ລາຍການທ່ອງທ່ຽວທີ່ດູດດື່ມຢູ່ເກາະຫຼີເຊີນ

(VOVWORLD) -ໂດຍໄດ້ຮັບຖືວ່າ “ ເກາະສະຫວັນ” ໃນທ່າມກາງທ້ອງຟ້າ, ທະເລທີ່ກ້ວາງໃຫຍ່ໄພສານດ້ວຍສາຍນ້ຳໃສ ແລະ ຂຽວເຢັນ, ເກາະຫຼີເຊີນ ພວມແມ່ນຈຸດນັດພົບຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ຫຼີເຊີນບໍ່ພຽງແຕ່ເປັນສະຖານທີ່ດູດດື່ມດ້ວຍທິວທັດທຳມະຊາດທີ່ສວຍສົດງົດງາມ, ໃນເກາະກໍຍັງມີປູຊະນີຍະສະຖານປະຫວັດສາດວັດທະນະທຳຫຼາຍແຫ່ງທີ່ມີຄຸນຄ່າ, ອັນໄດ້ປະກອບສ່ວນຢັ້ງຢືນອະທິປະໄຕເຂດໝູ່ເກາະທະເລຂອງຫວຽດນາມອີກດ້ວຍ  .

ລາຍການທ່ອງທ່ຽວທີ່ດູດດື່ມຢູ່ເກາະຫຼີເຊີນ - ảnh 1ເກາະຫຼີເຊີນ 

    ຈາກທ່າກຳປັ່ນຊາກີໃນແຂວງກວາງງ້າຍ, ແຂກທ່ອງທ່ຽວຈະໄດ້ຂີ່ເຮືອຄວາມໄວສູງປະມານ 1 ຊົ່ວໂມງເທົ່ານັ້ນ, ກໍຈະຮອດເກາະຫຼີເຊີນ. ເກາະຫຼີເຊີນໄດ້ກຳເນີດມາຈາກພູເຂົາໄຟກ່ອນນີ້ນັບລ້ານປີ.  ເກາະຫຼີເຊີນປະກອບດ້ວຍເກາະ 3 ແຫ່ງເຊັ່ນ: ເກາະເລີ້ນ, ເກາະແບ້ ແລະ ເກາະໝູ່ກູ. ເກາະເລີ້ນຍັງເອີ້ນວ່າ ເກາະແຣ້ ແມ່ນໃຈກາງຂອງ ເກາະຫຼີເຊີນ. ເກາະແບ້ຍັງຖືກເອີ້ນວ່າ ເກາະອານບິງ. ສ່ວນເກາະໝູ່ກູຢູ່ທາງທິດຕາເວັນອອກ ແມ່ນເກາະນ້ອຍກວ່າໝູ່ ແລະ ບໍ່ມີຄົນຢູ່. ໃນເກາະມີບັນດາໝູ່ບ້ານອາຊີບ, ປູກຜັກຫອມບົວ, ຜັກທຽມ. ນີ້ກໍແມ່ນອາຫານພິເສດໃນເກາະຫຼີເຊີນ. ແຕ່ພົ້ນເດັ່ນທີ່ສຸດໃນ ເກາະຫຼີເຊີນ ຍັງແມ່ນທິວທັດທຳມະຊາດມີຄວາມງາມແບບຮົກເຮື້ອ ແລະ ດູດດື່ມຕໍ່ແຂກທ່ອງທ່ຽວ. ອ້າຍບ້າຮຸຍ ແຂກທ່ອງທ່ຽວໃຫ້ຂໍ້ສັງເກດວ່າ : 

    “ ເຮົາເຫັນວ່າ ຢູ່ ເກາະຫຼີເຊີນ ແຂວງກວາງງ້າຍມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ລືຊື່. ແຕ່ກໍຍັງບໍ່ທັນສາມາດຂຸດຄົ້ນຄວາມສາມາດບົ່ມຊ້ອນໄດ້ໝົດເທື່ອ. ຖ້າຫາກວ່າ ບັນດາວິສາຫະກິດມີການລົງທຶນຢ່າງຖືກຕ້ອງນັ້ນ, ແນ່ນອນວ່າ ຢູ່ແຫ່ງນີ້ຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ”

   ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນລາຍການທ່ອງທ່ຽວຢູ່ ເກາະຫຼີເຊີນແມ່ນຕ້ອງເວົ້າເຖິງ ວັດຮາງຢູ່ຕາແສງອານຫາຍ. ເກາະໝູ່ກູ ແມ່ນບ່ອນພັກຜ່ອນທີ່ດີ. ຖ້ຳເກົາ ນອນຢູ່ຕີນພູເທີ້ຍເລີ້ຍ ມີທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ເບື້ອງໜຶ່ງແມ່ນພູ, ອີກເບື້ອງໜຶ່ງແມ່ທະເລ. ສ່ວນເກາະແບ້, ເຖິງວ່າ ແມ່ນເກາະນ້ອຍກໍຕາມ, ແຕ່ພັດເປັນສະຖານທີ່ອາບນ້ຳທະເລທີ່ງົດງາມດັ່ງໃນຝັນ.

