ວັດເຢົາ - ວັດບູຮານກວ່າໝູ່ຢູ່ຫວຽດນາມ

(vovworld) - ວັດ​ເຢົາ, ຍັງ​ມີ​ຊື່ວ່າ​ຢຽນອື໋ງ, ຟາ​ບ​ເວີນ, ຫຼື​ໂກ​ເຈົາ ​ແມ່ນ​ວັດ​ບູຮານ​​​ເຊິ່ງຕັ້ງ​ຢູ່ຕາ​ແສງ​ແທງ​ເຄືອງ, ​ເມືອງ​ທ້ວນ​ແທ່ງ, ​ແຂວງ​ບັກ​ນິງ, ຫ່າງ​ຈາກ​ຮ່າ​ໂນ້ຍ ປະມານ 30 ກມ. ນີ້​ແມ່ນ​ວັດ​ທີ່​ໄດ້​ຮັບ​ຕີ​ລາຄາ​ວ່າ​ແມ່ນ​ວັດ​ບູຮານ​ທີ່ເກົ່າແກ່ກວ່າ​ໝູ່, ທັງ​ແມ່ນ​ແຫ່ງ​ກຳ​ເນີ​ດຂອງ​ພຸດທະ​ສາສະໜາ​ຫວຽດນາມ. ​

ວັດເຢົາ - ວັດບູຮານກວ່າໝູ່ຢູ່ຫວຽດນາມ - ảnh 1
ວັດ​ເຢົາ ​ແມ່ນ​ວັດ​ບູຮານ​​​ຢູ່​ແຂວງ​ບັກ​ນິງ

(ພາບ: google.com.vn)

    ຕາມ​ເອກະສານ​ບູຮານ​ແລ້ວ, ວັດ​ເຢົາ ​ໄດ້​ຮັບ​ການ​ກໍ່ສ້າງ​ເມື່ອ​ຕົ້ນຄິດຕະສັກກະລາດ. ບັນດາ​ພະສົງ​ອົງທຳ​ອິດ​ຂອງອິນ​ເດຍ ​ເຄີຍ​ມາ​ແຫ່ງ​ນີ້​ແລ້ວ. ​ໃນ​ທ້າຍ​ສະຕະວັດ​ທີ 16, ​ພະສົງ Ty Ni Da Luu Chi ຈາກ​ຈີນ​ໄດ້​ມາ​ວັດ​ແຫ່ງ​ນີ້, ​ແລະ​ສ້າງ​ພຸດທະ​ສາສະໜາ​ຢູ່​ຫວຽດນາມ. ວັດ​ໄດ້​ຮັບ​ການ​ລົງມື​ກໍ່ສ້າງ​ເມື່ອ​ປີ 187 ​ແລະ ກໍ່ສ້າງ​ສຳ​ເລັດ​ເມື່ອ​ປີ 226, ນີ້​ແມ່ນ​ວັດ​ບູຮານເກົ່າແກ່​ກວ່າ​ໝູ່ ​ແລະ ​ຕິດ​ພັນ​ກັບ​ປະຫວັດ​ແຫ່ງ​ວັດທະນະທຳ​ຂອງ​ພຸດທະ​ສາສະໜາ​ຫວຽດນາມ. ຫວນ​ຄືນ​ຫຼັງ​ຈຶ່ງ​ເຫັນ​​​ໄດ້ຄວາມ​ໝາຍ ​ແລະ ຄວາມ​ງາມ​ທັງ​ໝົດຂອງ​ເຂດ​ປູຊະນີຍະສະຖານ​ວັດທະນະທຳ​ວັດ​ເຢົາ​. ວັດ​ຖືກ​ກໍ່ສ້າງຂຶ້ນ​ຢູ່​ເຂດ ລູຍ​ເລົາ, ​ເຊິ່ງ​ແມ່ນ​ສູນກາງພຸດທະ​ສາສະໜາທຳ​ອິດ​ຢູ່​ຫວຽດນາມ, ວັດທະນະທຳ​ພຸດ​ສາສະໜາ​ຫວຽດນາມ ​ແມ່ນ​ວັດທະນະທຳ​ເປີດ ​ແລະ ພື້ນຖານ​ວັດທະນະທຳ​ຫວຽດນາມ ກໍ່​ແມ່ນ​ພື້ນຖານ​ວັດທະນະທຳ​ເປີດ, ດັ່ງ​ນັ້ນ​ໃນ​ຕະຫຼອດ​ຂະ​ບວນວິວັດ​ແຫ່ງ​ປະຫວັດສາດ​ຫວຽດນາມ, ຍາມ​ໃດ​ພຸດທະ​ສາສະໜາ​ກໍ່​ໄດ້​ຮັບ​ການ​ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ. ສາດສະດາຈານ Tran Lam Bien, ນັກ​ຄົ້ນ​ຄ້ວາ​ຢູ່​ສະພາ​ມໍລະດົກ​ຫວຽ​ດນາມ, ​ໃຫ້​ຮູ້​ວ່າ:

