ວິຫານວ່າ ເຊິ່ງແມ່ນປູຊະນີຍະສະຖານບູຊາເຈົ້າພູຕານວຽນ

(VOVWORLD) -ໂດຍຖືກຕັ້ງບົນໂນນວ່າ ຂຶ້ນກັບບ້ານ ເວິນຢາ, ຕາແສງ ຈຸງຮຶງ ເທດສະບານເຊິນເຕິຍ ນະຄອນຮ່າໂນ້ຍ, ວິຫານວ່າ ແມ່ນສະຖານທີ່ເຫຼື້ອມໃສທີ່ສັກສິດ ແລະ ກໍ່ແມ່ນທິວທັດທຳມະຊາດທີ່ລືຊື່, ເປັນທີ່ຮູ້ຈັກກັນດີຂອງແຂກທ່ອງທ່ຽວທັງຢູ່ພາຍ ແລະ ຕ່າງປະເທດ. 
ວິຫານວ່າ ເຊິ່ງແມ່ນປູຊະນີຍະສະຖານບູຊາເຈົ້າພູຕານວຽນ  - ảnh 1 ວິຫານວ່າໃນບ້ານ ເວິນຢາ, ຕາແສງ ຈຸງຮຶງ ເທດສະບານເຊິນເຕິຍ ນະຄອນຮ່າໂນ້ຍ

ວິຫານວ່າ ແມ່ນວິຫານບູຊາພະອໍລະຫັນ, ເຈົ້າພູຕານວຽນ ເຊິ່ງແມ່ນວິຫານບູຊາພະອໍລະຫັນອົງໜຶ່ງໃນຈຳນວນ ພະອໍລະຫັນອຳມະຕະ 4 ອົງໃນເລື່ອງລາວເລົ່າຂານກັນມາຂອງຊາວຫວຽດນາມ. ວິຫານວ່າ ຍັງຖືກເອີ້ນວ່າ ດົງກຸງ (ໝາຍເຖິງຫໍບູຊາທາງທິດຕາເວັນອອກ) ໃນລະບົບ 4 ຫໍບູຊາຢູ່ເຊິນເຕິຍ. ທ່ານ ຟຸ່ງມິງເຊີນ ຜູ້ຮັບຜິດຊອບວິຫານວ່າ ໃຫ້ຮູ້ວ່າ:

     “ວິຫານວ່າ ຖືກປຸກສ້າງໃນເຂດປ່າກະຈະກວ້າງ  5,7 ເຮັກຕາ. ປັດຈຸບັນ ຍັງເຫຼືອຕົ້ນກະຈະໃຫ່ຍພຽງ 247 ຕົ້ນເທົ່ານັ້ນ. ເວລາທີ່ຜ່ານມາ, ສະມາຄົມຕົ້ນໄມ້ ມໍລະດົກ ຫວຽດນາມ ໄດ້ຮັບຮອງພຽງ 95 ຕົ້ນແມ່ນຕົ້ນໄມ້ມໍລະດົກ ແລະ ຈຳນວນຍັງເຫຼືອນັ້ນ, ພວກຂ້າພະເຈົ້າພວມສ້າງສຳເນົາເອກະສານ. ວິຫານວ່າ ຖືກຕັ້ງບົນເນື້ອທີ່ດິນທີ່ມີຮູບເຕົ່າ. ແຕ່ສະຕະວັດທີ XVI – XVII ວິຫານວ່າ ພຽງແຕ່ແມ່ນຫໍບູຊານ້ອຍ ຖືກເຮັດດ້ວຍໄມ້ໄຜ່ມຸງຫຍ້າເທົ່ານັ້ນ. ແຕ່ຮອດສະຕະວັດທີ XVIII ໄດ້ຖືກປຸກສ້າງຢ່າງໃຫ່ຍໂຕໂອໂຖງຄືໃນປັດຈຸບັນ”.

