ວິຫານພະແມ່-ສະຖານທີ່ບູຊາທີ່ສັກສິດໃນແຂວງຮຶງອຽນ

(VOVWORLD) -ໂດຍຖືກຕັ້ງຢູ່ຖະໜົນບ້າຍໄສ້, ຕາແສງກວາງຈຸງ, ນະຄອນຮຶງອຽນ, ວິຫານພະແມ່ແມ່ນໜຶ່ງໃນບັນດາສະຖານທີ່ບູຊາທີ່ສັກສິດໃນແຂວງຮຶງອຽນ, ອັນໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວທີ່ມາຈາກສາລະທິດ

ນີ້ແມ່ນວິຫານພຽງແຫ່ງດຽວທີ່ນອນໃນກຸ່ມປູຊະນີຍະສະຖານລະດັບຊາດພິເສດ ໂຟ້ຮ້ຽນ ຊຶ່ງບໍ່ພຽງແຕ່ມີຄວາມງາມທາງດ້ານສະຖາປັດຕະຍະກຳ, ທັດສະນີຍະພາບເທົ່ານັ້ນ, ຫາກຍັງຊ້ອນແຝງບັນດາຄຸນຄ່າວັດທະນະທຳທີ່ມີບໍ່ຮູບຮ່າງທີ່ເປັນເອກະລັກຂອງໂຟ້ຮ້ຽນ.

ວິຫານພະແມ່-ສະຖານທີ່ບູຊາທີ່ສັກສິດໃນແຂວງຮຶງອຽນ  - ảnh 1 ວິຫານພະແມ່-ສະຖານທີ່ບູຊາທີ່ສັກສິດໃນແຂວງຮຶງອຽນ

   ວິຫານພະແມ່ຕັ້ງບົນເນືອທີ່ດິນກ້ວາງເກືອບ 3000 ຕາແມັດ, ທາງໜ້າແມ່ນໜອງມີຮູບຊີກວົງເດືອນ, ໄປສາຍຕາໄປທາງໄກກ່ວາແມ່ນແມ່ນ້ຳແດງ. ນີ້ແມ່ນວິຫານບູຊາພະແມ່ ເຢືອງກຸຍຟີ ໃນສະໄໝລາດຊະວົງ ຊົງ ຂອງຈີນ. ນີ້ແມ່ນຈຸດທີ່ແຕກຕ່າງ ແລະ ຫາຍາກເມື່ອທຽບໃສ່ບັນດາວິຫານເກົ່າຂອງຊາວຫວຽດນາມ. ຕາມປຶ້ມບັນທຶກປະຫວັດສາດແລ້ວ, ວິຫານພະແມ່ຖືກປຸກສ້າງໃນສະໄໝເຈົ້າຊີວິດເຈີນເຍີນຕົງ ເມື່ອປີ 1279, ເຖິງວ່າໄດ້ຜ່ານການບູລະນະປະຕິສັງຂອນມາເປັນຫຼາຍຄັ້ງກໍຕາມ, ແຕ່ເມື່ອມາຢ້ຽມຊົມວິຫານແຫ່ງນີ້, ແຂກຄົນທັງຫຼາຍຈະເຫັນປະຈັກຕາຄວາມເກົ່າແກ່ຂອງມັນຊຶ່ງສະແດງອອກຜ່ານດິນຈີແຕ່ລະກ້ອນ, ຫຼັງຄາຫຼືຮູບປັ້ນແຕ່ຮູບ.

    ປະຕູໂຂງຂອງວິຫານຖືກປຸກສ້າງຢ່າງສວຍງາມ, ປະກອບດ້ວຍ 2 ຊັ້ນ, 8 ຫຼັງຄາ, ມີປະຕູໃຫຍ່ຢູ່ເຄິ່ງກາງ ແລະ 2 ປະຕູນ້ອຍຢູ່ ຕາມ 2 ຂ້າງ ມີຮູບໂຄ້ງ. ທາງເທິ່ງປະຕູມີແຜ່ນຕົວໜັງສືຈີນຖືກເຮັດດ້ວຍດິນເຜົາຕິດຕໍ່ກັນ ຊຶ່ງແປວ່າ “ພະແມ່ສະຫຼາດສ່ອງໃສ່” ໃນມະຫາຊົນ.                                          

     ເມື່ອກ້າວເຂົ້າວິຫານຜ່ານປະຕູໂຂງ, ແຂກຄົນຕ່າງກໍຮູ້ສຶກໄດ້ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບງຽບທີ່ສັກສິດ, ໄດ້ຍິນສຽງນົກຮ້ອງໃນທ່າມກາງຄວັນທູບກຸ້ມໄປທົ່ວບໍລິເວນວິຫານ. ເດີນວິຫານຖືກປົກຄຸມໄປດ້ວຍຮົ່ມເຢັນຂອງຕົ້ນໄມ້ໃຫຍ່, ຍິ່ງເຮັດໃຫ້ເພີ່ມຄວາມເຄັ່ງຂຶມຫຼາຍຂຶ້ນ. ນາງ ຫງວຽນທິລຽນ ຜູ້ນຳທ່ຽວແນະນຳໃຫ້ຮູ້ວ່າ : 