    ”ກ່ຽວ​ກັບ​ທາງ​ດ້ານ​ພູມ​ມີສັນຖານ, ພວກ​ເຮົາ​ເຫັນ​ວ່າ​ນີ້​ແມ່ນ​ເຂດ​ຂັ້ນ​ລະຫວ່າງ​ເຂດ​ດິນ​ສັນ​ດອນ​ພື້ນ​ທີ່​ສູງ​ ກັບ​ເຂດ​ດິນ​ສັນ​ດອນພື້ນ​ທີ່​ຕ່ຳ. ຢູ່ເຂດ​ດິນ​ສັນ​ດອນ​ພື້ນ​ທີ່​ສູງ, ປະຊາຊົນ​ຍາມ​ໃດ​ກໍ່​ພາວະນາ​ຂໍໃຫ້​ດິນ​ຟ້າ​ເອື້ອ​ອຳນວຍ​ຄວາມ​ສະດວກ, ດັ່ງ​ນັ້ນ​ໃນ​ການ​ເຊື່ອ​ຖື​ຂອງ​ຊາວ​ຫວຽດນາມ​ຈຶ່ງ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ຂໍໃຫ້​ດິນ​ຟ້າ​ເອື້ອ​ອຳນວຍ​ຄວາມ​ສະດວກ ກໍ່​ຄື​ພາວະນາ​ບັນດາ​ເທວະ​ດາ​ທີ່​ກ່ຽວຂ້ອງ​ເຖິງ​ດິນ​ຟ້າ​ອາກາດ ​ເພື່ອ​ໃຫ້​ຊີວິດ​ມີ​ຄວາມຢູ່​ເຢັນ​ເປັນ​ສຸກ, ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ຈາກ​ນັ້ນ​ໄດ້​ເກີດ​ໃຫ້​ມີ​ລະບົບ​ວັດວາອາ​ຮາມ ​​​ເຊິ່ງພົ້ນ​ເດັ່ນ​ແມ່ນ​ວັດ​ເຢົາ”.

