ວິຫານ ເກົາຍີໃນຍາມລະດູບານໃໝ່

(VOVWORLD) -ໃນຫຼາຍສະຕະວັດມານີ້, ໜອງ ໂຮ່ໄຕ ແລະ ໜອງ ຈຸກແບກບໍ່ພຽງແຕ່ແມ່ນທິວທັດທຳມະຊາດທີ່ສວຍສົດງົດງາມຂອງນະຄອນຫຼວງຮ່າໂນ້ຍເທົ່ານັ້ນ, ຫາກຍັງແມ່ນແຫ່ງທີ່ມີປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງທີ່ຕິດພັນກັບ 2 ໜອງດັ່ງກ່າວອີກດ້ວຍ. ໃນນັ້ນມີວິຫານ ເກົາຍີ ໝາຍເຖິງໝານ້ອຍ ຊຶ່ງແມ່ນປູຊະນີຍະສະຖານທີ່ເປັນເອກະລັກສະເພາະ

ຕາມການເລົ່າຂານສືບກັນມາວ່າ : ວິຫານແຫ່ງນີ້ບູຊາໝານ້ອຍໂຕໜຶ່ງ ຕິດພັນກັບເລື່ອງນິຍາຍກ່ຽວກັບເຈົ້າຊີວິດ ຫຼີກົງອວນ ຂຶ້ນພະລາຊະບັນລັງ ແລະ ໄດ້ຍົກຍ້າຍເມືອງຫຼວງມາຕັ້ງຢູ່ທັງລອງ-ຮ່າໂນ້ຍ ກ່ອນນີ້ 1000 ປີ. ລະດູບານໃໝ່ປີ ຈໍ 2018,  ວິຫານ ເກົາຍີ ໄດ້ຮັບການບູລະນະປະຕິສັງຂອນສຳເລັດຢ່າງສວຍງາມ ອັນໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ.

ວິຫານ ເກົາຍີໃນຍາມລະດູບານໃໝ່  - ảnh 1 ວິຫານ ເກົາຍີຢູ່ໜອງຈຸກແບກ, ຮ່າໂນ້ຍ

     ວິຫານ ເກົາຍີ ໃນທຸກວັນນີ້ ຖືກເອີ້ນວ່າ ຖຸຍຈຸງຕຽນ ໝາຍເຖິງ ນາງເທວະດາໃຕ້ນ້ຳ, ວິຫານແຫ່ງນີ້ ຖືກຕັ້ງບົນດອນນ້ອຍແຫ່ງໜຶ່ງ ທາງກ້ຳເໜືອຂອງໜອງຈຸກແບກ ທີ່ເມືອງບາດິງ-ຮ່າໂນ້ຍ ຊຶ່ງແມ່ນສະຖານທີ່ທ່ອງທ່ຽວທີ່ງົດງາມໃນກຸ່ມທັດສະນີຍະພາບໜອງໂຮ່ໄຕ-ຈຸກແບກ. ນີ້ແມ່ນວິຫານໄດ້ຮັບການປຸກສ້າງແຕ່ສະໄໝລາດຊະວົງຫຼີ. ຕາມເລື່ອງນິຍາຍເລົ່າຂານສືບກັນມາວ່າ : ຢູ່ໝູ່ບ້ານດິງບາງ, ແຂວງບັກນິງ, ມີໝາແມ່ໂຕໜຶ່ງໄດ້ອອກໝານ້ອຍ, ແຕ່ຂົນຂອງມັນມີດ່າງເປັນຮູບຕົວໜັງສື “ລູກພະອິນ” ໝາຍເຖິງເຈົ້າຊີວິດ. ນີ້ແມ່ນປະກົດການທີ່ກົງກັບເຫດການເຈົ້າຊີວິດ ຫຼີກົງອວນ ຂຶ້ນພະລາຊະບັນລັງ ( ພະອົງເກີດປີຈໍ). ພ້ອມກັນນັ້ນ, ເຈົ້າຊີວິດ ຫຼີກົງອວນ ຍັງຝັນເຫັນ ໝາແມ່ ແລະ ໝານ້ອຍ ລອຍຂ້າມແມ່ນ້ຳແດງມາຍັງທັງລອງ. ເພາະສະນັ້ນ, ພະອົງໄດ້ໃຫ້ປຸກສ້າງວິຫານ ເກົາຍີ. ນັກຄົ້ນຄ້ວາວັດທະນະທຳພື້ນເມືອງ ຫງວຽນຮຸ່ງວີ້ ໃຫ້ຮູ້ວ່າ : 

