ລາຍເຈົາ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເຂດ ເຕິຍບັກ

(VOVWORLD) -ລາຍເຈົາ ແມ່ນແຂວງເຂດພູດອຍຂຶ້ນເຂດ ເຕິຍບັກ  ໝາຍເຖິງເຂດທາງທິດຕາເວັນຕົກພາກໜືອ, ທາງທິດເໜືອຕິດກັບແຂວງ ຢູນໜານ ຂອງຈີນ. ແຂວງ ລາຍເຈົາມີຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວທີ່ອຸດົມສົມບູນ ດ້ວຍທິວທັດທຳມະຊາດສວຍສົດງົດງາມ ແລະ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ດູດດື່ມສຳລັບແຂກທ່ອງທ່ຽວ
ລາຍເຈົາ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເຂດ ເຕິຍບັກ - ảnh 1ທິວທັດໃນຖ້ຳປູຊາມກາບ

      ທຳມະຊາດໄດ້ດົນບັນດານໃຫ້ດິນແດນ ລາຍເຈົາ ບັນດາທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານຄື ຖ້ຳປູຊາມກາບ, ຖ້ຳຢາເຂົ້າ, ຫ້ວຍນ້ຳອຸ່ນ ຟຽນຟາດ... ໃນບໍ່ລິເວນໃນແຂວງ ມີປູຊະນີຍະສະຖານ 25 ແຫ່ງໃນນັ້ນ 5 ແຫ່ງໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບຊາດ. ທ່ານ ເຈິ່ນກວາງຂາງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ລາຍເຈົາ ໃຫ້ຮູ້ວ່າ:

“ແຂວງ ລາຍເຈົາ ມີເສັ້ນທາງພູ, ມີນາຂັ້ນໄດ, ມີອ່າງເກັບນ້ຳເຂື່ອນໄຟຟ້ານຳຕົກ ແລະ ພິເສດມີ 6 ຈອມພູໃນຈຳນວນ 10 ຈອມພູສູງທີ່ສຸດຢູ່ ຫວຽດນາມ. ຢູ່ຕາມຈອມພູນີ້ ກໍ່ຍັງຮັກສາບັນດາເນື້ອທີ່ປ່າດົງດິບ,  ພຶກສາຊາດ, ຫ້ວຍນ້ຳ, ນ້ຳຕົກຕາດ ແລະ ພິເສດມີເນື້ອທີ່ປ່າຊາເກົ່າແກ່ດ້ວຍຕົ້ນຊາໃຫຍ່ . ພວກຂ້າພະເຈົ້າກຳນົດທິດການທ່ອງທ່ຽວພະຈົນໄພ, ກິລາປີນພູ ເພື່ອຂຸດຄົ້ນຊັບພະຍາກອນທຳມະຊາດ. ບັນຈຸບັນພວກຂ້າພະເຈົ້າໄດ້ຈັດຕັ້ງງານແຂ່ງຂັນໂດດຈ້ອງເວີ່ນ ຢູ່ບ້ານ ສີເທົາຈ໋າຍ ທີ່ເມືອງ ຕາມເດື່ອງ ແຕ່ໃນຍາວນານພວກຂ້າພະເຈົ້າຈະສ້າງຕັ້ງສະໂມສອນຈ້ອງເວີ່ນ ລາຍເຈົາ ເພື່ອຮັບໃຊ້ແຂກທ່ອງທ່ຽວ.”

 ຖ້ຳປູຊາມກາບແມ່ນໜຶ່ງໃນບັນດາຖ້ຳທີ່ງົດງາມຖືກຂະໜານນາມວ່າ “ຖ້ຳໜຶ່ງດຽວຢູ່ເຂດ ເຕິຍບັກ”. ຖ້ຳແຫ່ງນີ້ ມີຫີນຍ້ອຍ ແລະ ນົມຜາຫີນງົດງາມ ລຶກລັບ ມະຫັດສະຈັນ ເຕັມໄປດ້ວຍສີສັນ ດ້ວຍບັນດາຮູບຊົງທີ່ເປັນເອກະລັກ ແນ່ນອນວ່າ ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ. ສ່ວນນ້ຳຕົກຕາດ ຕາກຕິ່ງ ໄຫຼມາຈາກສາຍພູ ຮວ່າງລຽນເຊີນ ທີ່ໃຫຍ່ໂຕມະໂຫຖານ ມີຄວາມສູງກວ່າ 100 ແມັດ ແລະ ໄຫຼລົງຈາກພູສູງຊັນ. ເບິ່ງຈາກໄກນ້ຳຕົກຕາດ ຕາກຕິ່ງ ປຽບເໝືອນແຖບຜ້າໄໝພວມເລື່ອນລອຍໃນທ່າມກາງສີຂຽວ ຂອງພູຜາປ່າໄມ້ທີ່ຮົກເຮື້ອຫວ່າງເປົ່າ. ແວ່ຢາມຢູ່ແຫ່ງນີ້ ແຂກທ່ອງທ່ຽວຈະໄດ້ຟັງຊາວທ້ອງຖິ່ນເລົ່າເລື່ອງນິທານ ກ່ຽວກັບຄວາມຮັກຂອງຄູ່ບ່າວສາວ ຢູ່ນ້ຳຕົກຕາດແຫ່ງນີ້. ສ່ວນ ກິວໂອກຸຍໂຮ່ ຍາວປະມານ 50 ກິໂລແມັດ ເຊື່ອມຕໍ່ສອງແຂວງລະຫວ່າງ ລ່າວກາຍ ແລະ ລາຍເຈົາ. ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍ ນອນຢູ່ຈອມພູ ໂອກຸຍໂຮ່ ແມ່ນເຂດທ່ອງທ່ຽວບັນເທີງທີ່ໃຫຍ່ໂຕ ເປັນເອກະລັກສະເພາະ. ນາງ ຫງວຽນທູເຟືອງ ສັງກັດເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍ ໃຫ້ຮູ້ວ່າ:

“ໃນຊຸມມື້ຕົ້ນອາທິດ ແຕ່ວັນຈັນຫາວັນພະຫັດຢູ່ແຫ່ງນີ້  ຕ້ອນຮັບແຂກທ່ອງທ່ຽວຢູ່ພາຍໃນປະເທດເປັນສ່ວນຫຼາຍ ສ່ວນມື້ທ້າຍອາທິດ ພວກຂ້າພະເຈົ້າກໍ່ໄດ້ຮັບແຂກທ່ອງທ່ຽວສາກົນຕື່ມອີກ ເຂົາເຈົ້າມາຈາກ ໄທ ສ ເກົາຫຼີ ຍີ່ປຸ່ນ ຈີນ ອິນເດຍ...”

ໂນນຊາ ເຕິນອວຽນ  ແຫ່ງປູກຊາຫອມຫຼາຍຊະນິດ ຄື ຊາຊານຕວຽດ, ຊາໂອລອງ, ຊາແທັງເຕິມ... ແຫ່ງນີ້ຍັງເປັນທີ່ຮູ້ຈັກກັນດີ ດ້ວຍສະຖານທີ່ຖ່າຍຮູບທີ່ງາມຕາ ສຳລັບແຂກທ່ອງທ່ຽວຫຼາຍຄົນ ເມື່ອມີໂອກາດແວ່ຢາມແຂວງ ລາຍເຈົາ.  ດ້ວຍເນື້ອທີ່ເກືອບ 2.000 ເຮັກຕາ ໂນນຊາ ເຕິນອວຽນ ໄດ້ເຮັດໃຫ້ແຂກທ່ອງທ່ຽວບໍ່ວ່າຜູ້ໃດ ກໍ່ຕ້ອງຕົກສະເງິຕໍ່ໜ້າທັດຊະນີຍະພາບຂອງໂນນຊາທີ່ງົດງາມ ຍາວຢຽດຈົນສຸດສາຍຕາ ແຂວງ ລາຍເຈົາ ມີ 11 ບ້ານທ່ອງທ່ຽວຊຸມຊົນ ໃນນັ້ນມີ 5 ບ້ານ ໄດ້ຖືກວາງແຜນຜັງເຖິງປີ 2025 ກາຍເປັນບ້ານທ່ອງທ່ຽວຊຸມຊົນທີ່ດີເດັ່ນໃນທົ່ວປະເທດ. ສະເພາະບ້ານ ສິນສວຍໂຮ່ ຢູ່ເມືອງ ຟອງໂຖ໋ ພວມກ້າວໄປເຖິງກາຍເປັນບ້ານທ່ອງທ່ຽວດີເດັ່ນຂອງ ອາຊຽນ.ນາງ ມາຍທິຮົ່ງຊິມ ຮອງປະທານຄະນະກຳມະການປະຊາຊົນເມືອງ ຟອງໂຖ໋ ໃຫ້ຮູ້ວ່າ:

 “ປີ 2019 ບ້ານທ່ອງທ່ຽວຊຸມຊົນ ສິນສວຍໂຮ່ ໄດ້ຮັບການຮັບຮອງແມ່ນໜຶ່ງໃນຈຳນວນ 4 ບ້ານທ່ອງທ່ຽວທີ່ດີເດັ່ນຂອງທົ່ວປະເທດ. ມີພຽງແຕ່ບ້ານ ສິນສວຍໂຮ່ ໄດ້ຮັບການຮັບຮອງແມ່ນຜະລິດຕະພັນທ່ອງທ່ຽວ OCOP 3 ດາວຢູ່ແຂວງ ລາຍເຈົາ. ມາທ່ອງທ່ຽວຢູ່ບ້ານ ສິນສວຍໂຮ່ ນອກຈາກໄດ້ຄົ້ນຫາວັດທະນະທຳແລ້ວ ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມລາຍການທ່ອງທ່ຽວພະຈົນໄພຄື ຂຶ້ນ ຍອດນ້ຳຕົກຕາດ ຈ໊າຍຕີມ, ປີນພູ ແບັກໝົກເລືອງຕື່...”

ລາຍເຈົາ ແມ່ນສະຖານທີ່ທ່ອງທ່ຽວ ທີ່ລື້ງເຄີຍສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ລາຍເຈົາ ແມ່ນດິນແດນຫາກຫຼາຍສີສັນທາງດ້ານວັດທະນະທຳເປັນເອກະລັກສະເພາະ ກ່ຽວກັບບັນດາງານບຸນ ແລະ ອາຫານການກິນອຸດົມສົມບູນ ພ້ອມກັບທິວທັດທຳມະຊາດໃຫຍ່ໂຕມະໂຫຖານ.

ຕອບກັບ

ຂ່າວ/ບົດ​ອື່ນ