ວິລະຊົນແຮງງານ Pham Xuan Hong ຜູ້ຖືຜົນປະໂຫຍດ ຂອງຜູ້ອອກແຮງງານເປັນສຳຄັນ

(vovworld)- ທ່ານ Pham Xuan Hong, ປະທານ​ສະພາ​ບໍລິຫານ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ຕັດຫຍິບ​ໄຊ​ງ່ອນ 3, ຫາ​ກໍ່​ໄດ້​ຮັບ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ​ຈາກ​ປະທານ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ວັນ​ນັກທຸລະກິດ​ຫວຽດນາມ​ໃນ​ເດືອນ 10 ນີ້, ນັກ​ຂ່າວ Cao Thoa, ຂໍ​ແນະນຳ​ນັກທຸລະກິດ​ທີ່​ດີ​ເດັ່ນ​ຜູ້​ນີ້​ຜ່ານ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ວິລະ​ຊົນ​ແຮງ​ງານ Pham Xuan Hong ຜູ້​ຖືຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ​ເປັນສຳຄັນ. ​ເຊີນ​ທ່ານ​ຮັບ​ຟັງ.

ວິລະຊົນແຮງງານ Pham Xuan Hong ຜູ້ຖືຜົນປະໂຫຍດ ຂອງຜູ້ອອກແຮງງານເປັນສຳຄັນ - ảnh 1

ວິລະ​ຊົນ​ແຮງ​ງານ Pham Xuan Hong

        20 ປີ ຕິດ​ພັນ​ກັບ​ບໍລິສັດ​ຕັດຫຍິບ​ໄຊ​ງ່ອນ 3, ຫັນ​ບໍລິສັດ​ເປັນ​ຫຸ້ນ​ສ່ວນ, ນຳ​ບໍລິສັດ​ກາຍ​ເປັນ​ຫົວໜ່ວຍ​ວິລະ​ຊົນ​ແຮງ​ງານ​​ໃນ​ຂະ​ແໜງ​ຕັດຫຍິບ​ຂອງ​ທົ່ວ​ປະ​ເທດ ​ແລະ ທ່ານ​ເອງ​ກໍ່​ແມ່ນ​ວິລະ​ຊົນ, ​ຍາມ​ໃດທ່ານ Pham Xuan Hong, ປະທານສະພາ​ບໍລິຫານ, ຜູ້ອຳນວຍການ​ໃຫຍ່​ບໍລິສັດກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ຂອງ​ຜູ້​ອອກ​ແຮງ​ງານ. ​ເພາະ​ທ່ານ​​ເຂົ້າ​ໃຈວ່າ: ຂະ​ແໜງ​ຕັດຫຍິບ​ແມ່ນ​ຂະ​ແໜງ​​ຫຍຸ້ງຍາກທີ່​ສຸດ, ກຳມະກອນ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ເຂດບ້ານ​ນາ​ທີ່​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ. ດັ່ງ​ນັ້ນ​ຕ້ອງ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ນັ້ນ​ແມ່ນ​ເປົ້າ​ໝາຍ​ຂອງ​ການ​ນຳ​ບໍລິສັດ. ທ່ານ​ກຳນົດ​ວ່າ, ຊາວ​ຜູ້​ອອກ​ແຮງ​ງານ​​​ແມ່ນ​ປັດ​ໃຈ​ຕັດສິນ​ຊີ້ຂາດ​​ໃຫ້​ແກ່​ການ​ພັດທະນາ​ຂອງ​ບໍລິສັດໄຊ​ງ່ອນ 3.