     ຕາມແຜ່ນສີລາຈາລຶກໃນປີ 1883, ວິຫານວ່າ ມີມາແຕ່ສະໄໝຫວຽດນາມພວມຢູ່ໃຕ້ແອກຄອບຄອງ ຂອງລາດຊະວົງເດື່ອງ. ຄາວນັ້ນວິຫານວ່າ ແມ່ນຫໍບູຊານ້ອຍແຕ່ມີຄວາມສັກສິດທີ່ສຸດ. ໃນປີ 1831 (ສະໄໝເຈົ້າຊີວິດ ມິງມ້າງ ອົງທີ 12) ເພື່ອຕອບສະໜອງຄວາມຕ້ອງການໃນການເຫຼື້ອມໃສ, ທາງລາດຊະວົງ ແລະ ປະຊາຊົນໃນເຂດ ໄດ້ປະກອບເຫື່ອແຮງ ແລະ ວັດຖຸເພື່ອປຸກສ້າງຫໍບູຊາຕື່ມອີກ 5 ຫ້ອງ. ມາຮອດປັດຈຸບັນ ວິຫານວ່າ ໄດ້ຜ່ານການບູລະນະປະຕິສັງຂອນເປັນ 3 ຄັ້ງແລ້ວ. ຕາມທິດສະດີ ໂຫເຮັງ, ເຂດໂນນພູນີ້ມີຮູບເຕົ່າ ພວມເລື່ອນລອຍໄປສູ່ທິດຕາເວັນອອກ. ບໍລິເວນຂອງວິຫານ ກ້ວາງປະມານ 2.000 ຕາແມັດ ຖືກໂອບອ້ອມດ້ວຍລະບົບກຳແພງ ກໍ່ດ້ວຍຫີນຍາບສູງກວ່າ 2 ແມັດ. ວິຫານແຫ່ງນີ້ຖືກປຸກສ້າງຕາມທິດເໜືອ-ໃຕ້, ປະຕູໂຂງປະກອບດ້ວຍສາມປະຕູກວ້າງ, ຖືກມຸງດ້ວຍດິນຂໍເກົ່າ, ເທິງຫຼັງຄາມີຮູບປັ້ນມັງກອນສອງໂຕ ພວມເຝົ້າດວງຈັນ. ປະຕູໂຂງຂອງວິຫານມຸ່ງໜ້າສູ່ພູຕານວຽນ (ຢູ່ເມືອງ ບາວີ່). ຢູ່ມໍ່ກັບປະຕູໂຂງໄປຕາມສອງເບື້ອງແມ່ນຫໍລະຄັງ ແລະ ຫໍກອງທີ່ມີ ສະຖາປັດຕະຍະກຳເຊັ່ນດຽວກັນ. ທ່ານ ຟຸ່ງມິງເຊີນ ໃຫ້ຮູ້ວ່າ:

          “ວິຫານວ່າ ຖືກອອກແບບດ້ວຍສະຖາປັດຕະຍະກຳໃນສະໄໝສັກດີນາ, ເພາະສະນັ້ນ ວິຫານວ່າ ແມ່ນຫໍບູຊາໃຫ່ຍ, ສ່ວນວິຫານເທື້ອງ, ວິຫານຫ້າ, ວິຫານຈຸງກໍ່ແມ່ນບັນດາ ວິຫານບູຊາຢູ່ອ້ອມແອ້ມ. ຢູ່ພາຍໃນວິຫານວ່າ, ມີຮ້ານບູຊາໃຫ່ຍ ບູຊາພະອໍລະຫັນຕານວຽນ 3 ອົງ ແລະ ພະແມ່, ຫຼັງຈາກນັ້ນແມ່ນມີຮ້ານບູຊາ ພວກເຈົ້າເສນາອາມາດ ແລະ ລາດຊະວົງ. ມັນມີຄວາມໝາຍສະແດງໃຫ້ເຫັນປຽບເໝືອນປະເທດຊາດໃນສະໄໝກ່ອນນີ້”

     ວິຫານວ່າ ແມ່ນໜຶ່ງໃນບັນດາສູນດຳເນີນຊີວິດ ການເຫຼື້ອມໃສ ບູຊາພະອໍລະຫັນຕານວຽນ. ງານບຸນໃຫ່ຍກໍ່ແມ່ນງານບຸນຍາມລະດູບານໃໝ່ ຖືກຈັດຂຶ້ນໃນວັນເພັງເດືອນຈຽງ ດ້ວຍພິທີແຫ່ບັນລັງ ຂອງພະອໍລະຫັນ 3 ອົງຈາກວິຫານວ່າ ຂ້າມແມ່ນ້ຳແດງ ໄປຍັງວິຫານໂຢ້ຍ ຢູ່ບ້ານ ຢີບິ່ງ, ຕາແສງ ຫວິງນິງ, ເມືອງ ຫວິງເຕື່ອງ, ແຂວງ ຫວິງຟຸກ ເພື່ອໄຫວບູຊາ, ຈັດຕັ້ງງານບຸນ, ຫຼັງຈາກນັ້ນກັບຄືນມາວິຫານວ່າ. ທ່ານ ຟຸ່ງມິງເຊີນ ໃຫ້ຮູ້ຕື່ມອີກວ່າ: 

