ສະຖານທີ່ທ່ອງທ່ຽວຢູ່ ກຣົງອານາ - ແຂວງ ດັກລັກ

(VOVWORLD) -ກຣົງອານາ ແມ່ນເມືອງທີ່ມີທິວທັດທຳມະຊາດ ທີ່ງົດງາມທີ່ສຸດໃນແຂວງ ດັກລັກ ດ້ວຍບັນດາວັດຖຸສິນພິເສດຫຼາຍຊະນິດ, ທົ່ງໄຮ່ທົ່ງນາຂຽວອຸ່ມທຸ່ມ, ມີນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານຫຼາຍແຫ່ງ, ມີບັນດາເຂດປ່າດົງດິບອັນຕຶບໜາ.  ບໍລິເວນນີ້ຍັງແມ່ນເຂດດິນຕິດກັບເມືອງ ກຣົງໂນ ຂຶ້ນກັບແຂວງ ດັກນົງ ແຫ່ງທີ່ມີພູເຂົາໄຟ ຈືບະລຸກ ພວມໄດ້ຮັບການກໍ່ສ້າງ ເປັນສວນສາທາລະນະທໍລະນີ. ບັນດາເງື່ອນໄຂທຳມະຊາດທີ່ອຳນວຍຄວາມສະດວກ ກໍ່ແມ່ນປະຖົມປັດໄຈ ເພື່ອໃຫ້   ກຣົງອານາ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ
ສະຖານທີ່ທ່ອງທ່ຽວຢູ່ ກຣົງອານາ - ແຂວງ ດັກລັກ - ảnh 1 ໜອງລັກໃນເມືອງ ກຣົງ ອານາ

ລຸງ ອີຢິ໊ງ ນີເອ ຊາວເຜົ່າ ເອເດ ແມ່ນໜ່ຶງໃນບັນດາຄອບຄົວນຳໜ້າ ໃນການພັດທະນາຮູບແບບທ່ອງທ່ຽວເຂດຊຸມຊົນ Homstay ຢູ່ບ້ານ ກວັກ ຕາແສງ ເຣິຍຊາກ ເມືອງ ກຣົງ ອານາ. ລຸງ ອີຢິ໊ງ ໃຫ້ຮູ້ວ່າ ເມື່ອກ່ອນນີ້ຄອບຄົວຂອງລຸງ ບໍ່ຄຳນຶງເຖິງວຽກງານທ່ອງທ່ຽວ, ແຕ່ເມື່ອເຫັນແຂກທ່ອງທ່ຽວຊາວຕ່າງປະເທດ ໄດ້ມາທ່ຽວຊົມຢ່າງຫຼວງຫຼາຍ ແຕ່ບໍ່ມີສະຖານທີ່ພັກເຊົາ, ດັ່ງນັ້ນ ລຸງໄດ້ກ້າຫານກູ້ຢືມທຶນຈາກທະນາຄານ ເພື່ອບູລະນະຍົກລະດັບສາລາບ້ານ ເພື່ອໃຫ້ແຂກທ່ອງທ່ຽວມາພັກເຊົາ. ປັດຈຸບັນການໃຫ້ເຊົ່າຫ້ອງພັກ Homstay ໃນແຕ່ລະເດືອນ ຂອງຄອບຄົວ ກໍ່ສາມາດບັນລຸລາຍຮັບປະມານ 15 ລ້ານດົ່ງ. ລຸງ ອີຢິ໊ງ ເວົ້າວ່າ:

      “ເມື່ອກ່ອນນີ້ກໍ່ໄປເຮັດຮັບຈ້າງ, ແລ້ວກໍ ປູກສາລີ, ປູກມັນຕົ້ນ ລາຍຮັບກໍ່ຕ່ຳທີ່ສຸດ ແຕ່ເມື່ອເຮັດວຽກງານທ່ອງທ່ຽວ ລາຍຮັບກໍ່ໄດ້ສູງຂຶ້ນທົບ 5 – 6 ເທົ່າ. ຄອບຄົວຂ້າພະເຈົ້າໃນປັດຈຸບັນ ກໍ່ໄດ້ຫຼຸດຜ່ອນຄວາມຫຍຸ້ງຍາກ. ເວົ້າລວມແລ້ວ ເຮັດການທ່ອງທ່ຽວຊຸມຊົນ ກໍ່ບໍ່ລຳບາກ, ພຽງແຕ່ເຮົາມີຄວາມດຸໝັ່ນຂະຫຍັນພຽນ ເຮັດອະນາໄມສິ່ງແວດລ້ອມສະອາດ ກໍ່ຈະສາມາດດຶງດູດແຂກທ່ອງທ່ຽວໄດ້ຢ່າງຫຼວງຫຼາຍ”.

