ສະມາຄົມທ່ອງທ່ຽວດົ່ງທາບ - ນຳຜະລິດຕະພັນທ່ອງທ່ຽວ ໄປເຖິງແຂກທ່ອງທ່ຽວ

(VOVWORLD) -ສະມາຄົມຊາວກະສິກອນເຊິ່ງແມ່ນຮູບແບບທີ່ເປັນເອກະລັກຂອງດິນແດນດອກບົວດົ່ງທາບເຊິ່ງແມ່ນບ່ອນຊາວກະສິກອນຫຼາຍຄົນພ້ອມກັນມີແນວຄວາມຄິດຮ່ວມ, ມີທິດທາງອັນດຽວກັນພ້ອມກັນປຶກສາຫາລືຍົກອອກບັນດາວິທີການແກ້ໄຂເພື່ອພ້ອມກັນກໍ່ສ້າງແລະພັດທະນາບ້ານເກີດເມືອງນອນ. ຈາກນັ້ນບັນດາຜະລິດຕະພັນຂອງດົ່ງທາບໄດ້ຖືກນຳໄປເຖິງເພື່ອນມິດທັງຢູ່ພາຍໃນແລະສາກົນ. 

ສະມາຄົມທ່ອງທ່ຽວດົ່ງທາບ - ນຳຜະລິດຕະພັນທ່ອງທ່ຽວ ໄປເຖິງແຂກທ່ອງທ່ຽວ - ảnh 1ສະມາຄົມພ້ອມກັນເຮັດທ່ອງທ່ຽວຢູ່ຊາແດກ

    ມາຢ້ຽມຢາມນະຄອນຊາແດັກແຂວງດົ່ງທາບແຂກທ່ອງທ່ຽວຈະໄດ້ຄົ້ນຫາສິ່ງທີ່ເປັນໜ້າຈັບໃຈ. ຢູ່ແຫ່ງນີ້ ວິທີເຮັດການທ່ອງທ່ຽວມີຄວາມແຕກຕ່າງກັນຫຼາຍເມື່ອທຽບໃສ່ທ້ອງຖິ່ນອື່ນໆໃນເຂດ. ແຕ່ລະຄອບຄົວກໍ່ມີຜະລິດຕະພັນໜຶ່ງແຕ່ລະຄົນກໍ່ມີວິທີໜຶ່ງເພື່ອດຶງດູດແຂກທ່ອງທ່ຽວ. ນີ້ແມ່ນບັນດາສະມາຊິກໃນສະມາຄົມພ້ອມກັນເຮັດທ່ອງທ່ຽວຢູ່ຕາແສງເຕິນກຸ໊ຍດົງນະຄອນຊາແດັກ. ສະມາຄົມຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ເກືອບສອງປີ, ໃນເບື້ອງຕົ້ນກໍ່ມີສະມາຊິກບາງຄົນ ເຊິ່ງແມ່ນຊາວສວນປູກດອກໄມ້ ສົມທົບກັບການເຮັດທ່ອງທ່ຽວ,ມາປັດຈຸບັນໄດ້ມີສະມາຊິກ 24 ຄົນ. ໃນຮູບແບບສະມາຄົມນີ້ ມີວິສາຫະກິດ 12 ແຫ່ງເຄື່ອນໄຫວໃນຂົງເຂດບໍລິການທ່ອງທ່ຽວ, ໂຮມສະເຕ, ໂຮງແຮມ, ພັດຕະຄານແລະບັນດາສະຖານທີ່ທ່ອງທ່ຽວ. ອ້າຍເຈິ່ນແອັງດ່ຽນ ສະມາຊິກສະມາຄົມ ແບ່ງປັນວ່າ:

     “ນັບແຕ່ເວລາສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນ, ລະດັບການພັດທະນາຂອງບັນດາສະຖານທີ່ທ່ອງທ່ຽວກໍ່ໄດ້ເພີ່ມຂຶ້ນຫຼາຍ,ເພາະວ່າຜ່ານສະມາຄົມຜູ້ຄົນທັງຫຼາຍສາມາດແບ່ງປັນໄດ້ຫຼາຍບົດຮຽນ. ທີໜຶ່ງແມ່ນບົດຮຽນກ່ຽວກັບຂອດບໍລິຫານ, ທີສອງແມ່ນແບ່ງປັນກ່ຽວກັບລູກຄ້າ, ທີສາມແມ່ນແບ່ງປັນກ່ຽວກັບຄຸນຄ່າ. ໝາຍຄວາມວ່າສະຖານທີ່ທ່ອງທ່ຽວແຕ່ລະແຫ່ງກໍ່ພະຍາຍາມສ້າງຄຸນຄ່າໜຶ່ງ, ທ່າແຮງໜຶ່ງທີ່ເປັນເອກະລັກສະເພາະບໍ່ຊ້ຳຊ້ອນກັບຜູ້ອື່ນ”.

