ວັດກົນເຊີນ - ບ່ອນເຕົ້າໂຮມທາງດ້ານຈິດວິນຍານຂອງດິນແດນຫວຽດນາມ

ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກົນ​ເຊີ​ນ ທີ່​ຕາ​ແສງ​ກົງ​ຮ່ວ​າ, ເມືອງ​ຈີ້​ລິງ ແຂວງ​ຫາຍ​ເຢືອງ ຊຶ່ງ​ແມ່ນ​ດິນ​ແດນ​ຕິດ​ພັນ​ກັບ​ຊື່​ສຽງ​ຮຽງ​ນາມ ແລະ ພາ​ລະ​ກິດ​ຂອງ​ບຸ​ລຸດ​ຜູ້​ທີ່​ມີ​ຊື່​ສຽງຫຼາຍ​ຄົນ​ຂອງ​ຫວຽດ​ນາມ​ຄື ເຈີນງວຽນ​ດ້ານ, ຮ່​ວຽນ​ກວາ​ງ ແລະ ພິ​ເສດ​ແມ່ນ​​ຫງວຽນ​ຈ້າຍ ນັກ​​ວິ​ລະ​ຊົນ​ແຫ່ງ​ຊາດ, ນັກ​ວັດ​ທະ​ນະ​ທຳ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ. ຈຸດ​ທີ່​ພົ້ນ​ເດັ່ນ​ຂອງ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານນີ້ ແມ່ນ​ວັດ​ກົນ​ເຊີນ, ບ່ອນ​ເຕົ້າ​ໂຮມ​ບັນ​ດາ​ຄຸນ​ຄ່າອັນ​ໃຫຍ່ຫຼວງ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ສາ​ສະ​ໜາ​ຂອງ​ຫວຽດ​ນາມ. 

 

ວັດກົນເຊີນ - ບ່ອນເຕົ້າໂຮມທາງດ້ານຈິດວິນຍານຂອງດິນແດນຫວຽດນາມ - ảnh 1
ວັດ​ກົນ​ເຊີນ

       ວັດ​ກົນ​ເຊີນ, ຫຼື​ເອີ້ນວ​່າ ວັດ​ຮຸນ, ຕັ້ງ​ຢູ່​ຕີນ​ພູ​ກົນ​ເຊີນ. ວັດ​ນີ້​ໄດ້​ຮັບ​ການ​ປຸກ​ສ້າງ​ນັບ​ແຕ່​ສະ​ຕະ​ວັດ​ທີ 10 ແລະ ໄດ້​ຮັບ​ການ​ເປີດ​ກ້ວ​າງ​ຢ່າງ​ໃຫຍ່​ໂຕມະ​ໂຫ​ຖານ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີນ​ຄື​ໃນ​ສະ​ຕະ​ວັດ​ທີ 13. ທ່ານ ເລ​ຢີ​ແໝ້ງ, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກົນ​ເຊີນ-ກຽບ​ບາກ ໃຫ້​ຮູ້​ວ່າ : ວັດ​ກົນ​ເຊ​ີນແມ່ນ​ໜຶ່ງ​ໃນ​ບັນ​ດາ​ສູນ​ກາງ​ຂອງ​ສາ​ສະ​ໜາພຸດ ນິ​ກາຍ​ຈຸກ​ເລີມ. ດັ່ງ​ນັ້ນວັດ​ນີ້​ໄດ້​ກາຍ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ຂອງ​ຊາວ​ພຸດຫວຽດ​ນາມທຸກໆ​ຄົນ. ທ່ານ ເລ​ຢີ​ແໝ້ງ, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກົນ​ເຊີນ-ກຽບ​ບາກ ເວົ້າ​ວ່າ :
    “ ຕາມ​ເອ​ກະ​ສານ​ປະ​ຫວັດ​ສາດ​ແລ້ວ, ໃນ​ປີ 1329, ພະອາ​ຈານ​ມະ​ຫາ ຟາບ​ລ​ວານ​ຊຶ່ງ​ແມ່ນສາດ​ສະ​ດາ​ອົງ​ທີ 2 ຂອງ​ສາ​ສະ​ໜາພຸດ ນິ​ກາຍ​ຈຸກ​ເລີມ ໄດ້​ມາ​ບູ​ລະ​ນະ ປະ​ຕິ​ສັງ​ຂອນ​ ເປີດ​ກ້​ວາງວັດ. ຫຼັງ​ຈາກນັ້ນ, ພະອາ​ຈານ​​ມະ​ຫາຮ​ວ່ຽນ​ກວາງ ຊຶ່ງ​ແມ່ນສາດ​ສະ​ດາ​ອົງ​ທີ 3 ຂອງ​ສາ​ສະ​ໜາພຸດ ນິ​ກາຍ​ຈຸກ​ເລີມ ໄດ້​ມານີ້​ສອນ​ສາ​ສະ​ໜາ, ເປີດ​ກ້​ວາງ​ທິວ​ທັດ​ທຳ​ມະ​ຊາດ​ຂອງວັດ, ພິມ​ຄຳ​ພີ, ຫຼໍ່​ຮູບ ແລະ ນຳ​ວັດ​ກົນ​ເຊີນ​ກາຍ​ເປັນໜຶ່ງ​ໃນ​ບັນ​ດາ​ສູນ​ກາງ​ຂອງ​ສາ​ສະ​ໜາພຸດນິ​ກາຍ​ຈຸກ​ເລີມ”