     “ ຢູ່ເດີນວິຫານມີຕົ້ນໂພ, ຕົ້ນໄຮໃຫຍ່ 3 ຕົ້ນປົ່ງກອງກັນ ທີ່ມີມາກ່ອນນີ້ 800 ປີ. ບັນດານັກວິທະຍາສາດໃຫ້ຮູ້ວ່າ : ຢູ່ເຂດທົ່ງພຽງພາກເໜືອ, ມີຕົ້ນໄມ້ໃຫຍ່ຫາຍາກຫຼາຍຕົ້ນ, ແຕ່ຕົ້ນໄມ້ໃຫຍ່ຢູ່ວິຫານພະແມ່ ແມ່ນບໍ່ອາດຊອກເຫັນຢູ່ບໍ່ວ່າແຫ່ງໃດເລີຍ. ”

    ເມື່ອຍ່າງຜ່ານເດີນ ກໍຈະຮອດຫໍບູຊາທາງໜ້າວິຫານ ປະກອບດ້ວຍ 3 ຫ້ອງ, 2 ຊັ້ນ, 8 ຫຼັງຄາມີຮູບໂຄ້ງແບບມັງກອນເລື່ອນ, ມຸງດ້ວຍດິນຂໍເຜົາແບບເກັດມັງກອນ, ຢູ່ເຄິ່ງກາງມີຮູບປັ້ນມັງກອນ 2 ໂຕພວມເຝົ້າດວງເດືອນ ທີ່ເຂັ້ມຂົ້ນໄປ ດ້ວຍສີສັນຊາດຫວຽດນາມ. ຢູ່ທັງ 2 ເບື້ອງຫໍບູຊາ, ແມ່ນວັງ ລິວລີ ແລະ ວັງ ກວາງຮ່ານ. ນາງ ຫງວຽນທິລຽນ ຜູ້ນຳທ່ຽວແນະນຳໃຫ້ຮູ້ຕື່ມອີກວ່າ : 

    “ ຢູ່ບ່ອນໃຈກາງຫໍບູຊາທາງໜ້າວິຫານພະແມ່ ຖືກແຂວງແຜ່ນຄຳຜະຫຍາຂອງທ່ານ ປ.ອ ຈູແມ້ງຈິງ ຂຽນເມື່ອປີ 1896 ຊຶ່ງໄດ້ສັນລະເສີນຄວາມງາມຂອງວິຫານແຫ່ງນີ້ ແລະ ຄວາມບໍລິສຸດຂອງພະແມ່. ແລະ ກໍຢູ່ໃນຫໍບູຊານີ້ ກໍມີວໍຕັ້ງຢູ່ແຈ່ຫ້ອງບູຊາ ຖືກແກະຄວັດສະຫຼັກຢ່າງລະອຽດອ່ອນດ້ວຍສິລະປະປະຕິມາກຳໃນສະໄໝລາດຊະວົງເລ ”

     ຍ່າງຜ່ານຫໍບູຊາທາງໜ້າວິຫານ ກໍຈະຮອດຫໍບູຊາທາງຫຼັງ, ຢູ່ບ່ອນນີ້ ມີຮູບປັ້ນຂອງພະແມ່ ເຢືອງກຸ້ຍຟີ ພ້ອມກັບຮູບປັ້ນນາງສະໜົມ 2 ຮູບ. ນັ້ນແມ່ນກິມທິ ແລະ ລ້ຽວທິ ເຊິ່ງມີມາແຕ່ສະຕະວັດທີ 17-18. ຮູບປັ້ນທັງໝົດ ລ້ວນແຕ່ຖືກທາສີແດງ ແລະ ຟອກຄຳປິວ.

