ວັນມ໋ຽວບັກນິງ - ສັນຍາລັກແຫ່ງມູນເຊື້ອມັກຮຽນຂອງເຂດທິດເໜືອເມືອງຫຼວງທັງລອງ


(vovworld) - ບັກ​ນິງ ແມ່ນ​ໜຶ່ງ​ໃນ​ບັນດາທ້ອງ​ຖີ່ນ​ຂອງ​ຫວຽດ​ນາມ​ ທີ່​ມີ​ວັນ​ມ໋ຽວ, ເຊິ່ງ​ແມ່ນ​ແຫ່ງ​ບູ​ຊາ ຂົງ​ຈື້, ບັນ​ພະ​ບຸ​ລຸດຂອງທິດ​ສະ​ດີ​ຈີນ ແລະ ຈາ​ລຶກ​ຊື່​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ໄດ້​ຮັບ​ຜົນ​ງານ​ສູງ​ໃນ​ການ​ສອບ​ເສັງໃນ​​ສ​ະ​ໄໝສັກ​ດີ​ນາ. ນັບ​ແຕ່​ດົນ​ມາ​ແລ້ວ, ວັນ​ມ໋ຽວ​ບັກ​ນິງ ໄດ້​ກາຍ​ເປັນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ແມ່ນ​ກິດ​ຈະ​ກຳ​ທີ່​ເປັນ​ສັນ​ຍາ​ລັກ​​ແຫ່ງມູນ​ເຊື້ອ​ມັກ​ຮຽນ​ຂອງ​ຊາວ​ກິງ​ບັກ (​ເຂດທິດ​ເໜືອ​ເມືອງຫຼວງ​ທັງ​ລອງ​ໃນ​ເມື່ອ​ກ່ອນ ຫຼື​ຮ່າ​ໂນ້ຍ​ ໃນ​ປະ​ຈຸ​ບັນ).

ວັນມ໋ຽວບັກນິງ - ສັນຍາລັກແຫ່ງມູນເຊື້ອມັກຮຽນຂອງເຂດທິດເໜືອເມືອງຫຼວງທັງລອງ - ảnh 1

ແທ່ນບູຊາຂົງຈື້ໃນວັນມ໋ຽວບັກນິງ

(ພາບອິນເຕີແນດ)

        ໂດຍ​ຕັ້ງ​ຢູ່​ໃຈ​ກາງ​ນະ​ຄອນ​ບັກ​ນິງ (ຫ່າງ​ຈາກນະ​ຄອນຫຼວງ​ຮ່າ​ໂນ້ຍ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ປະ​ມານ 30 ກມ) ວັນ​ມ໋ຽວ​ບັກ​ນິງ ແມ່ນ​ 1 ​ໃນ​ຈ​ຳ​ນວນ​ວັນ​ມ໋ຽວ 6 ແຫ່ງ​ຢູ່​ຫວຽດ​ນາມ ທີ່​ມີ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ສ່ອງ​ແສງ​ໃຫ້​ເຫັນ​ມູນ​ເຊື້ອ​ແຫ່ງ​ການ​ຮ່ຳ​ຮຽນ ຂອງ​ເຂດ​ບ້ານ​ນາ​ກິ​ງບັກ ຜ່​ານ​ບັນດາໄລ​ຍະ​​ແຫ່ງ​ການສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດໃນ​ສະ​ໄໝ​ສັກ​ດີ​ນາ. ຕາມ​ທ່ານ ຫງວຽນ​ຢູຍ​ເຍິດ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ບັກ​ນິງ​ແລ້ວ, ກ່ອນນີ້​ວັນ​ທ໋ຽວ​ບັກ​ນິງ ຕັ້ງຢູ່​​ເຂດພູ​ເຈົາ​ເຊີນ, ທິ​ເກົ່າ, ແຕ່​ຜ່ານ​ການ​ເວລາ​ກິດ​ຈະ​ກຳນີ້​ຖືກ​ເປ່​ເພ, ດັ່ງ​ນັ້ນ​ປີ 1893, ວັນ​ມ໋ຽວ​ຈຶ່ງຖືກຍ້າຍມາ​​ເຂດ​ພູ​ຟຸກ​ດຶກ, ໃນ​ຕາ​ແສງ​ດ້າຍ​ຟຸກ, ນະ​ຄອນ​ບັກ​ນິງ. ເພື່ອ​ກະ​ກຽມ​ໃຫ້​ວຽກ​ງານນີ້, ປີ 1889, ຜູ້ອຳນວຍການ​ໂຮງຮຽນ ໂດ​ຈ້ອງວີ້ ໄດ້​ໃຫ້​ຈາ​ລຶກ​ຊື່​ຜູ້​ທີ່​ຮັບ​ຜົນ​ງານສູງໃນ​ການ​ສອບເສັງ 677 ຄົນ​ຂອງເຂດ​ກິ​ງບັກ​ໃນ​ສີ​ລາ 12 ​ແຜ່ນ. ວັນ​ມ໋ຽວ​ບັກ​ນິງ​ ໃນ​ປະ​ຈຸ​ບັນ​ລວມ​ມີ​ຫຼາຍເຂດຄື: ຕາມ​ມົນ (ເຂດ 3 ປະຕູເຂົ້າວັນມ໋ຽວ), ຕ່ຽນ​ເຕ໋ (ເຂດໜ້າແທ່ນບູຊາ), ເຫົ້າ​ເດື່ອງ (ເຂດເຮືອນຢູ່ເບື້ອງໜ້າຫໍບູຊາ), ຕ່ຽນ​ເດື່ອງ, ຕາ​ວູ (ເບື້ອງຊ້າຍຫໍບູຊາ), ຫື້ວ​ວູ (ເບື້ອງຂວາຫໍບູຊາ).