      ​ວັດ​ກົນ​ເຊີນມີ​ສະ​ຖາ​ປັດ​ຕະ​ຍະ​ກຳແບບ​ພະ​ລາດ​ຊະ​ວັງ, ທາງ​ໜ້າ​ວັດ​ແມ່ນ​ສະ​ນ້ຳ​ທີ່​ມີ​ຮູບ​ຊີກວົງ​ເດືອນ ດ້ວຍ​ປະ​ຕູ​ໂຂງ​ປະ​ກອບ​ດ້ວຍປະ​ຕູ​ໃຫຍ່​ຢູ່​ກາງ ແລະ 2 ປະ​ຕູ​ນ້ອຍ​ຢູ່​ຕາມ 2 ຂ້າງ, ມີ 2 ຊັ້ນ ແລະ 8 ຫຼັງ​ຄາໃຫຍ່​ນ້ອຍ. ເສັ້ນ​ທາງ​ເຂົ້າ​ປະ​ຕູ​ໂຂງ​ແມ່ນ​ຖືກ​ປູ​ດ້ວຍ​ກາ​ໂຣ​ສີ​ແດງ ຖືກ​ປົກ​ຄຸມ​ໄປ​ດ້ວຍ​ຮົ່ມ​ເຢັນຂອງ​ແຖວ​ຕົ້ນ​ແປກ ປະ​ສົມ​ກັບ​ຕົ້ນ​ລີ້ນ​ຈີ.  ​ວັດ​ກົນ​ເຊີນໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ບັນ​ດາ​ຮູບ​ແກະ​ຄວັດ​ສະຫຼັກ​ທີ່​ເຂົ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ຫວຽດ​ນາມ​ປະ​ສົມ​ກັບ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ສາ​ສະ​ໜາ​ທີ່​ເປັນ​ເອ​ກະ​ລັກສະ​ເພາະ. ລະ​ບົບ​ຮູບ​ແກະ​ຄວັດ​ສະຫຼັກ​ໃນ​ວັດ​ກົນ​ເຊີນ​ແມ່ນ​ປະ​ກອບ​ດ້ວຍ ຮູບ​ແກະ​ຄວັດ​ສະຫຼັກ​ສັດ​ສັກ​ສິດ 4 ໂຕ​ເຊັ່ນ: ມັງ​ກອນ, ສິງ​ໂຕ, ເຕົາ, ນົກ​ອີນ​ຊີ. ສ່ວນ​ຕົ້ນ​ໄມ້​ປະ​ດັບ​ລວມ​ມີ : ຕົ້ນ​ດອກ​ເໝີຍ, ຕົ້ນ​ດວກ​ກ້ວຍ​ໄມ້, ຕົ້ນ​ເບັນ​ຈະ​ມາດ, ຕົ້ນ​ໄມ້​ໄຜ່. ນອກ​ຈາກນັ້ນ​ແລ້ວ, ຢູ່​ເທິ່ງຫຼັງ​ຄາ​ວັດ ກໍ​ຍັງ​ປະ​ກົດ​ມີ​ຮູບ​ໂຕ​ປູ, ປາ, ຟານ, ກວາງ…ໃນ​ນັ້ນ, ສັດ​ເຫຼົ່າ​ນັ້ນ ກໍ​ລ້ວນ​ແຕ່​ມຸ່ງ​ໜ້າ​ສູ່​ວັງ​ບູ​ຊາພະ​ພຸດ ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໝາຍ​ຢ່າງ​ສະ​ເໝີ​ພາບ​ຂອງ​ພຸດ​ທະ​ສາສະ​ໜາ, ມະ​ນຸດ​ພ້ອມ​ກັບສັດ​ສາ​ວາ​ສິ່ງ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ການ​ສຶກ​ສາ​ອົ​ບ​ຮົມ​ຈາກ​ພະ​ພຸດ​ທະ​ເຈົ້າ ແລະ ກາຍ​ເປັນຄົນ​ດີ ທີ່​ມີ​ປະ​ໂຫຍດ​ຕໍ່​ສັງ​ຄົມ. ທ່ານ ເລ​ຢີ​ແໝ້ງ, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກົນ​ເຊີນ-ກຽບ​ບາກ ໃຫ້​ຮູ້​ຕື່ມ​ອີກວ່າ : 

