ວັດທາດເຕື໋ອງລອງ - ປູຊະນີຍະສະຖານ ປະຫວັດສາດວັດທະນະທຳມີມານັບພັນປີ

(VOVWORLD) -ໂດ່ເຊີນໃນນະຄອນຫ໋າຍຟ່ອງແມ່ນເຂດທ່ອງທ່ຽວທີ່ລືຊື່ ທັງຢູ່ພາຍໃນແລະຕ່າງປະເທດດ້ວຍບັນດາຫາດຊາຍທະເລແລະທິວທັດທຳມະຊາດສວຍສົດງົດງາມເປັນໜ້າຈັບອົກຈັບໃຈ. ນອກຈາກນັ້ນຢູ່ແຫ່ງນີ້ຍັງມີຊື່ສຽງດ້ວຍປູຊະນີຍະສະຖານປະຫວັດສາດວັດທະນະທຳທີ່ມີມານັບພັນ ປີ, ນັ້ນແມ່ນວັດທາດເຕື໋ອງລອງ.  ນີ້ແມ່ນວັດທີ່ສັກສິດແລະ ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ອາດພາດໂອກາດແວ່ຍາມສຳລັບແຂກທ່ອງທ່ຽວທີ່ມາຈາກສາລະທິດເມື່ອມີໂອກາດມາຢ້ຽມຢາມນະຄອນຫ໋າຍຟອງ
ວັດທາດເຕື໋ອງລອງ - ປູຊະນີຍະສະຖານ ປະຫວັດສາດວັດທະນະທຳມີມານັບພັນປີ - ảnh 1ຄວາມງາມຂອງວັດທາດເຕື໋ອງລອງ

    ໃນສະໄໝ ລາດຊະວົງຫຼີ (1010 - 1225)ສາສະໜາພຸດຢູ່ ຫວຽດນາມໄດ້ຮັບຖືວ່າ ແມ່ນສາສະໜາຂອງຊາດ, ເພາະສະນັ້ນກິດຈະກຳພຸດທະສາສະໜານັບ ພັນແຫ່ງໄດ້ຮັບການປຸກສ້າງໃນນັ້ນວັດທີ່ໃຫຍ່ໂຕກວ່າໝູ່ແມ່ນວັດທາດບ໋າວທຽນຢູ່ກຸງທັງລອງແລະວັດທາດເຕື໋ອງລອງຢູ່ ໂດ່ເຊີນນະຄອນຫ໋າຍຟອງ. ກິດຈະກຳສະຖາປັດຕະຍະກຳພຸດທະສາສະໜາຢູ່ແຫ່ງນີ້ ຖືກປຸກສ້າງເທິງພູສູງ 128 ແມັດເມື່ອທຽບໃສ່ໜ້ານ້ຳທະເລ. ນອກຈາກຈຸດປະສົງເພື່ອສາສະໜາ,  ວັດທາດເຕື໋ອງລອງຍັງມີບົດບາດປ້ອງກັນຄວາມປອດໄພໃຫ້ແກ່ປະເທດຊາດເພາະວ່ານີ້ແມ່ນຫໍສັງເກດຂອງປູ່ຍ່າຕາຍາຍເມື່ອກ່ອນນີ້ ເພື່ອປົກປັກຮັກສາຜືນແຜ່ນດິນທາງທິດຕາເວັນອອກພາກເໜຶອຂອງປະເທດຊາດຕໍ່ໜ້າການເຂົ້າມາຮຸກຮານຂອງສັດຕູ. ຕາມປະຫວັດສາດແລ້ວເຈົ້າຊີວິດ ແທັ໊ງຕົງໄດ້ອອກພະລາຊະດຳລັດໃຫ້ປຸກສ້າງວັດເມື່ອມາຢາມເຂດໂດ່ເຊີນແລະໄດ້ຕັ້ງຊື່ວ່າເຕື໋ອງລອງ ໝາຍເຖິງມັງກອນທີ່ດີພາຍຫຼັງຝັນເຫັນມັງກອນຄຳ. ຜ່ານໄລຍະເວລານັບພັນປີ, ປັດຈຸບັນ ທາດເຕື໋ອງລອງຍັງຄົງຕົວແບບປູຊະນີຍະສະຖານບູຮານຄະດີ. ປີ 2007 ເມືອງໂດ່ເຊີນໄດ້ບູລະນະປະຕິສັງຂອນທາດເຕື໋ອງລອງຄືນໃໝ່.ທາດໃໝ່ຖືກຕັ້ງບົນເນື້ອທີ່ດິນປະມານ 2.000 ຕາແມັດ. ຢູ່ທາງນອກຖືກກໍດ້ວຍດິນຈີ່ ເຊິ່ງມີບັນດາລວດລາຍຢ່າງລະອຽດອ່ອນ.ຢູ່ທາງໃນຂອງທາດກໍ່ມີພະພຸດທະຮູບພວມນັ່ງບົນດອກບົວ. ນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ສຳຄັນແມ່ນວິນຍານຂອງທາດ. ພະມະຫາອາຈານທິກກວາງຕຸ່ງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜານະຄອນຫ໋າຍຟ່ອງ ໃຫ້ຮູ້ວ່າ:

