ສົມເປັນວິລະຊົນ

ສົມເປັນວິລະຊົນ - ảnh 1
ວິລະ​ຊົນ​ແຮງ​ງານ​​ໄລຍະ​ປ່ຽນ​ໃໝ່ ຫງວຽນ​ດັງ​ຢາ​ບ
ຮັບລາງວັນ”ແສນ​ສະຫງ່າຫວຽດນາມ”
( ພາບ: congluan.vn )

(vovworld) - ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ​ ຈິດ​ໃຈ​ນຳ​ໜ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສ້າງ​ຜົນງານໃນ​ສະພາບ​ການ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຫຼາຍຢ່າງ​ສຳ​ຫຼັບ​ຂະ​ແໜງ​ກໍ່ສ້າງ​ໃນ​ທົ່ວ​ປະ​ເທດ​, ​ປະທານ​ທັງ​ເປັນ​ຜູ້ອຳນວຍການ​ບໍລິສັດ​ໃຫຍ່ 36 ກະຊວງ​ປ້ອງ​ກັນປະ​ເທດ, ພັນ​ເອກ, ວິລະ​ຊົນ​ແຮງ​ງານ​​ໄລຍະ​ປ່ຽນ​ໃໝ່ ຫງວຽນ​ດັງ​ຢາ​ບ (Nguyen Dang Giap) ພັດ​ຖືກຈົດ​ຊື່​ໃນ​ຖັນ​ແຖວ​ບັນດາບຸກຄົນທີ່​ດີ​ເດັ່ນ​ໃນ​ລາຍການ ”ແສນ​ສະຫງ່າຫວຽດນາມ”.

ພັນ​ເອກ, ວິລະ​ຊົນ​ແຮງ​ງານ​​ໄລຍະ​ປ່ຽນ​ໃໝ່ ຫງວຽນ​ດັງ​ຢາ​ບ (Nguyen Dang Giap) ​​ແມ່ນ​ຄົນ​ທຳ​ມະ​ດາງ່າຍດາຍ, ສະຫຼາດ​ສະຫຼຽວ, ​​ມີ​ຈິດ​ໃຈ​ແນ່​ວ​ແນ່… ບັນດາ​ກິດຈະກຳ​ຂອງບໍລິສັດ​ໃຫຍ່ 36 ກະຊວງ​ປ້ອງ​ກັນປະ​ເທດຢູ່​ທົ່ວ​ທຸກ​ແຫ່ງ​​ໃນ​ປະ​ເທດ​ຄື: ຫໍ​ປະຊຸມ​ກະຊວງ​ປ້ອງ​ກັນ​ປະ​ເທດ, ອາ​ຄາມ​ຫຼາຍ​​ໜ້າ​ທີ່​ຂອງ​ມະຫາວິທະຍາ​ໄລ​ຕ່າງໆ… ​ເກືອບຄື​ວ່າລ້ວນ​ແຕ່​ມີ​ການ​ເຂົ້າ​ຮ່ວມ​ຂອງພັນ​ເອກ ຫງວຽນ​ດັງ​ຢາ​ບ (Nguyen Dang Giap). ຈາກ​ນັກຮົບຂັບ​ລົດຢູ່ ​ສາຍພູ​ຫຼວງ​ໃນ​​ໄລຍະ​ສົງຄາມ​ຕ້ານ​ອາ​ເມ​ລິ​ກາ, ​ພາຍຫຼັງ​ປະ​ເທດ​ຊາດໄດ້​ຮັບ​ການ​ທ້ອນ​ໂຮມ​​ເປັນ​ເອກະ​ພາບ, ລາວ​ໄດ້​ຮັບ​ຫນ້າ​ທີ່​ເປັນຜູ້ອຳນວຍການ​ໂຮງ​ຈັກ, ຜູ້ອຳນວຍການ​ບໍລິສັດ, ​​ແລ້ວ​ກາຍ​ເປັນ​ປະທານ​ທັງ​ເປັນ​ຜູ້ອຳນວຍການ​ນບໍລິສັດ​ໃຫຍ່ 36. ​ໃນ​ບໍ່​ວ່າ​ສະ​ໄໝ​ໃດ, ຕຳແໜ່​ງ​ໃດ… ທ່ານ​ກໍ່​ສະ​ແດງ​ໃຫ້​ເຫັນຄຸນ​ນະ​ທາດ​​ຂອງ​ທະຫານ​ສະ​ໄໝ​ປະທານ​ໂຮ່ຈີ​ມິນ​.