   “ ປະ​ຈຸ​ບັນ, ວັດ​ກົນ​ເຊີນ​ຍັງ​ສາ​ມາດ​ຮັກ​ສາ​ບັນ​ດາ​ວັດ​ຖຸ​ບູ​ຮານ​ທີ່​ມີຄ່າ, ໃນ​ນັ້ນມີ​ລະ​ບົບ​ແຜ່ນ​ສີ​ລາ​ລຶກ​ທີ່​ມີ​ອາ​ຍຸ​ແຕ່​ສະ​ຕະ​ວັດ​ທີ 13 ຫາ 18. ຊຶ່ງ​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ແຜ່ນ​ສີ​ລາ 4 ແຜ່ນ​ຕັ້ງ​ຢູ່​ທາງຫຼັງ​ວັດ. ແຜ່ນ​ສີ​ລາ​ເຫຼົ່າ​ນັ້ນ ມີ​ຄຸນ​ຄ່າ​ພິ​ເສດ​ທາງ​ດ້ານ​ສິ​ລະ​ປະ​ກໍ​ຄື​ວັດ​ທະ​ນະ​ທຳ, ສາ​ສະ​ໜາ ອັນ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ຊອກ​ຮູ້​ກ່ຽວ​ກັບເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກົນ​ເຊີນ-ກຽບ​ບາກ ຢ່າງ​ຄົບ​ຖ້ວນ. ປີ 2015, ແຜ່ນ​ສີ​ລາ ແທງ​ຮືດົ້ງ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແມ່ນວັດ​ຖຸ​ປະ​ເສີດ​ລະ​ດັບ​ຊາດ ”

    ດ້ວຍ​ບັນ​ດາ​ຄຸນ​ຄ່າດ້ານ​ວັດ​ທະ​ນະ​ທ​ຳ, ຈິດ​ວິນ​ຍານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ແຕ່​ລະ​ປີ ວັດ​ກົນ​ເຊີນ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ພ້ອມ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດນັບໝື່ນ​ເທື່ອ​ຄົນ​ມາ​ຢ້ຽມ​ຊົມ, ທັດ​ສະ​ນະ​ສຶກ​ສາ. ນາງ ເລ​ທິກວຽນ ແຂກ​ທ່ອງ​ທ່ຽວ​ຢູ່​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

