງ​ຍາກລຳ​ບາກ​ຄື​ແນວນັ້ນ ແຕ່​ເປັນ​ສິ່ງ​ທີ່ດຶງ​ດູດ​ຜູ້​ນິ​ຍົມ​ທ່ອງ​ທ່ຽວເປັນ​ຈຳ​ນວນ​ຫລວງ​ຫລາຍ. ​ນາງ ເຢືອງ​ທິ​ຫວຽດ​ອຽນ ພ້ອມ​ກັບ​ເພື່ອນ​ຍິງ​ຜູ້​ຫ​ນຶ່ງ ແລະ ຊາຍ​ຄົນ​ຫ​ນຶ່ງ​ທີ່ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຮ່າ​ໂນ້ຍ ໄດ​້​ເລືອກ​ເຟັ້ນ​ລາຍ​ການ​ທ່ອງ​ທ່ຽວ​ຕົ້ນ​ປີ 2015 ແມ່ນ​ຟິ​ຊິດ​ຈອມ​ພູ Fansipan. ນາງ ຢ້ຽວ​ລີງ ແມ່ນ​ຫ​ນຶ່ງ​ໃນຈຳ​ນວນ 3 ຄົນ​ດັ່ງ​ກ່າວ ແບ່​ງ​ປັນ​ວ່າ:

        “ຊື່ງ​ແມ່ນ​​ໄວຫ​ນຸ່​ມ​ຜູ້​ຫ​ນຶ່ງ ສະ​ນັ້ນ ນ້ອງ​ຢາກ​ຟິ​ຊີດ ສິ່ງ​ໃດ​ຫ​ນຶ່ງ. ແລະ​ຄັ້ງ​ນີ້ ນ້ອງ​ເລືອກ​ເຟັ້ນ​ລາຍ​ການ​ທ່ອງ​ທ່ຽວ​ຂຶ້ນ​ຈອມ​ພູ Fansipan. ເຖິງວ່າ ນີ້​ແມ່ນ​ການ​​ທ່ອງ​ທ່ຽວພະ​ຈົນ​ໄພ ແລະ ບໍ່​ເຄີຍ​ມີບົດ​ຮຽນ​ໃນ​ການ​ຂຶ້ນ​ພູ​ກໍ​ຕາມ ແຕ່​ນ້ອງ​ຈະ​ພະ​ຍາ​ຍາມ​ປະ​ຕິ​ບັດ ຄວາມໄຝ່​ຝັນ​ຂອງ​ຕົນ.”

        ພວກ​ເພື່ອນ​ຂອງ ເຢືອງ​ທິ​ຫວຽດ​ອຽນ ເລີ່ມ​ເດີນ​ທາງ​ຈາກ ຈ້າມ​ໂຕນ, ປະ​ຕູ​​ຂອງປ່າ​ສະ​ຫງວນ​ແຫ່ງ​ຊາດ ຮ່​ວາງ​ລຽນ​ເຊີນ, ດ້ວຍ​ຄວາມ​ສູງ 1800 ແມັດເມື່ອ​ທຽບ​ໃສ່​ຫ​ນ້າ​ນ້ຳ​ທະ​ເລ. ໄລ​ຍະ​ທາງ​ແຕ່​ຕີນ​ພູ​ຂຶ້ນ​ໄປເຖິງ ຈອມ​ພູ Fansipan ມີ​ຄວາມ​ຍາວ​ປະ​ມານ 16 ກິ​ໂລ​ແມັດ ແລະ ຕ້ອງ​ໃຊ້​ເວ​ລາ 2 ວັນ ແລະ ຄືນ​ຫ​ນຶ່ງ. ການ​ທ່ອງ​ທ່ຽວ​ແບບນີ້​ສ່ວນ​ຫລາຍ​ແມ່ນ​​ການ ເລືອກ​ເຟັ້ນ​ຂອງນັກ​ຂຶ້ນ​ພູ​ສະ​ໝັກ​ຫລິ້ນ, ນັກ​ທ່ອງ​ທ່ຽວ​​. ການ​ເດີນ​ທາງ​ເຖິງ​ຈອມ​ພູ Fansipan ແມ່ນ​ຫ​ຍຸ້ງ​ຍາກ​ລຳ​ບາກ​ຫລາຍ ​ຍ້ອນ​ພູມ​ສັນ​ຖານ​ທຸ​ລະ​ກັນ​ດານ ແຕ່​ເມື່ອ​ຂຶ້ນ​ພູ​ສູງ ພວກ​ເພື່ອ​ນ​ຫ​ນຸ່ມ​ຜູ້​ໃດ​ກໍ​ຮູ້​ສຶກ​ຈິດ​ໃຈ​ສ​ະ​ຫວາດ​ສະ​ເຫວີຍ, ຍ້ອນ​ໄດ້​ສູບ​ອາ​ກາດ​ປອດ​ໂປ່ງ, ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ໄດ້​ຍິນ​ສຽງ​ນົກ​ຮ້ອງ ແລະ​ສຽງ​ນ້ຳ​ໄຫລ​ຜ່ານ​ຫ້ວຍ​ເປັນ​ຈັງ​ຫວະມ່ວນ​ອ່ອນ​ຊອນ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢາກ​ຂຶ້ນ​ຈອມ​ພູ Fansipan, ບັນ​ຫາ​ສຳ​ຄັນ​ກວ່າ​ໝູ່ ນັ້ນ​ແມ່ນ​ສຸ​ຂະ​ພາບ​ຕ້ອງ​ແຂງ​ແຮງ. ນາງ ຫວຽດ​ອຽນ ແບ່ງ​ປັນ​ວ່າ:

        “ຂ້າ​ພ​ະ​ເຈົ້າ​ເຫັນ​ວ່າ ສຸ​ຂະ​ພາບ​ແມ່ນ​ປັດ​ໄຈ​ສຳ​ຄັນ ແຕ່ຈິດ​ໃຈ ແລະ ເຈດ​ຈຳ​ນົງ​ກໍ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ຜູ້​ນິ​ຍົມ​ທ່ອງ​ທ່ຽວ​ຂຶ້​ນ​ພູ. ຮູບ​ພາບ​ຂອງ​ຜູ້​ຮ່ວມ​ເດີນ​ທາງ​ກັບ​ຂ້າ​ພະ​ເຈົ້າ​ກໍ​ແມ່ນ​ແບບ​ຢ່າງ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ຂຶ້ນ​ໄປ​ເຖິງຈອມພູ Fansipan ໃຫ້​ໄດ້. ເພາະ​ວ່າ ຜູ້ນີ້​ຈ່ອຍກວ່າ​ຂ້າ​ພະ​ເຈົ້າ ແລະ ອາ​ຍຸກໍ​ສູງກວ່າ ແຕ່​ນາງ​ໄດ້ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຂຶ້ນ​​​ ໄປ​ເຖິງ ຈອມ​ພູ Fansipan.”

ລາຍການທ່ອງທ່ຽວຂຶ້ນຈອມພູ Fansipan - ảnh 2
ທາງ​ຂຶ້ນ​ຈອມ​ພູ Fansipan
ພາບ:.fansipansapa.com

                ສຳ​ລັບ ເຈີນ​ວັນ​ເຫງ໋ຍ, ເຖິງວ່າ​​ຕົນ​ເອງໄດ້​ຫັດ​ກາຍ​ເປັນ​ປະ​ຈຳ ແຕ່​ເມື່ອ​ຂຶ້ນ​ພູໃນ​ເວ​ລາມື້​ຫນຶ່ງ​ຮູ້​ສຶກ​ວ່າ​ມັນແຕກ​ຕ່າງ​ກັບ​ສິ່ງ​ທີ່​ຕົນ​ເອງ​ຄິດ.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຂຶ້ນ​ພູ​ຕ້ອງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ຕ​ອ້ງ​ມີ​ຈິດ​ໃຈ​ອົດ​ທົນ ແລະ ການ​ລະ​ດົມ​ກຳ​ລັງ​ໃຈ​ຂອງ​ໝູ່​ເພື່ອນ. ເມື່ອ​ເດີນ​ທາງ​ຈາກ​ເນີນ​ພູນີ້​ໄປ​ຍັງ​ເນີນ​ພູ​ອື່ນ ນັກ​ທ່ອງ​ທ່ຽວ​ຈະ​ເຫັນ​ທິວ​ທັດ​ທຳ​ມະ​ຊາດ​​ສວຍ​ງາມ​ຕ່າງ​ກັນ, ບາງ​ເທື່ອຄື​ວ່າ​ເຮົາ​ຢຽ​ບ​ເມກ. ເມື່ອ​ຂຶ້ນ​ພູ​ຢູ່​ຄວາມ​ສູງ 2800 ແມັດ ຕົນ​ເອງ​ຮູ້​ສຶກ​ອິດ​ເມື່ອຍ ແລະ ຍາມ​ຄ່ຳ​ຄືນ​ອາ​ກາດ​ຫນາວ​ຈັດ.”