        “ປີ 1928, ວັນ​ມ໋ຽວ​ບັກ​ນິງ ສືບ​ຕໍ່​ໄດ້​ຮັບ​ການ​ບຸ​ລະ​ນະ​ປະຕິສັງຂອນອີກ​ຄັ້ງ​ໜຶ່ງ ແລະ​ ໃຫ້​ຄວັດ​ສີ​ລາ “ແຂວງ​ບັກ​ນິງ​ບຸ​ລະ​ນະປະ​ຕິ​ສັງ​ຂອນ​ວັນ​ມ໋ຽວ”. ດ້ວຍ​ຄວາມ​ໝາຍ​ວ່າ, ວັນ​ມ໋ຽວ​ບັກ​ນິງ ​ທັງ​ແມ່ນ​ແຫ່ງ​ຮັກ​ສາ, ເຊີດ​ຊູ, ທັງ​ແມ່ນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ບູຊາຂົງ​ຈື້ ແລະ ບັນ​ດາ​​ ຜູ້​​ໄດ້ຮັບ​ຜົນ​ງານ​​ສູງ​ໃນ​ການສອບ​ເສັງຄັ້ງ​ຕ່າງໆ​ຂອງ​ບັກ​ນິງ - ກິ​ງບັກ.”

ວັນມ໋ຽວບັກນິງ - ສັນຍາລັກແຫ່ງມູນເຊື້ອມັກຮຽນຂອງເຂດທິດເໜືອເມືອງຫຼວງທັງລອງ - ảnh 2

ແຜ່ນສີລາຄວັດຊື່ຜູ້ມີຜົນງານສູງໃນການສອບເສງໃນວັນມ໋ຽວບັກນິງ

(ພາບອິນເຕີແນດ)

