ວັດເຢົາ-ຄວາມເອກອ້າງທະນົງໃຈຂອງຊາວພາກເໜືອ


 (vovworld)-​​​​ ​ໂດ​ຍ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ວັດ​ທີ່​ເກົ່າ​ແກ່​ກ່ວາ​ໝູ່​ຢູ່​ຫວຽດນາມ, ວັດ​ເຢົາ​ຕັ້ງຢູ່ຕາ​ແສງ​ແທງ​ເຄືອງ, ​ເມືອງ​ທ້ວນ​ແທ່ງ, ​ແຂວງ​ບັກ​ນິງ ຊື່​ງມີ​ຄຸນຄ່າ​ດ້ານ​ປະຫວັດສາດ, ສະ​ຖາ​ປັດ​ຕະຍາ​ກຳ, ​ສິລະ​ປະ​​ແກະຄວັດສະຫລັກ ​ແລະ ວັດ​ເຢົາ​ຍັງ​ແມ່ນ​ແຫຼ່ງກຳ​ເນີ​ດຂອງ​ສາສະໜາ​ພຸດ​ອີກ​ດ້ວຍ. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ກິດຈະກຳ​ປູ​ສະ​ນີຍະ​ສະຖານ​ແຫ່ງ​ການເຫຼື້ອ​ມໃສ​ທີ່​ພົ້ນ​ເດັ່ນ, ອັນ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມ​ຢາມ, ຊອກ​ຮູ້​ຄຸນຄ່າ​ປະຫວັດສາດ​ເປັນ​ຈຳນວນ​ຫຼາຍ. ​ໃນ​ລາຍການ​ຄົ້ນຫາ​ຫວຽດນາມ ພາກ​ນີ້, ​ເຊີນ​ທ່ານ​ມາ​ຢ້ຽມຢາມ​ວັດ​ເຢົາ​ຜ່ານ​ບົດ​ຂຽນ​ທີ່​ມີ​ຫວົຂໍ້​ວ່າ: “ວັດ​ເຢົາ-​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ພາກ​ເໜືອ“.

ວັດເຢົາ-ຄວາມເອກອ້າງທະນົງໃຈຂອງຊາວພາກເໜືອ - ảnh 1

ທາດ​ຮ່ວາ​ຟອງ-​ວັດ​ເຢົາ

(ພາບ: vov.vn)

  ຕາມ​ປຶ້ມ​ປະຫວັດສາດ ​ແລະ ​ແຜ່ນ​ສີ​ລາ​ໃນ​ວັດ​ແລ້ວ, ວັດ​ເຢົາ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ນັບ​ແຕ່​ສັດຕະວັດ​ທີ 2 ຫຼັງ ຄສ, ​ເລິ່ມກໍ່ສ້າງ​ນັບ​ແຕ່​ປີ 187 ​ແລະ ສຳ​ເລັດ​ໃນ​ປີ 226. ວັດ​ເຢົາ​ໃນ​ປະຈຸ​ບັນ ​​ແມ່ນ​ສະ​ຖາ​ປັດຕະຍາ​ກຳທີ່ໄດ້​ຮັບ​ການ​ບູລະນະ​ປະຕິສັງຂອນ​ນັບ​ແຕ່​ສະ​ໄໝ​ລາຊະວົງ​ເລ (​ໃນ​ສັດຕະວັດ​ທີ 17-18), ​ເຊິ່ງ​ລວມມີ: ​ເຮືອນ 4 ຫຼັງ​ຕິດ​ກັນ​ອ້ອມ​ຮອບ​ເຮືອນຕົ້ນຕໍ່ 3 ຫຼັງ. ​ເມື່ອ​ທຽບ​ໃສ່​ວັດ​ແຫ່ງ​ຕ່າງໆ​ຢູ່​ພາກ​ເໜືອ​ຫວຽດນາມ, ວັດ​ເຢົາ​ແມ່ນ 1 ​ໃນ​ຈຳນວນ​ວັດ​ຍັງ​ຄົງຮັກສາ​ບັນດາພະພຸດທະຮູບ​ ຕາມ​​ປະ​ເພນີ​ເຫຼື້ອມ​ໃສ​ບູຊາ​ຂອງ​ສາດສະໜາ​ພຸດ​ສະ​ໄໝ​ລາຊະວົ​ງ​ເລ…ຜ່ານ​ການ​ບູລະນະ​ປະຕິສັງຂອນ​ຫຼາຍ​ເທື່ອ​, ວັ​ດ​ເຢົາ​ຍັງຄົງ​ຮັກສາ​ບັນດາ​ວັດຖຸ​ພັນ​ທີ່​ມີຄ່າຫຼາຍ​ຢ່າງ​ໄວ້​ໄດ້, ພິ​ເສດ​ແມ່ນ​ແຜ່ນ​ພິມ​ດ້ວຍ​ໄມ້ທີ່​ມີ​ມາ​ແຕ່​ປີ 1752 ​ແລະ ໜັງສື​ປະດັບ​ຍົດ 6 ສະບັບທີ່​ມີ​ຄຸນຄ່າ​ປະຫວັດສາດ​ນັບ​ແຕ່​ສະ​ໄໝ​ເຈົາຊີວິດ ມິ​ງມ້າງ (1791-1842), ຕຶດຶກ (1829-1893) ​ແລະ ​​ເຈົ້າ​ຊີວິດ​ຂາຍ​ດິງ (1885-1925). ຜ່ານ​ການຄົ້ນຄ້ວາ, ບັນດາ​ນັກປະຫວັດສາດ ​ແລະ ພຸດທະ​ສາສະໜາ​ວິທະຍາ​ ​ໄດ້​ຢັ້ງຢືນ​ວ່າ: ວັດ​ເຢົາ ​ແມ່ນ​ກົກ​ເຄົ້າຂອງ​ສາສະໜາ​ພຸດ​ຫວຽ​ດນາມ.