        ໃນ​ມື້​ທຳ​ອິດ, ເຢືອງ​ທິ​ຫວຽດ​ອຽນ ພ້ອມ​ກັບ​ໝູ່​ເພື່ອນ​ຮ່ວມ​ເດີນ​ທາງ ໄດ້ພັກ​ຜ່ອນ​ຢູ່​ບ່ອນ​ມີ​ຄວາມ​ສູງ​ປະ​ມານ 2800 ແມັດ. ຍາມ​ຄ່ຳ​ຄືນ ອາ​ກາດ​ຢູ່​ທີ່ນີ້​ຕ່ຳ​ກວ່າ 5 ອົງ​ສາ C, ຜູ້​ໃດ​ກໍ​ຮູ້​ສຶກ​ຫນາວ​ທີ່​ສຸດ. ແຕ່​ເມື່ອ​ຄິດ​ເຖິງມື້​ຕໍ່​ໄປ​ໃນ​ລາຍ​ການ​ທ່ອງ​ທ່ຽວ​ພະ​ຈົນ​ໄພ​ນີ້ໃຜ​ກໍ​ມີ​ຈິດ​ໃຈ​ຫ້າວ​ຫັນ​ກວ່າ. ມີຄວາມ​ສູງ​ອີກ​ພຽງ​ກວ່າ 300 ແມັດ ກໍຈະ​ຮອດ​ຈອມ​ພູ Fansipan ແຕ່​ໄລ​ຍະ​ທາງນີ້​ແມ່ນ​ຫຍຸ້ງ​ຍາກກວ່າ, ເພາະ​ອາ​ກາດ​ຫນາ​ວກວ່າ ແລະ ຕ້ອງ​ຜ່ານ​ຜ່າ​ພູ​ສູງ, ຫ້ວຍ​ມື່ນ. ນາງ​ອຽນ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່​ນ​ທີ່​ສຸດ​ເມື່ອ​ໄດ້​ຊົມ​​ບັນ​ຍາ​ກາດຍາມ​ຮຸ່ງ​ເຊົ້າຢູ່​ຈອມ​ພູ Fansipan. ຂ້າ​ພະ​ເຈົ້າ​ບໍ່​ອາດ​ຫລົງ​ລືມ​ຈຸດ​ເວ​ລານີ້​ໄດ້. ຈາກ​ຈອມ​ພູ Fansipan ຫລຽວ​ລົງ​ໄປເບິ່ງ​ ເຫັນ​ວ່າ​ເທດ​ສະ​ບານຊາ​ປາ ນ້ອຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ເ​ມື່ອຕົນ​ເອງ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ກີດ​ຂວາງ.”

ລາຍການທ່ອງທ່ຽວຂຶ້ນຈອມພູ Fansipan - ảnh 3
ຈອມ​ພູ Fansipan
ພາບ:tourdulich.com

        ຢື​ນ​ຢູ່​ເທິງ​ຈອມ​ພູ Fansipan, ລະ​ຫວ່າງ​ທ້ອງ​ຟ້າ​ທີ່​ກວ້າງ​ໃຫຍ່, ຜູ້​ໃດ​ກໍ່​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ເພື່ອ​ໄດ້​ຟິ​ຊີດ ຈອມ​ພູ​ສູງ​ສຸດ​ຢູ່​ຫວຽດ​ນາມ. ຄວາມ​ອິດ​ເມື່ອຍ​ຫາຍ​ໄປ​ໝົດເພື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ຫລັກ​ໝາຍ 3.143 ແມັດ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