        ”​ໄຊ​ງ່ອນ 3 ​ໄດ້​ຜ່ານໄລຍະທາງທີ່​ຫຍຸ້ງຍາກຫຼາຍ​ຢ່າງ, ​​​ແຕ່​ໃນ​ຈຸດ​ເວລາ​ນັ້ນ​​ ຂ້າພະ​ເຈົ້າ​ຍິ່ງ​ມີ​ຄວາມ​​ເຊື່​ອໝັ້ນ ​ແລະ ​ເອົາ​ໃຈ​ໃສ່​ເຖິງຊາວ​ຜູ້​ອອກ​ແຮງ​ງານກວ່າ,  ມີ​ບາງ​ຄັ້ງ​ພວກ​ຂ້າພະ​ເຈົ້າ​ຕ້ອງ​ໄປ​ກູ້​ຢືມ​ເງິນ​ ຫຼື​ຂາຍ​ເຄື່ອງ​ຂອງ​ຄ​້າງ​ສາງ ເພື່ອ​ຈ່າຍ​ເງິນ​ເດືອນ​, ​ແບ່ງປັນ​ຄວາ​ມຫຍຸ້ງຍາກ​ກັບຜູ້​ອອກ​ແຮງ​ງານ, ດັ່ງ​ນັ້ນໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ເຂົາ​ເຈົ້າ ​ເພື່ອ​ພ້ອມ​ກັບ​ບໍລິສັດຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ”.

ວິລະຊົນແຮງງານ Pham Xuan Hong ຜູ້ຖືຜົນປະໂຫຍດ ຂອງຜູ້ອອກແຮງງານເປັນສຳຄັນ - ảnh 2

ທ່ານ Pham Xuan Hong

ໃນພິທີຮັບນາມມະຍົດວິລະ​ຊົນ​ແຮງ​ງານ

        ​ໃນ​ຈຸດ​ເວລາ​ທີ່​ບໍລິສັດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ປີ 2008, ມີ​ຫຼາຍ​ຄົນ​ໄດ້​ສະ​ເໜີ​ຫຼຸດຜ່ອນ​ຈຳນວນ​ຜູ້​ອອກ​ແຮງ​ງານ​ລົງ​ເພື່ອ​ສືບ​ຕໍ່​ການ​ເຄື່ອນ​ໄຫວ ​ແລະ ຮັບປະກັນ​ຜົນ​ກຳ​ໄລ, ​ແຕ່​ທ່ານ Pham Xuan Hong ຍັງ​ຄົງ​ເດັດ​ດ່ຽວ​ຊອກ​ຫາ​ວິທີ​ເພື່ອຮັກສາ​ຜູ້​ອອກ​ແຮງ​ງານ​ໄວ້. ທ່ານ​ໄດ້​ຕົກລົງ​ຫຼຸດຜ່ອນ​ເງິນ​ເດືອນ​ຂອງ​ສະພາ​ບໍລິຫານ ພ້ອມ​ກັບ​ຄ່າ​ທຳນຽມ​ອື່ນໆ​ເພື່ອ​ສືບ​ຕໍ່​ຮັກສາ​ກຳລັງ​ຜູ້​ອອກ​ແຮງ​ງານ​ໄວ້. ​ໃນ​ຂະນະ​ທີ່​ມີ​ວິ​ສາ​ຫະກິດອື່ນໆ​ຫຼາຍ​ແຫ່ງ​​ຂາດກຳລັງ​ແຮງ​ງານ​ນັ້ນ, ​ແຕ່ບໍລິສັດ​ໄຊ​ງ່ອນ 3 ພັດ​ມີ​ກຳມະກອນ 2.800 ຄົນ​ເຮັດ​ວຽກ​ເປັນ​ປົກກະຕິ ​ຮັບປະກັນຜະລິດ​ສິນຄ້າ​ຖືກ​ກັບ​ກຳນົດເວລາ, ​ເງິນ​ເດືອນ​ສະ​ເລ່ຍຂອງ​ກຳມະກອນ​ໃນ​ບໍລິສັດ​ຍາມ​ໃດ​ກໍ່​ບັນລຸ 6 ລ້ານ​ດົ່ງ​/ຄົນ/​ເດືອນ.