    ນອກຈາກທັດສະນີຍະພາບທີ່ສວຍງາມ ແລະ ສະຖາປັດຕະຍະກຳທີ່ເກົ່າແກ່ແລ້ວ, ໃນວິຫານກໍຍັງເກັບຮັກສາບັນດາວັດຖຸພັນບູຮານອັນລ້ຳຄ່າເຊັ່ນ: ວໍ, ຮູບແກະຄວັດສະຫຼັກມັງກອນ, ພະລາຊະດຳລັດສະໄໝລາດຊະວົງເລ, ລາດຊະວົງຫງວຽນ ພ້ອມກັບແຜ່ນຄຳຜະຍາຕ່າງໆ. ແຂກທ່ອງທ່ຽວທີີ່ມາຈາກສາລະທິດລ້ວນແຕ່ເລົ່າຂານສູ່ກັນຟັງວ່າ ມາໄຫວ້ບູຊາຢູ່ວິຫານພະແມ່ ຖ້າຫາກພາວະນາຂໍໃຫ້ມີສິ່ງໃດ ກໍໄດ້ສິ່ງນັ້ນເລີຍ. ມາບູຊາຢູ່ວິຫານພະແມ່ ກໍຕ້ອງມີຈິດໃຈທີ່ໂປ່ງໃສ່, ມຸ່ງໄປສູ່ຄວາມສຸດຈະລິດ, ຢາໂລບມາກໂລພາ. ອ້າຍເຢືອງຊວນຮຶງ ແຂກທ່ອງທ່ຽວທີ່ມາຈາກຫາຍຟ່ອງ ເປີດເຜີຍວ່າ : 

    “ ເມື່ອໄປຜ່ານນີ້ຫຼາຍຄັ້ງ, ຂ້າພະເຈົ້າລ້ວນແຕ່ແວ່ຢາມເພື່ອຈູດທູບທຽນບູຊາພະແມ່. ພາຍຫຼັງທຳບູຊາແລ້ວ, ກໍຮູ້ສຶກສະຫວາດສະເຫວີຍ. ວິຫານແຫ່ງນີ້ ມີສະຖາປັດຕະຍະກຳ ແລະ ທັດສະນີຍະພາບທີ່ສວຍງາມທີ່ສຸດ ”

    ແຕ່ລະປີ, ງານບຸນວິຫານພະແມ່ຢູ່ຮຶງອຽນຖືກຈັດຂຶ້ນແຕ່ວັນທີ 10 ຫາວັນທີ 15 ເດືອນ 3 ໄລ່ຕາມຈັນທະປະຕິທິນຊຶ່ງລວມມີ 2 ຂັ້ນຕອນເຊັ່ນ: ຂັ້ນຕອນທຳພິທີດ້ວຍການແຫ່ວໍ ແລະ ຂັ້ນຕອນຈັດບຸນ ລວມມີບັນດາລະຫຼິ້ນພື້ນເມືອງ ແລະ ການຂັບເຈົາວັນ. ທ່ານນາງ ດິງທິລຽນ, ສັງກັດຄະນະຄຸ້ມຄອງ ວິຫານພະແມ່ໃຫ້ຮູ້ວ່າ : 

    “ ວັນທີ 10 ແມ່ນວັນເປີດງານບຸນ, ວັນທີ 12 ແມ່ນວັນແຫ່ວໍ ພະແມ່. ວໍພະແມ່ຖືກແຫ່ຮອດໃສ, ຊາວບ້ານກໍຖະຫວາຍໝາກໄມ້, ເຄື່ອງຂອງບູຊາ. ວັນທີ 13 ແມ່ນວັນໄຫວ້ບູຊາພະແມ່, ວັນທີ 15 ແມ່ນວັນປິດພິທີບູຊາ. ຮອດວັນທີ 14 ເດືອນ 7 ໄລ່ຕາມຈັນທະປະຕິທິນ ກໍແມ່ນວັນສຳຄັນຂອງວິຫານ ຊຶ່ງແມ່ນວັນຖ່າຍເຄື່ອງນຸ່ງໃຫ້ແກ່ພະແມ່ ທັງແມ່ນວັນຈັດງານລ້ຽງໃຫຍ່ຂອງວິຫານອີກດ້ວຍ  ”

    ວິຫານພະແມ່ໃນປະຈຸບັນ ກໍແມ່ນສະຖານທີ່ທ່ອງທ່ຽວວັດທະນະທຳຈິດວິນຍານ, ບໍ່ພຽງແຕ່ສຳລັບຊາວແຂວງຮຶງອຽນເທົ່ານັ້ນ, ຫາກຍັງດຶງດູດແຂກທ່ອງທ່ຽວທີ່ມາຈາກສາລະທິດ ມານະມັດສະການ, ທຳພິທີບູຊາ ພາວະນາຂໍໃຫ້ມີຄວາມໂຊກດີ, ມີໂຊກມີລາບອີກດ້ວຍ. ບໍ່ພຽງແຕ່ໃນມື້ຈັດວັນບຸນເທົ່ານັ້ນ, ຫາກຍັງໃນມື້ວັນທີ 1 ແລະ ວັນເພັງໄລ່ຕາມຈັນທະປະຕິທິນໃນແຕ່ລະເດືອນ ແຂກທ່ອງທ່ຽວທີ່ມາຈາກສາລະທິດ ມານະມັດສະການ, ຈູດທູບທຽນບູຊາກໍຫຼາຍທີ່ສຸດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