    ​ໃນ​​ວັດ​ເຢົາ​ມີ​ທາດ​ໃຫຍ່​ເອີ້ນ​ວ່າ​ທາດ​ຮ່ວາ​ຟອງ (ຟອງ​​ແມ່ນລົມ, ສ່ວນ​ຮ່ວາ​ແມ່ນປອງ​ດອງ) ໝາຍ​ຄວາມ​ວ່າ​ພຸດ​ສະ​ສາສະໜາ​ບໍ່​ຈຳ​ແນ​ກຊົນຊັ້ນວັນນະ, ສາສະໜາ. ທາດ​ຖືກ​ກໍ່ສ້າງ​ດ້ວຍ​ດິນ​ຈີ່​ຂະໜາດ​ໃຫຍ່​, ລວມມີ 9 ຊັ້ນ. ​ແຕ່​ຜ່ານ​ການ​ເວລາ​ທາດ​ຖືກ​ເປ່​ເພ​ຢ່າງ​ໜັກໜ່ວງ, ປະຈຸ​ບັນ​ຍັງ​​ເຫຼືອ​ພຽງ 3 ຊັ້ນ​, ສູງປະມານ 17 ​ແມດເທົ່າ​ນັ້ນ. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວເມື່ອ​ມາ​ຢ້ຽມຢາມ​ວັດ​ເຢົາ​ນັ້ນ​ແມ່ນບັນດາ​ຮູບ​ປັ້ນທີ່​ບູຊາ​ຢູ່​ທີ່​ນີ້. ພິ​ເສດ, ຢູ່​ໃຈກາງ​ວັດ​ມີ​ຮູບປັ້ນ​ພະນາງ​ເຢົາ ຫຼື​ເທວະ​ດາ​ ຟາ​ບ​ເວິນ ​ແລະ ຮູບ​​ປັ້ນພະນາ​ງ​ເດົ້າ ຫຼື​ເອີ້ນ​ວ່າ​ຟາ​ບວູ້, ​ໃນ​ນັ້ນ​ຮູບປັ້ນ​ພະນາ​ງ​​ເຢົາ​ແມ່ນ​ຮູບ​ທີ່​ໃຫຍ່​ໂຕ​, ເຄັ່ງຂຶມ, ສີ​ທອງ, ສູງ​ເກືອບ 2 ​ແມັດ, ໃບ​ໜ້າ​ສວຍ​ງາມ​ຄື​ດັ່ງ​ນາງ​ລະບຳ​ທີ່​ມາຈາກ​ອິນ​ເດຍ. ວັດ​ເຢົາ​ຕິດ​ພັນ​ກັບ​ເລື່ອງ​ລາວ​ພະພຸດ​ ເມົ້າ​ມານ​ເນືອງ ​ທີ່ບູຊາ​ໃນ​ວັດ​ ​ໂຕ (ບັນພະບຸລຸດ) ຢູ່​ບ້ານ​ແມ່ນ, ຫ່າງ​ຈາກ​ວັດ​ເຢົາ 1 ກມ. ວັດ​ຖືກ​ກໍ່ສ້າງ​ຄືນ​​ເມື່ອປີ 1313 ​ແລະ ​ໄດ້​ຮັບ​ການ​ບຸລະນະ​ຫຼາຍ​ເທື່ອ​​ແລ້ວ. ທ່ານ ກວົກຫາຍ, ນັກ​ຄົ້ນ​ຄ້ວາ​ປະຫວັດສາດ​ຢູ່​ແຂວງ​ບັກ​ນິງ, ​ໃຫ້​ຮູ້​ວ່າ:

    ”ພະພຸດ​ເມົ້າ​ມານ​ເນືອງ ​ແມ່ນ​ຜູ້​ກຳ​ເນີ​ດພະນາງ 4 ອົງ​ຄື: ຟາ​ບ​ເວິນ, ຟາ​ບວູ້, ຟາ​ບ​ໂລ​ຍ ​ແລະ ຟາ​ບດ້ຽນ. ພະນາງ​ທັງ 4 ນັ້ນສະ​ແດງ​ໃຫ້​ເຫັນ​ສິດ​ອຳນາດ​ຂອງ​ທຳມະ​ຊາດ​ເມື່ອ​ ຟ້າຮ້ອງ, ຟ້າ​ແມບ, ​ເມກ​ເຝື້ອ, ຝົນຕົກ… ສິ່ງ​ດັ່ງກ່າວສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງຊາວ​ກະ​ສີກ​ອນ​ໃນ​ເມື່ອ​ກ່ອນ. ນອກຈາກວັດ​ເຢົາ​ ​ທີ່ບູຊາ​ພະນາ​ງຟາ​ບ​ເວິນ ​​ແລ້ວ, ຍັງ​ມີ​ວັດ​ບູຊາ ຟາ​ບວູ້, ຟາ​ບ​ໂລ​ຍ ​ແລະ ຟາ​ບດ້ຽນ ອີກ”.

ວັດເຢົາ - ວັດບູຮານກວ່າໝູ່ຢູ່ຫວຽດນາມ - ảnh 2

ຮູບປັ້ນຟາບເວິນ, ຟາບວູຢູ່ວັດເຢົາແຂວງກວາງນິງ

(ພາບ: google.com.vn)