     ດ້ວຍທິດນຳທີ່ວ່າ “ພ້ອມກັນກໍ່ສ້າງ - ພ້ອມກັນບໍລິຫານ - ພ້ອມກັນຊົມໃຊ້”ສະມາຊິກແຕ່ລະຄົນໃນສະມາຄົມກໍ່ລ້ວນແຕ່ມີຄວາມກະຕືລືລົ້ນມີຄວາມຫວັງຢາກພັດທະນາຕາມທິດຍືນຍົງແລະຢັ້ງຢືນເຄື່ອງໝາຍທ່ອງທ່ຽວຂອງນະຄອນມວນມາລາຊາແດັກ. ທ່ານເຈິ່ນຫິວຕ່າຍ ສະມາຊິກສະມາຄົມແບ່ງປັນວ່າ:

    "ໃນກອງປະຊຸມໄດ້ຍົກອອກບັນດາຄຳຄິດຄຳເຫັນຍົກຕົວຢ່າງຄືອ້າຍນ້ອງເຮົາມີຄຳເຫັນຢູ່ບ່ອນນີ້ບ່ອນນັ້ນ, ແຕ່ສຸດທ້າຍກໍ່ໄດ້ປຶກສາຫາລືເພື່ອກ້າວໄປເຖິງອັນລວມ. ນັ້ນແມ່ນຫຍັງນັ້ນແມ່ນທຸກໆຄົນໃນສະມາຄົມຕ້ອງສາມັກຄີ, ທີສອງຕ້ອງນຳຜະລິດຕະພັນທ່ອງທ່ຽວເຂົ້າສູ່ຈິດໃຈແຂກທ່ອງທ່ຽວ”.

    ເພື່ອປົກປັກຮັກສາແລະເສີມຂະຫຍາຍໝາກຜົນທີ່ບັນລຸມາໄດ້, ສະມາຄົມພ້ອມກັນເຮັດທ່ອງທ່ຽວພວມມຸ່ງໄປເຖິງການສ້າງສາຍສຳພັນລະຫວ່າງບັນດາສະມາຊິກນຳກັນແລະພໍ່ແມ່ພີ່ນ້ອງເຂດອ້ອມຂ້າງໃຫ້ສະໜິດຕິດພັນກວ່າເກົ່າ ພ້ອມທັງແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ ມີທິດທາງຮ່ວມກັນມີຄວາມສາມາດບົ່ມຊ້ອນກໍ່ສ້າງຊາຍຄາຮ່ວມບົນພື້ນຖານສະມາຄົມ. ທ່ານປະທານສະມາຄົມ ຟານແທັງຮຸ່ງ ແບ່ງປັນວ່າ:

     “ດ້ວຍບົດບາດເປັນປະທານສະມາຄົມເຮົາຕ້ອງເຮັດແນວໃດເພື່ອດຸ່ນດ່ຽງຜົນປະໂຫຍດລະຫວ່າງບັນດາອ້າຍນ້ອງສະມາຊິກ, ເຮັດໄດ້ເຊັ່ນນັ້ນພວກເຮົາຈຶ່ງສາມາດພັດທະນາແບບຍືນຍົງ ແລະຍາວນານໄດ້, ນີ້ກໍ່ແມ່ນຄວາມເປັນຫ່ວງທີ່ສຸດຂອງຂ້າພະເຈົ້າກໍ່ຄືອ້າຍນ້ອງສະມາຊິກ. ເຮັດແນວໃດເພື່ອໃຫ້ອ້າຍນ້ອງພ້ອມກັນໄດ້ປຶກສາຫາລືວຽກງານທຸກຢ່າງພວກເຮົາຈະພ້ອມກັນປຶກສາຫາລືພ້ອມກັນເຮັດເພື່ອດຸ່ນດ່ຽງຜົນປະໂຫຍດລວມໝູ່ ໃຫ້ແກ່ທຸກໆຄົນໄດ້ຊົມໃຊ້ທັງໝົດ”.

    ໃນໄລຍະທີ່ຜ່ານມາ ດ້ວຍບັນດາຜົນສະທ້ອນຈາກໂລກລະບາດໂຄວິດ - 19 ເຊິ່ງໄດ້ສົ່ງຜົນກະທົບບໍ່ໜ້ອຍເຖິງຂົງເຂດການທ່ອງທ່ຽວ, ແຕ່ສະມາຊິກແຕ່ລະຄົນໃນສະມາຄົມໄດ້ຍາດແຍ່ງບັນດາໂອກາດເພື່ອປັບປຸງຍົກລະດັບບັນດາສະຖານທີ່ທ່ອງທ່ຽວເພື່ອຕ້ອນຮັບແຂກທ່ອງທ່ຽວມາຢາມນະຄອນມວນມາລາ ໃນປີໃໝ່. ຈຸດທີ່ເປັນເອກະລັກສະເພາະຂອງ ດົ່ງທາບດ້ວຍຮູບແບບສະມາຄົມໄດ້ແຜ່ກະຈາຍນຳມາເຊິ່ງຜົນປະໂຫຍດອັນແທດຈິງ ພ້ອມກັນເສີມສ້າງພ້ອມກັນສ້າງເຄື່ອງໝາຍທ່ອງທ່ຽວແລະພ້ອມກັນຊົມໃຊ້ເພື່ອໂຄສະນາພາບພົດແລະປະຊາຊົນຢູ່ດິນແດນດອກບົວດົ່ງທາບໄປເຖິງປະຊາຊົນທຸກໆຄົນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