     “ງານບຸນໄດ້ຈັດຂຶ້ນ ໃນຍາມລະດູບານໃໝ່ ແລະ ໃນຍາມລະດູໃບໄມ້ຫຼົ່ນ ໃນສາມວັນຄື ໃນວັນທີ 15, 16, 17 ເດືອນຈຽງ. ຮອດວັນເພັງເດືອນ 9 ກໍ່ແມ່ນຈັດງານບຸນທີ່ມີຊື່ວ່າ “ງານລ້ຽງຂອງພະວິຫານ” ຖືກດຳເນີນໃນເວລາໜຶ່ງວັນ. ງານບຸນນີ້ໄດ້ດຶງດູດຊາວບ້ານມາຮ່ວມຢ່າງຫຼວງຫຼາຍ ແລະ ຍາມໃດກໍ່ສາມາດອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງໝູ່ບ້ານ. ງານບຸນມີຂະບວນແຫ່ຍາວເຖິງ 3-4 ກິໂລແມັດ ດ້ວຍການເຂົ້າຮ່ວມຂອງຊາວບ້ານ, ແຂກທ່ອງທ່ຽວນັບ 1.000 ຄົນ”.

     ນອກຈາກງານບຸນລະດູບານໃໝ່, ຢູ່ວິຫານວ່າ ຍັງຈັດໃຫ້ມີງານບຸນລະດູໃບໄມ້ຫຼົ່ນ ໃນວັນເພັງເດືອນ 9 ດ້ວຍພິທີໃຫ່ຍ ແມ່ນການຈັບຫາປາ ຢູ່ແມ່ນ້ຳຕິກ ເພື່ອເລືອກເອົາປາໃຫ່ຍ 99 ໂຕ, ແລ້ວເພື່ອປຸງແຕ່ງເປັນບັນດາເຍື່ອງອາຫານ ເພື່ອບູຊາບັນດາພະອໍລະຫັນ. ນາງ ຫງວຽນທິບິ່ງ ຢູ່ເທດສະບານ ເຊິນເຕິຍ ເວົ້າວ່າ: 

    “ແຕ່ລະປີ, ງານບຸນກໍ່ຖືກຈັດຂຶ້ນສອງຄັ້ງ, ຂ້າພະເຈົ້າ ແລະ ຄອບຄົວຍາມໃດກໍ່ເຂົ້າຮ່ວມ, ນອກຈາກນັ້ນ ໃນວັນເພັງ, ວັນທີ 1 ໄລ່ຕາມຈັນທະປະຕິທິນແຕ່ລະເດືອນ, ປະຊາຊົນຢູ່ອ້ອມແອ້ມເຂດນີ້ ກໍ່ລ້ວນແຕ່ຫຼັ່ງໄຫຼມານີ້ ຈູດທູບໄຕ້ທຽນໄຫ້ວບູຊາ. ຂ້າພະເຈົ້າເຫັນວ່າ ມີແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມໄຫ້ວບູຊາຢູ່ວິຫານວ່ານັບມື້ນັບຫຼາຍຂຶ້ນ,  ບໍ່ພຽງແຕ່ຍ້ອນຄວາມສັກສິດເທົ່ານັ້ນ ຫາກຍັງເພື່ອຄວາມງາມຂອງທັດຊະນີຍະພາບ ໃນວິຫານວ່າອີກດ້ວຍ”.

       ວິຫານວ່າ ແມ່ນໜຶ່ງໃນຈຳນວນປູຊະນີຍະສະຖານ ປະຫວັດສາດບໍ່ໜ້ອຍ ໃນນະຄອນຫຼວງ ຮ່າໂນ້ຍ ທີ່ຍັງຄົງສາມາດຮັກສາທັດຊະນີຍະພາບ, ສະຖາປັດຕະຍະກຳ ພ້ອມກັບບັນດາຄຸນຄ່າທາງດ້ານ ສິລະປະທີ່ເປັນເອກະລັກ ຂອງປະຫວັດສາດ ວັດທະນະທຳຫວຽດນາມໄວ້ໄດ້. ໃນວິຫານວ່າ ຍັງເກັບຮັກສາແຜ່ນສີລາ, ຄຳພະຫຍາ ຢ່າງຫຼວງຫຼາຍ. ຢູ່ນອກວັງບູຊາ ກໍ່ມີແຜ່ນຄຳພະຫຍາ “ນາມທຽນຖາງໂຕ” ໝາຍຄວາມວ່າ ໃຕ້ເຂດນ່ານຟ້າຫວຽດນາມ ພຽງແຕ່ມີພະວິຫານດຽວເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