    ບັນດາ​ເຈົ້າ​ຊີວິດ​​ໃນ​ສະ​ໄໝ​ລາດ​ຊະ​ວົງ​ອື່ນໆ ​ເຄີຍ​ມາ​ວັດ​ເຢົາ ​ເພື່ອ​ແຫ່​ພະພຸດ​ຟາ​ບ​ເວິນ ມາ​ບູຊາ​ຢູ່​ວັດ​ບ໋າ​ວທຽນ (ຮ່າ​ໂນ້ຍ) ​ເພື່ອ​ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປູກຝັງ. ​ເຈົ້າ​ຊີວິດ ຫຼີ​ແທ໋ງຕົງ​ ກໍ່​​ເຄີຍ​ມາ​ບູຊາ​ຢູ່​ວັດ​ເຢົາ. ວັດ​ເຢົາ​ຖືກ​ຖື​ວ່າ ​ແມ່ນ​ວັດ​ມີ​ຄວາມ​ສັກສິດ​ທີ່​ສຸດ ດັ່ງ​ນັ້ນ​ຈຶ່ງ​ເອີ້ນ​ວ່າ​ວັດ​ຢຽນອື້ງ (ຢຽນ​ແມ່ນ​ພາວະນາ, ອື້​ງ​ແມ່ນ​ມີປະສິດ​ທິ​ຜົນ, ໝາຍ​ຄວາມ​ວ່າ​ພາວະນາ​ສິ່ງ​ໃດ​ແມ່ນ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ). ມາ​ຢ້ຽມຢາມ​ວັດ​ເຢົາ, ນັກ​ທ່ອງ​ທ່ຽວ​ສາມາດ​ເຫັນ​ໄດ້​ຄວາມ​ປະສານ​ສົມທົບ​ລະຫວ່າງ​ແນວ​ຄິດ​ພຸດ​ທະ​ສາສະໜາ ​ແລະ ວັດທະນະທຳ​ມາ​ຈາກ​ຕ່າງປະ​ເທດ​ດ້ວຍ​ຈິດ​ວີນຍານ, ຈິດ​ໃຈ​ເພື່ອ​ປະຊາຊົນ ​ແລະ ຕິດ​ພັນ​ກັບ​ຄວາມ​ເຊື່ອ​ຖື​ບູຊາ​​ເຈົ້າແມ່​ຂອງ​ຊາດ​ຫວຽດນາມ. ສາ​ສະ​ດາ​ຈານ ​ເຈິ່ນ​ເລິ​ມບຽນ, ຖື​ວ່າ:

    ”​ໂດຍ​ເລີ່​ມມາ​ຈາກ​ການ​ເຊື່ອ​ຖື​ບູຊາ​​ເຈົ້າແມ່​ຂອງ​ຊາດ, ດັ່ງ​ນັ້ນການ​ນັບຖື​ບູຊາ​​ເຈົ້າແມ່​ຂອງ​ຊາດ​ຫວຽດນາມ​ຈຶ່ງ​ຄົງ​ຕົວ​ໄວ້​ພ້ອມ​ກັບ​ປະຫວັດ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດຊາດ​ ນັບ​ແຕ່​ສະ​ໄໝ​ປະ​ຖົມ​ບູຮານ​ມາ​ຮອດ​ປະຈຸ​ບັນ. ດັ່ງ​ນັ້ນ​ການ​ເຊື່ອ​ຖື​ບູຊາ​​ເຈົ້າແມ່​ໄດ້​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ.”

    ວັດ​ເຢົາ, ​ແມ່ນ​ວັດ​ທີ່​ຊ້ອນ​ແຝງ​ບັນດາ​ປັດ​ໃຈ​ດ້ານ​ວີນຍານ​​ໃນ​ການ​ເຊື່ອ​ຖື​ບູຊາ​​ເຈົ້າ​ແມ່, ​ແມ່ນ​ແຫ່ງ​ກຳ​ເນີ​ດຂອງ​ພຸດທະ​ສາສະໜາ​ຫວຽດນາມ. ປະຫວັດສາດ​ເຄີຍ​ຢັ້ງຢືນ​ທີ່​ຕັ້ງ​ຂອງ​ວັດ​ເຢົາ​ ໃນ​ຊີ​ວິດ​ທາງ​ດ້ານ​ວັດທະນະ ທຳ, ຈິດ​ວີນຍານ​ຂອງ​ຊາດ. ນີ້ກໍ່​ແມ່ນ​ທັດສະນີ​ຍະ​ພາບ​ອັນ​ດັບ​ໜຶ່ງ​ຂອງ​ແຂວງ ບັກ​ນິງ. ​ນັບ​ແຕ່​ປີ 1962, ວັດ​ເຢົາ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ກະຊວງ​ວັດທະນະທຳ​ຫວຽດນາມວ່າ​ແມ່ນ​ປູຊະນີຍະສະຖານ​ປະຫວັດສາດ - ວັດທະນະທຳ ​ລະດັບ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