ສົມເປັນວິລະຊົນ - ảnh 2
( ພັນ​ເອກ ຫງວຽນ​ດັງ​ຢາ​ບ )

ສາດສະດາຈານ, ປະລິຍາ​ເອກ ຟານ​ກົງ​ເຫງັຍ (Phan Cong Nghia) ຮອງ​ຫົວໜ້າ​ອະທິການບໍດີ ເສດຖະກິດ​ແຫ່ງ​ຊາດ​ໄດ້​ເວົ້າ​ເຖິງ​ພັນ​ເອກ ຫງວຽນ​ດັງ​ຢາ​ບ (Nguyen Dang Giap) ​ໃນ​ບົດບາດ​ເປັນ​ຫົວໜ້າ​ການປະມູນ​ກໍ່​ສ້າງ​ອາຄານ​ຫຼາຍ​ໜ້າ​ທີ່, ວ່າ:

”ນີ້​ແມ່ນ​ຜູ້​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບ​ພາລະກິດ​ສຶກສາ​ບຳລຸງ​ສ້າງ. ​ໂດຍ​ລະອຽດ​ຄື, ສູນ​ບຳລຸງ​ສ້າງ​ຂອງ​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ​ແມ່ນ​ກິດ​ຈະ​ກຳ​ໃຫຍ່​ຂອງ​ຂະ​ແໜງ​ສຶກສາ​ບຳລຸງ​ສ້າງ. ​ເມື່ອ​ປະຕິບັດ​ຊອງ​ປະມູນ​ຊັ້ນ​​ໃຕ້​ດີ​ນຂອງກິດຈະກຳ. ອ້າຍ​ຢາ​ບ ( Giap) ​ໄດ້​ຊອກ​ຫາ​ມາດ​ຕະການ​ກໍ່ສ້າງ​ດ້ວຍ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ, ​ເຊິ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ຜູ້​ຊ່ຽວຊານ​ຝລັ່ງວ່າ ແມ່ນ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ແລະ ຮັບປະ ກັນ​ຄວາມ​ປອດ​ໄພ”.

ໃນ​ໄລຍະ​ເວລາ 3 ປີ, ຈາກ​ວິ​ສາ​ຫະກິດ​ໜຶ່ງ​ທີ່​ມີ​ໄພ​ຈະ​ຖືກ​ລົ້ມ​ທະລາຍ, ​ແຕ່​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ທ່ານ, ມູນ​ຄ່າ​ຜະລິດ​ຕະພັນ​ຂອງ​ບໍລິສັດ​ໄດ້​ເພີ່ມ​ຂຶ້ນ​ທົບ 10 ​ເທົ່າ. ໜີ້​ສິນ​ກໍ່​ຊຳລະ, ທະຫານ​ ກຳມະກອນ​ມີ​ວຽກ​ເຮັດ​ງານ​ທຳ, ບໍລິສັດ​ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ວ່ອງ​ໄວ​ແລະ ບໍລິສັດ 36 ​ໄດ້​ກາຍ​ເປັນ​ບໍລິສັດ​ທີ່​ມີ​ເຄື່ອງໝາຍ​ໃຫຍ່​ຂອງ​ຂະ​ແໜງ​ກໍ່ສ້າງ​ຫວຽດນາມ. ທ່ານ ​ຢາ​ບ (Giap) ​ແບ່ງ​ປັນ​ວ່າ:

”ຄວາມ​ຈິງ​ແລ້ວ, ​ບໍລິສັດ 36 ໄດ້​ຮັບ​ຜົນງານ​ຄື​ປະຈຸ​ບັນ, ​ແມ່ນ​ຍ້ອນ​ມີ​ຍຸດ​ທະ​ສາດ​ພັດທະນາກ່ອນ​ນີ້ແຕ່ 5, 7 ປີ​ແລ້ວ. ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ບັນດາ​ບາດກ້າວ​ບຸກທະລຸ ກ່ຽວ​ກັບ​ສິດທິ​ມະນຸດ, ພາຫະນະ​ອຸປະກອນ, ວິ​ທະຍາ​ສາດ​ເຕັກນິກ ​ແລະ ຍາມ​ໃດ​ກໍ່​ປັບປຸງ​ວິທີ​ການ​ຄຸ້ມ​ຄອງ​ຢ່າງ​ເໝາະ​ສົມ”.

ໂດຍ​​ແມ່ນ​ທະຫານ​ເສຍ​ອົງຄະ​ໜັກຜູ້​ໜຶ່ງ, ​ໃນ 5 ປີ​ມໍ່ໆ​ມາ​ນີ້ ທ່ານ​ໄດ້​ລະດົມ​ເພື່ອນ​ຮ່ວມ​ກົມ​ກອງກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ກວ່າ 50 ຫຼັງ, ມອບ​ປື້​ມປະຢັດ​ກວ່າ 300 ປື້​ມ, ບຸລະນະ​ສ້ອມ​ແປງ​ທາງ, ສຸກສາລາ, ​ໂຮງຮຽນ, ອະນຸສາວະລີ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພີ່​ອຊາດ​ນັບ​ຮ້ອຍ​ແຫ່ງ… ດ້ວຍ​ຈຳນວນ​ເງິນ​ເກືອບ 25 ຕື້​ດົ່ງ. ທ່ານ​ຢາ​ບ (Giap)​ເວົ້າ​ວ່າ.

