ວັດແກວ - ວັດທີ່ມີຊື່ສຽງໃນເຂດທົ່ງພຽງພາກເໜືອ

ໃນ​ລະ​ບົບ​ວັດ​ວາ​ອາ​ຮາມ​ຢູ່​ເຂດ​ທົ່ງ​ພຽງ​ພາກ​ເໜືອນັ້ນ, ຜູ້​ຄົນ​ທັງຫຼາຍກໍ​ລ້ວນ​ແຕ່ມັກເຕື້ອງ​ເຖິງວັດແກວ ໃນ​ແຂວງ​ທ້າຍ​ບີງ. ວັດ​ແກວ​ແມ່ນ​ກິດ​ຈະ​ກຳ​ສິ​ລະ​ປະ​ອັນ​ເປັນ​ເອ​ກະ​ລັກ​ທີ່​ເຮັດ​ດ້ວຍ​ໄມ້ ຊຶ່ງ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເກົ່າ​ແກ່​ຫວຽດ​ນາມ. ເຖິງວ່າ ໄດ້​ມາ​ວັດ​ແກວຫຼາຍ​ເທື່ອ​ກໍ​ຕາມ, ແຕ່​ແຂກ​ທ່ອງ​ທ່ຽວ​ຈະ​ບໍ່ເບື່ອໜ່າຍ​ເພາະ​ວ່າເມື່ອ​ໄປ​ວັດແຕ່ລະ​ເທື່ອ ກໍ​ລ້ວນ​ແຕ່​ໄດ້​ຄົ້ນ​ຫາ​ສິ່ງ​ທີ່​ໃໝ່​ອຽມ​ຢູ່​ວັດ​ທີ່​ລື່​ຊື່ນີ້.

ວັດແກວ - ວັດທີ່ມີຊື່ສຽງໃນເຂດທົ່ງພຽງພາກເໜືອ - ảnh 1
ວັດ​ແກວ - ວັດ​ທີ່​ມີ​ຊື່​ສຽງ​ໃນ​ເຂດ​ທົ່ງ​ພຽງ​ພາກ​ເໜືອ

         ຈາກ​ນະ​ຄອນ​ທ້າຍບ​ີງ , ຜ່ານ​ໄລ​ຍະ​ທາງບໍ່​ຮອດ 15 ກມ, ແຂກ​ທ່ອງ​ທ່ອງ​ກໍ​ຈະ​ຮອດ​ວັດ​ແກວ. ​ວັດ​ແກວແມ່ນ​ຂຶ້ນ​ກັບ​ຕາ​ແສງ​ຢີ​ເຍິດ, ເມືອງວູ້​ທື, ແຂວງ ທ້າຍ​ບີງ.  ໂດຍ​ຖືກ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ແດງ, ໃນ​ທ່າມ​ກາງ​ທົ່ງ​ນາ​ທີ່​ຂຽວ​ອຸ່ມ​ທຸ່ມ. ​ວັດ​ແກວມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ແບບ​ພື້ນ​ເມືອງ. ຕາມ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ແລ້ວ, ປະ​ຈຸ​ບັນ, ວັດ​ຍັງ​ເຫຼືອ​ພຽ​ງ 17 ກິດ​ຈະ​ກຳ​ປະ​ກອບ​ດ້ວຍ 128 ຫ້ອງ ຊຶ່ງ​ລ້ວນ​ແຕ່​ຖືກ​ຈັດ​ວາງ​ຕາ​ມ​ລ້ຳ​ດັບ “ ທາງ​ໜ້າ​ແມ່ນ​ພະ​ພຸດ, ທາງຫຼັງ​ແມ່ນ​ພະ​ອໍ​ລະ​ຫັນ” ໝາຍ​ເຖິງ​ຫ້ອງ​ທາງ​ໜ້າ​ບູ​ຊາ​ພະ​ພຸດ, ຫ້ອງ​ທາງຫຼັງ​ແມ່​ນ​ບູ​ຊາ​ພະ​ອໍ​ລະ​ຫັນ. ​ໃນ​ບໍ​ລິ​ເວນວັດ​ແກວ ມີ 3 ໜອງ​ນ້ຳ, ຢູ່​ຕໍ່​ໜ້າ​ວັດ​ມີ​ໜອງ​ໜຶ່ງ ປຽບ​ເໝືອນ​ສາກ​ບັງ​ໜ້າ ແລະ ທັງ 2 ເບື້ອງ​ແມ່ນ 2 ໜອງ​ນ້ຳ​ອີກ, ອັນ​ສ້າງ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ.