        ອາດ​ເວົ້າ​ໄດ້​ວ່າ, ໜຶ່ງ​ໃນ​ບັນ​ດາ​ຄຸນ​ຄ່າ​ພົ້ນ​ເດັ່ນ​ທີ່​ຍັງ​ຮັກ​ສາ​ໄວ້​ຢູ່​ວັນ​ມ໋ຽວ​ບັກ​ນິງ ນັ້ນ​ແມ່ນ ສີ​ລາ 15 ແຜ່ນ ທີ່​ມີ​ມາ​ແຕ່​ປີ 1889, ໃນ​ນັ້ນ​ໄດ້​ຄວັດຊື່​ຂອງຜູ້​ທີ່ຮັບ​ຜົນ​ງານ​​ສູງ​ໃນ​ການສອບ​ເສັງ 700 ຄົນ ຂອງ​ເຂດ​ກິ​ງບັກ, ເຊິ່ງ​ແມ່ນ​ບັນ​ດາ​ຜູ້​ທີ່​​​ໄດ້​ ສ້າງ​ເປັນ​ມູນ​ເຊື້ອ​ແຫ່ງ​ການມັກ​ຮຽນ, ແລະ ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ກໍ່​ຄື​ພັດ​ທະ​ນາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ. ແຜ່ນ​ສີ​ລາ “ແຂວງ​ບັກ​ນິງ​ບຸ​ລະ​ນະ​, ປະ​ຕິ​ສັງ​ຂອນ​ວັນ​ມ໋ຽວ” ທີ່​ມີ​ຂະ​ໜາດ​ໃຫ​ຍ່​ເກືອບ 10 ຕາ​ລາງ​ແມັດນັ້ນ, ໄດ້​ຮັບ​ຖື​ວ່າ ​ແມ່ນ​ວັດ​ຖຸອັນລ້ຳ​ຄ່າຂອງວັນ​ມ໋ຽວ, ໃນ​ນັ້ນ​ໄດ້​ຍ້ອງ​ຍໍ​ບົດ​ບາດ, ຄວາມ​ໝາຍ​ຂອງວັນ​ມ໋ຽວ, ກໍ່​ຄື​ເຊີດ​ຊູ​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ. ທ່ານ ຫງວຽນ​ຢູຍ​ເບິດ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຂວງ​ບັກ​ນິງ, ໃຫ້​ຮູ້​ວ່າ:

        “ດ້ວຍ​ບັນ​ດາ​ຄຸນ​ຄ່າ​ນັ້ນ, ສາ​ມາດ​ຢັ້ງ​ຢືນ​ໄດ້​ວ່າ ວັນ​ມ໋ຽວ​ບັກ​ນິງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ເປັນ​ສັນ​ຍາ​ລັກ​​ແຫ່ງມູນ​ເຊື້ອ​ມັກ​ຮຽນ​ຂອງ​ບັກ​ນິງ. ບັກ​ນິງ​ ແມ່ນ​ທ້ອງ​ຖີ່ນ​ນຳ​ໜ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ໄດ້​ຮັບ​ຜົນ​ງານ​ສູງ​ໃນ​ການ​ສອບ​ເສັງ​​ຄັ້ງ​ຕ່າງໆໃນສະ​ໄໝ​ສັກ​ດີ​ນາ ແລະ ກວມ1/3 ຈຳນວນ​ປະລິຍາ​ເອກ​ໃນ​ທົ່ວ​ປະ​ເທດ”.

ວັນມ໋ຽວບັກນິງ - ສັນຍາລັກແຫ່ງມູນເຊື້ອມັກຮຽນຂອງເຂດທິດເໜືອເມືອງຫຼວງທັງລອງ - ảnh 3


ແຜ່ນສີລາໜາດໃຫຍ່ໃນວັນມ໋ຽວບັກນິງ

(ພາບອິນເຕີແນດ)

