ສັນຍາລັກວັດທະນະທຳຫວຽດນາມ ຢູ່ບ່ອນທຳອິດ ໃນເຂດຕາເວັນອອກສຽງເໜືອປະເທດຊາດ



(vovworld) – ​ເດີນ​ທາງອອກ​ຈາກຊາ​ຫວີ, ​ ບ່ອນ​ເລີ່ມຕັ້ງ​ຟອຍ​ແ​ຕ້ມແຜ່ນ​ທີ່​ປະ​ເທດ​ຫວຽດ​ນາມ, ເຊີນ​ທ່ານ​ໄປ​ຢ້ຽມ​ຢາມ​ສາ​ລາ​ບ້ານ​ຈ່າ​ໂກ ​ຕັ້ງ​ຢູ່​ໃຈ​ກາງ​ບ້ານ​ໃນ​ຕາ​ແສງ​ຈ່າ​ໂກ, ນະ​ຄອນ​ມ໋ອງ​ກ໋າຍ, ແຂວງກວາງ​ນິງ. ເຊິ່ງ​ມີ​ມາ​​ນັບ​ແຕ່​ດົນ​ນານ​ແລ້ວ ຄື​ດັ່ງຫຼັກ​ໝາຍ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ.

ສັນຍາລັກວັດທະນະທຳຫວຽດນາມ ຢູ່ບ່ອນທຳອິດ ໃນເຂດຕາເວັນອອກສຽງເໜືອປະເທດຊາດ - ảnh 1

​ສາ​ລາ​ບ້ານ​ຈ່າ​ໂກ 

(ພາບ: ອິນເຕີແນດ)

“ອາ​ກາດ​ຢູ່​ທີ່ນີ້​ກໍ່​ມີ 4 ລະ​ດູຄື​ກັນ​ກັບ​ອາ​ກາດ​ລວມ​ຂອງ​ພາກ​ເໜືອ, ແຕ່​ພັດເຢັນ​ສະ​ບາຍກວ່າ​ຍ້ອນ​ຕິດ​ກັບທະ​ເລ. ຮອດ​ລະ​ດູ​ຮ້ອນ, ນັກ​ທ່ອງ​ທ່ຽວ​ມາ​ພັກ​ຜ່ອນ​ຢູ່ແຫ່ງນີ້ຈະ​ໄດ້​ສູບ​ອາ​ກາດ​ທີ່​ປອດ​ໂປ່ງ ແລະ ເຢັນ​ສະ​ບາຍ”.

ເລີ່ມ​ກ້າວ​ເຂົ້າ​ສູ່​ລະ​ດູ​ຮ້ອນ, ແສງ​ແດດ​​ບໍ່​ຮ້ອນ​ປານ​ໃດ, ເຮັດ​ໃຫ້​ທີວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່ນີ້​ສວຍ​ງາມກວ່າ. ບົນ​ເສັ້ນ​ທາງ​ໄປ​​ຍັງ​ສາ​ລາ​ບ້ານ​ຈ່າ​ໂກ, ອ້າຍ​ຈູງ, ພະ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ມ໋ອງ​ກ໋າຍ ໄດ້​ແນະ​ນຳ​​ກ່ຽວ​ກັບ​ອາ​ກາດ​ຢູ່​​ມ໋ອງ​ກ໋າຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຮູ້ຄື​ແນວ​ນັ້ນ. ລົດ​ໃຫ​ຍ່ 7 ທີ່​ນັ່ງ​ຂົນ​ສົ່ງ​ພວກ​ຂ້າ​ພະ​ເຈົ້າ​ບົນ​ເສັ້ນ​ທາງ​ປູ​ຢາງ​ທີ່​ຮາບ​ພຽງ ແລະ ສະ​ອາດ​ຈາກ​ນະ​ຄອນ​ມ໋ອງ​ກ໋າຍ​ເຖິງ​ສາ​ລາ​ບ້ານ​ຈ່າ​ໂກ ດ້ວຍ​ໄລ​ຍະ​ທາງກວ່າ 10 ກມ ໃນ​ເວ​ລາ​ 15 ນາ​ທີ