     ມາ​​ວັດ​ແກວ, ແຂກ​ທ່ອງ​ທ່ຽວ​ຈະ​ຕົກ​ສະ​ເງີ້​ຕໍ່​ໜ້າ​ບານ​ປະ​ຕູ​ວັດທີ່​ສູງ 2 ແມດ, ກ້​ວາງ 2,6 ແມດ ແລະ ພົ້ນ​ເດັ່ນ​ຂຶ້ນ​ດ້ວຍ​ຮູບ​ແກະ​ຄວັດ​ສະຫຼັກ​​ຝູງມັງ​ກອນ​ແບບ​ໄລ​ຍະ​ສຸດ​ທ້າຍສະ​ໄໝລາດ​ຊະ​ວົງ​ເລ​(1428-1789). ນາງ​ເລ​ເຟືອງ​ຢຸງ ຜູ້​ນຳ​ທ່ຽວ​ສັງ​ກັດ​ຄະ​ນະ​ຄຸ້ມ​ຄອງ​ວັດ​ແກວ ເປີດ​ເຜີຍ​ວ່າ : 

    “ ສະ​ເພາະ​ມັງ​ກອນ​ແບບ​ໄລ​ຍະ​ສຸດ​ທ້າຍສະ​ໄໝລາດ​ຊະ​ວົງ​ເລ​(1428-1789), ນອກ​ຈາກ​ຮູບ​ພາບ​ມັງ​ກອນ​ແມ່ທີ່​ຮ້າຍ​ກາດ​ແລ້ວ, ຢູ່​ໄກໆ​ແມ່ນ​ຮູບ​ພາບ​ລູກມັງ​ກອນ​ທີ່​ພວມນອນ​ໃຕ້​ເງົາຂອງ​ມັງ​ກອນ​ແມ່. ໂດຍ​ສັງ​ລວມ​ແລ້ວ, ເຂົາ​ເຈົ້າ​ເອີ້ນ​ວ່ານີ້​ແມ່ນ​ຝູງ​ມັງ​ກອນ ”

        ທັງ​ໝົດ​ເຂດ​ບູ​ຊາ​ພະ​ພຸດ​ຢູ່​ວັດ​ແກວ ມີ​ຮູບ​ປັ້ນ​ເກືອບ 100 ຮູບ. ຢູ່​ທາງຫຼັງ​ເຂດບູ​ຊາ​ພະ​ພຸດ ແມ່ນ​ບໍ​ລິ​ເວນ​ບູ​ຊາ​ພະ​ອໍ​ລະ​ຫັນ, ໝາຍ​ເຖິງ​ການ​ບູ​ຊາ​ພະ​ອາ​ຈານ​ມະ​ຫາ ຄົງ​ໂລ້ ຊຶ່ງ​ແມ່ນ​ພະ​ພິກ​ຂຸ​ອົງ​ໜຶ່ງ​ໃນ​ສະ​ໄໝ​ລາດ​ຊະ​ວົງຫຼີ(1010 – 1226). ຢູ່​ທາງ​ຂ້າງ​ຂອງ​ຫ້ອງ ບູ​ຊາ​ພະ​ອໍ​ລະ​ຫັນນັ້ນ, ແມ່ນ​ນ້ຳ​ສ້າງ​ຂອງວັດ.

     ຄວາມ​ປະ​ທັບ​ໃຈ​ອັນ​ເປັນ​ເອ​ກະ​ລັກ​ທີ່​ສຸດ​ໃນ ​ວັດ​ແກວ​ນັ້ນ​ແມ່ນ​ຫໍ​ລະ​ຄັງ. ຫໍ​ລະ​ຄັງ​ໃນ ​ວັດ​ແກວ​ແມ່ນ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ສວຍ​ງາມ, ສູງ 11,04 ແມດ,   ປະ​ກອ​ບດ້ວຍຫຼັງ​ຄາ 3 ຊັ້ນ. ຢູ່​ຊັ້ນ​ໜຶ່ງ ແຂວນ​ເຄື່ອງ​ມົງ​ຄຸນ​ຫີນ ມ​ີ​ຄ​ວາມ​ສູງ 1,2 ແມດ. ຢູ່​ຊັ້ນ 2 ມີ​ລະ​ຄັງ​ທອງ​ໃຫຍ່ ຖືກຫຼໍ່​ເມື່ອ​ປີ 1686 ສູງ 1,30 ແມັດ, ມີ​ເສັ້ນ​ຜ່າ​ສູນ​ກາງ 1 ແມດ. ສ່ວນ​ຢູ່​ຊັ້ນ 3 ແລະ ຊັ້ນ​ດາດ​ຟ້າ ກໍ​ລ້ວນ​ແຕ່​ມີ​ລະ​ຄັງ​ນ້ອຍ ຖືກຫຼໍ່​ເມື່ອ​ປີ 1796 ສູງ 0,62 ແມັດ, ມີ​ເສັ້ນ​​ຜ່າ​ສູນ​ກາງ 0,69 ແມດ. ອ້າຍ​ຫງວຽນ​ວັນ​ນາມ, ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ວັດ​ແກວ ໃຫ້​ຮູ້​ວ່າ : 