    “ ວິຫານແຫ່ງນີ້ ໄດ້ຕິດພັນກັບເລື່ອງລາວເລົ່າຂານປາກຕໍ່ປາກ ຊຶ່ງຖືກບັນທຶກໄວ້ໃນປື້ມປະຫວັດສາດດ້າຍຫວຽດຄົບຊຸດ ແລະ ປຶ້ມເກົ່າອື່ນໆອີກຫຼາຍເຫຼັ້ມ. ເລື່ອງລາດຊະວົງຫຼີ ທຳບູຊາໝານ້ອຍແມ່ນຕິດພັນກັບປີຈໍ. ເຈົ້າຊີວິດ ຫຼີກົງອວນ ເກີດປີ ຈໍ ແລະ ຮອດປີ 1010 ປີຈໍ, ເຈົ້າຊີວິດ ຫຼີກົງອວນ ຂຶ້ນພະລາຊະບັນລັງ ແລະ ໄດ້ຕົກລົງຍົກຍ້າຍເມືອງຫຼວງມາຕັ້ງຢູ່ທັງລອງໝາຍເຖິງຮ່າໂນ້ຍໃນປະຈຸບັນ”

      ໄລຍະເວລາໄດ້ຜ່ານພົ້ນໄປ, ວິຫານ ເກົາຍີ ຕັ້ງຊ້ອນຕົວຢູ່ທາງຫຼັງແຖວກົກໄມ້ໃຫຍ່, ບໍ່ສູ້ມີຄົນໄປມາ, ດັ່ງນັ້ນໄດ້ປະປ່ອຍໄປແບບຮົກເຮື້ອ. ຕາມການເວລາ, ປະເພນີບູຊາໝານ້ອຍ ກໍຖືກສູນຫາຍໄປ, ຊຸມຊົນຢູ່ອ້ອມແອ້ມໜອງຈຸກແບກໄດ້ບູລະນະປະຕິສັງຂອນວິຫານແຫ່ງນີ້ ເພື່ອບູຊາເຈົ້າປາ ແລະ ເຈົ້ານ້ຳ. ຍ້ອນເຫດນີ້ເອງ,  ວິຫານ ເກົາຍີ ໃນທຸກວັນນີ້ ຍັງຖືກເອີ້ນວ່າ ຖຸຍຈຸງຕຽນ ໝາຍເຖິງ ນາງເທວະດາໃຕ້ນ້ຳ. ທ່ານ ບຸຍຮົ່ງເຊີນ ຢູ່ຖະໜົນເຈີ້ນວູ້ ເລົ່າສູ່ຟັງວ່າ :

     “ ຕາມຂ້າພະເຈົ້າໄດ້ຮູ້ແລ້ວວ່າ ວິຫານ ເກົາຍີໄດ້ຮັບການປຸກສ້າງມາແຕ່ສະໄໝລາດຊະວົງຫຼີ. ບັນດາຜູ້ອາຍຸສູງ ເລົ່າສູ່ຟັງວ່າ   ໃນຄາວນັ້ນ, ເຈົ້າຊີວິດ ຫຼີກົງອວນ ໄດ້ຍົກຍ້າຍເມືອງຫຼວງມາຕັ້ງຢູ່ທັງລອງ-ຮ່າໂນ້ຍ, ເມື່ອຂີ່ເຮືອບົນໜອງຈຸກແບກ, ກໍຝັນເຫັນໝາຂາວໂຕໜຶ່ງ, ດັ່ງນັ້ນ, ພະອົງໄດ້ໃຫ້ປຸກສ້າງວິຫານ ເກົາຍີ. ປີ 2010 ເນື່ອງໃນໂອກາດສະເຫຼີມສະຫຼອງ 1 ພັນປີແຫ່ງວັນຄົບຮອບທັງລອງ-ຮ່າໂນ້ຍ, ທາງນະຄອນຮ່າໂນ້ຍ ໄດ້ດຳເນີນການບູລະນະປະຕິສັງຂອນວິຫານແຫ່ງນີ້. ເພາະການບູຊາໝາຖືກສູນຫາຍໄປ, ດັ່ງນັ້ນຢູ່ ວິຫານ ເກົາຍີ ຍັງບູຊາເຈົ້ານ້ຳ. ຍ້ອນເຫດນີ້ເອງ,  ວິຫານ ເກົາຍີ ໃນທຸກວັນນີ້ ຍັງຖືກເອີ້ນວ່າ ຖຸຍຈຸງຕຽນ ໝາຍເຖິງ ນາງເທວະດາໃຕ້ນ້ຳ ”