ສັນຍາລັກວັດທະນະທຳຫວຽດນາມ ຢູ່ບ່ອນທຳອິດ ໃນເຂດຕາເວັນອອກສຽງເໜືອປະເທດຊາດ - ảnh 2

​ສາ​ລາ​ບ້ານ​ຈ່າ​ໂກ 

(ພາບ: ອິນເຕີແນດ)

ສາ​ລາ​ບ້ານ​ຈ່າ​ໂກ ຕັ້ງ​ຢູ່​ໃຈ​ກາງ​ບ້ານ. ຈາກ​ເສັ້ນ​ທາງ​​ຕົ້ນ​ຕໍ່​ໃນບ້ານ​ໄປ​ຍັງ​ສາ​ລາ, ເມື່ອຜ່ານ​ບັນ​ດາ​ເຮືອນ​ນ້ອຍ​ຂອງ​ຊາວ​ປະ​ມົງ​ຈ່າ​ໂກ ເຫັນຮູບ​ພາບ​ປະ​ຊາ​ຊົນດຸ​ໝັ່ນ​​ເກັບປາ​ຈາກແຫ, ເຊິ່ງ​ແມ່ນ​ຜົນ​ງານ​ທີ່​ໄດ້ຮັບ​ພາຍຫຼັງ​ການ​ໄປ​ຫາ​ປາ​ຢູ່​ທະ​ເລ​ກໍ່​​​ຮູ້​ສຶກ​ໄດ້ຄວາມ​ສະ​ຫງົບ​ສຸກ​ຢູ່ທີ່ນີ້. ປະ​ຈຸ​ບັນ​, ສາ​ລາ​ຈ່າ​ໂກ​ ພວມ​ໄດ້​ຮັບ​ການ​ບຸ​ລະ​ນະ​ປະ​ຕິ​ສັງ​ຂອນ. ທ່ານ ຫງວຽນ​ຢາວ​ເຕ໋, ປະ​ທານ​ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ຕາ​ແສງ​ຈ່າ​ໂກ, ໃຫ້​ຮູ້​ວ່າ, ສາ​ລາ​​ຈ່າ​ໂກ ແມ່ນ​ແຫ່ງ​ຮັກ​ສາ​ຮ່ອງ​ຮອຍ​ປະ​ຫວັດ​ສາດຫຼາຍ​ຢ່າງ, ດັ່ງ​ນັ້ນ, ປະ​ຊາ​ຊົນຈຶ່ງ​​ຢາກ​ກໍ່​ສ້າງສາ​ລາໃຫ້ໃຫ​ຍ່​ໂຕໂອ​ໂຖງ ແລະ ຍືນ​ຍົງ​ຄົງ​ຕົວ​ໃນ​ທຸກ​ສະ​ໄໝ.

“ເມື່ອ​ມາ​ຢ້ຽມ​ຢາມ​ແຫ່ງນີ້, ລຸງ​ຟ້າມ​ວັນ​ດົ່ງ (ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ) ໄດ້​ເວົ້າ​ວ່າ: ສາ​ລາ​ຈ່າ​ໂກ​ ປຽບ​ເໝືອ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ. ດັ່ງ​ນັ້ນ​ຕ້ອງ​ຮັກ​ສາ​ສາ​ລານີ້​ໄວ້. ຍ້ອນ​ເຫດ​ນັ້ນ, ນັບ​ແຕ່​ສັນ​ຕິ​ພາບ​ຕ່າວ​ຄືນ​ມາ, ສາ​ລາ​ໄດ້​ຮັບ​ການ​ບຸ​ລະ​ນະ​ປະ​ຕິ​ສັງ​ຂອນ​ເຖິງ 4 ເທື່ອ, ແຕ່​ຍັງ​ຄົງ​ຮັກ​ສາ​ຮູບ​ເດີມ​ໄວ້​ຄື​ເກົ່າ”.