    “ ຫໍ​ລະ​ຄັງ​ສູງ​ເຊັ່ນ​ນັ້ນ, ແຕ່​ປາງ​ກ່ອນ ບໍ່​ມີ​ຄັນ​ຍົກ, ບໍ່​ຮູ້​ວ່າ ເຂົາ​ເຈົ້າ​ຈະ​ຫາ​ວິ​ທີ​ໃດ​ເພື່ອ​ຍົກ​ລະ​ຄັງ​ຂຶ້ນ​ໄດ້. ຕາມ​ການ​ຊອກ​ຮູ້​ຂອງ​ຂ້າ​ພະ​ເຈົ້າ ກໍ​ຮູ້​ວ່າ ຄົນ​ລຸ່ນ​ກ່ອນ​ໄດ້​ຂຸດ​ດິນ​ເປັນ​ທາງ​ຂຶ້ນ. ແລ້ວ​ກໍ​ເອົາ​ດິນ​ລົງ ເພື່ອ​ແຂວນ​ລະ​ຄັງ​ໜ່ວຍ​ທີ 2 , ແລ້ວ​ກໍ​ຮອດ​ໜ່ວຍ​ທີ 3 . ຍ້ອນ​ເຫດນີ້​ເອງ, ເຂົາ​ເຈົ້າ​ຕ້ອງ​ການ​ດິນຫຼາຍ​ທີ່​ສຸດ, ດັ່ງ​ນັ້ນ ຈຶ່ງ​ຂຸດ​ເອົາ​ດິນ​ເພື່ອ​ປ້ານ​ໃຫ້​ສູງ​, ແລ້ວ​ຍົກ​ລະ​ຄັງ​ຂຶ້ນ​ສູງ, ບ່ອນ​ທີ່​ຂຸດ​ດິນນັ້ນ ກໍ​ໄດ້​ກາຍ​ເປັນ​ໜອງ​ນ້ຳ​ທີ່​ສວຍ​ງາມ ”

      ມາ​ວັດ​ແກວ, ແຂກ​ຄົນ​ທັງຫຼາຍບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ທິວ​ທັດ​ຂອງວັດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊື້​ເຄື່ອງ​ທີ່​ລະ​ນຶກ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດຢູ່​ທ້ອງ​ຖິ່ນ. ປ້າ​ຝ້າມ​ທິ​ງາ ຊາວ​ທ້ອງ​ຖິ່ນເວົ້າ​ວ່າ :

    “ ຢູ່ນີ້​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຄື: ໝາກ​ຖົ່ວເຫຼືອງ, ຖົ່ວ​ດຳ, ຖົ່ວ​ຂຽວ, ເຂົ້າ​ໜຽວ, ເຂົ້າ​ໜົມ…. ຍາມຕົ້ນ​ປີ, ແຂກມານີ້​ຢ່າງຫຼວ​ງຫຼາຍ ໄດ້​ຊື້​ເມືອ​ເປັນ​ຂອງ​ຕ້ອນ ”

      ຜ່ານ​ໄລ​ຍະ​ກວ່າ 4 ສະ​ຕະ​ວັດ, ​ວັດ​ແກວ ຍັງ​ຄົງ​ສາ​ມາດ​ຮັກ​ສາ​ຄຸນ​ຄ່າ​ສະ​ຖາ​ປັດ​ຕະ​ຍະ​ກຳ​ໄວ້​ໄດ້​ເໝືອນ​ເດີມ. ແຕ່​ລະ​ປີ, ງານ​ວຸນ​ວັດ​ແກວ ຖືກ​ຈັດ​ຂຶ້ນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່, ອັນ​ໄດ້​ດຶງ​ດູດ​ແຂກ​ສາ​ລະ​ທິດ​ມາ​ຮ່ວມ​ຢ່າງຫຼວງຫຼາຍ.    ປ້າ​ຝ້າມ​ທິ​ງາ ໃ​ຫ້​ຮູ້​ວ່າ ວັດ​ແກວ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດ້ານ​ຈິດ​ວິນ​ຍານ​ທີ່​ຂາດບໍ່​ໄດ້​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ. ປ້າ​ຝ້າມ​ທິ​ງາ ເວົ້າ​ວ່າ :

        “ ປີ​ໜຶ່ງ ຈັດ​ງານ​ບຸນ 2 ເທື່ອ, ເດືອນ 9 ແມ່ນ​ງານ​ບຸນ​ໃຫຍ່, ແຂກ​ມາ​ຮ່ວມຫຼາຍກວ່າ​ເມື່ອ​ທຽບ​ໃສ່​ງານ​ບຸນ​ຕົ້​ນ​ປີ. ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຄື ເດືອນ 1, 2, 3 ແຂກ​ກໍ​ມາຫຼາຍ​ຢູ່.  ”

     ໃນ​ຄວາມ​ຊົງ​ຈຳ​ຂອງ​ຊາວ​ຫວຽດ​ນາມ​ແລ້ວ, ເຖິງວ່​່າ​ຈະ​ຂ້ອງ​ຄາ​ວຽກ​ງານຫຼາຍ​ປານ​ໃດ​ກໍ​ຢາ, ປະ​ຊາ​ຊົນ​ກໍ​ສະຫຼະ​ເວ​ລາ​ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນວັດ​ແກວ. ມາ​ວັດ​ແກວ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍບໍ່​ພຽງ​ແຕ່​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສາ​ສະ​ໜາ​ພຸດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ທ້າຍ​ບີງ​ໃນ​ປູ​ຊະ​ນີ​ຍະ​ສະ​ຖານ​ພິ​ເສດ​ລະ​ດັບ​ຊາດ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