        ​ໂດຍ​ແມ່ນ​ຜູ້​ເດັດ​ດ່ຽວ​ໃນ​ວຽກ​ງານ, ມີ​ປະສົບ​ການ​ໃນການ​ເຊັນ​ສັນຍາ ​ແລະ ຍາມ​ໃດ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຄູ່ຮ່ວມ​ມື, ດັ່ງ​ນັ້ນ​ເພື່ອນ​ຮ່ວມ​ງານທັງພາຍ​ໃນ, ​ແລະ​ ​ຕ່າງປະ​​ເທດຍາມ​ໃດ​ກໍ່​ນັບຖືທ່ານ. ປະຈຸ​ບັນ, ນອກຈາກ​ຕະຫຼາດ​ສົ່ງ​ອອກ​ທີ່​ເປັນ​ມູນ​ເຊື້ອ​ຄື: ​ຍີ່ປຸ່ນ, ອາ​ເມ​ລິ​ກາ, ​ເອີ​ລົບ ​ແລະ ປະ​ເທດ​ຈຳນວນ​ໜຶ່ງ​ແລ້ວ, ​ໄຊ​ງ່ອນ 3 ພວມ​ພັດທະນາ​ຕະຫຼາດ​ໃໝ່​ຕື່ມ​ອີກ​ຄື: ສ​ເກົາຫຼີ, ​ເອີ​ລົບ​ຕາ​ເວັນ​ອອກ, ອາ​ເມ​ລະກາ​ໃຕ້... ທ່ານ Pham Xuan Hong ​ໃຫ້​ຮູ້​ວ່າ: ຜົນງານ​ຂອງ​ໄຊ​ງ່ອນ 3 ​ແມ່ນ​ຍ້ອນ​ກົງຈັກ​ການ​ນຳ​ມີ​ຄວາມ​ສາມັກຄີ, ​ເຂົ້າ​ອົກ​ເຂົ້າ​ໃຈ, ມີ​ເຈດ​ຈຳນົງ​ພັດທະນາ​ຮ່ວມ​ກັນ ​ແລະ ພິ​ເສດ​ແມ່ນ​ມີ​ຖັນ​ແຖວ​ຜູ້​ອອກ​ແຮງ​ງານ​ທີ​ຊຳນານ​ງານ ​ແລະ ສຸດຈິດ​ສຸດ​ໃຈ​ກັບ​ບໍລິສັດ, ອັນ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ມີຄວາມ​ສະດວກທີ່​ສຸດ ​ເພື່ອ​ໃຫ້​ກຳມະກອນ​ຫຼໍ່​ຫຼອມ ​ແລະ ​ເຕີບ​ໃຫຍ່, ອຸທິດ​ສ່ວນ​ໃຫ້​ແກ່​ບໍລິສັດ. ອ້າຍ Tran Van Vuong, ກຳມະກອນ​ຜູ້​ໜຶ່ງ​ວທີ່​ຫາ​ກໍ່​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ພັກ, ​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

        ”ນ້ອງ​ເຫັນ​ວ່າ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກ​ຢູ່​ທີ່​ນີ້​ສະດວກ​ສະບາຍ​ທີ່​ສຸດ. ຄະນະ​ຜູ້ອຳນວຍການ​ໄດ້​ເອົາ​ໃຈ​ໃສ່​​ເບິ່ງ​ແຍງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ກຳມະກອນ​ໃນ​ບໍລິສັດ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ ກໍ່​ຄື​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ກຳມະກອນ​ໃຫ້​ດີກ​ວ່າ”.