    ມາທ່ຽວຢູ່ ເກາະຫຼີເຊີນ, ແຂກທ່ອງທ່ຽວຈະມີໂອກາດໄດ້ຊອກຮູ້ກ່ຽວກັບການດຳລົງຊີວິດຂອງຊາວປະມົງ, ໄດ້ຊິມລົດຊາດພິເສດຂອງອາຫານທະເລອີກດ້ວຍ. ນາງ ຫງວຽນເຟືອງຖາວ, ແຂກທ່ອງທ່ຽວມາຈາກຮ່າໂນ້ຍ ເປີດເຜີຍວ່າ : :

    “ ມາເກາະຫຼີເຊີນຄັ້ງນີ້ ແມ່ນຄັ້ງທີ 3 ແລ້ວ, ແຕ່ລະຄັ້ງ ກໍມີຄວາມຮູ້ສຶກທີ່ໃໝ່ອຽມ. ທິວທັດທຳມະຊາດຢູ່ເກາະຫຼີເຊີນແມ່ນສວຍງາມທີ່ສຸດ. ປະຊາຊົນຢູ່ທີ່ນີ້ ແມ່ນຜູ້ໃຈດີ, ມີຈິດໃຈຮັກແພງແຂກ ”

     ນອກຈາກ ທິວທັດທຳມະຊາດທີ່ສວຍສົດງົດງາມແລ້ວ, ໃນເກາະຫຼີເຊີນຍັງມີປູຊະນີຍະສະຖານປະຫວັດສາດວັດທະນະທຳເກືອບ 100 ແຫ່ງ, ໃນນັ້ນ ມີຫຼາຍແຫ່ງໄດ້ຮັບການຢັ້ງຢືນເປັນ ປູຊະນີຍະສະຖານປະຫວັດສາດລະດັບຊາດ. ສາລາໝູ່ບ້ານອານຫາຍ ແລະ ເຂດອະນຸສາວະລີ “ ກອງກຳລັງຮ່ວາງຊາ” ແມ່ນສັນຍາລັກຢັ້ງຢືນອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກາະຮວ່າງຊາ, ແມ່ນສະຖານທີ່ທ່ອງທ່ຽວວັດທະນະທຳທີ່ສັກກະລະບູຊາ ແລະ ດູດດື່ມສຳລັບແຂກທ່ອງທ່ຽວ. ຕາມປະຫວັດສາດແລ້ວ, ນັບແຕ່ສະຕະວັດທີ 17, ເຈົ້າພະຍາຫງວຽນໄດ້ສ້າງຕັ້ງກອງກຳລັງຮ່ວາງຊາເພື່ອຂຸດຄົ້ນໝູ່ເກາະຮ່ວາງຊາ. ສາລາໝູ່ບ້ານອານຫາຍແມ່ນບ່ອນເຕົ້າໂຮມກອງກຳລັງຮ່ວາງຊາ, ທັງແມ່ນບ່ອນຈັດພິທີໄຫວ້ບູຊາອາໄລຫາທະຫານຮ່ວາງຊາເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນບັນດາທະຫານໃນກອງກຳລັງຮ່ວາງຊາທີ່ໄດ້ເດີນທະເລໄປຊອກຫາສິນທະເລ ແລະ ປັກຫຼັກໝາຍຢັ້ງຢືນອະທິປະໄຕເຂດທະເລຫວຽດນາມ. ລຸງ ຝ້າມຕວຽນ, ຢູ່ເກາະຫຼີເຊີນເລົ່າສູ່ຟັງວ່າ:

   “ ໜ້າທີ່ຂອງບັນດາບຸກຄົນໄປຍັງໝູ່ເກາະຮ່ວາງຊາ ແມ່ນປະຕິບັດຕາມຄຳສັ່ງຂອງລາດຊະວົງເດີນເຮືອໄປຍັງຮ່ວາງຊາເພື່ອເກັບເອົາສິນພິເສດ, ເຄື່ອງເຫຼັກ, ເຄື່ອງທອງ, ເຄື່ອງບູຮານທີ່ມີຄ່າຖືກນ້ຳມ້ວນເຂົ້າຮ່ວາງຊາ. ນອກຈາກນັ້ນ ກໍຍັງມີໜ້າທີ່ວັດແທກບ່ອນນ້ຳເລິກ, ນ້ຳຕື້ນ, ແລ້ວກໍເບິ່ງວ່າ ເກາະແຫ່ງໃດ ບໍ່ມີຕົ້ນໄມ້ ກໍເອົາເບ້ຍໄມ້ໄປປູກເພື່ອຢັ້ງຢືນອະທິປະໄຕເຂດໝູ່ເກາະທະເລຫວຽດນາມໃນຄາວນັ້ນ”

    ນັບແຕ່ປີ 2007, ຄະນະກຳມະການປະຊາຊົນແຂວງກວາງງ້າຍໄດ້ອອກຂໍ້ຕົກລົງຮັບຮູ້ບັນດາຮູບແບບທ່ອງທ່ຽວຢູ່ເກາະຫຼີເຊີນ ແລະ ຈັດຕັ້ງບັນດາລາຍການທ່ອງທ່ຽວຢູ່ເກາະຫຼີເຊີນອີກດ້ວຍ. ນັບແຕ່ປີ 2014, ເມື່ອຕາຂ່າຍໄຟຟ້າແຫ່ງຊາດຖືກເຊື່ອມຕໍ່ກັບເກາະ, ບັນດາລາຍການທ່ອງທ່ຽວຢູ່ເກາະຫຼີເຊີນໄດ້ພັດທະນາຢ່າງແຂງແຮງ ແລະ   ນັບມື້ນັບດຶງດູດແຂກທ່ອງທ່ຽວມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