       ຢູ່ເຂດບ້ານນາລຽບຕາມສອງແມ່ນ້ຳ ກຣົງອານາ ແລະ ກຣົງໂນ ບໍ່ພຽງແຕ່ໃຫ້ລະດູການປູກມັນ, ປູກເຂົ້າໄດ້ຮັບຜົນດີເທົ່ານັ້ນ ຫາກຍັງມີຫຼາຍສິນພິເສດຈາກທຳມະຊາດອີກດ້ວຍ. ຈາກປາຊະນິດຕ່າງໆ, ປາຝາ, ອ່ຽນ, ກົບ ຢູ່ທີ່ນີ້ ກໍ່ລ້ວນແຕ່ມີລົດຊາດພິເສດ. ໂດຍໄດ້ປະກອບອາຊີບຫາປາເປັນເວລາເກືອບ 20 ປີ, ແຕ່ໃນຊຸມປີມໍ່ໆມານີ້ ຄອບຄົວທ່ານ ກາວຈ້ອງລົກ ຢູ່ເມືອງ ກຣົງອານາ ໄດ້ເລີ່ມມີການບໍລິການສົ່ງແຂກທ່ອງທ່ຽວໄປຢ້ຽມຊົມທິວທັດແມ່ນ້ຳລຳເຊ ແລະ ຊີມລົດຊາດອາຫານພິເສດ. ລຸງ ລົກ ໃຫ້ຮູ້ວ່າ:

       “ສິນໃນນ້ຳຊະນິດຕ່າງໆ ທີ່ພວກຂ້າພະເຈົ້າຈັບຫາມາ ກໍ່ລ້ວນແຕ່ຖືກພວກພໍ່ຄ້າຊາວຂາຍ, ບັນດາພັດຕະຄານຢູ່ເທດສະບານເມືອງ ຕເຣິບ ແລະ ເຂດໃກ້ຄຽງຄື ນະຄອນບວນມາທວັດ, ເທດສະບານເມືອງ ອີອາກາ, ກຣົງປັກ… ສັ່ງຊື້ໝົດ. ປາ, ກຸ້ງ, ອ່ຽນ, ກົບ… ຢູ່ຕາມລຳແມ່ນ້ຳສາຍນີ້ ແມ່ນອາຫານສົດ ແລະ ແຊບທີ່ສຸດ”

      ໃນແຕ່ລະປີ ເມືອງ ກຣົງອານາ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 21.000 ກວ່າຄົນ ໃນນັ້ນມີແຂກທ່ອງທ່ຽວຕ່າງປະເທດກວ່າ 1.200 ເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວຄາດວ່າຈະບັນລຸ 15 ຕື້ດົ່ງຕໍ່ປີ. ທ່ານ ຫງວຽນມິງດົງ ຮອງປະທານຄະນະກຳມະການປະຊາຊົນເມືອງ ກຣົງອານາ ໃຫ້ຮູ້ວ່າ ໃນໄລຍະທີ່ຈະມາເຖິງ, ທາງເມືອງໄດ້ສ້າງໂຄງການ ສະເໜີຕໍ່ຄະນະກຳມະການປະຊາຊົນແຂວງ ດັກລັກ ອະນຸມັດຜ່ານ ແຜນນະໂຍບາຍລົງທຶນ ກໍ່ສ້າງບູລະນະລະບົບຄົມມະນາ, ສ້າງເງື່ອນໄຂພັດທະນາ ທັງທາງດ້ານກະສິກຳ ແລະ ທ່ອງທ່ຽວ ອັນໄດ້ສ້າງເຂດຊົນນະບົດໃໝ່ ທີ່ມີຈຸດພິເສດສະເພາະ. ທ່ານ ຫງວຽນມິງດົງ ໃຫ້ຮູ້ວ່າ:

      “ການພັດທະນາການທ່ອງທ່ຽວຢູ່ເມືອງ ກຣົງອານາ ແມ່ນມີກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງ, ຄວາມຫຍຸ້ງຍາກຂອງທ້ອງຖິ່ນໃນປັດຈຸບັນແມ່ນເສັ້ນທາງຍັງບໍ່ທັນທະລຸລົງ. ແຕ່ທາງແຂວງ ດັກລັກ ໄດ້ລົງທຶນກໍ່ສ້າງຂົວ ເພື່ອເຊື່ອມຕໍ່ກັບທາງຫຼວງ 26 ເຊື່ອມຕໍ່ກັບເມືອງ ລັກ ແລະ ເມືອງ ດາມຣົງ ຂອງແຂວງ ເລິມດົ່ງ. ພວກຂ້າພະເຈົ້າຍັງພວມສະເໜີຕໍ່ຄະນະກຳມະການປະຊາຊົນແຂວງ ອະນຸມັດຜ່ານໂຄງການກໍ່ສ້າງທາງ ແລະ ຂົວເຊື່ອມຕໍ່ກັບເມືອງ ກຣົງໂນ ແຂວງ ດັກນົງ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຢູ່ເຂດພູເຂົາໄພ”.

     ດ້ວຍລະບົບພູຜາປ່າໄມ້ ແມ່ນ້ຳລຳເຊທີ່ງົດງາມ ແລະ ເປັນໜ້າຈັບໃຈ, ສະພາບທໍລະນີມີຄວາມພິເສດສະເພາະ, ສິນພິເສດກໍ່ມີຫຼາຍຊະນິດ, ສະນັ້ນເມືອງ ກຣົງອານາ ໄດ້ກາຍເປັນເມືອງທີ່ມີທ່າແຮງຢ່າງໃຫຍ່ຫຼວງ. ຖ້າຫາກແກ້ໄຂບັນດາຂໍ້ຄວາມຈຳກັດທາງດ້ານຄົມມະນາຄົມ, ເມືອງ ກຣົງອານາ ຈະກາຍເປັນສະຖານທີ່ໃຫຍ່ ໃນຂົງເຂດກະສິກຳ, ການທ່ອງທ່ຽວ ທັງນີ້ກໍ່ເປັນການຊຸກຍູ້ເສດທະກິດ -  ສັງຄົມຂອງທ້ອງຖິ່ນ ແລະ ທັງແຂວງ ດັກລັກ ພັດທະນາຍິ່ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