”​ແຕ່ລະ​ປີເມື່ອ​ໄກ້​ຈະ​ຮອດ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ຜູ້​ທີ່​ເປັນ​ນັກຮົບຄື​ພວກ​ຂ້າພະ​ເຈົ້າຕ່າງ​ກໍ່​ຄິດ​ເຖິງ​ເລື່ອງ, ທະຫານ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອມີ​ຍຸດ​ທະ​ສາດ​ກໍ່ສ້າງ​ເສດຖະ ກິດ​​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ສ້າງ​ເສດຖະກິດ​​ເພື່ອ​ຮັກສາ​ກຳລັງ​ປ້ອງ​ກັນ​ປະ​ເທດ, ​ເພື່ອ​ຕອບ​ສະໜອງ​ເງື່ອນ​ໄຂ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ຮັບປະກັນຊີວິດສັງຄົມ”.

ສົມເປັນວິລະຊົນ - ảnh 3

( ພາບ: xaluan.com )

ຍາມໃດພົນເອກ ຢາ​ບ (Giap) ກໍ່ຖືວ່າ, ບັນດາຜົນງານເຊິ່ງທ່ານ ໄດ້ຮັບໃນປະຈຸບັນນັ້ນ​, ບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ, ສູ້​ຊົນ​ຂອງ​ຕົວ​ທ່ານ​ເອງ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ອຸທິດ​ສ່ວນ​ຂອງ​ບັນດາອ້າຍ​ນ້ອງ​ພະນັກງານ, ກຳມະກອນ​ທີ່​ເຮັດ​ວຽກ​ໃນ​ບໍລິສັດ​ອີກ​ດ້ວຍ. ຍາມ​ໃດ​ທ່ານ​ກໍ່​ສົ່ງ​ເສີມ​ຖັນ​ແຖວ​ນັກ​ວິ​ສາວະ​ກອນ​ຍົກ​ສູງ​ລະດັບ​ຄວາມ​ຮູ້ ກໍ່​ຄື​ມີ​ຄວາມ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ເຖິງ​ຊີວິດ​ຂອງ​ເຂົາ​ເຈົ້າ. ຮ້ອຍ​ເອກ ດັ້ງ​ທ໋າຍຮຸ່ງ (Dang Thai Hung)​ ໄດ້​ເວົ້າ​ເຖິງ​ຫົວໜ້າ​ຜູ້​ບັນຊາ​ການ​ຂອງ​ຕົນ​ດ້ວຍ​ຄວາມ​ນັບຖື​ວ່າ:

”​ໂດຍ​ແມ່ນ​ນັກຮົບ​ຜູ້​ໜຶ່ງ, ຄວາມ​ສາມາດ​ເຮັດ​ວຽກ​ແມ່ນ​ຫຼວງ​ຫຼາຍ​ທີ່​ສຸດ. ກ່ອນ​ນີ້​ມີ​ກິດຈະກຳ​ກໍ່ສ້າງ​ພຽງສອງ, ສາມ​ແຫ່ງ​ເທົ່າ​ນັ້ນ, ມາ​ບັດ​ນີ້​​ໄດ້​ມີ​ກິ​ຈະ​ກຳນັບ​ຮ້ອຍ​ແຫ່ງ, ​ແຕ່​ທ່ານ​ຍັງ​ຄົງ​ມີໜ້າ​ໃນ​ທົ່ວ​ທຸກ​ແຫ່ງ​ຂອງ​ປະ​ເທດ​ຊາດ”.

ສຳ​ຫຼັບ​ວິລະ​ຊົນ​ແຮງ​ງານ​ຄື​ທ່ານ ຢາ​ບ (Giap), ສິ່ງ​ສຳຄັນ​ກວ່າ​ໝູ່​ນັ້ນ​ແມ່ນ​ຄຸນ​ນະພາ​ບຂອງ​ບັນດາ​ກິດຈະກຳ, ຕິດ​ພັນ​ກັບ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຜູ້​ອອກ​ແຮງ​ງານ​ນັບ​ພັນ​ຄົນ ກໍ່​ຄື​ຄອບຄົວ​ຂອງ​ບັນດາ​ພະນັກງານ​, ນັກຮົບ​ໃນ​ກົມ​ກອງ​ນັບ​ໝື່ນ​ຄົນ. ທ່ານ​ຄິດ​ວ່າ, ​​ເພື່ອ​ຍາດ​ໄດ້​ນາມມະຍົດກໍ່​ແມ່ນ​ເລື່ອງ​ທີ່​ຍາກ​ແລ້ວ, ​ແຕ່​ເພື່ອ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ນາມມະຍົດ​ດັ່ງກ່າວ​​ໃຫ້​ໄດ້​ນັ້ນຍັງ​ແມ່ນ​ເລື່ອງ​ທີ່​ຫຍຸ້ງຍາກ​ກວ່າ​. ​ແລະ ຄຸນ​ນະ​ທາດ​ນີ້​ຂອງ​ທ່ານ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສັງຄົມທີ່​ວ່າ: ​ສົມ​ເປັນ​ວິລະ​ຊົນ


ຕອບກັບ

ຂ່າວ/ບົດ​ອື່ນ