     ຕາມທ່ານເຊີນແລ້ວ, ປະຊາຊົນທີ່ດຳລົງຊີວິດຢູ່ອ້ອມແອ້ມວິຫານ ເມື່ອກ່ອນນີ້ ເຄີຍໄປຖະຫວາຍບູຊາໃນຊຸມວັນບຸນເຕັດ, ເປັນຕົ້ນແມ່ນຍາມຕົົ້ນລະດູບານໃໝ່. ປະຊາຊົນໄປບູຊາຢູ່ ວິຫານ ເກົາຍີ ກໍຍ້ອນມີຄວາມສຳນຶກວ່າ ໝາແມ່ນສັດທີ່ດີ ໃກ້ຊິດກັບມະນຸດ ແລະ ນຳມາເຊິ່ງຄວາມໂຊກດີ, ຄວາມມ່ວນຊື່ນໃນປີໃໝ່. ແຂກທ່ອງທ່ຽວມາບູຊາຢູ່ ວິຫານ ເກົາຍີ ແມ່ນເຄີຍພາວະນາຂໍໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ. ມີພວກແມ່ຍິງຫຼາຍຄົນເຄີຍມານີ້ບູຊາເພື່ອພາວະນາຂໍໃຫ້ປະສູກລູກ ແຂງແຮງ ແລະ ເປັນລູກຄົນຮູ້ ແລະ ຮຽນເກັ່ງ.

     ໃນຊຸມປີ 80 ຂອງສະຕະວັດກ່ອນ, ວິຫານ ເກົາຍີຖືກເສື່ອມຄຸນະພາບ, ຖືກປະລະຮົກເຮື້ອ ເພາະບັນດາຜູ້ຄົນມາບູຊາກໍຫຼຸດໜ້ອຍຖອຍລົງ. ເນື່ອງໃນໂອກາດສະເຫຼີມສະຫຼອງ 1 ພັນປີແຫ່ງວັນຄົບຮອບທັງລອງ-ຮ່າໂນ້ຍ, ທາງນະຄອນຮ່າໂນ້ຍ ໄດ້ດຳເນີນການບູລະນະປະຕິສັງຂອນວິຫານແຫ່ງນີ້ ແລະ ໄດ້ເປີດສະຫຼອງໃນວັນທີ 25 ມິຖຸນາປີ 2017. ວິຫານ ເກົາຍີ ຖືກເຊື່ອມຕໍ່ກັບຝັ່ງດ້ວຍຫົວຫີນຕັ້ງຂ້າມໜອງຈຸກແບກ. ຂົວແຫ່ງນີ້ຍາວ 18 ແມັດ ກ້ວາງ 2,25 ແມັດ. ໃນ ວິຫານ ເກົາຍີມີຮູບຫຼໍ່ຫຼາຍຮູບໂດຍບັນດານັກສີລະປະການຫຼໍ່ທອງໃນໝູ່ບ້ານງູ້ຊ້າຜະລິດ. ຈາກວິຫານຖືກປະລະຮົກເຮື້ອ ແລະ ຖືກຫຼົງລືມເປັນເວລາຫຼາຍປີ, ມາບັດນີ້, ວິຫານ ເກົາຍີ ຫຼື ວິຫານຖຸຍຈຸງຕຽນ ໄດ້ຮັບການຟື້ນຟູກາຍເປັນປູຊະນີຍະສະຖານແຫ່ງການເຫຼື້ອມໃສທີ່ໃຫຍ່ໂຕຢູ່ດອນໜ່ວຍໜຶ່ງບົນໜອງຈຸກແບກທີ່ສວຍສົດງົດງາມຂອງຮ່າໂນ້ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