ວິລະຊົນແຮງງານ Pham Xuan Hong ຜູ້ຖືຜົນປະໂຫຍດ ຂອງຜູ້ອອກແຮງງານເປັນສຳຄັນ - ảnh 3

ວິລະ​ຊົນ​ແຮງ​ງານ Pham Xuan Hong

        ທ່ານ  Pham Xuan Hong ມີທັດສະນະວ່າ, ເລື່ອງຖືຜົນປະໂຫຍດ ຂອງຜູ້ອອກແຮງ​ງານ​ເປັນ​ສຳຄັນ ໝາຍ​ຄວາມ​ວ່າ​ບໍລິສັດ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ກໍ່​ຄື​ສຸຂະພາບ​ຂອງ​ຜູ້​ອອກ​ແຮງ​ງານ. ໜຶ່ງ​ໃນ​ບັນດາ​ກົດ​ລະບຽບ​ແຫ່ງ​ການ​​ເຄື່ອນ​ໄຫວ​ຂອງ​ບໍລິສັດ​ນັ້ນ​ແມ່ນ​ກຳມະກອນ​ທີ​ມີ​ລູກ​ໄປ​ຮຽນ​ຈະໄດ້​ຮັບ​ເງິນ​ໜູນ​ຊ່ວຍ​ໃນ​ແຕ່ລະ​ເດືອນ. ສະ​ເພາະ​ກໍລະນີ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ​ເວລາ​ເຈັບ​ເປັນ​ກໍ່​ໄດ້​ຮັບ​ເງິນ​ອຸດ​ໜູນ​ເປັນ​ປະຈຳ. ມີ​ກຳມະກອນ​ບາງ​ຄົນ​ຖືກ​ພະຍາດ​ໜັກ, ຕ້ອງ​ເສຍ​ຄ່າ​ປິ່ນປົວ​ພະຍາດ​ນັບ​ຮ້ອຍ​ລ້ານ​ດົ່ງ, ທ່ານ  Pham Xuan Hong ​ເອງ ​ແລະ​ບັນດາ​ໝູ່​ຄະນະ​ໄດ້​ໄປ​ຢາມ​ເປັນ​ປະຈຳ ​ແລະ ຊຳລະ​ຄ່າ​ປິ່ນປົວ​ພະຍາດ​ທັງ​ໝົດ​ໃຫ້​ແກ່​ເຂົາ​ເຈົ້າ. ທ່ານ Nguyen Buu Xuyen, ກຳມະກອນ​ບໍລິສັດ​ໄຊ​ງ່ອນ 3, ​ເວົ້າ​ວ່າ:

        ”ອາວ Hong ​ແມ່ນ​ຜູ້ອຳນວຍການ​ຜູ້ໃຈດີ, ບໍ່​ພຽງ​ແຕ່​ແມ່ນ​ຜູ້ອຳນວຍການ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້​ເປັນ​ພໍ່, ​ເປັນ​ອາວ ຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ກຳມະກອນ, ​ເຖິງ​ວ່າ​ມີ​ອາຍຸ​ສູງ​ແລ້ວ​ກໍ່ຕາມ, ​ແຕ່​ຍາມ​ໃດ​ອາ​ວກໍ່​ມີ​ຄວາມ​ໃກ້​ຊິດ​ຕິດ​ແທດ​ກັບ​ການ​ການ​ເຄື່ອນ​ໄຫວດຳ​ເນີນ​ຊີວິດ​ຂອງ​ຊາວ​ໜຸ່ມພວກ​ນ້ອງ ”.

        ດ້ວຍ​ນະ​ໂຍບາຍ​ຖື​ຜົນ​ປະ​ໂຫຍ​ດ​ຂອງ​ຜູ້​ອອກ​ແຮງ​ງານ​ເປັນ​ສຳຄັນ, ​ແລະ​ຕິດ​ພັນ​ກັບ​ຜູ້​ອອກ​ແຮງ​ງານ​ນັ້ນ, ບໍລິສັດ​ຫຸ້ນ​ສ່ວນ​ຕັດຫຍິບ​ໄຊ​ງ່ອນ 3 ສືບ​ຕໍ່​ໄດ້​ຮັບ​ຜົນສຳ​ເລັດ. ປີ 2012, ທາງ​ບໍລິສັດ​ຄາດ​ວ່າ​ຈະ​ບັນລຸ​ລາຍ​ຮັບ​ກວ່າ 1.600 ຕື້​ດົ່ງ, ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ 2011 ​ແມ່ນ 10%. ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ທ່ານ  Pham Xuan Hong ພ້ອມ​ກັບ​ຄະນະ​ການ​ນຳ​ບໍລິສັດ​ຍາມ​ໃດ​ກໍ່​ພະຍາຍາມ​ຊອກ​ຫາ​ສັນຍາ​ສົ່ງ​ອອກ​ສິນຄ້າ, ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ບໍລິສັດ, ປະກອບສ່ວນ​ສ້າງ​ລາຍ​ຮັບ​ເປັນ​ປົກກະຕິ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່ກຳມະກອນ​ຂອງ​ບໍລິສັດ.

ຕອບກັບ

ຂ່າວ/ບົດ​ອື່ນ