        ພ້ອມ​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ, ກຸງ​ເກົ່າ ​ເຫວ໋ ​ແລ້ວ, ບັກ​ນິງ ​ແມ່ນ​ທ້ອງ​ຖີ່​ນ ທີ 3 ທີ່​ໄດ້​ກໍ່ສ້າງ​ວັນ​ມ໋ຽວ ດ້ວຍ​ຂະໜາດ​ໃຫຍ່. ​ເຂດ​ປູຊະນີຍະສະຖານ​ວັນ​ມ໋ຽວບັກ​ນິງ​ ໃນ​ປະຈຸ​ບັນໄດ້ ​ແລະ ພວມ​ກາຍ​ເປັນ​ສະຖານ​ທີ່​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ມີ​ເນື້ອ​ໃນ​ສຶກສາ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມັກ​ຮຽນຂອງ​ທ້ອງ​ຖີ່​ນ. ຢູ່​ທີ່​ນີ້​ເຄີຍ​ຕ້ອນຮັບ​ນັກຮຽນ​ເກັ່ງ​ລະດັບ​ຊາດ, ລະດັບ​​ໂລກ​ຂອງ​ບັກ​ນິງ ມາ​ຖະຫວາຍ​ທູບ​ທຽນ, ​ແຈ້ງ​ຜົນງານ​ໃນ​ການ​ສອບ​ເສັງ. ທ່ານ ຮ່ວາງ​ຮູ​ຍ​ເລີ້​ຍ, ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ​ວັນ​ທ໋ຽວບັກ​ນິງ, ​ໃຫ້​ຮູ້​ວ່າ:

        ”​​ໃນຍາມ​ຕົ້ນ​ປີ ຫຼື​ໃນ​ຍາມ​ສອບ​ເສັງ​ທ້າຍ​ສົກຮຽນ, ມີ​ນັກຮຽນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ມາ​ຖະຫວາຍ​ທູບ​ທຽນ, ​ເພື່ອ​ເຊີດ​ຊູ​ບັນດາ​ຜູ້​ທີ່​ຮັບ​ຜົນງານ​ສູງ​ໃນ​ການ​ສອບ​ເສັງ​ໃນ​ເມື່ອ​ກ່ອນ. ​​ແນ​ໃສ່ຮຳ່ຮຽນ​ຕາມ​ແບບຢ່າງຂອງ​ບັນພະບຸລຸດ, ພະຍາຍາມ​ຮຽນ​ເກັ່ງ, ກາຍ​ເປັນ​ຜູ້​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ສັງຄົມ”.

ວັນມ໋ຽວບັກນິງ - ສັນຍາລັກແຫ່ງມູນເຊື້ອມັກຮຽນຂອງເຂດທິດເໜືອເມືອງຫຼວງທັງລອງ - ảnh 4

ນັກທ່ອງທ່ຽວມາຢາມວັນມ໋ຽວບັກນິງ

(ພາບອິນເຕີແນດ)

        ວັນ​ມ໋ຽວ, ດ້ວຍ​ຄຸນຄ່າ​ດ້ານ​ປະຫວັດສາດ, ວັດທະນະທຳ, ​ແລະ ການ​ສຶກສາ​ທີ່​ຍັງ​ຮັກສາ​ໄວ້​ໃນ​ປະຈຸ​ບັນ, ​ແມ່ນ​ບັນດາ​ວັດຖຸ​ພັນ​ທີ່​ລຳ້​ຄ່າ​ກ່ຽວ​ກັບ​ພື້ນຖານ​ອະລິຍະ​ທຳ​ຂອງ​​ເຂດ​ກິ​ງບັກ​ໃນ​ເມື່ອ​ກ່ອນ. ຍ້ອນ​ເຫດ​ນັ້ນ, ວັນ​ມ໋ຽວບັກ​ນິງ ຈະ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ​ເພື່ອ​ດຶງ​ດູດ​ແຂກ​ມາ​ຢ້ຽມຢາມ, ຢ້ຽມ​ຊົມ​ທັດສະນີ​ຍະ​ພາບ ​​​ເພື່ອ​ມີ​ຄວາມ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ​ອີກ ກ່ຽວ​ກັບຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ​ທາງ​ດ້ານ​ວັດທະນະທຳ, ການ​ສຶກສາ, ສິລະ​ປະ… ຂອງ​ຊາວ​ກິ​ງບັກ ​ເວົ້າ​ສະ​ເພາະ ​ແລະ ຊາວ​ຫວຽດນາມ​ ເວົ້າ​ລວມ​ໃນ​ປະຫວັດສາດ​, ໃນ​ປະຈຸ​ບັນ ​ແລະ ​ໃນ​ອະນາຄົດ.

       

ຕອບກັບ

ຂ່າວ/ບົດ​ອື່ນ