ສັນຍາລັກວັດທະນະທຳຫວຽດນາມ ຢູ່ບ່ອນທຳອິດ ໃນເຂດຕາເວັນອອກສຽງເໜືອປະເທດຊາດ - ảnh 3

​ສາ​ລາ​ບ້ານ​ຈ່າ​ໂກ 

(ພາບ: ອິນເຕີແນດ)

ທ່ານ ຫງວຽນ​ຢາວ​ເຕ໋​ ແນະ​ນຳ​ວ່າ, ເຖິງວ່າ​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ຈີນ, ແຕ່​ສາ​ລາ​​ຈ່າ​ໂກ ພັດ​ໄດ້​ຮັບ​ການ​ກໍ່​ສ້າງຕາມ​ຮູບ​ແບບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ຫວຽດ​ນາມ ແລະ ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ບໍ່​ຊອດ​ແບບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ຈີນ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໃນ​ເມື່ອ​ກ່ອນ​ໄດ້​ຖື​ເປັນ​ສຳ​ຄັນ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ທີ່​ສຸດ.

“ສາ​ລາ​ຈ່າ​ໂກ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສາ​ລາ​ວັດ​ທະ​ນະ​ທຳ​. ທັງ​ແມ່ນ​ສາ​ລ​າທີ່​ມີ​ມາ​ແຕ່​ດົນ​ນານ​ທີ່​ສຸດ​ຂອງ​ຫວຽດ​ນາມ (ແຕ່​ສະ​ຕະ​ວັດ​ທີ 16). ພິ​ທີບູຊາ​ເທ​ວະ​ດາ​ຟ້າ​ແຖນ, ກໍ່​ຄືເຄື່ອງ​ບູ​ຊາ​ກໍ່​ລ້ວນ​ແຕ່ຕາມ​​ຮີດ​ຄອງ​ປະ​ເພ​ນີຂອງຫວຽດ​ນາມ. ປີ 1979, ເມື່ອ​ເກີດ​ສົງ​ຄາມ​ຢູ່​ເຂດ​ຊາຍ​ແດນ, ປະ​ຊາ​ຊົນ​ໄດ້​ນຳ​ເອົາ​ເຄື່ອງ​ບູ​ຊາ​ທັງ​ໝົດ​ໃນ​ສາ​ລາ​ໄປ​ຮັກ​ສາ​ໄວ້​ຢູ່​ບ່ອນ​ອື່ນ​. ນັບ​ແຕ່​ປີ 1979 – 1992, ເຄື່ອງ​ບູ​ຊາ​ຊຸດນີ້ຖືກ​ນຳ​ໄປ​ວາງ​ສະ​ແດງ​ຢູ່​ອີ​ຕາ​ລີ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ນີ້​ແມ່ນເຄື່ອງ​ບູ​ຊາ​ຂອງ​ຫວຽດ​ນາມ​”.

ສັນຍາລັກວັດທະນະທຳຫວຽດນາມ ຢູ່ບ່ອນທຳອິດ ໃນເຂດຕາເວັນອອກສຽງເໜືອປະເທດຊາດ - ảnh 4

​ສາ​ລາ​ບ້ານ​ຈ່າ​ໂກ 

(ພາບ: ອິນເຕີແນດ)

​ສະ​ຖາ​ປັດ​ຕະ​ຍະ​ກຳຂອງ​ສາ​ລາ​​ໝູ່ບ້ານ​ທະ​ເລນີ້ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈໃຫ້​ແກ່​ນັກ​ທ່ອງ​ທ່ຽວ ດ້ວຍ​ສິ​ລະ​ປະ​ແກະຄວັດ​ສະ​​ຫລັກຢ່າງ​ລະ​ອຽດ​ລະ​ອໍ. ​ຮູບ​ແກະ​ຄວັດ​ສະ​ຫລັກຢູ່​ທີ່​ນີ​ມີ​: ສັດ tu linh, ມັງ​ກອນ​ສອງ​ໂຕ​ເຝົ້າ​ພະ​ຈັນ, ​ປາ​ໄນກາຍ​ເປັນ​ມັງ​ກອນ, ກ້ອນ​ເມກ… ຈຸດ​ພິ​ເສດຢູ່​ສາ​ລານີ້​ແມ່ນ​ປະ​ຕູ​ໃຫ​ຍ່​ທີ່​ແກະ​ຄວັດ​ສະ​ຫລັກ​ຮູບ​ເທວະ​ດາ​ຂີ່​ມັງ​ກອນ​ຂ້າ​ມ​ທະ​ເລ.