     “ພວກອັດຕະມາຢາກປຸກສ້າງຄືນກິດຈະກຳວັດທະນະທຳໂດຍຄົນລຸ້ນກ່ອນໆໄດ້ປະໄວ້ໃຫ້. ປັດຈຸບັນຍັງເຫຼືອພຽງຮູບຫຼໍ່ທອງໜຶ່ງຮູບມາຈາກລາດຊະວົງຫຼີທີ່ມີຄຸນຄ່າທາງດ້ານປະຫວັດສາດຢ່າງໃຫຍ່ຫຼວງ. ສຳລັບດິນຈີ່ແຕ່ລະກ້ອນກໍ່ລ້ວນແຕ່ຄວັດຕົວໜັງສືທັງໝົດ”.

      ຢູ່ບໍລິເວນຄຽງຂ້າງວັດແມ່ນຫໍແຜ່ນສີລາຈາລຶກແລະແມ່ນບ່ອນເກັບຮັກສາບັນດາວັດຖຸພັນບູຮານຄະດີທີ່ມາຈາກຊຸມປີ 1085. ມັນຢາມທາດເຕື໋ອງລອງແຂກທ່ອງທ່ຽວຈະໄດ້ຢ້ຽມຊົມແລະ ຊອກຮູ້ບັນດາຄຸນຄ່າທາງດ້ານວັດທະນະທຳປະຫວັດສາດຂອງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້. ທ່ານກາວວັນແບ໊ ຮອງຫົວໜ້າສູນຄຸ້ມຄອງການທ່ອງທ່ຽວແລະປູຊະນີຍະສະຖານໂດ່ເຊີນ, ຫ໋າຍຟອງໃຫ້ຮູ້ວ່າ:

       “ເມື່ອປຸກສ້າງທາດຄືນໃໝ່,ໃນກຸ່ມວັດທາດເຕື໋ອງລອງມີຄຸນຄ່າສຶກສາອົບຮົມໃຫ້ປະຊາຊົນຫວຽດນາມທຸກຊັ້ນຄົນເວົ້າລວມແລະຊາວນະຄອນຫ໋າຍຟ່ອງເວົ້າສະເພາະພິເສດແມ່ນລຸ້ນໜຸ່ມກ່ຽວກັບຂະບວນວິວັດແຫ່ງການສ້າງສາແລະປົກປັກຮັກສາປະເທດຊາດຂອງຄົນລຸ້ນກ່ອນກໍ່ຄືຈິດໃຈຄວາມຮັບຜິດຊອບສ້າງສາບ້ານເມືອງນອນປະເທດຊາດ. ກິດຈະກຳມີຄຸນຄ່າທາງດ້ານປະຫວັດສາດຢ່າງໃຫຍ່ຫຼວງສຳລັບໂດ່ເຊີນຂອງຫ໋າຍຟອງ”.

      ເມື່ອມາຢາມທາດເຕື໋ອງລອງແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຊອກຮູ້ກ່ຽວກັບປະຫວັດສາດ, ສະຖາປັດຕະຍະກຳຂອງກຸ່ມທາດທີ່ສັກສິດເທົ່ານັ້ນຫາກຍັງມີໂອກາດຝາກຝັງຄວາມໃນໃຈຂອງຕົນຢູ່ແຫ່ງນີ້. ແຂກທ່ອງທ່ຽວຄົນໜຶ່ງມາຈາກຮ່າໂນ້ຍ ເປີດເຜີຍວ່າ:

      “ຄອບຄົວຂ້າພະເຈົ້າກໍ່ໄດ້ມາຫ໋າຍຟອງຫຼາຍຄັ້ງແລ້ວແຕ່ນີ້ເປັນຄັ້ງທຳອິດທີ່ເຮົາໄດ້ພາລູກມານີ້ ເພື່ອຊອກຮູ້ກ່ຽວກັບປູຊະນີຍະສະຖານແຫ່ງໜຶ່ງທີ່ມີມານັບພັນປີ”.

     ມາຢາມທາດເຕື໋ອງລອງແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຊອກຮູ້ ກ່ຽວກັບປະຫວັດສາດສະຖາປັດຕະຍະກຳຂອງກຸ່ມວັດເທົ່ານັ້ນຫາກຍັງໄດ້ຊອກຮູ້ຕື່ມອີກກ່ຽວກັບການເຫຼື້ອມໃສພຸດທະສາສະໜາອີກດ້ວຍ. ໂດຍຜ່ານບັນດາວັດຖຸພັນແຂກທ່ອງທ່ຽວຈະໄດ້ຊອກຮູ້ກ່ຽວກັບສິລະປະ ເຊິ່ງຄົນລຸ້ນກ່ອນຢາກຝາກຝັງໃຫ້ຄົນລຸ້ນປັດຈຸບັນແລະໃນພາຍພາກໜ້າກ່ຽວກັບສານແຫ່ງຊີວະທັດ - ໂລກະທັດດ້ວຍຄວາມຄາດຫວັງສ້າງການດຳລົງຊີວິດທີ່ອີ່ມໜຳສຳລານແລະສົມບູນພູມສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