   ​ໃນ​ເດືອນ 12/2013 ​ຜ່ານ​ມາ, ວັດ​ເຢົາ​ໄດ້​ຮັບ​ການ​ຮັບ​ຮອງວ່າແມ່ນ​ປູ​ສະ​ນີຍະສະ​ຖານ​ລະດັບ​ຊາດ​ພິ​ເສດ. ທ່ານ ​ເຈິ່ນດິ່ງ​ລ້ວຽນ, ຮອງ​ປະທານ​ປະຈຳ​ສະມາຄົມ​ວິທະຍາສາດ​ປະຫວັດສາດ​ແຂວງ​ບັກ​ນິງ ​ເວົ້າວ່າ:

​ຂ້າພະ​ເຈົ້າຖື​ວ່າ, ​ເລື່ອງ​ວັດ​ເຢົາ ​ແລະ ​ເຂດ​ປູ​ສະ​ນີຍະສະ​ຖານ​ສະຖາປັດຕະຍາ​ກຳ​ສິລະ​ປະ ວັດບຸດ​ທາ​ບ ຂອງ​ແຂວງ​ບັກ​ນິງ ​ໄດ້​ຮັບ​ການ​ຮັບ​ຮອງ​ວ່າແມ່ນ​ປູ​ສະ​ນີຍະສະ​ຖານ​ລະດັບ​ຊາດ​ພິ​ເສດ ​ແມ່ນ​​​ເໝາະ​ສົມ. ພວກ​​ເຮົາ​ຕອ້ງ​ໂຄສະນາ​ໃຫ້ ປະຊາຊົນ​ເຂົ້າ​ໃຈ​​ໄດ້ຄຸນຄ່າ​ຂອງ​ ປູ​ສະ​ນີຍະສະ​ຖານ​ແຫ່ງ​ນີ້ ​ແລະ ຕ້ອງ​ມີ​ແຜນການ​ເພື່ອ​ອະນຸລັກ​ຮັກສາ“

ວັດເຢົາ-ຄວາມເອກອ້າງທະນົງໃຈຂອງຊາວພາກເໜືອ - ảnh 2

(ພາບ: vov.vn)

  ຜ່ານ​ການ​ເວລາ, ວັດ​ເຢົາ​ຍັງ​ແມ່ນ​​ແຫ່ງ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ກໍ່​ຄື​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼາຍມາ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ສະຖາປັດຕະຍາ​ກຳ​ສິລະ​ປະ​ທີ່​ເປັນ​ເອກ​ລັກສະ​ເພາະ ກໍ່​ຄື​ຊອກຫາ​ກົກ​ເຄົ້າຂອງ​ສາດສະໜາ​ດພຸດ​ຫວຽດນາມ. ນີ້​ແມ່ນ​ຄວາມ​ເອກອ້າງທະ​ນົງ​ໃຈ​ບໍ່​ແມ່ນ​ໜ້ອຍ​ສຳລັບ​ຜູ້​ທີ່​ໄດ້​ຮັບ​ການກຳ​ເນີ​ດ ​ແລະ ​ເຕີບ​ໃຫ່ຍຢູ່​ເຂດ​ດິນ​ແດນ​​ສັກກະ​ລະ​ບູຊາແຫ່ງ​ນີ້​ແຕ່ລະຄົນ. ປ້າ​ບຸ່ຍ​ທິ​ເລີ້​ຍ, ຢູ່​ບ້ານ​ເຄືອງ​ຕຶ້, ​ຕາ​ແສງ​ແທງ​ເຄືອງ, ​ເມືອງ​ທ້ວນ​ແທ່ງ, ​ແຂວງ​ບັກ​ນິງ. ​ໃຫ້​ຮູ້​ວ່າ:

   “​​​​ໂດຍ​ແມ່ນ​ຊາວ​ທ້ອງ​ຖິ່ນ​ຜູ້​ໜຶ່ງ, ຂ້າພະ​ເຈົ້າມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່ສຸດ​ຕໍ່​ວັດ​ບູຮານ​ແຫ່ງ​ນີ້.​ ນີ້​ແມ່ນ​ວັດ​ແຫ່ງ​ທີ່​ມີຄວາມໝາຍ​ປະຫວັດສາດຕິດ​ພັນ​ກັບ​ສາດສະໜາ​ພຸດ ​ແລະ ​ແມ່ນ​ວັດ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ອັນ​ດັບ​ໜຶ່ງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້“.

ວັດເຢົາ-ຄວາມເອກອ້າງທະນົງໃຈຂອງຊາວພາກເໜືອ - ảnh 3

​ພະ​ອໍລະຫັນ 18 ອົງ​ໃນ​ວັດ​ເຢົາ

(ພາບ: vov.vn)

   ທ່ານ​ຫງວຽນ​ຢຸຍຄວາ ຫົວໜ້າ​ຄະນະ​ວັດທະນະທຳ​ຕາ​ແສງ​ແທງ​ເຄືອງ, ​ເມືອງ​ທ້ວນ​ແທ່ງ, ​ແຂວງ​ບັກ​ນິງ ​​ໃຫ້​ຮູ້​ວ່າ:

  “ຂ້າພະ​ເຈົ້າຮູ້ສຶກ​​ເອກອ້າງທະ​ນົງ​ໃຈ​ທີ່​ສຸດ​ຍ້ອນ​ວ່າ: ນີ້​ແມ່ນ​ບ້ານ​ເກີດ​ເມືອງ​ນອນ ບ່ອນ​ທີ່​ຂ້າພະ​ເຈົ້າ​ໄດ້​ກຳ​ເນີດ ແລະ ​ເຕີບ​ໃຫ່ຍຂຶ້ນ ​ແລະ ນີ້ກໍ່​ແມ່ນ​ກົກ​ເຄົ້າ​ຂອງສາດສະໜາ​ພຸດຫວຽດນາມ. ຊາວ​ທ້ອງ​ຖິ່ນ​ຫຼາຍ​ຄົນ​ເຖິງ​ວ່າ​ຈະໄປ​ໃສ​, ​ເຮັດ​ວຽກ​ງານຢູ່​ບ່ອນ​ໃດ, ຮອດ​ວັນ​ທີ 8/4 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຂອງ​ທຸກ​ປີ ກໍ່​ ກັບ​ເມືອ​ບ້ານ​ເຂົ້າຮ່ວມ​ງານ​ບຸນ​ວັດ​ເຢົາ​ “.

  ດ້ວຍ​ຄວາມ​ໝາຍ​ແມ່ນ​ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ເອື້ອຍ​ອຳນວຍ​ຄວາມ​ສະດວກ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ​ນັ້ນ, ງານ​ບຸນ​ວັດ​ເຢົາ​ຖືກ​ຈັດ​ຂຶ້ນໃນ​ວັນ​ທີ 8/4 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຂອງ​​ແຕ່ລະ​ປີ ດ້ວຍ​ຫຼາຍ​ພິທີ​ການ ​ແລະ ລາຍການ​ສະ​ແດງ​ສິລະ​ປະ​ທີ່​ອຸດົມ​ສົບ​ບູນ, ​ໄດ້ສ້າງ​ຄວາມ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ, ພະສົງ​ສາມະ​ເນັນ, ພຸດທະສາ​ຊະນິກກະ​ຊົນ…​​ມາຖະຫວາຍ​ທູບ​ທຽນ, ​ໄຫວ້​ບູຊາ ​ແລະ ເຂົ້າຮ່ວມ​​ງານ​ບຸນ ​ເປັນຈຳນວນ​ຫຼວງ​ຫຼາຍ. ນີ້​ຖືກ​ຖື​ວ່າ​ແມ່ນ​ງານ​ບຸນ​ສາດສະໜາ​ພຸດ​ໃຫ່ຍກ່ວາ​ໝູ່​ຢູ່​​ພາກ​ເໜືອຫວຽ​ດນາມ, ຜ່ານ​ນັ້ນ, ​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ, ຄຸນຄ່າ​ວັດທະນະທຳ​ກ່ຽວ​ກັບ​​ການ​ເຫຼື້ອມ​ໃສຂອງ​ເຂດ​ແດນ​ແດນ​ບູຮານ​​ໃນ​ເມື່ອ​ກ່ອນ./.

ຕອບກັບ

ຂ່າວ/ບົດ​ອື່ນ