        “ນີ້​ແມ່ນ​ບັນ​ລັງ​ທີ່​ນັ່ງ​ໃຫ​ຍ່ກວ່າ​ໝູ່ປຽບ​ເໝືອລາດ​ຊະວັງ​ຂອງ​ເຈົ້າ​ຊີ​ວິດ. ສ່ວນ​ບັນ​ດາ​ຮູບ​ປັ້ນນີ້ ແມ່ນຮູບ​ອໍ​ລະຫັນ 6 ອົງ, ​ຢູ່ເບື້ອງ​ຂວາ ແລະ ເບື້ອງ​ຊ້າຍນີ້​ແມ່ນ​ຮູບປັ້ນ​ຜູ້​​ປ້ອງ​ກັນ​ບັນ​ດາ​ອໍ​ລະ​ຫັນ​ເຫຼົ່ານັ້ນ”​.

        ຜ່ານ​ການ​ເວ​ລາ ແລະ ການ​ຜັນ​ແປ​ຂອງ​ປະ​ຫວັດ​ສາດ, ສາ​ລາ​ຄື​ດັ່ງຂີດໝາຍ​ວັດ​ທະ​ນະ​ທຳ ປະ​ຫວັດ​ສາດ, ຢືນຢັນ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ຂອງ​ຫວຽດ​ນາມ. ທ່ານ ​ຫວູ​ດິ່ນ​ດົ່ງ, ຊາວ​ຈາ​ໂກ ໃຫ້​ຮູ້​ວ່າ:

        “ສາ​ລານີ້​ແມ່ນ​​ແຫ່ງ​ຈາ​ລຶກ​ບຸນ​ຄູນ​ບັນ​ພະ​ບຸ​ລຸດ​​ຜູ້ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ບຸກ​ເບີດ​​​ເນື້ອທີ່ດິນ​​ຢູ່ແຫ່ງນີ້, ​ທັງ​ແມ່ນຫຼັກ​ໝາຍ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ, ​ເຊິ່ງແມ່ນ​ພະ​ຍານຫຼັກ​ຖານ​ທີ່​ບໍ່​ອາດ​ປະ​ຕິ​ເສດ​ໄດ້. ​ສາ​ລາແມ່ນ​ຫຼັກໝາຍ​ທີ່​ໄດ້​ຮັບ​ກາ​ນ​ຮັບ​ຮອງ​ຈາກ​ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ເພື່ອ​​​ຊ່ວຍໃຫ້ໂລກ​​ເຂົ້າ​ໃ​ຈໄດ້​ກ່ຽວ​ກັບປະ​ຫວັດ​ສາດຂອງ​ຫວຽດ​ນາມ”.

ສັນຍາລັກວັດທະນະທຳຫວຽດນາມ ຢູ່ບ່ອນທຳອິດ ໃນເຂດຕາເວັນອອກສຽງເໜືອປະເທດຊາດ - ảnh 5

​ສາ​ລາ​ບ້ານ​ຈ່າ​ໂກ 

(ພາບ: ອິນເຕີແນດ)

        ປະ​ຊາ​ຊົນ​ຈ່າ​ໂກ​ ພວມລໍ​ຖ້າ​ວັນ​​ສາ​ລາ​ໄດ້​ຮັບ​ການ​ບຸ​ລະ​ນະ​ປະ​ຕິ​ສັງ​ຂອນ​ສຳ​ເລັດ. ສາ​ລາ​ໝູ່​ບ້ານ​ທະ​ເລ​ຈ່າ​ໂກ ກໍ່ເປັນ​ແຫຼ່ງ​ສະ​ອອນ​ໃຈ ເພື່ອ​ໃຫ້​ນັກ​ປະ​ພັນ​ດົນ​ຕີ ຫງວຽນ​ເກື່ອງ ແຕ່ງ​ບົດ​ເພງ ສາ​ລາ​ໝູ່​ບ້ານ​ທະ​ເລ. ຄື້ນ​ທະ​ເລ​ຍັງ​ຄົງ​ທົບ​ໃສ່​ຟັ່ງຕະຫຼອດ ແລະ ເປັນ​ສັກ​ຂີ​ພິ​ຍານ​ການ​ຍື່ນ​ຍົງ​ຄົງ​ຕົວ​ຂອງ​ສາ​ລາ​ບ້ານ​ທະ​ເລ​ຈ່າ​ໂກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