    “ ແຕ່​ລະ​ປີ, ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ຈັດ​ຕັ້ງ​ການ​ຢ້ຽມ​ຢາມເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກົນ​ເຊີນ-ກຽບ​ບາກ. ໄປ​ວັດ​ກົນ​ເຊ​ີນ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ເຫັນ​ປະ​ຈັກ​ຕາ​ທັດ​ສະ​ນີ​ຍະ​ພາບ​ທີ່​ກົມ​ກ່ຽວ, ສະ​ຫງົບ​ງຽບ ຊຶ່ງ​ເປັນ​ການ​ບັນ​ເທົາ​ຄວາມອິດ​ເມື່ອຍ ແລະ ເປັນ​ຫ່ວງ​ເປັນ​ໄຍ​ໃນ​ການ​ດຳ​ລົງ​ຊີ​ວິດ. ພວກ​ຂ້າ​ພະ​ເຈົ້າ ກໍ​ມັກ​ພາ​ພວກຫຼານ​ນ້ອຍ​ໄປ​ຢ້ຽມ​ຊົມ​ວັດ ເພື່ອ​ໃຫ້​ພວກຫຼານ​ສາ​ມາດ​ເຂົ້າ​ໃຈ​ໄດ້​ເຖິງ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ ”

     ແຕ່​ລະ​ປີ, ວັດ​ກົນ​ເຊີນ​ມີ 2 ລະ​ດູ​ການ​ງານ​ບຸນ. ໃນ​ນັ້ນ ງານ​ບຸນ​ລະ​ດູດ​ບານ​ໃໝ່​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 16 ຫາ 23 ເດືອນ​ຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ເພື່ອ​ອາ​ໄລ​ຫາ​ວັນ​ເຖິງ​ແກ່​ມໍ​ລະ​ນະ​ພາບ​ຂອງ ອາ​ຈານ​ພະ​ມະ​ຫາຮ​ວ່ຽນ​ກວາງ​ດ້ວຍ​ບັນ​ດາ​ພິ​ທີ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື : ພິ​ທີ​ໄຂ​ງານ​ບຸນ, ພິ​ທີ​ແຫ່​ນ້ຳ, ພິ​ທີ​ໄຫວ້​ບູ​ຊາ​ເທວະ​ດາ​ຟ້າ​ແຖນ, ພ້ອມກັນ​ນັ້ນ ກໍ​ຈັດ​ໃຫ້​ມີ​ການ​ຕີ​ມວຍ​ປ້ຳ, ການ​ລະຫຼິ້ນ​ພື້ນ​ເມືອງ, ແຂ່ງ​ຂັນ​ໝາກ​ຮຸກ, ສະ​ແດງ​ຂັບ​ກວານ​ເຫາະ. ສ່ວນ​ງານ​ບຸນ​ລະ​ດູ​ໃບ​ໄມ້ຫຼົ່ນ​ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 16 ຫາ ວັນ​ທີ 20 ເດືອນ 8 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ເພື່​ອອາ​ໄລ​ຫາ​ເຖິງວັນ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຂອງ ຫງວຽນ​ຈ້າຍ, ນັກ​ວິ​ລະ​ຊົນ​ແຫ່ງ​ຊາດ, ນັກ​ວັດ​ທະ​ນະ​ທຳ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ. ໃນ​ນັ້ນ ມ​ີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເຊັ່ນ ພິ​ທີ​ໄຂ​ງານ​ບຸນ, ການ​ສະ​ແດງ​ສິ​ລ​ະ​ປະ, ພິ​ທີ​ສວດ​ມົນ​ມາ​ວະ​ນາ, ບຸນລອຍ​ກະ​ທົງ, ພ້ອມ​ກັບການ​ລະຫຼິ້ນ​ພື້ນ​ເມືອງຕ່າງໆເຊັ່ນ: ລອຍ​ນ້ຳ, ຕີ​ມວຍ​ປ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